
ຂຽນເມື່ອ: ມ.ນ.. 4, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ແລະແລ້ວກໍ່ໄດ້ເວລາຂອງຜະລິດຕະພັນອະໂດບີ(Adobe ) ກໍ່ຄືPhotoshop
ເຊິ່ງເວີເຊິນໃຫມ່ຫລ້າສຸດທີ່ຫລາຍຄົນກຳລັງໃຫ້ຄວາມສົນໃຈຕິດຕາມມາໂດຍ
ຕະຫລອດຢູ່ໃນຂະນະນີ້ ກໍ່ຄືCS6 ໂດຍຕົວແທນບໍລິສັດໄດ້ເຜີຍຟີເຈີໃຫມ່ໃນ
ເວີເຊິນນີ້ທີ່ຮັບຮອງວ່າທ່ານຜູ້ອ່ານຈຕ້ອງຕົກຕະລຶງຈົນຕາຄ້າງເພາະດ້ວຍ
PhotoshopCS6 ທ່ານຈະສາມາດຍ້າຍວັດຖຸປຮອບໆ ພາບໄດ້ຢ່າງອິດສະ
ຫລະແລະງ່າຍດາຍປານກັບ ໃຊ້ເວດມົນຄາຖາ.

ລາຍງານທີ່ວ່ານີ້ໄດ້ປາກົດໃນຄລິບວິດິໂອສາທິດການໃຊ້Content-Aware ຄຸນລັກສະນະໃຫມ່ໃນ
Photoshop CS6 ເຊິ່ງໃນໄລຍະທຳອິດຈະເປັນການໃຊ້ເຄື່ອງມືClone-stamp ທີ່ຜູ້ ໃຊ້ສາມາດກຳ
ນົດບໍລິເວນທີ່ຕ້ອງການແກ້ໄຂກ່ອນທີ່ຈະເລື່ອນໄປຍັງບໍລິເວນທີ່ຕ້ອງການ(ກ໋ອບປີ້ບໍລິເວນຟົ່ມຫຍ້າ
ຂ້າງລົດກະບະມາເຕັງບໍລິເວນດ້ານຫນ້າ)ໂດຍໃຊ້ເວລາຫນ້ອຍທີ່ ສຸດແຕ່ທີ່ ຄັກສຸດໆຍິ່ງກວ່າກໍ່ຄືການ
ຍ້າຍວັດຖຸທີ່ຢູ່ໃນຮູບໄປໄວ້ບ່ອນຕ່າງໆໃນຮູບພາບໄດ້ຕາມທີ່ຕ້ອງການປານກັບໃຊ້ເວດມົນເລີຍ
(ໃນຄລິບມີການສາທິດການຍ້າຍພາບແມ່ນຍິງໄດ້ດ້ວຍການໃຊ້ ເມົ້າສຈັບວາງ) ປະເດັນກໍ່ຄື
ການແກ້ໄຂຍັງວັດຖຸທີ່ຢູ່ໃນພາບຄືທີ່ເຫັນໃນຄລິບນີ້ຫາກໃຊ້ Photoshop ເວີເຊິນປະຈຸບັນທ່ານ
ອາດຈະຕ້ອງໃຊ້ເວລາເປັນຊົ່ວໂມງແຕ່ໃນ Photoshop CS6
ທ່ານສາມາດເຮັດໃນສິ່ງນີ້ໄດ້ພາຍໃນບໍ່ເທົ່າໃດວິນາທີເທົ່ານັ້ນ.