ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອທຸກຄົນອ່ານຊື່ເລື່ອງແລ້ວ ອາດຈະບໍ່ເຂົ້າໃຈ ວ່າ ເປັນຫຍັງ ວັນທີ່ 31.12.2009 ຂ້ອຍດີໃຈ ແລະເປັນຫຍັງ ວັນທີ່.05.2 12010 ຂ້ອຍຈື່ງເສຍໃຈ

ທີ່ເປັນແບບນີ້ກໍ່ເພາະວ່າ ວັນທີ່ 31.12.2009 ນັ້ນແມ່ນມື້ປີໃຫມ່ ແລະ ກໍ່ເປັນມື້ທີ່ຂ້ອຍໄດ້ພົບກັບຕົນທີ່ຂ້ອຍ ຮັກ ແລະ ຮັກ ຂ້ອຍ ຂ້ອຍຈະບໍ່ບອກຊື່ ວ່າແມ່ນໃຜ

ເລື່ອງຂອງຂ້ອຍເລີ່ມຕົ້ນທີ່ໜ້າບ້ານຂ້ອຍເອງ ....

ມື້ນັ້ນລາວມາຮັບໝູ່ຢູ່ໜ້າບ້ານຂອງຂ້ອຍ ແລະ ບໍ່ຄາດຄິດວ່າ ໝູ່ຂອງຂ້ອຍ ກັບ ລາວເປັນໝູ່ກັນ ມື້ນີ້ເປັນມື້ ສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ພວກເຮົາ ກໍ່ໄດ້ໄປ ຫຼິ້ນນຳກັນ ..

ແລະ ພໍຮອດເວລາກັບບ້ານ ຂ້ອຍຊ້ຳພັດ ມາເຫັນໝູ່ທີ່ມາຈາກວຽງຈັນ ຂ້ອຍກໍ່ເລີຍນັ່ງຫຼຶ້ນນຳ ຂະເຈົ້າ ໂດຍທີ່ບໍ່ທັນ ຄຶດວ່າ ມີໝູ່ຖ້າຢູ່ (ແມ່ນໃຜສົ່ງຂໍ້ຄວາມມານໍ້,,,,,,) ສຽງຂໍ້ຄວາມຂ້ອຍເອງ

ເອະ ເບີແປກ ຂ້ອຍສົ່ງກັບ ວ່າ ແມ່ນໃຜນຶ , ລາວຕອບກັບມາວ່າ ຄົນທີ່ມາກັບເຈົ້າຫິ້ນເດ,,,ເຈົ້າຢູ່ໃສ ? ສຶກັບບ້ານແລ້ວມາໂຕະໄວ2 . ຂ້ອຍຄືດວ່າ ໜ້າຈະແມ່ນຜູ້ທີ່ໄປຮັບໝູ່ຢູ່ໜ້າບ້ານ (ຂ້ອຍຄຶດຖືກ...)

ເຊິ່ງນົ້ນກໍ່ເປັນສາເຫດທີ່ເຮັດໃຫ້ເຮົາໄດ້ເບີກັນ

ຫຼັງຈາກນັ້ນມາລາວ ກະສົ່ງຫາຂ້ອຍຢູ່ເລື້ອຍ2 ອິອິອິ ຂ້ອຍກະສົ່ງຫາລາວຄືກັນ (ແບບມີໃຈໃຫ້ກັນຫັ້ນນະ...ເຂີນໃດ໋ນິ)

ວັນເວລາຜ່ານໄປ ເຮົາ 2 ຄົນ ກໍ່ຄົບກັນຢ່າງເປັນທາງການ

ຕອນເຊົ້າ ສົ່ງມາ Goog morning (ຕາມພາສາໄວຫຼຸ້ນ)

ຕອນສວາຍ ສົ່ງໄປ H Y U ? (ເຮັດຫຍັງຢູ່)

ຕອນແລງ ສົ່ງມາ ກິນເຂົ້າລະ

ຕອນຄ່ຳ ໄວຫຼຸ້ນທຸກຄົນຄົງຈະຮູ້ດີວ່າເປັນເວລາຫຍັງ (ລົມໂທລະສັບ) ລາວໂທມາ ລົມກັນເລື່ອງຫຍັງ (ຂໍບໍ່ບອກ)

ໃນທີ່ສຸດ ກໍ່ມາຮອດ ວັນທີ່ 14 ກຸມພາ ວັນແຫ່ງຄວາມຮັກ ໂດຍສະເພາະ ປີນີ້ ວັນແຫ່ງຄວາມຮັກ ກົງກັບວັນດຽວກັນ ກັບ ວັນກຸດຈີນ..

ລືມບອກໄປວ່າ ເຮົາ 2 ຄົນ ຕ່າງກໍ່ແມ່ນລູກຊອດ ຂ້ອຍ ແອ່ມມິນ ຊອດ ຫວຽດນາມ . ລາວ.......... ຊອດຈີນ

ສະນັ້ນມື້ ກຸດຈີນກັບກຸດຫວຽດ ແມ່ນມື້ດຽວກັນ ສຳຫຼັບມື້ນີ້ ຄົນຫວຽດນາມ ຈະບໍ່ຖືຫຍັງສຳຫຼັບ ການຈ່າຍເງີນ ແຕ່ ຈີນຖື ບໍ່ໃຫ້ຈ່າຍເງຶນ

ເຮົາ 2 ຄົນ ຊວນກັນໄປ ຫຼຶ້ນ ວັດພະບາດໃຕ້ ໄປຫຼາຍບ່ອນ... ແຫຼະກໍ່ກັບບ້ານ ຕອນຄ່ຳຈື່ງໄປຕໍ່

ພໍຮອດບ້ານ ລາວສົ່ງຫາຂ້ອຍວ່າ ມື້ນິ້ ຄືສິບໍ່ໄດ້ຊື້ຫຍັງໃຫ້ ແອ່ມ ເປັນຂອງຂວັນເດີ ເພາະມື້ນີ້ຈ່າຍເງີນບໍ່ໄດ້ .

ຂ້ອຍຕອບກັບ ວ່າ ອືມ ບໍ່ເປັນຫຍັງ. . ດອກໄມ້ຊໍ່ດຽວກະບໍ່ໄດ້ຫວາ ວັນແຫ່ງຄວາມຮັກໃດ໋ ຮື (ຂ້ອຍຖາມລາວ)  . ລາວຕອບກັບມາຄຳດຽວວ່າ ບໍ່  .

ຂ້ອຍກະຢາກຄຽດ ແຕ່ກະຊິເຮັດແນວໃດໄດ້ ແນວຂະເຈົ້າຖື (ວ່າບໍ່ ຄົນອ່ານ)

ຕອນແລງມາຂ້ອຍຕຽມຂອງຂວັນສຳຫຼັບຄົນຮັກມີ ດາວກະດາດ ທີ່ຂ້ອຍເລີ່ມພັບຕັ້ງແຕ່ມື້ຄົບກັນໃສ່ໂຖແກ້ວ ມັດໂບ ສີແດງ ໝູ່ຂ້ອຍເຫັນ ລາວຈົນເວົ້າວ່າ ບໍ່ເຄີຍເຫັນຂ້ອຍເຮັດແບບນີ້ໃຫ້ໃຜ 

ພໍຮອດຄ່ຳ ລາວໂທມາບອກວ່າ ບໍ່ໄດ້ໄປຮັບເດີ ຄາວຽກ . ຄວາມຮູ້ສືກຂ້ອຍຕອນນີ້ ໃຈບໍ່ຢູ່ກັບເນື້ອກັບຕົວ ຂ້ອຍຄຶດວ່າຢ່າແຫລະ ຈະເປັນແບບໃດກະຊ່າງ ຂ້ອຍກະຍັງມີໝູ່ ...

ເລື່ອງທີ່ຂ້ອຍບໍ່ຄາດຄິດກະເກີດຂື້ນ

ຮອດ 09.53 (ນາທີລະທືກໃຈ) ລາວອຸ້ມ ກ່ອງຊອງຂວັນ ພ້ອມກັບ ຊໍ່ດອກ ກຸຫຼາບສີແດງ ຍ່າງເຂົ້າມາ ຂ້ອຍແລ່ນໄປລີ້ ຂອບເບິ່ງວ່າ ລາວຊິເອົາຂອງເຫຼົ່ານັ້ນມາໃຫ້ໃຜ ........

ລາວຍ່າງມາຫາຂ້ອຍ ວຶນາທີນັ້ນຂ້ອຍຮູ້ສືກ ອື້ງ ອື້ງ ລະກະ ອື້ງ ເວົ້າຫຍັງບໍ່ອອກ ລາວ ບອກວ່າ ທີ່່ ບໍ່ໄດ້ໄປຮັບຫັ້ນແມ່ນ ລາວໄປຖ້າເອົາຂອງຂວັນທີ່ສັ່ງໃຫ້ຮ້ານ U and ME ຫໍ່ໃຫ້ (ໂຄສະນາຮ້ານໜ້ອຍ1)

ລະຂ້ອຍຖາມລາວກັບຄືນວ່າ ໃສວ່າບໍ່ໃຫ້ຈ່າຍເງີນ . ລາວຕອບ ກະແມ່ນແທ້ຢູ່ວ່າບໍ່ໃຫ້ຈ່າຍເງີນ ແຕ່ຢາກຊື້ໃຫ້ແຟນເດ ຊັ້ນ ຊິເປັນຫຍັງຫັ້ນ ຊື້ໃຫ້ຄົນຄອບຄວາດຽວກັນ (ຂ້ອຍກາຍີ້ມມມມມມ)

ກັບບ້ານ ແລ້ວ ຢາກຮູ້ວ່າໃນກ່ອງນີ້ມີຫຍັງ ຂ້ອຍກະເປີດເບຶ່ງ ເຫັນ ຈຸກກະຕາໝີຂາວ ກັບ ຕຸກກະຕາບາຍ ທີ່ຂ້ອຍຢາກໄດ້ ຂ້ອຍດິໃຈຫຼາຍ

ຈາກມື້ນັ້ນຂ້ອຍແຮງຮັກລາວຫຼາຍຂື້ນ 

ພໍມາເຖິງວັນເກີດໝູ່ (ຊະມາຊິກ ພັນລາວນິແຫຼະ ຊື່ ເບິ່ງເຮັດຫຍັງຢາກຕົກເປັນເຫຍື່ອຂ້ອຍຫວາ... ຮູ້ຈັກບໍ່) ຂ້ອຍກັບແຟນໄປວັນເກີດ ໝູ່ຂ້ອຍ

ມິຜູ້ຍິງຄົນ1 ເປັນໝູ່ຂອງໝູ່ ລາວມັກ ແຟນຂ້ອຍ ແລ້ວໝູ່ຂ້ອຍກໍ່ເອົາເບີແຟນຂ້ອຍໃຫ້ ຜູ້ຍຶງຄົນນັ້ນ

ເລື່ອງທີ່ເຄີຍມ່ວນ ເລື່ອງທີ່ດີໆ ຜ່ານມາຊ້າງເທຶງນັ້ນມັນກຳລັງຈະໝົດໄປ ທັ້ງໆ ທີ່ຂ້ອຍບໍ່ທັນຕັ້ງໂຕ

ໄດ້ອາທຶດ ຫຼັງຈາກມື້ວັນເກີດໝູ່ຂ້ອຍ .. ຂ້ອຍກັບລາວ ກໍ່ຜຶດກັນ ຍ້ອນ ຜູ້ຍຶງຄົນນັ້ນ

ມາຮອດແລ້ວວັນທີ່ 12.05.2010 ວັນທີ່ ຂ້ອຍເສຍໃຈທີ່ສຸດ ເພາະ ລາວໄດ້ປ່ຽນຈາກ ຄົນທີ່່ແຄຣ ຄວາມຮູ້ສືກຂ້ອຍ ກາຍເປັນເຍັນຊາ

ເວລາ12.48Pm ຜູ້ຍຶງຄົນນັ້ນໂທມາຫາຂ້ອຍແລ້ວບອກວ່າແຟນຂ້ອຍໄປຫຼິ້ນກັບລາວ ຂ້ອຍກະເລີຍໂທຖາມແຟນ ຄຳຕອບທິ່ຂ້ອຍໄດ້ຍິນນັ້ນ ແມ່ນ ຄວາມຈິງ ລາວໄປຫຼຶ້ນ ກັບຜູ້ຍຶງຄົນນັ້ນ

ຂ້ອຍຄິດວ່າໝູ່ທີ່ຂ້ອຍໄວ້ໃຈທີ່ສູດນັ້ນແມ່ນຄຶດຜິດ ຂ້ອຍຍັງຈື່ຄຳເວົ້າຂອງໝູ່ທີ່ເວົ້າກັບຂ້ອຍວ່າ ບໍ່ເຄີຍເຫັນຂ້ອຍເຮັດແບບນີ້ໃຫ້ໃຜ ຂ້ອຍເສຍທັງໝູ່ ແລ້ວຍັງ ເສຍຄົນຮັກ

ແນວໃດກະສິບໍ່ຮັກກັນແລ້ວ ຂ້ອຍຄຶດວ່າ ຢາກເບີ່ງໜ້າລາວເປັນຄັ້ງສຸດທ້າຍ

ຂ້ອຍໂທຫາລາວ ບອກ ວ່າ ອອກມາຫາໄດ້ບໍ່ຢູ່ຫນ້າບ້ານ ແອ່ມ ແອ່ມຊິຖ້າເດີ . .

ຂ້ອຍນັ່ງອຸ້ມຕຸກກະຕາທີ່ລາວຊື້ໃຫ້ ຖ້າລາວຢ່າງໝົດຫວັງ ນັ່ງໄຫ້ກັບເງົາໂຕເອງ ໂດຍທີ່ບໍ່ຮູ້ຕົວວ່າ ໂຕເອງນັ່ງຕາກຝົນຢູ່ໜ້າບ້ານ ກາງເດິກ ......

ໃນທີ່ສຸດ ລາວກໍ່ມາ  ຂ້ອຍດີໃຈເວລາທີ່ເຫັນລາວ ຍຶ່ງດີໃຈເມື່ອເຫັນ ລາວນຸ່ງເສື້ອ ທີ່ຂ້ອຍຊື້ໃຫ້ລາວ ..

ລາວ ຖາມ ຄືບໍ່ເຂົ້າບ້ານ ມານັ່ງຈາກຝົນເຮັດຫຍັງ ດຽວກະເປັນໄຂ້ຫັ້ນ ຂ້ອຍຕ້ອງເຮັດຄືວ່າບໍ່ເປັນຫຍັງ ແລ້ວຕອບລາວວ່າ ຄຳເວົ້ານີ້ມັນບໍ່ຈຳເປັນແລ້ວຕິເບາະ

ລາວເວົ້າວ່າໄປຫຼິ້ນກັບ ຜູ້ຍິງຄົນນັ້ນມາ ແລ້ວ ຂ້ອຍຖາມລາວ ວ່າ ເປັນ ແຟນກັນລະ ລາວກົ້ມຫນ້າລົງແລ້ວ ຕອບວ່າ ໂດຍ

ຂ້ອຍຕົບຫນ້າລາວທັນທີທີ່ລາວເວົ້າຈົບ

ຂ້ອຍກອດລາວ ບໍ່ຮູ້ວ່າ ນ້ຳຕາມັນໄຫຼອອກມາເຮັດຫຍັງ ລະກະບໍ່ຮູ້ ວ່າ ລາວ ໄຫ້ ກັບຂ້ອຍເຮັດຫຍັງໃນເມື່ອລາວເປັນຄົນເລືອກແບບນີ້ ເອງ

ຂ້ອຍກາຈຳເປັນໃນເມື່ອ ຄົນບໍ່ຮັກເຮົາແລ້ວ ຂ້ອຍກະຍອມປ່ອຍລາວໄປ ທັ້ງໆທີ່ເສຍໃຈ

ຫຼັງຈາກເລີກກັນ ໃນວັນທີ່ 12.05.2010 ແລ້ວ ນັບຈາກມື້ນັ້ນມາ ຂ້ອຍບໍ່ມີຄວາມສຸກເລີຍ

ຂ້ອຍເຄີຍຄິດວ່າ ຈະ ຢູ່ບໍ່ໄດ້ ຄິດຂ້າຕົວຕາຍ

ແຕ່ຂ້ອຍຄຶດອີກມຸມໜື່ງວ່າ ບໍ່ຈຳເປັນທີ່ຈະເຮັດແບບນັ້ນ ເພາະ ຂ້ອຍເສຍດາຍຄວາມສາມາດ ຂອງຂ້ອຍ ບໍ່ວ່າຈະເປັນ ການແຕ້ມຮູບ.ການຮ້ອງເພງທີ່ເຄີຍກວດລາງວັນມາຫຼາຍເວທີ . ໂດຍສະເພາະແມ່ນການເຕ້ນ ຖ້າຫາກມື້ໃດ ຂ້ອຍຂາດການເຕ້ນໄປ ຂ້ອຍຄືສິຢູ່ບໍ່ໄດ້ ເສຍດາຍແຟນຍັງບໍ່ເທົ່າ ສ້ຽວ1 ຂອງການທີ່ຂ້ອຍໄດ້ເຕ້ນ 

ຂ້ອຍຮັກການເຕ້ນຮອງຈາກຄອບຄົວ .. . .

ເຖິງມື້ນີ້ຂະບໍ່ມີ ຄົນຮັກແລ້ວ ແຕ່ ສາຍນ້ຳ ຍັງບໍ່ໄຫຼກັບ ລະຂ້ອຍຈຳເປັນຫຍັງທີ່ ຂ້ອຍຈະຢຸດຢູ່ ບ່ອນ ເກົ່າ    “ວ່າບໍ່ຄົນອ່ານ.....“

 

ເລື່ອງຂອງຂ້ອຍກາມີເທົານີ້ແຫຼະ ເວລາທີ່ ເຈິໜ້າແຟນ ຂ້ອຍກະ ເຊິດໜ້າຊູຕາ ອັນ ແບ້ວໆ ຂອງຂ້ອຍໃຫ້ລາວເຫັນວ່າຂ້ອຍບໍ່ເປັນຫຍັງ ຂ້ອຍຍັງເລືອກໄດ້ ຄືເກົ່າ.... eieiei (ເວົ້າຫຼີ້ນ)

(ອ່ານແລ້ວສາມາດອຢ່າງອກຄວາມຄຶດເຫັນໄດ້ຫຼືໃຫ້ກຳລັງໃຈໄດ້ ......ຫ້າມຊ້ຳເຕີມຫຼືສົມນ້ຳໜ້າ ຖ້າຈະຊ້ຳເຕີມກະ ຄຶດກ່ອນວ່າ ຖ້າ ເຈົ້າມາເປັນຂ້ອຍຊິຮູ້ສືກ ໃດ)