ຂຽນເມື່ອ: ມ.ກ.. 3, 2010
| ມີ
18 ຄຳເຫັນ
ແລະ
0 trackback(s)
ຄົນເຮົາມີເກີດກໍຕ້ອງມີຕາຍ...ເກີດມາກໍຕ້ອງມີການພົວພັນກັນ,
ມີສັງຄົມຂອງໃຜມັນ...ລະອັນຄຳວ່າພົວພັນກັນນິແຫລະທີ່ເຮັດໃຫ້ເກີດມີຄວາມສະຫນິດສະຫນົມກັນ...
ບໍ່ວ່າຈະໃນຖານະພໍ່ແມ່ພີ່ນ້ອງ, ຫມູ່ເພື່ອນ ຫລື ຊູ້ແຟນ...ເກີດມີຄວາມຮັກ ແລະ ຄວາມຊັງ
ປົນເປກັນໄປໃນສັງຄົມ...ແຕ່ເຮົາເຄີຍຕັ້ງຄຳຖາມກັບໂຕເອງບໍ່ວ່າການທີ່ເຮົາຈະ
ປັກໃຈຮັກໃຜຜູ້ຫນຶ່ງສຸດຫົວໃຈນັ້ນ,ເຮົາຄວນເຜື່ອໃຈໄວ້ແນ່ ເຜື່ອໃຈຕັ້ງຮັບກັບການຜິດຫວັງ, ກັບການ
ສູນເສຍ: ບໍ່ວ່າຈະເປັນການເລີກລາຢ່າຮ້າງ ຫລື ລົ້ມຫາຍຕາຍຈາກ
ທີ່ອາດຈະເກີດຂີ້ນໃນອະນາຄົດທີ່ບໍ່ມີໃຜຮູ້ວ່າຈະເກີດຫຍັງຂຶ້ນ.ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ການເກີດການຕາຍ
ມັນເປັນສິ່ງທີ່ທຳມະຊາດກຳນົດ ບໍ່ມີໃຜທີ່ຈະຝືນກົດເຫລັກຂອງທຳມະຊາດນີ້ໄດ້ ແຕ່ເຮົາຈະເຮັດຈັ່ງໃດ,
ຈະວາງໂຕຈັ່ງໃດ ແລະ ຈະດຳລົງຊີວິດຢູ່ໄດ້ຈັ່ງໃດ ຖ້າມື້ໃດມື້ຫນຶ່ງຄົນທີ່ເຮົາຮັກທີ່ສຸດ, ຮັກສຸດອົກສຸດໃຈ
ເຂົາໄດ້ຈາກເຮົາໄປໂດຍບໍ່ມີວັນກັບຄືນມາຫາເຮົາ ບໍ່ວ່າເຮົາຈະຮ້ອງຂໍອ້ອນວອນ
ຮ້ອງໄຫ້ເສຍອົກເສຍໃຈຈົນໃຈຈະຂາດ ເພື່ອພຽງແຕ່ຂໍໃຫ້ໄດ້ເຂົາກັບມາໃຊ້ຊີວິດຮ່ວມກັນຄືເກົ່າ
ແຕ່ມັນບໍ່ມີທາງເປັນຄວາມຈິງໄດ້ເລີຍ...ສະນັ້ນ ຖ້າມັນເກີດຂຶ້ນກັບໂຕເຮົາແທ້ ເຮົາຕ້ອງໄດ້ທຳໃຈ
ຍອມຮັບຄວາມຈິງ ແລະຕັ້ງຮັບກັບສິ່ງທີ່ເກີດຂຶ້ນ...ແລະຖ້າເຮົາສາມາດກ້າວຜ່ານຄວາມເຈັບປວດນີ້ໄດ້
ເຮົາກໍຈະມີຫົວໃຈທີ່ແຂງແຮງຂຶ້ນ ແລະສາມາດເກັບເຂົາຄົນນັ້ນໄວ້ເປັນຄວາມຊົງຈຳທີ່ດີ ບໍ່ແມ່ນເຈັບປວດ ຫລື
ຮ້ອງໄຫ້ ເມື່ອຄິດເຖິງເຂົາ.