ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ການສຶກສາບ້ານເຮົາສ່ວນຫລາຍອາຈານສອນແມ່ນສອນໄປຊື່ໆບໍ່ຄ່ອຍສົນໃຈວ່ານັກຮຽນໄດ້ຫລືບໍ່ມີແຕ່ສອນໄປຕາມມື້ຕາມວັນແລ້ວເອົາເງິນຄ່າຈ້າງຊື່ໆ ອີກຢ່າງໝຶ່ງ ສວ່ນຫລາຍອາຈານສອນແມ່ນບໍ່ມີປະສົບການໃນການເຮັດວຽກຕົວຈິງ ຮຽນຈົບແລ້ວກະມາສອນເລີຍ , ຂ້າພະເຈົ້າຄິດວ່າ ຕ້ອງຊອກເອົາຜູ້ທີ່ມີປະສົບການໃນການເຮັດວຽກ

 

ຂ້າພະເຈົ້າຈະຍົກຕົວຢ່າງໃຫ້ອ່ານ: ຂ້ອຍເປັນນັກຮຽນທີ່ເຄີຍຜ່ານຫັລກສູດ 60 ຊົ່ວໂມງຂອງຄອດ ສ້ອມແປງຄອມພິວເຕີ້ ແລະ ຕິດຕັ້ງລະບົບເຄື່ອຄ່າຍ ຢູ່ບໍລິສັດແຫ່ງໝຶ່ງ ຫັລງຈາກຈົບຄອດກະໄດ້ຝຶກງານນຳບໍລິສັດ 3 ເດືອນ ແລ້ວກໍ່ໄດ້ຮັບເຂົ້າເປັນພະນັກງານ ແລະ ເຮັດວຽກຕົວຈິງນຳບໍລິສັດ ຕໍ່ມາຂ້າພະເຈົ້າຢາກຍົກລະດັບ ກໍ່ໄດ້ໄປຮຽນໄອທີ່ພາກຄ່ຳ ໃນນັ້ນເຫັນວ່າ ຫລັກສູດແມ່ນເກົ່າຫລາຍ ບໍ່ມີການພັດທະນາ ຖາມຕົວຈິງໃນປະຈຸບັນອາຈານກະບໍ່ໄດ້ ຂ້າພະເຈົ້າມາຄິດເບິງ ຖ້າຮຽນໄປກະໄດ້ແຕ່ໃບປະກາດຊື່ໆ ເຊິ່ງບໍ່ມີຄວາມໝາຍຫັຍງ ຂ້າພະເຈົ້າກະເລີຍຢຸດ ແຕ່ກະເຮັດວຽກຄືເກົ່າ ແລະ ໄດ້ເຫັນນ້ອງໆທີ່ຮຽນຈົບ ໄອທີ່ ຂັ້ນປະຮິນຍາຕີ ມາຝຶກງານນຳ ໃຫ້ເຮັດຫຍັງກະຍັງບໍ່ເປັນ ສຸດທ້າຍກະແມ່ນຂ້າພະເຈົ້າເປັນຜູ້ສອນແນະນຳເອົາ 

ຂ້າພະເຈົ້າຮຽນພຽງແຕ່ 60 ຊົວໂມງ ແລະ ປະສົບການເຮັດວຽກຕົວຈິງ, ບໍ່ມີວຸດທິໃນການຮຽນ ພັດໄດ້ມາສອນນັກຣຽນທີ່ຮຽນຈົບໄອທີຂັ້ນປະຮິນຍາຕີ ,ທ່ານຄິດວ່າແນວໃດ

Delicious Digg Fark Twitter