ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

5 ວິທີຄິດແບບຄົນເກັ່ງ 

ຄວາມຈິງຄົນເກັ່ງບໍ່ແມ່ນຍ້ອນພັນທຸກຳ ແຕ່ຍ້ອນການຝຶກສະໝອງຕ່າງຫາກ ອັດສະລິຍະສາ ມາດເກີດຂຶ້ນໄດ້ດ້ວຍການກະທຳສິ່ງໃດໜຶ່ງແບບຊໍ້າໆກັນຫຼາຍໆຄັ້ງ.  ມື້ນີ້ມີ 5 ວິທີຄິດແບບຄົນ ເກັ່ງມາຝາກ

1.ເບິ່ງໂລກໃນແງ່ດີ ແລະເຮັດທຸກສິ່ງ ຢ່າງເຕັມກຳລັງດ້ວຍຮອຍຍິ້ມແລະຄວາມເບິກບານ ວາງຕົວໃຫ້ສົດຊື່ນມີຊີວິຊີວາແລະກະຕືລືລົ້ນຢູ່ສະເໝີ ພ້ອມທີ່ຈະປະເຊີນກັບທຸກສະຖານະ ການ ຈະຊ່ວຍໃຫ້ທ່ານສາມາດແກ້ໄຂບັນຫາຕ່າງໆທີ່ຜ່ານເຂົ້າມາໄດ້ເປັຍຢ່າງດີ.

 2.ມີສັດທາໃນຕົວເອງ ຈົ່ງເຊື່ອໝັ້ນໃນຄວາມເກັ່ງຂອງທ່ານເອງ ຖ້າຢາກໃຫ້ຄົນອື່ນຊື່ນຊອບໃນ ຕົວທ່ານ ກໍ່ຕ້ອງໝັ້ນໃຈໃນຕົວເອງສາກ່ອນ

 3.ຂໍທ້າຄວ້າຝັນ ບໍ່ມີຫຍັງຈະຊົງພະລັງເທົ່າກັບຄວາມຕັ້ງໃຈຈິງແລະທຸ່ມສຸດຕົວ ຈະເປັນແຮງ ຍູ້ດັນໃຫ້ທ່ານສາມາດສານຝັນສູ່ຄວາມຈິງໄດ້

 

4.ຄົ້ນຫາບຸກຄົນຕົ້ນແບບ ໃຜກໍ່ໄດ້ທີ່ທ່ານຊົມຊອບເພື່ອເປັນມາດຕະຖານທີ່ດີໃນການ ດຳເນີນຮອຍຕາມ ສຶກສາແນວຄິດ ວິທີເຮັດວຽກ ຈຸດດັ່ນໃນຕົວເຂົາ ແລ້ວອາດນຳມາປັບໃຊ້ ໃຫ້ເຂົ້າກັບຊີວິດໄດ້ບາງຢ່າງ

5.ເລີ່ມຕົ້ນວັນໃໝ່ດ້ວຍຮອຍຍີ້ມສົດໃສ  ໃຜທີ່ມີຮອຍຍິ້ມລະບາຍໄວ້ເທິງໃບໜ້າ ປຽບເໝືອນປະຕູ ທີ່ເປີດກວ້າງໃຫ້ຫຼາຍຄົນຢາກເຂົ້າມາຄົບຫາ .

ທີ່ມາ www.sanook.com

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເລື່ອງມັນມີຢູ່ວ່າ 

ທ້າວ“ກ” (ນາມສົມມຸດ) ກັບແຟນຂອງລາວ ນາງ“ ຂ” ຄົບກັນມາໄດ້ 2 ປີກວ່າ ທັງສອງຕົກລົງວ່າຈະແຕ່ງງານກັນ ທາງຜູ້ໃຫຍ່ແລະຍາດຕິພີ່ນ້ອງຕ່າງກໍ່ເຫັນດີ ໂດຍສະເພາະພໍ່ແມ່ຂອງທ້າວ “ກ”ເອງໄດ້ໃຫ້ຄວາມຊ່ວຍເຫຼືອລາວໃນທຸກວິທີທາງ ເພື່ອນໆຕ່າງກໍ່ໃຫ້ກຳລັງໃຈ ທ້າວ“ກ”ເລົ່າວ່າ: “ ແຟນຂ້ອຍຄືຄວາມຝັນຂອງຂ້ອຍເລີຍລະ ແຕ່ມັນມີຢູ່ສິ່ງໜຶ່ງທີ່ລົບກວນຈິດໃຈຂອງຂ້ອຍ ເຫຼືອເກີນ.....ນັ້ນກໍ່ຄືນ້ອງສາວຂອງແຟນນັ້ນເອງ!!!

ນາງມີອາຍຸ21ປີ ເປັນນັກສຶກສາໃນມະຫາວິທະຍາໄລ ລາວມັກນຸ່ງເຄື່ອງສັ້ນໆເກີນໆ ເວລາຍ່າງມາໃກ້ຂ້ອຍລາວມັກຈະກົ້ມຕົວ ເຮັດໃຫ້ຂ້ອຍແອບເຫັນບາງຢ່າງຂອງລາວທຸກເທື່ອ ຂ້ອຍຮູ້ ວ່າ ລາວຈົງໃຈເພາະບໍ່ເຄີຍເຫັນລາວເຮັດແບບນີ້ກັບໃຜມາກ່ອນ ມີຢູ່ວັນໜຶ່ງນ້ອງສາວຂອງແຟນໂທມາຫາຂ້ອຍແລະຂໍໃຫ້ຂ້ອຍໄປເຊັກບັດເຊີນຊ່ວຍທີ່ບ້ານ ພໍໄປຮອດຈິ່ງຮູ້ວ່າ ........... ນາງຢູ່ບ້ານຄົນດຽວ...!!! ລາວຊິ່ມໃສ່ຫູຂ້ອຍວ່າ ອີກບໍ່ດົນຂ້ອຍກໍ່ຈະແຕ່ງງານກັບເອີ້ອຂອງລາວແລ້ວ ແຕ່....ລາວມີຄວາມຮູ້ສຶກແລະຄວາມຕ້ອງການບາງຢ່າງ ທີ່ລາວເອົາຊະນະມັນໄດ້ ແລະ ລາວກໍ່ບໍ່ຕ້ອງການຈະເອົາຊະນະຄວາມຮູ້ສຶກນັ້ນເລີຍ ລາວບອກວ່າຢາກມີຫຍັງກັບຂ້ອຍ...!!! ພຽງເທື່ອດຽວເທົ່ານັ້ນກ່ອນທີ່ຂ້ອຍຈະແຕ່ງງານກັບເອື້ອຍຂອງລາວ ສະຖານະການຄືແນວນັ້ນ ມັນເຮັດໃຫ້ຂ້ອຍອຶ້ງຈົນເວົ້າຫຍັງບໍ່ອອກແມ່ນແຕ່ຄຳດຽວ ນາງບອກວ່າຈະຂຶ້ນໄປຖ້າຢູ່ເທິງຫ້ອງນອນ ຖ້າຂ້ອຍຢາກໃຫ້ເປັນຄືດັ່ງທີ່ລາວຕ້ອງການກໍ່ໃຫ້ຂ້ອຍນຳຂຶ້ນໄປ ຂ້ອຍນິ້ງອຶ້ງໄປໝົດ ແລະເບິ່ງລາວກ້າວຂຶ້ນບັນໄດໄປ ພໍໄປຮອດຊັ້ນເທິງສຸດລາວກໍ່ແກ້ໂສ້ງຊ້ອນຊັ້ນໃນອອກແລ້ວໂຍນມັນລົງມາໃສ່ຕໍ່ໜ້າຂ້ອຍ...!!! ຂ້ອຍບໍ່ຖ້າໃຫ້ເສຍເວລາ ຟ້າວລຸກຂຶ້ນເປີດປະຕູອອກໄປ ແລະ ຍ່າງຕົງໄປຫາລົດທັນທີ... ” ນີ້ຄືເລື່ອງທີ່ ທ້າວ“ກ”ໄດ້ເລົ່າ.

ສິ່ງທ ີ່ທ້າວ “ກ” ໄດ້ພົບກໍ່ຄື ວ່າທີ່ພໍ່ຕາຂອງລາວຢືນຢູ່ຂ້າງນອກ.......

ດວງຕາຂອງລາວເຕັມໄປດ້ວຍນໍ້າຕາແລະຍ່າງເຂົ້າມາສວມກອດ ທ້າວ “ກ”ແລ້ວເວົ້າວ່າ: “ພວກເຮົາດີໃຈຫຼາຍທີ່ເຈົ້າສາມາດຜ່ານການທົດສອບຄັ້ງນີ້ມາໄດ້ ພວກເຮົາຄົງຫາຄົນດີກວ່ານີ້ໃຫ້ ລູກສາວຂອງເຮົາບໍ່ໄດ້ອີກແລ້ວ ຍິນດີຕ້ອນຮັບສູ່ຄອບຄົວຂອງເຮົາ”.


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ແຫວນນອກຈາກເປັນເຄື່ອງປະດັບທີ່ສະແດງອອກເຖິງຄວາມຮັກ ແລະຕົວຕົນຂອງແຕ່ລະຄົນໃນດ້ານແຟຊັ່ນແລ້ວ ແຕ່ການໃສ່ແຫວນໃນ ແຕ່ລະນິ້ວເຮັດໃຫ້ເຮົາໂຊກດີໃນດ້ານຕ່າງໆອີກດ້ວຍ ວ່າແຕ່ຈະເປັນໂຊກເລື່ອງໃດແລະນິ້ວໃດຈະສົ່ງຜົນແນວໃດລອງມາບິ່ງກັນເລີຍ.

1.ຖ້າຢາກໃຫ້ຄວາມຮັກໝັ້ນຄົງກໍ່ຕ້ອງແມ່ນນິ້ວທີ່ກົງກັບຫົວໃຈທີ່ສຸດ ຄືນິ້ວນາງຂ້າງຊ້າຍນັ້ນເລີຍ

2.ຖ້າຢາກໃຫ້ມີໂຊກເລື່ອງຄວາມຮັກ ກໍ່ຕ້ອງສວມແຫວນນິ້ວກ້ອຍຂ້າງຊ້າຍ

3.ຖ້າຢາກໃຫ້ໃຜຜູ້ນັ້ນສົນໃຈ ຕ້ອງສວມແຫວນທີ່ນິ້ວຊີ້ຂ້າງຊ້າຍ

4.ຖ້າຢາກໂຊກດີແລະມີຄວາມລາບລື່ນໃນເລື່ອງຕ່າງໆ ຕ້ອງສວມແຫວນທີ່ນິ້ວນາງຂ້າງຂວາ

5.ຖ້າຢາກມີສະເໜ່ມີຄົນຮັກຫຼາຍໆ ຕ້ອງສວມແຫວນທີ່ຫົວໂປ້ມືຈະເປັນຂ້າງຊ້າຍຫຼືຂວາກໍ່ໄດ້

6.ຖ້າຢາກປອດໄພຈາກສິ່ງຊົ່ວຮ້າຍ ຕ້ອງສວມແຫວນທີ່ນິ້ວກາງຈະເປັນຂ້າງໃດກໍ່ໄດ້

7.ຖ້າຢາກມີໂຊກທາງການເງິນ ຕ້ອງສວມແຫວນທີ່ນິ້ວກາງຂ້າງຂວາ

ເມື່ອຮູ້ແນວນີ້ແລ້ວກໍ່ລອງນຳໄປປະຕິບັດເບິ່ງ ບາງທີຄວາມເຊື່ອກໍ່ບໍ່ຄວນເປັນສິ່ງທີ່ຈະມອງຂ້າມມີບາງຕຳລາໄດ້ຂຽນບອກໄວ້ແນວນັ້ນ ແຕ່ບໍ່ເຊື່ອກະບໍ່ເປັນຫຍັງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ມາທົດສອບຄວາມຮູ້ຮອບຕົວກັນ

1.ຍຸງບິນດ້ວຍຄວາມໄວ5ໄມລຕໍ່ຊົ່ວໂມງ

2.ແມງກະເບື້ອບິນດ້ວຍຄວາມໄວ2ໄມລຕໍ່ຊົ່ວໂມງ

3.ເສັ້ນຜົມຄົນຮັບນໍ້າໜັກໄດ້3ກິໂລກລາມ

4.ຫຼຽນຄຳກິລາໂອແລມປິກຕ້ອງມີແຮ່ເງິນປະສົມຢູ່92.5ເປີເຊັນ

5.ຫໍເອນແຫ່ງເມືອງປີຊາເອນໄປທາງໃຕ້

6.ກະສັດຫຼຸຍທີ່14ອາບນໍ້າທັງໝົດ3ຄັ້ງໃຊີວິດ

7.ເຮົາບໍ່ສາມາດຂ້າຕົວຕາຍດ້ວຍການກັ້ນຫາຍໃຈ

8.ປະເທດສະອຸດິອາລະເບຍບໍ່ມີແມ່ນໍ້າ

9.ກົງຫັນທົ່ວໂລກໝູນໄປຕາມເຂັມໂມງຍົກເວັ້ນທີ່ປະເທດໄອແລນ

10.ປາທີ່ອາໄສຢູ່ໃນນໍ້າເລິກເກີນ800ແມັດຈະບໍ່ມີຕາ

11.ຜົມຄົນເຮົາຫຼົ່ນປະມານ200ເສັ້ນຕໍ່ວັນ

12.ອັກສອນຕົວໂອເປັນສະຫຼະເກົ່າແກ່ທີ່ສຸດຂອງປະເທດອັງກິດ

13.ຄົນເວົ້າປະມານ120ຄຳຕໍ່ນາທີ

14.ຝາມືແລະຝາຕີນຂອງຄົນເຮົາບໍ່ສາມາດໄໝ້ໄດ້

15.ເໝັ້ນມັກຊ່ວຍຕົວເອງ

16.ຖ້າປາໄຫຼໄຟຟ້າຢູ່ໃນນໍ້າເຄັມຈະຖືກຊ໋ອດຕາຍ

17.ປະເທດວາຕີກັນມີປະຊາກອນປະມານ1000ຄົນ

18.ເມື່ອທ່ານຈາມຫົວໃຈຈະຢຸດເຕັ້ນສ້ຽວວິນາທີ

19.ມັນເປັນໄປບໍ່ໄດ້ທີ່ທ່ານຈາມໂດຍບໍ່ຫຼັບຕາ

20. ກ້າມເນື້ອທີ່ແຂງແຮງທີ່ສຸດໃນຮ່າງກາຍຄືລີ້ນ

21.ຫົວໃຈມະນຸດສ້າງຄວາມດັນພຽງພໍທີ່ຈະປໍ້າເລືອດອອກຈາກຮ່າງກາຍໄປ3ຟຸດ

22.ການໃສ່ຫູຟັງພຽງຊົ່ວໂມງດຽວເຮັດໃຫ້ເຊື້ອແບັກທີເຣຍໃນຫູເພີ່ມຂື້ນ700ເທົ່າຕົວ

23.ລິບສະຕິກສ່ວນໃຫຍ່ມີສ່ວນປະສົມຂອງເກັດປາ

24.ຄືກັບລາຍນີ້ວມື….ລາຍລີ້ນຂອງທຸກຄົນຕ່າງກັນ

25.ບໍລິສັດຜູ້ຜະລິດຢາຖູແຂ້ວດາຣລີ່ເປັນເຈົ້າຂອງດຽວກັບທີ່ຜະລິດຢາຖູແຂ້ວຄອລເກດ

26.ໃນນໍ້າທະເລ100ໂຕນຈະມີຄຳຢູ່ປະມານ4ກລາມ

27.ຈຳນວນແຖວຂອງສາລີແຕ່ະຊະນິດຈະເປັນຄູ່

28.ຍຸງມັກເລືອດເດັກນ້ອຍກວ່າເລືອດຜູ້ໃຫຍ່

29.ແຂ້ວຂອງແມງສາບຢູ່ໃນທ້ອງ

30.ນອກຈາກມະນຸດແລ້ວໝີຂົ້ວໂລກແລະຈິງໂຈ້ກໍ່ຈູບເປັນ

31.ຄົນຖະນັດມືຂວາອາຍຸຍືນກວ່າຄົນຖະນັດມືຊ້າຍ9ປີ

32.ແກ້ວບໍ່ໄດ້ເປັນຂອງແຂງແຕ່ເປັນຂອງແຫຼວ

33.ສະໝອງຂອງຄົນໜັກປະມານ3%ຂອງນໍ້າໜັກຂອງຮ່າງກາຍແຕ່ໃຊ້ເລືອດໄປລ້ຽງເຖິງ15%ຂອງເລືອດທັງໝົດ

34.ອູລູສາມາດໝູນຫົວ180ອົງສາ

35.ແມງມູມທອດລົດຊາດຄືຖົ່ວ

36.ຈິງໂຈ້ເປັນສັດລ້ຽງລູກດ້ວຍນົມຊະນິດດຽວທີ່ຍ່າງຖອຍຫຼັງບໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

ຄັ້ງກ່ອນກະໄດ້ກ່າວເຖິງອາການຂອງComputer Vision Syndrome ໄປແລ້ວແລະມື້ນີ້ ຈະນຳເອົາວິທີແກ້ໄຂບັນຫາດັ່ງກ່າວມາເວົ້າສູ່ກັນຟັງ ອະບໍ່ເວົ້າຫຍັງຍາວເຂົ້າເລື່ອງກັນເລີຍດີກວ່າ

ການແກ້ໄຂບັນຫາ Computer Vision Syndrome ມີດັ່ງນີ້:

1.ການຈັດສິ່ງແວດລ້ອມ ໄດ້ແກ່ການຈັດວາງໂຕະຄອມພິວເຕີໃຫ້ຈໍຄອມພິວເຕີຢູ່ຫ່າງຈາກລູກ ຕາ20-24ນິ້ວຫຼືປະມານ50.8-60.96ຊັງຕີແມັດ ວາງໃນລະດັບທີ່ຕໍ່າກວ່າລະດັບຕາປະມານ 10-20ອົງສາ ເພື່ອຈະບໍ່ໄດ້ເຫຼືອບຕາຂຶ້ນສູງ ຄວາມສະຫວ່າງຂອງຫ້ອງຕ້ອງພຽງພໍຢ່າໃຊ້ ຄອມພິວເຕີໃນຫ້ອງທີ່ມືດ ຄວາມສະຫວ່າງຂອງຫ້ອງຫຼືໂດຍຮອບຄອມພິວເຕີຕ້ອງໃຫ້ໃກ້ຄຽງ ກັນ ບໍ່ຄວນໃຫ້ແສງໄຟສ່ອງມາຈາກດ້າຫຼັງຈໍຄອມພິວເຕີ ນອກຈາກນີ້ອາດໃຊ້ແຜ່ນກັນແສງ   

(Anti-reflection screen filter) ທີ່ມີຂາຍຕາມທ້ອງຕະຫຼາດເພີ່ອຂ່ວຍຫຼູດແສງສະທ້ອນທີ່ ແຕກກະຈາຍເປັນຕົ້ນ.

2.ການຄວບຄຸມລວມທັງການໃຊ້ງານຈໍຄອມພິວເຕີ ໄດ້ແກ່ ຄວາມສະຫວ່າງຂອງຈໍຄອມພິວເຕີ

ຄວນຈະປັບໃຫ້ເທົ່າກັບໆຄວາມສະຫວ່າງຂອງຫ້ອງ ສ່ວນການແຍກຄວາມແຕກຕ່າງ (Contrast) ຂອງໜ້າຈໍທີ່ເຮົາສາມາດປັບຢູ່ຈໍຄອມພິວເຕີໄດ້ນັ້ນ ຄວນປັບໃຫ້ສູງສຸດເທົ່າທີ່ຜູ້ໃຊ້ ຮູ້ສຶກສະບາຍຕາ ຕົວໜັງສືຄວນມີຂະໜາດ3ເທົ່າຂອງຕົວໜັງສືນ້ອຍທີ່ສຸດທີ່ທ່ານສາມາດ ອ່ານ ໄດ້ຈາກຈໍຄອມພິວເຕີ ໃນຂະນະດຽວກັນຕົວໜັງສືຄວນເປັນສີດຳໃນພື້ນສີຂາວຈະເໝາະສົມທີ່ ສຸດ ນອກຈາກນັ້ນການວາງເຈ້ຍຫຼືໜັງສືທີ່ຈະຕ້ອງເບິ່ງໃຫ້ຢູ່ແນວດຽວກັບຈໍຄອມພິວເຕີ ຊຶ່ງປັດ ຈຸບັນມີການໃຊ້ຕົວຢືດດ້ານຂ້າງຈໍຄອມພິວເຕີທີ່ສາມາດໜີບເຈ້ຍຫຼືໜັງສືທີ່ຕ້ອງເບິ່ງໄດ້ ໂດຍ ບໍ່ຈຳເປັນຕ້ອງກົ້ມໆເງີຍໆລະຫວ່າງຈໍຄອມພິວເຕີແລະໜັງສືຫຼືເຈ້ຍນັ້ນໆ ເພາະ

ສະນັ້ນກະຫາມາໃຊ້ສາເພື່ອສຸຂະພາບເຮົາເອງວ່າຊັ້ນເດ

3.ການແກ້ບັນຫາທາງຕາ ເມື່ອຮູ້ແລ້ວວ່າການໃຊ້ຄອມພິວເຕີແລ້ວເຮັດໃຫ້ການກະພິບຕາ ຫຼຸດໜ້ອຍລົງ ດັ່ງນັ້ນຄວນນຶກເຖິງຂໍ້ນີ້ສະເໝີ ເຊິ່ງມີຄວາມສຳຄັນຫຼາຍ ນອກຈາກນິ້ຜູ້ໃຊ້ ຄອມພິວເຕີເປັນປະຈຳ ຈະຕ້ອງປັບນິໄສຕົວເອງໃຫ້ມີການຄາຍກ້າມເນື້ອທີ່ໃຊ້ໃນການເບິ່ງໃກ້

ໂດຍບັງຄັບໃຫ້ເບິ່ງໄປທີ່ໄກໆດົນປະມານ1-2ນາທີ ເຊັ່ນການເບິ່ງອອກໄປນອກປ່ອງຢ້ຽມເປັນ ບາງຄັ້ງຄາວຫຼືຢ່າງນ້ອຍ1-2ຄັ້ງ/ຊມ ຫຼືໃຫ້ມີການຢຸດການເຮັດວຽກທຸກໆຊົ່ວໂມງປະມານ  10-15ນາທີເປັນຕົ້ນ

4.ຜູ້ທີ່ເລີ່ມມີສາຍຕາຍາວຕາມອາຍຸ ຊຶ່ງສ່ວນໃຫຍ່ຢູ່ໃນຊ່ວງອາຍຸຕັ້ງແຕ່40ປີຂຶ້ນໄປ ຄວນໃສ່ແວ່ນແກ້ໄຂສາຍຕາທີ່ເໝາະສົມ.

5.ການແກ້ບັນຫາປວດຄໍ ປວດໄຫຼ່ແລະປວດຫຼັງ ນອກຈາກຈັດຈໍຄອມພິວເຕີໃຫ້ເໝາະສັມແລ້ວ ທ່ານັ່ງໜ້າ ຈໍຄອມພິວເຕີກໍ່ມີຄວາມສຳຄັນ ຄວນຈະນັ່ງໃຫ້ລຳຕົວຊື່ ຫຼັງເອນໄປດ້ານຫຼັງເລັກ ນ້ອຍ ແຂນທັງສອງໃນຂະນະກົດແປ້ນພິມໃຫ້ຢູ່ແນວຂະໜານກັບພື້ນ ສ່ວຕີນຄວນວາງກັບພື້ນ.

 

   ເມື່ອຮູ້ແນວນີ້ແລ້ວກະລອງນຳໄປປະຕິບັດທົດລອງເບິ່ງ ບາງທີວິທີນີ້ອາດຊ່ວຍທ່ານໄດ້ ບໍ່ຫຼາຍກໍ່ໜ້ອຍເນາະ ແລ້ວຢ່າລືມມາເລົ່າໃຫ້ຟັງແນ່ເດີ່.

                                                              

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ປັດຈຸບັນສັງຄົມມີການຂະຫຍາຍຕົວຢ່າງວ່ອງໄວ ມີການນຳໃຊ້ເທັກໂນໂລຢີຫຼາຍຢ່າງຢູ່ໃນຊີວິດປະຈຳວັນ ໃນນັ້ນຄອມພິວເຕີກໍ່ເປັນທີ່ນິຍົມຂອງຄົນທົ່ວໄປ ບໍ່ວ່າຢູ່ໃນບ່ອນເຮັດວຽກກໍ່ຄືຢູ່ໃນບ້ານ ຫຼາຍໆທ່ານອາດຈະຮູ້ເຖິງຜົນກະທົບຕໍ່ສຸຂະພາບເນື່ອງຈາກການໃຊ້ຄອມພິວເຕີ ແຕ່ສຳລັບທ່ານໃດທີ່ບໍ່ເຄີຍຄິດຫຼືຄິດແລ້ວແຕ່ບໍ່ຮູ້ວິທີປ້ອງກັນ ກະນຳຕາມຄໍລຳນີ້ເລີຍເດິອາດຈະເປັນວິທີໜື່ງທີ່ຊ່ວຍທ່ານໄດ້.

ໃນທີ່ນີ້ຈະສະເໜີແຕ່ຜົນກະທົບຕໍ່ສາຍຕາກ່ອນເດີ.ເລື່ອງມີຢູ່ວ່າ:ການທີ່ເຮົາເບິ່ງຈໍຄອມພິວເຕີນານໆຈະກໍ່ໃຫ້ເກີດອາການ "Computer Vision Syndrome"ເຊິ່ງອາການສະແດງອອກດັ່ງນີ້:

1.ບັນຫາປວດຕາຫຼືເມື່ອຍຕາ:(Eye Strain,Tired Eye)

ເກີດຈາກການໃຊ້ສາຍຕາຕິດຕໍ່ກັນຢ່າງຍາວນານ ເຮັດໃຫ້ມີອາການເມື່ອຍລ້າຈາກການໃຊ້ສາຍຕາ ໂດຍປົກກະຕິການອ່ານຈາກ Computer Monitor ເຮັາຕ້ອງຄຶງສາຍຕາຫຼາຍກວ່າປົກກະຕິ ເນື່ອງຈາກຕົວໜັງສືເກີດຂຶ້ນຫຼາຍຈຸດມາຕໍ່ກັນ ບໍ່ຕືການອ່ານໜັງສືທີ່ພິມໃນເຈ້ຍຊື່ງຈະຊັດເຈນຫຼາຍກວ່າ ຂໍ້ແນະນຳຄື ຕວນມີການຢຸດພັກສາຍຕາເປັນໄລຍະ ໂດຍທຸກໆ20-30ນາທີໃຫ້ພັກສາຍຕາຈາກຈໍຄອມພິວເຕີ ໂດຍເບີ່ງໄປບໍລິເວນພື້ນທີ່ກ້ວາງຫຼືນອກປ່ອງຢ້ຽມຫຼືຫຼັບຕາເພື່ອຫຼຸດການຄຶງສາຍຕາປະມານ30ວິນາທີ-1ນາທີ ຈື່ງເຮັດວຽກກັບຈໍຄອມພິວເຕີຕໍ່ໄປ

2.ບັນຫາເຄືອງຕາ,ແແສບຕາ.(Ocular Surface Problems)

ປົກະຕິຕາຄົນເຮົາຈະມີນໍ້າຕາເຄືອບຜິວຢູ່ຕະຫຼອດເວລາເປັນການຫຼໍ່ລ້ຽງຕາ ຊ່ວຍໃນການຫັກແສງທີ່ເຂົ້າຕາເຮັດໃຫ້ເບິ່ງເຫັນດີຂຶ້ນ ຖ້ານໍ້າເຄືອບດັ່ງກ່າວຫາກໜ້ອຍກວ່າປົກກະຕິ ກໍ່ຈະເກີດອາການແຫ້ງ,ແສບຕາ,ເຄືອງຕາ,ຕາແດງ ມີຕາມົວເປັນໄລຍະຊື່ງເກີດຈາກທີ່ເຮົາໃຊ້ຕາເບິ່ງຈໍຄອມພິວເຕີນານໆນັ້ນເອງ ເຮົາມັກຈະຈ້ອງຕາຢ່າງຕໍ່ເນື່ອງເປັນຜົນເຮັດໃຫ້ການກະພິບຕາຫຼຸດລົງ66%ເມື່ອທຽບກັບປົກກະຕິ ກໍ່ໃຫ້ເກີດນໍ້າຕາລະເຫີຍອອກໄປຫຼາຍ ເຮັດໃຫ້ຕາແຫ້ງຕາມມາ ເຮົາຄວນມີກາກະພິບຕາ10-15ຄັ້ງຕໍ່ນາທີເພື່ອປ້ອງກັນພາວະຕາແຫ້ງ.

3.ບັນຫາຕາມົວ(Blurred Vision)

ພົບໃນຜູ້ທີ່ໃຊ້ຄອມພິວເຕີຫຼາຍເກີນໄປ ໂດຍທົ່ວໄປຈະບໍ່ມີຜົນຕໍ່ສາຍຕາຢ່າງຖາວອນ ແຕ່ການໃຊ້ສາຍຕາໃນການຫຼິ້ນເກມຄອມພິວເຕີເປັນເວລານານ ກໍ່ໃຫ້ເກີດການປວດເມື່ອຍຕາ,ປວດຫົວແລະເກີດພາວະສາຍຕາສັ້ນ ແຕ່ຈະເປັນພຽງຊົ່ວຄາວ ດັ່ງນັ້ນການຫຼິ້ນເກມເປັນເວລານານໆຈະບໍ່ເຮັດໃຫ້ສາຍຕາສັ້ນຢ່າງຖາວອນກໍ່ຕາມ ແຕ່ກໍ່ຄວນໃຊ້ພໍເໝາະເພື່ອສຸຂະພາບເຮົານີ້ລະ.

4.ບັນຫາເບິ່ງເຫັນພາບຊ້ອນ(Double Vision)

ເມື່ອໃຊ້ຄອມພິວເຕີນານໆສະເລ່ຍຫຼາຍກວ່າ3.5ຊ.ມ ເຮັດໃຫ້ກ້າມເນື້ອຕາອ່ອນລ້າຈິ່ງເກີດອາການເບິ່ງເຫັນເປັນພາບຊ້ອນ ຊື່ງຈະດີຂຶ້ນຫຼັງໄດ້ພັກສາຍຕາ.

>>ຢ່າລືມຕິດຕາມຕໍ່ໄປຍັງມີວິທີແກ້ບັນຫາ Computer Vision Syndrome ມາຝາກເດີ່ພີ່ນ້ອງ...ອິໆ>>

ທີ່ມາ:www.sanook.com