ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເຕືອນໄພ
ສ້າງເມື່ອ ທ.ວ.. 17, 2009 42 ຄົນໂຫວດ, 32 ຄຳເຫັນ, ອ່ານ 599 ເທື່ອ
ມື້ນີ້ຂ້າພະເຈົ້າຖືືວ່າ ຊວຍ
ຈອດລົດໄວ້ໃນຄຸ້ມເຂດບ້ານເຈົ້າອານຸ ແຖວຮ່ອມທະນາຄານສ້າງໃໝ່ແຫ່ງໜຶ່ງ ປະກົດວ່າກັບມາ ຢາງລົດສຳຮອງເສຍ ຖືກລັກໂດຍການຕັດໂສ້ອອກກ້ອງກະບະ ຕາມການສຳພາດປະຊາຊົນແຖວນັ້ນວ່າ ແຖວນີ້ເຄີຍເກີດເຫດການເຊັ່ນນີ້ມາແລ້ວ (Shocked ເປັນຫຍັງຄືມີອີກ)
ໄປແຈ້ງຕຳຫຼວດທະນາຄານກະບອກໃຫ້ໄປແຈ້ງບ້ານ ໄປຫ້ອງການອານຸ ກະບໍ່ມີຮອດກອງຫຼອນ ໄປຖາມຕຳຫຼວດຈາລະຈອນ ກະໄດ້ແຕ່ອື້ງບໍ່ມີຄຳແນະນຳ ໂທໄປ 191 ກະບໍ່ມີຄົນຮັບ
ທຸກທ່ານວ່າ ຄວນເຮັດແນວໃດຕໍ່ໄປ?