ຂຽນເມື່ອ: ຕ.ລ.. 15, 2009
| ມີ
11 ຄຳເຫັນ
ແລະ
0 trackback(s)
ກິເລດຄືຕັນຫາ ຕັນຫາຄືຄວາມວ່າງ ລຸດພົ້ນກິເລດ ຈົ່ງເດີນສາຍກາງ ທະເລທຸກບໍ່ມີຂອບເຂດຈົ່ງກັບຕົວກັບໃຈ
ຄວາມຕາຍເປັນສິ່ງທີ່ປາສະຈາກບໍ່ໄດ້ ຊີວິດນີ້ເປັນພຽງສັງຂານ ບໍ່ມີຫຍັງທີ່ຈະໜ້າເສຍດາຍ ແຕ່ກ່ອນຕາຍ ຂໍໃຫ້ກະທຳແຕ່ຄວາມດີ
ບໍ່ວ່າຊາດນີ້ຫຼືຊາດໜ້າ ຈົ່ງພາກັນຫັນເຂົ້າສູ່ສີລທັມ ເພື່ອປັດແຜ້ວຫົວໃຈໃຫ້ສະອາດ ປັດສະຈາກໄຟຣາຄະແຫ່ງກິເຣດທັງຫຼາຍເພື່ອບັນລຸມັກຜົນ ພະນິບພານດິບ ກໍຄື ບັນລຸມັກຜົນແຫ່ງຄວາມສຸກໃນຄາວຍັງມີຊີວິດຢູ່ ຄວາມສຸກທີ່ແທ້ຈິງຄືການລະເລີກ ຄວາມໂກດ ຄວາມຫຼົງ ບໍ່ເມົາມົວນຳຕັນຫາຣາຄະ
ກອງໄຟມະໄລກັນຈຶ່ງບໍ່ໝົກໄໝ້ຢູ່ໃນຫົວໃຈ ເພື່ອເສບສຸກໃນນິບພານ ເມື່ອດັບຂັນໄປແລ້ວ.
ຮ່າງກາຍສັງຂານລ້ວນເປັນສິ່ງທີ່ວາ່ງເປົ່າ ເຫດໃດຕ້ອງຢຶດໝັ້ນກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນວ່າງເປົ່າ ແນວແນ່ກັບຄວາມຮັກ
ຈົນກາຍເປັນຄວາມຫຼົງການຮູ້ຈັກປ່ອຍວາງຄືຫົນທາງແກ້ໄຂ ຈົ່ງຕັດອົກຕັດໃຈຈະພົບແຕ່ທາງສຸກນິຣັນ
ສຸກແລະທຸກເປັນພຽງພາບລວງຕາ ມີພຽງແຕ່ຫາຄວາມສະຫງົບໄດ້ເທົ່ານັ້ນ ຈຶ່ງຈະເອີ້ນວ່າເປັນຄວາມສຸກທີ່ແທ້ຈິງ
ກິເລດບໍ່ມີຕົວຕົນ ຫາກຜູ້ໃດຕົກເປັນທາດຂອງກິເລດ ຈະກໍ່ໃຫ້ເກີດຕັນຫາ ຕັນຫາກໍ່ຄືຄວາມວາ່ງເປົ່າ