ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນອາດຈະສົງໃສ ກັບຫົວຂໍ້ວ່າ ເປັນຫຍັງ ຮັກ ຈິ່ງມີອຸປະສັກ!! ທີ່ຍົກປະເດັນນີ້ຂຶ້ນມາ ກໍ່ເພາະຊ່ວງນີ້ຍັງຢູ່ໃນຊ່ວງ ເທດສະການ ແຫ່ງຄວາມຮັກນັ້ນເອງ!!!

ອັນນີ້ເປັນການວິເຄາະຕາມທັດສະນະ ຄົນມັກສົງໃສ.... ມີຫຼາຍຢ່າງທີ່ເປັນອຸປະສັກ ກ່ອນຄວາມຮັກ ຈະກຳເນີດເກີດຂຶ້ນ ຫຼື ບາງເທື່ອກະເກີດມາຢ່າງໄວວາ ແຕ່ພໍຜ່ານໄປຊ່ວງໄລຍະໜຶ່ງກໍ່ຈະມີອຸປະສັກ ແລະ ພົບບັນຫາ!!!! ມັນຄືເປັນຈັ່ງຊັ້ນ.......

ນີ້ຄືເຫດຜົນ.....

.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.

.
.
.
.
.
.
.
.
.
.
.
.
.
.
.
.
.
, ຂ, ຄ, ງ, ຈ, ສ,​ ຊ, ຍ, ດ, ຕ, ຖ, ທ, ນ, ບ, ປ, ຜ, ຝ, ພ, ຟ, ມ, ຢ, ລ, ວ​, ຫ, ອ,

 

ຮັກ.: ມີ ຕົວ ກ ແລະ ຕົວ ຮ.....

 

ພວກເຈົ້າຮູ້ລະຕີວ່າເປັນຫຍັງ ຮັກ ຈິ່ງມີອຸປະສັກ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາມມື້ຫຼັງໄດ້ມີໂອກາດເຈີເພື່ອນສະໜິດ ທີ່ຮຽນມານຳກັນ ແຕ່ອານຸບານ ພຸ້ນລະ... ບໍ່ເຈີກັນດົນ ກະໄດ້ໃຊ້ເວລາ ໂອ້ລົມ ສາລະທຸກສຸກດິບ.... ເພື່ອນຄົນນັ້ນກໍ່ໄດ້ລົມຫຼາຍອັນຫຼາຍແນວ ທັງເລື່ອງວຽກເລື່ອງວ່າ ແລະ ທີ່ສຳຄັນ ແມ່ນເລື່ອງຄວາມຮັກ... ລາວກະແຕ່ງງານ ມີລູກຄົນໜຶ່ງ ແລ້ວ ແຕ່ວ່າຄອບຄົວລາວ ໂດຍສະເພະກັບຜູ້ເປັນເມຍ ແມ່ນມັກຜິດກັນຕະຫຼອດ ຈົນ ແບບວ່ານັບບໍ່ໄດ້...ບາງຄັ້ງກະຜິດຍ້ອນເມຍ ບາງທີ່ກະຍ້ອນລາວເອງ....

ແຕ່ທີ່ຂ້າພະເຈົ້າຈະເອົາມານຳສະເໜີ ແມ່ນເຫດຜົນທີ່ວ່າ ລາວຫຼາຍໃຈ ວ່າຍ້ອນຫຍັງ?

ຕາມທີ່ລາວເລົ່າສູ່ຟັງ, ລາວຮັກເມຍ ແລະ ລູກຫຼາຍ, ແຕ່ວ່າລາວກະງົງຕົວລາວເອງຄືກັນ ເພາະ ຫຼາຍໆ ຄັ້ງລາວກະມັກ ເຜີໃຈໃຫ້ກັບຍິງຄົນອື່ນ ເປັນຄັ້ງຄາວ.... ໂດຍສະເພາະແມ່ນເວລາ ທີ່ລາວມີປາກສຽງກັບເມຍຂອງລາວ ລະກະມີ ນຳສຸລາ ມາມອມໜ້ອຍໜຶ່ງ ຄວາມຮູ້ສຶກ ຈະຕິດຈັກເຂົ້າເກຍໜຶ່ງ ແລ້ວກະສົ່ງກະແສຈິດ ຫາສາວຄົນອື່ນໂລດ... ບາງຄັ້ງຜູ້ສາວ ກະເຮັດໃຫ້ລາວຮູ້ສຶກດີຈາກ ຄວາມອຸກອັ່ງໃຈ ເວລາທີ່ລາວໄດ້ໂອ້ລົມນຳ ສາວເຫຼົ່ານັ້ນ... ລາວເອງກະບໍ່ຢາກຈະນອກໃຈເມຍລາວດ໋ອກ, ເວົ້າແທ້ໆ ຈາກນ້ຳສຽງຂອງລາວ... ແຕ່ວ່າ ລາວເວົ້າວ່າ ຫົວໃຈດວງນ້ອຍໆຂອງລາວ ກະຢາກມີຄວາມສຸກ ແລະ ມີຄົນທີ່ເຂົ້າໃຈລາວ ເວລາເສົ້າເຫງົາຫງອຍຄືກັນ....

ເອີ!!​ຟັງເຫດຜົນເພື່ອນຄົນນີ້ເວົ້າມາ ກະເປັນຕາອີຕົນລາວຢູ່ ແຕ່ວ່າ ລາວກະຜິດຄືກັນທີ່ນອກໃຈເມຍລາວ... ແຕ່ວ່າບໍ່ຮູ້່ວ່າເມຍລາວຈະເຂົ້າໃຈຄວາມຮູ້ສຶກຂອງລາວໄດ້ດີຊຳໃດ... ເພາະວ່າ ລາວເປັນຄົນທີ່ຫາລ້ຽງຄອບຄົວ ແລະ ຕ້ອງໄດ້ເອົາໃຈເມຍລາວຢູ່ຕະຫຼອດເວລາ... ແບບວ່າເມຍຄຸມຫັ້ນນາ... ອອກບ້ານບໍ່ຮອດ 30 ນາທີ ກະໂທນຳ ໂທນຳ ...​ບາງເທືອ ໄປວຽກ ຄັນບໍ່ຮັບສາຍ ກັບບ້ານ ແມ່ນເປັນເລື່ອງໂລດ... ຟັງໄປຟັງມາ ເມຍລາວກະ ໂຄດໂຫດ....

ເພື່ອນຄົນນີ້ ລາວຍັງຢ້ຳວ່າ ແມ່ນວ່າລາວຈະໃຈແຜວໃຫ້ສາວອື່ນ ເປັນບາງຄັ້ງຄາວ ແຕ່ລາວກະຮັກ ເມຍສຸດທີຮັກຂອງລາວສະເໝີ...

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນຄົງຄິດວ່າ ຜູ້ຍິງມັກແຕ່ຄົນຫຼໍ່, ສະມາດ, ສູງຍາວເຂົາດີ, ກ້າມເປັນໝັດໆ,​ ແລະ ສົມບູນທຸກຢ່າງ. ເຊິ່ງຄວາມຈິ່ງຜູ້ຍິງກະຫວັງຢາກໄດ້ຈັ່ງຊັ້ນແທ້,  ແຕ່ຫາກທ່ານໄດ້ອ່ານເລື່ອງລາວທີ່ຜູ້ຂຽນໄດ້ເຈີ ມາຄວາມຄິດຂອງທ່ານອາດຈະມີມູມມອງອັນໃໝ່.

ມັນເປັນຄວາມຮັກ ລະຫວ່າງອ້າຍບ່າວຂີ້່ລໍ້ ແລະ ສາວໂຮງງານ.

ຫຼາຍຄົນອາດຈະຮູ້ໂຮງຮຽນສອນຂັບລົດທົ່ງສາງນາງ ແລະ ໃກ້ໆນັ້ນກະຈະມີໂຮງງານ ເຊີ່ງແຮງງານສ່ວນຫຼາຍຈະແມ່ນບັນດາຍິງໜຸ່ມ ທີ່ມາແຕ່ຕ່າງແຂວງເປັນສ່ວນໃຫຍ່. ບັນດາເຈົ້າຂອງບ້ານເຊົ່າເຂດທົ່ງສາງນາງກະຖືວ່າໄດ້ຮັບຜົນປະໂຫຍດຫຼາຍ ເພາະບັນດາພະນັກງານຂອງໂຮງງານດັ່ງກ່າວແມ່ນພາກັນເຊົ່າເຮືອນຢູ່ແຖວໃກ້ໆນີເປັນສ່ວນຫຼາຍ. ຍ້ອນມີສາວໆຫຼາຍ ກະມີບັນດາອ້າຍບ່າວໂຮງງານດ້ວຍກັນ ຫຼື ມາແຕ່ທາງອື່ນ ແມ່ນພາກັນມາກ້ຽວພາລາສີ ຈີບສາວໂຮງງານນີ້ ທຸກໆແລງຈົນເດີກ, ຍ້ອນເສັ້ນທາງກັບຈາກຫ້ອງການຂອງຜຸູ້ຂຽນແມ່ນກາຍທາງເສັ້ນນັ້ນທຸກມື້ ຈິ່ງສັງເກດເຫັນເປັນເລື່ອງປົກກະຕິ.

ແຕ່ມີຄູ່ຮັກໜຶ່ງທີ່ຜູ້ຂຽນໃຫ້ຄວາມສຳຄັນ ແລະ ຕິດຕາມເປັນພິເສດແມ່ນ ອ້າຍບ່າວພິການ ກັບຍິງຮັກຂອງລາວ. ທຸກໆແລງ ປະມານ 5 ໂມງ ຊາຍຄົນນີ້ ຈະຂີ່ລໍ້ມື ມາຫານາງທີ່ຫ້ອງພັກເປັນປະຈຳ ແຕ່ກະບໍ່ໄດ້ເຂົ້າໄປຂ້າງໃນດອກ,​ແຕ່ສ່ວນໃຫຍ່ແມ່ນຈະລົມກັນຢູ່ຂ້າງນອກ, ຖືວ່າເກືອບທຸກມື້ເລີຍ.

ຕອນແລງວານນີ້, ຜູ້ຂຽນກະຂີ່ລົດກາຍເພື່ອຈະໄປກິນເຝີໝູຕົ້ມຍຳສູດບູຮານທີ່ແຖວໂຮງການຍະສິນ (ລາຍລະອຽດກ່ຽວກັບເຝີກະມີບົດໜື່ງຕ່າງຫາກເດີ..), ຕອນກາຍໄປນັ້ນ ບ່າວພິການຍັງນັ່ງຢູ່ລໍ້ ສ່ວນຜູ້ສາວແມ່ນຢືນເທີ້ງໃສ່ກຳແພງ, ທັງສອງໂອ້ລົມກັນຢ່າງມີຄວາມສຸກ, ເພື່ອໃຫ້ໄດ້ລາຍລະອຽດ ຜູ້ຂຽນກະເລີຍ ທຳທ່າຈອດຊື້ນ້ຳດື່ມ ແລ້່ວແອບສັງເກດຄູ່ຮັກທັງສອງ. ຄາລົມຄົມຄາຍຂອງອ້າຍບ່າວກະແມ່ນບໍ່ທຳມະດາ ເຊີງເຮັດໃຫ້ຍິງສາວແມ່ນຍິ້ມຢູ່ຕະຫຼອດເວລາ.... ເອີ!!!​ຄິດແລ້ວຍັງອິດສາເວີຍ!!!!!

ຈອບເບິ່ງປະມານ 5 ນາທີ,​ກະເລີຍອອກໄປກິນເຝີ. ບາດຂ້າກັບນຶກວ່າທັງສອງຄົງຈະອຳລາກັນແລ້ວ ເພາະວ່າມັນກະຮອດ ເກືອບ 10 ໂມງແລ້ວ, ເພາະພາຍຫຼັງກິນເຝີຜູ້ຂຽນກະໄປນັ່ງຫຼຶ້ນນຳອ້າຍ ທີ່ແຖວທົ່ງຕູມດົນເຕີບ.

ຂີ່ກັບມາທາງເກົ່າເພື່ອຈະກັບບ້ານ, ສາຍຕາມັກແນມກະພັດສັ່ງເກດເຫັນ ລໍ້ຂອງບ່າວພິການຄົນນັ້ນ, ກະເວົ້າໃນໃຈ , ປ໋າໂທ! ບ່າວນີ້ກະສູ້ປານນີ້ບໍ່! ແຕ່ທີ່ໜ້າສົນໃຈ ບ່າວພິການຂາຄົນນັ້ນໄປໃສແລ້ວ,​ທີ່ແທ້ເພີ່ນ ລົງຈາກລໍ້ ແລ້ວຍັບເຂົ້າໄປຫາຍິງຮັກຂອງລາວ, ດ້ວຍຄວາມເປັນຊາຍຊາຕີ ແລະ ບໍ່ຍອມທໍ້ຖອຍ ເຖິງວ່າຂາລາວຈະພິການ ແຕ່ລາວກະຍັງສາມາດໄປຫາຍິງຄົນນັ້ນ. ທີ່ໜ໊າປະທັບໃຈ ແມ່ນມືຂອງຊາຍພິການຄົນນັ້ນແມ່ນອົບກອດມື້ຍິງສາວຄົນນັ້ນ, ເຫັນແລ້ວເປັນພາບຄວາມຮັກທີ່ຊາບຊຶ້ງຫຼາຍ. ບ່າວພິການຄົນນັ້ນ ຄົງກຳລັງປະຕິຍານຄວາມຮັກ ແລະອ້ອນວອນອັນໃດອັນໜຶ່ງກັບຄົນຮັກຂອງລາວ, ເພາະສັງເກດສີໜ້າຂອງຊາຍຄົນນັ້ນແມ່ນເຮັດເປັນຕາອີຕົນ, ສ່ວນຍິ່ງສາວກະເຮັດຕົວບິດໄປບິດມາ.... ຈັ່ງແມ່ນນໍ້!!!!!

ລັກເບິ່ງຢູ່ຄົນລະຝາກທາງຈິ່ງບໍ່ໄດ້ຍິນວ່າທັງສອງລົມຫຍັງກັນແດ່!!!! ຫຼາຍທາງຄືຊິຢາກຮູ້ແມ່ນບໍ່!!! ບໍ່ໄດ້ລະນໍ້.... ເລື່ອງຂອງຄູ່ຮັກເພີ່ນ....

ສິ່ງທີ່ສະທ້ອນໃຫ້ເຫັນ ຂອງຄວາມຮັກບ່າວພິການກັບສາວໂຮງງານຄູ່ນີ້, ອັນທີ່ໜຶ່ງແມ່ນຄວາມບໍ່ລັງກຽດ ແລະ ສັດທາໃນຄວາມຮັກຂອງຍິງຄົນນັ້ນ, ລາວບໍ່ໄດ້ຄິດຈຳແນກວ່າຊາຍທີ່ມາມອບຄວາມຮັກໃຫ້ແກ່ລາວຈະເປັນຄົນສົມປະກອບແນວໃດກະຢ່າ ແຕ່ລາວຍັງໃຫ້ກຽດ ແລະ ມອບຄວາມເປັນມິດ ຈົນພັດທະນາເປັນຄວາມຮັກ ທີ່ຫວານຊື່ນ. ອັນທີ່ສອງແມ່ນຄວາມບໍ່ທໍ່້ແທ້ຕໍ່່ສະຕາກຳຊີວິດ, ເພິ່ນວ່າເຮົາເລືອກເກີດບໍ່ໄດ້ ແຕ່ເລື່ອກທີ່ຈະເປັນ ແລະ ເຮັດຕາມຄວາມປາທະໜາໄດ້. ຊາຍພິການບໍ່ເຄີຍຈະເຫັນປົມດ້ອຍຂອງລາວ ມາເປັນອຸປະສັກທີຈະທັກສານຄວາມຮັກຂອງລາວ ແລະ ຍິງທີ່ລາວຮັກ. ອັນທີສາມ, ຄວາມຮັກບໍ່ຈຳເປັນຕ້ອງຫຼູ່ຫຼາວູບວາບ ແຕ່ສາມາດມີໄດ້ບົນຄວາມພຽງພໍ, ຄວາມເຂົ້າໃຈ ແລະ ຊື່ສັດ.

ທ່ານເດ!!! ເລື່ອງນີ້ໃຫ້ຫຍັງແດ່ແກ່ທ່ານ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ກ່ອນຈະອອກໄປລ່ອງເຮືອຄາຢັກ ນັ່ງໄປນັ່ງມາກະເລີຍຢາກຂຽນປະເດັນນີ້ອອກມາ ເພາະບາງຄັ້ງກະຮູ້ສຶກວ່າມັນຕຳຕົນເອງ.... ຫົ້ວຂໍ້ວ່າ ນິໄສຜູ້ຊາຍ....

ຍອມຮັບໄປເລີຍວ່າ ຜູ້ຊາຍໂດຍທຳມະຊາດ ແລ້ວຈະເປັນຄົ້ນເຂັ້ມແຂງ ຈິງຈັງ ແລະ ຈິງໃຈ ຖ້າໄດ້ເຮັດຫຍັງ ແລ້ວ ແມ່ນວີ້ງສູຟັດ.... ແລະສິ່ງນີ້ເອງທີ່ຂ້າພະເຈົ້າສັງເກດເຫັນວ່າ ມັນເປັນສິ່ງໜຶ່ງທີ່ຜູ້ຊາຍຈະມີແນວຄິດທີ່ແບ່ງປັນ ໃຈໃຫຍ່ ແລະ ຫວັ່ນໄຫວໄດ້ໄວກວ່າຜູ້ຍິງ ໂດຍສະເພາະ ແມ່ນເວົ້າເຖິງຄວາມຮັກ, ອັນນີ້ຜູ້ກ່ຽວເອງກະຍອມຮັບວ່າ ເປັນແນວນັ້ນແທ້. 

ໂດຍທຳມະຊາດຜູ້ຍິງ ພວກເຂົາເຈົ້າຈະບໍ່ຄ່ອຍສະແດງອອກຫຼາຍແຕ່ ເລິກໆໃນໃຈ ພວກເຂົາຈະມຸ້ງໝັ້ນ ແລະ ບຶກບືນຫຼາຍກວ່າຜູ້ຊາຍ, ອັນນີ້ແມ່ນຄວາມຈິງ, ແລະ ຖ້າເອີຍເຖິງຄວາມຮັກ ຜູ້ຍິງກໍ່ຈະມີແນວຄິດທີໝັ້ນຄົງຫຼາຍກວ່າຜູ້ຊາຍ, ເວັ້ນແຕ່ກໍ່ລະນີຍິງທີ່ຖືກຮັກອົກ ຫຼື ຊ້ຳໃຈ ແມ່ນຄົນລະເລື່ອງ.

ຜູ້ຊາຍນີ້້ ມັກເຮີ໋ ແລະ ຫຼົງກັບສິ່່ງໃໝ່ໆ ງາມ ໄວກວ່າຜູ້ຍິງ, ອັນນີ້ຜູ້ຂຽນເອງກະເປັນ. ຄັນແມ່ນເຫັນສາວງາມກາຍໜ້ານີ້ ແມ່ນບໍ່ໄດ້, ຂະໜາດເຫັນຢູພັນລາວຍັງແອດເປັນໝູ່ລຽບ... ນີ້ຄືນິໄສຜູ້ຊາຍ. 

ດ້ວຍເຫັນນີ້, ຂ້າພະເຈົ້້າຈິ່ງໄດ້ຍັກເອົາປະເດັນນີ້ມາຂຽນ ໃນຕອນເຊົ້າວັນເດັກນ້ອຍສາກົນວັນນີ້, ເພື່ອທີ່ຈະເຕ໋າະໆໆໆ ຂ້າງ ບັນດາຊາຍໆ ທັງຫຼາຍວ່າ ບາງຄັ້ງພວກເຮົາແມ່ນເຫັນແກ່ຕົວເກີນໄປ ແລະ ຄິດວ່າເຮົາເປັນຜູ້ຊາຍ ແລ້ວ ສາມາດເຮັດໄດ້ ເພາະບາງຄັ້ງການທີ່ເຮົາມີຄົນຮັກຄົນໜຶ່ງໄວ້ແລ້ວ ນັ້ນເປັນສິ່ງທີ່ດີ ແລະ ມີຄ່າຢູ່ແລ້ວ. ແຕ່ວ່າເປັນຫຍັງຜູ້ຊາຍສ່ວນຫຼາຍຈິງມັກນອກໃຈຄົນຮັກໃນບາງຄັ້ງ ແລະ ຫຼາຍໆຄັ້ງ. ບໍ່ຮູ້ວ່າຜູ້ຍິ່ງກະເປັນຄືກັນບໍ່? ແຕ່ສັງເກດແລ້ວແມ່ນໜ້ອຍກວ່າຜູ້ຊາຍ.

ຍ້ອນຜູ້ຊາຍມີຄວາມຫຼົງຫຼາຍກວ່າ ສະນັ້້ນຈິງເປັນສາເຫດຂອງການມີໃໝ່ ຫຼາຍໆຄັ້ງ. 

 

ເອົາລະເວົ້າທໍ່ນີ້ກ່ອນ ເວົ້າຫຼາຍກະປານດ່າຕົນເອງ... ກະຢາກຝາກໃຫ້ຊາຍໆ ທັງຫຼາຍ ຈົ່ງເບີ່ງໃກ້ໆ ຄົນຮັກທີ່ເຮົາມີ ແລ້ວໃສ່ນ້ຳຫວານນ້ຳຕານ ໃຫ້ມັນຊຸ່ມຊຳ. ລຸດຜ່ອນທີ່ຈະໃຈໃຫຍ່ມອບຮັກໃຫ້ຫຼາຍໆ ຍິງ....

ສ່ວນສາວກະຄວນຫາ ເວດມົນຄາຖາມາມັດໃຈບ່າວໆໃຫ້ົໄດ້ແໜ້ນເດີ, ຄັນນອກໃຈກະເອົາຕະປູຕ໋ອກໄວ້ໂລດ