ຂຽນເມື່ອ: ຕ.ລ.. 26, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ສຳລັບຜູ້ທີ່ຕ້ອງການແບັກອັບຂໍ້ມູນເກັບໄວ້ໃນແຜ່ນຊີດີ ແລະຕ້ອງການພິມໜ້າປົກເພື່ອບອກວ່າໃນແຜ່ນນັ້ນມີໄຟລຫຼືໂຟລເດິ່ອັນໃດແດ່ ຫຼືຕ້ອງການພິມລາຍຊື່ເພງ MP3 ໃນແຜ່ນຊີດີອອກມາເບິ່ງ ການນັ່ງພິມດ້ວຍຕົວເອງຄົງປັນວິທີທີ່ບໍ່ສະດວກປານໃດ ທ່ານສາມາດ ສັ່ງພິມລາຍຊື່ໄຟລບໍ່ວ່າຈະໜ້ອຍຫຼືຫຼາຍເທົ່າໃດກໍ່ໄດ້ ຢ່າງສະດວກແລະວ່ອງໄວໂດຍການໃຊ້ໂປຣແກຣມ ACDSee ເຊິ່ງມີວິທີການດັ່ງຕໍ່ ໄປນີ້:
1.ເປີດໂປຣແກຣມ ACDSee
2.ຄລິກເລືອກໂຟລເດິທີ່ເກັບໄຟລໄວ້ ທີ່ຕ້ອງການພິມລາຍຊື່ຈາກລາຍການດ້ານຊ້າຍ
3.ສັງເກດຈະເຫັນມີລາຍຊື່ໄຟລປາກົດຂຶ້ນຢູ່ດ້ານຂວາ
4.ກົດ Ctrl+G ຊື່ໄຟລທັງໝົດຈະຖືກນຳໄປໄວ້ໃນໂປຣແກຣມ Notepad
5.ມາຮອດຂັ້ນຕອນນີ້ທ່ານຄົງນຶກອອກແລ້ວວ່າຈະເຮັດແນວໃດຕໍ່ແມ່ນບໍ ພຽງແຕ່ກ໋ອບປີລາຍຊື່ເຫຼົ່ານັ້ນຈາກ Notepad ມາຕົກແຕ່ງໃນMicrosoft World ຫຼືອື່ນໆແລ້ວແຕ່ຄວາມເໝາະສົມ ແລະສັ່ງພິມຕາມຕ້ອງການ.
ນີ້ເປັນອີກວິທີການໜຶ່ງທີ່ເຮັດໃຫ້ເຮົາປະຍັດເວລາໃນການເຮັດວຽກຫຼາຍຂຶ້ນ.