ຂຽນເມື່ອ: ມ.ນ.. 21, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ໄນຊີວິດປະຈຳວັນການຖືກຄົນອື່ນດ່ານິນທ່າ
ຄົງຈະບໍ່ມີໃຜສາມາດລອດໄດ້ ແຕ່ບາງຄັ້ງ.
ທັງໆທີ່ເຣົາບໍ່ຜິດຫລືບາງຄັ້ງກໍ່ຜິດ.
ຖ້າຄົນໄດອົດບໍ່ໄດ້ກໍ່ດ່າຄືນແຕ່ບາງຄົນ
ກໍ່ສາມາດອົດໄດ້ບໍ່ສົນໄຈ
ຢາກເວົ້າຫຍັງກະເວົ້າ
<!-- /* Font Definitions */ @font-face {font-family:"MS Mincho"; panose-1:2 2 6 9 4 2 5 8 3 4; mso-font-alt:"MS 明朝"; mso-font-charset:128; mso-generic-font-family:modern; mso-font-pitch:fixed; mso-font-signature:-1610612033 1757936891 16 0 131231 0;} @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} @font-face {font-family:"\@MS Mincho"; panose-1:2 2 6 9 4 2 5 8 3 4; mso-font-charset:128; mso-generic-font-family:modern; mso-font-pitch:fixed; mso-font-signature:-1610612033 1757936891 16 0 131231 0;} @font-face {font-family:"\@Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"MS Mincho"; mso-bidi-font-family:"Angsana New";} @page Section1 {size:595.3pt 841.9pt; margin:72.0pt 90.0pt 53.95pt 90.0pt; mso-header-margin:35.4pt; mso-footer-margin:35.4pt; mso-paper-source:0;} div.Section1 {page:Section1;} -->
ໄນເລື່ອງລາວຊ່ວງໜຶ່ງຂອງພະພຸດທະເຈົ້າໄດ້ມີແນວຄິດໜຶ່ງທີ່ຂ້າພະເຈົ້າໄດ້ອ່ານແລ້ວເຖິງກັບຍອມຣັບໄນຄວາມຄິດຂອງເພິ່ນເລື່ອງກໍ່ມີຢູ່ວ່າ:
ມີພໍ່ຄ້າຜູ້ໜຶ່ງເປັນຄົນທີ່ມັກດ່ານິນທາພະສົງທຸກຄັ້ງເວລາທີ່ພົບເຫັນ.ດ່ານິນທ່າວ່າແຕ່ແນວທີ່ບໍ່ດີບໍ່ສົມຄວນຜູ້ຂຽນຈະບໍ່ຂໍກ່າວຄຳເຫລົ່ານັ້ນ .
ມີມື້ໜຶ່ງລາວໄດ້ພົບກັບພະອົງໜຶ່ງ.(ພະພຸດທະເຈົ້າ)ເຊິ່ງນັງກຳມະຖານຢູ່ທີ່ໄກ້ໆກັບໜອງນໍ້າແຄມປ່າ.
ລາວກໍ່ບໍ່ລີລໍຍ່າງເຂົ້າໄປແລ້ວນິນທາພະອົງນັ້ນຢ່າງເປັນຊຸດເລີຍເໝືອນກັບວ່າຄຽດແຄ້ນກັນມາແຕ່ຊາດກ່ອນ .
ຫັລງຈາກທີ່ນິນທ່າຈົນພໍໄຈແລ້ວພະພຸດທະອົງກໍ່ຖາມພໍ່ຄ້າຜູ້ນັ້ນວ່າ :
ພະພຸດທະອົງ: ທີ່ບ້ານຂອງທ່ານມີຜູ້ມາຢ້ຽມຢູ່ບໍ ?
ພໍ່ຄ້າ: ມີເຕວະ …ຂ້າພະເຈົ້າບໍ່ແມ່ນຄົນທີ່ບໍ່ພີ່ມີນ້ອງ . ພີ່ນ້ອງຂອງຂ້າພະເຈົ້າມີບໍ່ອຶດບໍ່ຢາກ
ພະພຸດທະອົງ: ເວລາທີ່ພີ່ນ້ອງມາຢ້ຽມຢາມທ່ານທ່ານຕ້ອນຮັບເຂົາເຈົ້າດ້ວຍຫຍັງ. ?
ພໍ່ຄ້າ: ກະເອົານໍ້າຕ້ອນຮັບບາງຄັ້ງຖ້າພີ່ນ້ອງສະໜິດກໍ່ເອົາເຂົ້າໜົມນຳ
ພະພຸດທະອົງ: ຖ້າແຂກທີ່ມາບ້ານທ່ານແລ້ວບໍ່ກິນສິ່ງຂອງທີ່ທ່ານມອດໄຫ້ ຂອງເຫລົ່ານັ້ນຈະເປັນຂອງໃຜ
ພໍ່ຄ້າ: ກະເປັນຂ້າພະເຈົ້າເຕວະ
ພະພຸດທະອົງ: ເຊັ່ນດຽວກັນນັ້ນແຫລະພໍ່ຄ້າເອີຍ ທ່ານດ່າເຮົາ ເຮົາບໍ່ຮັບຄຳດ່ານັ້ນ ຄຳນັ້ນກໍ່ຕົກເປັນຂອງທ່ານ
ພໍ່ຄ້າໄດ້ຍິນແນວນັ້ນກໍ່ຢຸດນິ້ງງຽບໄປເລີຍ ພະພຸດທະອົງຈຶ່ງສອນຕໍ່ວ່າ:
“ຜູ້ໄດໝືນຕອບຄົນທີ່ດ່າ ຜູ້ນັ້ນຊົ່ວກົ່ວຄົນທີ່ດ່າອີກ
ຄົນທີ່ບໍ່ໝືນຕອບຄົນທີ່ດ່າ ນັບວ່າຊະນະສົງຄາມທີ່ແສນຍາກ”
ຄົນທີ່ມີສະຕິເວລາທີ່ຄົນອື່ນດ່າໄດ້ນັບວ່າເປັນປະໂຫຍດແກ່ຕົນເອງແລະຄົນອື່ນ…..
ສ່ວນຫລາຍຄົນທີ່ມີແນວຄິດບໍ່ດີຈະມັກເວົ້າຄົນແບບນີ້ວ່າຄົນໂງ່
ພໍ່ຄ້າເມື່ອໄດ້ຟັງແນວນັ້ນກໍ່ສຳນືກຜິດກັບສິ່ງທີ່ຕົນເອງໄດ້ເຄີຍກະທຳລົງໄປເລີຍອອກບວດເປັນພະສົງຫລັງຈາກນັ້ນກໍ່ ບັນລຸເປັນພະອໍລະຫັນ