ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ມາຮອດພາກທີ່ 10 ລະເດີ!

ເລື່່ອງນີ້ຊື່ວ່າ! ຈັດງານ!

 

 

ແມງວັນ: ສ່ຽວ ເຮົາຢາກລະດົມທຶນຈັດງານ! ຊິເຮັດແນວໃດດີວະ?

ແມງມີ່: ໂອ໋! ຜູ້ໃຫ້ທຶນບໍ່ອຶດ! ຄັນເປັນງານເພື່ອສັງຄົມ, ໂດຍສະເພາະເບຍລາວ! ໂຕກະຂຽນບົດສະເໜີໄປຍື່ນໆ ຫຼາຍບໍລິສັດ ໂລດນາ!

ແມງວັນ: ເຮົາກະຄິດໆ ໄວ້ຢູ່ໄດ໋ ເພາະວ່າ ກະວ່າຈະມີຄົນຫຼາຍພັນຄົນມາແນ່ນອນ! ເພາະເຮົາຮູ້ຈັກຫຼາຍຄົນ! ແລະ ເຮົາຈະໂຄສະນາໃຫ້ຜູ້ໃຫ້ທຶນເຕັມທີ່ໂລດ! 

ແມງມີ່: ຂຽນມາໂລດ! ເລື່ອງເຮັດກິດຈະກຳດີໆ ນີ້ເຮົາຊ່ວຍໂຕເຕັມທີ່!

ແມງວັນ: ຂອບໃຈສ່ຽວ! ເຮົາກະວ່າ ຈະຊິຈັດຢູ່ໄອເຕັກ! ມັນໜ້າຈະໄດ້ຄົນຫຼາຍ!

ແມງມີີ: ໂອ໋! ແຮງຄັກ! ບ່ອນຈອດລົດກະຫຼາຍ! ເອີ! ແລ້ວອັນງານທີ່ໂຕຈະລະດົມທຶນນີ້ແມ່ນງານຫຍັງແທ້?

ແມງວັນ: ເຮົາວ່າ ຊິເຮັດງານດ໋ອງ!

ແມງມີ່: ມຶງໄປຂໍຄົນດຽວໂລດ!

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ແມງວັນ ແລະ ແມງມີ່ ມານັ່ງລົມ ກັນເລື່ອງ ອະນາຄົດ!

 

ແມງວັນ: ສ່ຽວ ຄັນເຮົາຕາຍໄປ ເຮົາຢາກໃຫ້ໂຕ ຊ່ວຍຈັດແຈງເລື່ອງມໍລະດົກເຮົາໄດ້ບໍ່?

ແມງມີ່: ເວົ້າແນວບໍ່ມ່ີວນ ! ມືງຊິຟ້າວຕາຍໄປໃສ!

ແມງວັນ: ບໍ່ແມ່ນຈັ່ງຊັ້ນ! ເຮົາບໍຢາກໃຫ້ລູກໆ ເຮົາຜິດກັນ!

ແມງມີ່: ເອີ! ຊັ້ນກະໄດ້! ລອງເວົ້າມາເບິ່ງເດີ!

ແມງວັນ: ອັນເຮືອນ ເຮົາໃຫ້ພວກເຂົາຢູ່ນຳກັນ!​ ຫ້າມແບ່ງຂາຍ!, ລົດຈັກ ກະໃຫ້ແບ່ງຜູ້ຄັນ! ເງິນຢູ່ທະນາຄານ ກະໃຫ້ແບ່ງສະເໝີກັນ!

ແມງມີ່: ໄດ້ໆໆ! ເຮົາຈົດໄວ້ແລ້ວ! ມີຫຍັງອີກຕື່ມ!

ແມງວັນ: ແຕ່ວ່າເຮົາກໍ່ມີ ບາງຢ່າງໃຫ້ ສະຫາຍອີກ ໃນຖານະເຮົາເປັນ ເພື່ອນຮັກກັນ!​ ເຮົາ ມີສວນໃຫຍ່ ທີ່ມີ ທັງງົວ, ຄວາຍ ໝູໝາເປັດໄກ່, ໝາກໄມ້ ແລະ ລົດໄຖ!​ ລວມມູນຄ່າ ກວ່າ 100 ລ້ານໂດຣາ ເຊິ່ງເຮົາຢາກໃຫ້ໂຕເປັນຜູ້ໄດ້ຮັບ! ອັນນີ້ເຮົາຍັງບໍ່ໄດ້ບອກຄອບຄົວ! ແຕ່ເຮົາຊິເອົາໃຫ້ສະຫາຍ!

ແມ່ງມີ: (ຄິດໃນໃຈ: ກູຊິລວຍບາດນີ້ແລ້ວ)!​ ແທ້ວ່າ ສ່ຽວ!

ແມງວັນ: ອ໋າວ! ເຮົາຊິຕົວະ ໂຕເຮັດຫຍັງ!

ແມ່ງມີ່: ແຕ່ເຮົາບໍ່ີເຄີຍໄດ້ຍິນ ໂຕເວົ້າຮອດ ສວນດັ່ງກ່າວເລີຍ!

ຟາມເວນລາ ຢູ່ ເຟສແມ່ງວັນ: ໂຕເອົາຫູມານີ້!​ ດຽວຄົນອື່ນຊິໄດ້ຍິນ​!!!! ສ່ວນເຮົາ

ຊື່ ຟາມເວວ ຢູ່ ເຟສບຸກ 

 

555555555555555555555555555555555555

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ເດັກອາຍຸຕ້ຳກວ່າ 18 ປີຫ້າມອ່ານເພາະອາດມີເນື້ອຫາ ທີ່ຕ້ອງໄດ້ໃຊ້ວິຈາລະນາຍານໃນການອ່ານ

 

--------------

ແມງມີ່ໄດ້ມີໂອກາດໄດ້ໄປຮຽນພາສາອັງກິດ ພາກພິເສດ ພໍດີມື້ນີ້ໄດ້ຮຽນກ່ຽວກັບ ເລື່ອງ ສີ  (colour ຄໍເລີ) ເຊັ່ນວ່າ: ແບຣັກ ແມ່ນສີດຳ, ໄວທ ແມ່ນສີຂາວ ແລະ ອື່ນໆໆໆ.... 

ພໍດີມາເຫັນສ່ຽວແມງວັນກະເລີຍຢາກ ນຳໃຊ້ພາສາອັງກິດ.

ແມງມີ: ຮ່າວອາຢູ່! ສະບາຍດີບໍ່?

ແມງວັນ: ສະບາຍດີສ່ຽວ! ຮ໋ວາຍ ດີນີ້ ສະປີກ ອັງກິດ ເກັ່ງເວີຍ!

ແມງມີ່: ອອຟຄອສ ແນ່ນອນ! ເອີສ່ຽວ ວານນີ້ເຮົາໄປ ທ່ຽວເທັກ!​ເຫັນສາວ ຜູ້ໜື່່ງ ບັກງາມໆໆໆໆ ! ເຮົາຢາກ ຄໍເລີ້ ກັບລາວແທ້! 

ແມງວັນ: ລາວຄົນສີຫຍັງ? ຄົນຂາວວະ?

ແມງມີ່: ບໍ່ແມ່ນ! ເຮົາພີ້ນ້າ ຢາກ ຄໍເລີ້ ກັບລາວ! ຄໍເລີ້ ມີໄມ້ໂທ ນະສ່ຽວ!

ແມງວັນ: ແມ່ນຫຍັງຂອງໂຕ? ຄໍເລີ້ິ ມີໄມ້ໂທ! 

ແມງມີ່: ໂອ໋ຍ!​ຊັ້ນ ຄໍເລີ ແປວ່າຫຍັງ?

ແມງວັນ: ແປວ່າ ສີ ຫຼື ທາສີ ກະໄດ້!

ແມງມີ່: ເນ໋! ຖ້າເອົາໄມ້ໂທໄປໃສເທິງ ຄໍເລີ ຊິເປັນຫຍັງ?

ແມງວັນ: ໂອ໋ຍ!​ ບັກຊົ່ວເອີຍ! ກູລະງົງ! ຮະຮະຮະຮະຮ

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ຫາຍໜ້າໄປ ດົນໆໆໆໆໆ! ເກືອບ ປີ! ພັນລາວກໍ່ຍັງຄືກຄັກດີນໍ້!

ມື້ນີ້ແມ່ນ ມາໃນເລື່ອງ ສອງສ່ຽວພາກ 7 ເມຍນ້ອຍ!!!!!!

 

ແມງວັນ: ສ່ຽວເອີຍ! ກູລະອຸກໃຈ!​ບໍເຂົ້າໃຈພວກຜູ້ຍິງ! 

ແມງມີ່: ມືງອຸກໃຈເລື່ອງໃດເດ!

ແມງວັນ: ອ໋າວ! ໂຕເບິ່ງຕີ! ຄັນຖ້າຜູ້ຊາຍມີເມຍຫຼາຍ ກະວ່າເຈົ້າຊູ້ຫຼາຍໃຈ! ບາດ ວ່າເຮົາມີເມຍນ້ອຍ ກະວ່າເຮົາ ຫົວງູ! ເຮົາກະມີນ້ອຍແທ້ໆ ມີເມຍຄົນດຽວ! 

ແມງມີ່: ໂອຍ໋ ອັນນັ້ນແມ່ນມີ ເມຍ ໜ້ອຍ! ບໍ່ແມ່ນນ້ອຍ!!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ສ່ຽວຕ່າງປະເທດ: ສ່ຽວເປັນຈັ່ງໃດນ້ຳຖ້ວມຢູ່ໄທ ໄຄຂຶ້ນແດ່ບໍ່?
ສ່ຽວຄົນໄທ: ກໍ່ງັ້ນໆ?
ສ່ຽວຕ່າງປະເທດ: ເສຍໃຈນຳຫຼາຍໆ!!! ແລ້ວ ທາງລັດຖະບານມີວິທີການຮັບມືກັບໄພພິບັດນີ້ແນວໃດ?
ສ່ຽວຄົນໄທ: ປະເທດໄທ ມີຊື່ສຽງເລື່ອງຕະຫຼາດນ້ຳ!!! ແລະດຽວທາງ ກະຊວງການທ່ອງທ່ຽວ ໄດ້ມີການຂະຫຍາຍພື້ນທີ່ ການທ່ອງທ່ຽວຕະຫຼາດນ້ຳໄປໃນທຸກແຂວງທົ່ວປະເທດ ໂດຍການນຳໃຊ້ທ່າແຮງຂອງໄພນ້ຳຖ້ວມໃນປີນີ້!!

ພິກວິກິດໃຫ້ເປັນໂອກາດ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ເດັກນ້ອຍອາຍຸຕ່ຳກວ່າ 18 ປີ ,    ຜູ້ຍິງ ແລະ ກະເທີຍ ທີ່ມີໂລກຫົວໃຈ, ຄົນມີອາການທາງຈິດ ຫ້າມເບິ່ງ

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

3

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

 

.

.

.

2

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

 

1

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ແລ້ວເຈົ້າຈະຕະລືງ!!!!

.
.
.
.
.
.
.
.
.

.
.
.
.
.
.
.
.
.
.
.
.
ຕ່ຳກວ່າ 18 ປີ ຫ້າມອ່ານ!!!

.
.
.
.
.
.
.
.
.
.
..
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.
.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ແມງວັນ ແລະ ແມງມີ່ ໄດ້ຮັບຕ່ຳແໜງເປັນຜູ້ຮັບຜິດຊອບວຽກງານໃຫຍ່ໂຕ!!!

ແລະວັນໜຶ່ງ ທາງແມງວັນ ກໍ່ໄປຢາມສ່ຽວທີ່ເຮັດວຽກຢູ່ຕ່າງປະເທດ.

 

ແມງວັນ: ໂອ!!! ສ່ຽວໂຕນີ້ລ້ຳລວຍນໍ້!! ມີລົດບີເອມ ຂີ້່, ເຮືອນກໍ່ຫຼັງໃຫຍ່!!! ໂຕໄປເຮັດຫຍັງມາ!! ແນະນຳເຮົາແດ່!!

ແມງມີ່: ໂຕຢາກຮູ້ວ່າ!! ດຽວມານີ້ເຮົາຈະໂຊໃຫ້ເບິ່ງ!!!

 

ວ່າແລ້ວທ່ານແມງມີ່ກໍ່່ເປີດປະຕູປ່ອງຢ້ຽມ ແລະ ແນະນຳໃຫ້ສ່ຽວ

 

ແມງມີ່: ສ່ຽວໂຕເຫັນທາງໄຮເວ ຢູ່ທາງນອກບໍ່!

ແມງວັນ: ເຫັນລະບໍ່!!! ເປັນທາງທີ່ງາມ ແລະ ໃຫຍ່ໂຕນໍ້!!

ແມງມີ່: ອັນນັ້ນ ລະແມ່ນໂຄງການເຮົາ!!! ເຮົາເຮັດການກໍ່່ສ້າງ 95%, ສ່ວນທີ່ເຫຼືອ 5% ແມ່ນຂອງເຮົາ...

 

ພາຍຫຼັງຈາກນ້ັນ ປະມານສອງປີ, ທ່ານແມງມີ່ ກໍ່ໄດ້ໂອກາດມາຢາມສ່ຽວແມງວັນ!!!

 

ແມງມີ່: ໂອ!!! ສ່ຽວໂຕນີ້ລ້ຳລວຍນໍ້!! ມີລົດຮຳເມີຕັ້້ງສອງຄັນ ຂີ້່, ເຮືອນກໍ່ຫຼັງໃຫຍ່ກວ່າເຮົາ ແລະ ມີສະໜາມກ໋ອບສ່ວນຕົວອີກ!!! ໂຕໄປເຮັດຫຍັງມາ!!!

ແມງວັນ: ໂຕຢາກຮູ້ວ່າ!! ເຮົາກະໄດ້ຄຳແນະນຳຈາກໂຕຫັ້ນລະ!!! ດຽວມານີ້ເຮົາຈະໂຊໃຫ້ເບິ່ງ!!!

 

ວ່າແລ້ວທ່ານແມງມີ່ກໍ່່ເປີດປະຕູປ່ອງຢ້ຽມ ແລະ ແນະນຳໃຫ້ສ່ຽວ

 

ແມງວັນ: ໂຕເຫັນທາງຢູ່ຂ້າງນອກບໍ່?

ແມງມີ່: ເຫັນຢູ່ໃສ!! ຄືີມີແຕ່ທາງດິນແດງ!!!

ແມງວັນ: ເອີ!!!​ອັນນັ້ນ ລະໂຄງການຂອງເຮົາ!!! ເຮົາເອົາ 95%, ສ່ວນທີ່ເຫຼືອ 5% ເອົາໄປສ້າງທາງ!!

ແມງມີ່: ປ໋າໂທ!!! ຈັ່ງຊີ້ເລີຍວາ?

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ນະທີ່ການປະມູນຂາຍສະໝອງ ນາໆ ຊາດ!!!! 

ລູກຄ້າ: ສະໜອງຂອງ ທ່ານນິວຕັນລາຄາເທົ່າໃດ?

ເຈົ້າໜ້າທີ່: ລາຄາ 1 ລ້ານໂດຣ!

ລູກຄ້າ: ໂອຄືແພງແທ້

ເຈົ້າໜ້າທີ່: ເພາະລາວເປັນຄົນທີ່ສະຫຼາດ ແລະ ອັດສະລິຍະ

 

ລູກຄ້າ: ແລ້ວສະໝອງຄົນ ຝຣັ່ງເດ?

ເຈົ້າໜ້າທີ່: ໂອ! ລາຄາ 5 ແສນໂດຣາ!! ເປັນສະໝອງທີ່ ມີຫົວຄິດປະດິດສ້າງ ແລະ ເກັ່່ງເລື່ອງແຟຊັນ!!!

 

ລູກຄ້າ: ແລ້ວສະໝອງ ຫວຽດນາມເດ?

ເຈົ້າໜ້າທີ່: ໂອ!! ນີ້ແມ່ນລາຄາ 6 ແສນໂດຣາ!

ລູກຄ້າ: ໂອແພງກວ່າ ສະໜອງຝຣັ່ງນໍ້!!

ເຈົ້າໜ້າທີ່: ເພາະວ່າ ເປັນສະໜອງທີ່ຕີເສິກເກັ່ງ ຂະໜາດ ອາເມລິກາ ຍັງບໍ່ສາມາດເອົາຊະນະໄດ້!!!

 

ລູກຄ້າ: ແລ້ວ ອັນນີ້ສະໝອງ ປະເທດໃດ? ຄືມາຮອດ 2 ລ້ານໂດຣາ ແພງກວ່າຂອງ ນີວເຕີນອີກ?

ເຈົ້າໜ້າທີ່: ອັນນີ້ແມ່ນສະໝອງ ຂອງຄົນລາວ!! ສາເຫດທີ່ມັນແພງ ເພາະເປັນສະໝອງທີ່ຍັງ ບໍລິສຸດ! ບໍ່ທັນມີການນຳໃຊ້ຫຼາຍ!!! 

ລູກຄ້າ: ໂອ!!!!! ຂອງສົດນີ້ຕັ້ງແພງນໍ້!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ນີ້ຄືເຫດຜົນທີ່ ຫຼາຍໆ ຄົນຢາກໃຫ້ທາງກະຊວງສຶກສາ ເອົາຕົວ ອອກຈາກລະບົບພາສາລາວ!!!!

 

ໂດຍສະເພາະຫາງສຽງຈາກບັນດາ ພໍ່ລຸກພໍ່ເມຍ!!!! ຕອນທີ່ເພິ່ນກຳລັງຊຸມແຊວ

 

ມຶງເມົາ ມຶງເມືອແມ໋

ເມຍມືງມາ ມືມັນມີມີດ!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 ແມງວັນ ໄດ້ຮັບວຽກເປັນຄົນຂັບລົດໃຫ້ອົງການສາກົນ ແລະ ລາວກໍ່ໄດ້ອອກວຽກສະໜາມ ຂຶ້້ນເໜືອລ່ອງໃຕ້ເປັນປະຈຳ. ກະຄືຮູ້ຫັນລະເຮັດວຽກນຳອົງການສາກົນ ໄປວຽກນອກ ກະຈະໄດ້ຄ່າກິນຄ່າພັກ ຂ້ອນຂ້າງສູງ!!!

ແລະຊ່ວງນີ້ ແມງວັນເອງກະຫາກະກັບມາແຕ່ສະໜາມ ກະເລີຍມາແວະສ່ຽວ ແມງມີ່ ເພື່ອເອົາຂອງຝາກມາຕ້ອນ!!!

 

ແມງວັນ: ຈັ່ງໃດສ່ຽວ!! ສະບາຍດີ

ແມງມີ່: ໂອ!! ສ່ຽວ ມາແຕ່ທາງໃດ!!

ແມງວັນ: ມາແຕ່ໃຕ້!! ເຮົາມີ ປາ ມາຕ້ອນ!!!

 

ແລ້ວແມງວັນກໍ່ເອີ້ນເອົາໝູ່ມາເອົາປາທີ່ປະໄວ້ທ້າຍລົດ!!! ສ່ຽວແມງມີ່ກະຮູ້ສຶກແປກໃຈ ເພາະຢູ່ທ້າຍລົດ ມີກະຕິກເຮັດນ້ຳຮ້ອນ ແລະ ກະຖ້ວຍຈານ ພ້ອມ!!! ຈິງຖາມເພື່ອນດ້ວຍຄວາມສົງໄສ

 

ແມງວັນ: ສ່ຽວ ໄດ້ເບ້ຍລ້ຽງ ຫຼາຍໆ ໂຕຍັງເຮັດກິນເອງວ່າ!! ຄືວ່າມີໝໍ້ນ້ຳຮ້ອນ ແລະ ຖ້ວຍບ່ວງໄປນຳ

ແມງມີ່: ໂອ່ຍ!!! ເຮົາເອົາໄປຕົ້ມໝີ່ກິນ!!! ເກືອບທຸກຄາບ!!

ແມງວັນ: ຈັ່ງແມ່ນໂຕກິນອຶດກິນຢາກນໍ້!! ເງິນໂຕເອົາໄປຖີ້ມໃສໝົດ!!

ແມງມີ່: ໂອ໋ຍ!! ກະຄືໂຕຮູ້ຫັ້ນລະ!! ໄກບ້ານໄກຊ່ອງ!! ຜູ້ຊາຍກະມີແດ່!

ແມງວັນ: ໂອ໋!!! ໂຕ ອົດກິນໝີ່ ເພື່ອນຳເງິນໄປ ເຮັດທຶນການສຶກສາ ຫັ້ນວ່າ!!

ແມງມີ່: ຊີວ່າຊັ້ນກະແມ່ນ!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 ທ້າວຄຳໂກດ ອຸກອັ່ງໃຈ ກັບໂຊກສະຕາຊີວິດຂອງຕົນ ທີ່ເກີດມາຄືມາທຸກຍາກປາກແຄນ ເອົາແທ້ເອົາວ່າ ຈິ່ງໄດ້ຕັດສິນໃຈໄປຫາໝໍດູຊື່ດັງ

 

ທ້າວຄຳໂກດ: ທ່ານໝໍເອີຍ!! ຊ່ວຍເບິ່ງ ໂຊກສະຕາໃຫ້ຜູ້ຂ້າແດ່ທ້ອນ ເປັນຫຍັງມັນຄືມາທຸກແທ້!!! ເຮັດຫຍັງກະບໍ່ໄດ້ບໍ່ດີ!!

ໝໍມໍ: ເອົາມືມາໃຫ້ເຮົາເບິ່ງດຸ!!

 

ພາຍຫຼັງ ເບິ່ງລາຍມື ແລະ ສັງເກດນັ້້ນສະເກດນີ້!!! ໝໍມໍຈິ່ງໄດ້ໃຫ້ຄຳຕອບແກ່ທ້າວຄຳໂກດ

 

ໝໍມໍ: ທ້າວເອີຍ!!! ບໍ່ຕ້ອງຕົກໃຈ!!! ເຈົ້າຈະທຸກຈົນໄປອີກ ສິບ ປີ!!!

ທ້າວຄຳໂກດ: ຫຼັງຈາກນັ້ນ ຜູ້ຂ້າຈະລວຍວ່າ?

ໝໍມໍ: ໂອ໋!!!! ແລ້ວເຈົ້າຈະລື້ງໄປເອງ!!

 

ຮະຮະຮະຮຮະ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ແມ່ຕູ້ມີກຳລັງ ນອນພັກຜ່ອນ ຢູ່ກ້ອງຕາລ່າງເຮືອນ ຕາມພາສາ ຊາວທ້ອງທົ່ງນາ!!! ພໍດີນອນໄປໄດ້ໜ້ອຍໜຶື່ງກະໄດ້ຍິນສ່ຽງ ໄກ່ພາກັນຮ້ອງແຕກຍ້າວໆໆໆໆ 

ແມ່ຕູ້ມີຟ້າວພະຫຼາດລຸກ ແລ່ນອອກໄປເບິ່ງ ກະພໍດີເຫັນໂຈນກຳລັງ ລັກໄກ່ຂອງຕົນ!!! ແມ່ຕູ້ຈິ່ງຮ້ອງຫາຄວາມຊ່ວຍເຫຼືອ!!!

 

ແມ່ຕູ້: ຊ່ວຍແດ່!!! ຊ່ວຍແດ່!!! ໂຈນລັກໄກ່ແມ່!!! ຊ່ວຍແດ່ !! ໂຈນລັກໄກ່ແມ່!!!!

 

ໂຈນໄດ້ຍິນ ກະຟ້າວ ໂດດຂ້າມຮົ້ວ ແລ່ນໄປ ພ້ອມກັບໄກ່ໂຕໜຶ່ງ !!! ແຕ່ແມ່ຕູ້ກະຍັງບໍ່ລົດລະຄວາມພະຍາຍາມ ແລ່ນນຳຫຼັງ ໂຈນຜູ້ນັ້ນພ້ອມກັບຮ້ອງໃຫ້ຄົນອື່ນຊ່ວຍ

 

ແມ່ຕູ້: ຊ່ວຍແດ່!! ຊ່ວຍແດ່!! ໂຈນລັກໄກ່ແມ່!! ຊ່ວຍແດ່ ໂຈນລັກໄກ່ແມ່!!!

 

ແລ່ນໄປໄດ້ໄລຍະໜຶ່ງ!!! ແມ່ຕູ້ຮູ້ສຶກຕົກໃຈ ເພາະ ໂຈນຜູ້ນັ້ນໄດ້ຢຸດ ແລະ ຍ່າງກັບມາຫາແມ່ຕູ້

 

ໂຈນ: ເຈົ້າເວົ້າຫຍັງກະເວົ້າໃຫ້ມັນຖືກແດ່ແມ໋

ແມ່ຕູ້: ກູເວົ້າຫຍັງຜິດ

ໂຈນ: ຂ້ອຍບໍ່ໄດ້ລັກໄກ່ແມ່!! ເຈົ້າເບິ່ງໃຫ້ມັນດີໆໆ ອັນນີ້ແມ່ນໄກ່ຜູ້ !

 

ຮະຮະຮະຮຮະະ!!!!!! 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

 ຄິດວ່າຫຼາຍຄົນອາດຍັງບໍ່ທັນເຫັນເງິນໃບສີ່ລ້ານກີບ

.

.
.
.
.
.
.
.
.
.
.

.
.
.

ກະເລີຍເອົາມາໃຫ້ເບິ່່ງເປັນຂວັນຕາ!!

.
.
.
.
.
.
.
.
.
.
.
.
.
.
.
.
.
.
.

.
.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ປົກກະຕິ ໂຮງຮຽນຈະມີລະບຽບແຈ້ງໃຫ້ຜູ້ປົກຄອງນັກຮຽນ ວ່າຕ້ອງໄດ້ໂທມາແຈ້ງ ທາງໂຮງຮຽນ ຫາກວ່າ ລູກໆ ຂອງພວກເຂົາ ບໍ່ສາມາດຮຽນໄດ້. 

ພໍຮູ້ຈັກລະບຽບນີ້, ນາງນ້ອຍ ຈິ່ງໄດ້ວາງແຜນເພື່່ອຈະຂາດຮຽນໄປທ່ຽວ!! ພາຍຫຼັງພໍ່ແມ່ ອອກບ້ານໄປວຽກໝົດແລ້ວ!!! ນາງນ້ອຍກະໂທລະສັບໄປໂຮງຮຽນ

 

ນາງນ້ອຍ: ສະບາຍດີ!! ມື້ນີ້ ລູກສາວຂ້ອຍນາງນ້ອຍ ມາຮຽນບໍ່ໄດ້ ເພາະລາວບໍ່ສະບາຍ

ເລຂາຮັບສາຍ: ໂອ!!! ເສຍໃຈນຳ ທີ່ລາວມາຮຽນບໍ່ໄດ້, ດຽວຊິແຈ້ງໃຫ້ຄູປະຈຳຊັ້ນຮູ້! ຂໍໂທດເນາະ ແລ້ວແມ່ນໃຜນໍ້ທີ່ໂທມາແຈ້ງ

ນາງນ້ອຍ: ນີ້ແມ່ນແມ່ຂອງຂ້ອຍເອງ!!!! 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ແມງວັນຮູ້ສຶກ ອຸກອັ່ງໃຈຫຼາຍ ເພາະທຸກໆຄັ້ງທີ່ກັບບ້ານເດີກຍ້ອນໄປ ສັງສັນກັບເພື່ອນໆ ຈະຖືກເມຍຮ້າຍເມຍດ່າ ເປັນປະຈຳ..... ແມງວັນຈິ່ງໄດ້ມາປຶກສາ ສ່ຽວແມງມີ່

 

ແມງວັນ: ສ່ຽວ !!! ໂຕແນະນຳເຮົາແດ່ແມ໋ !!!! ຊິເຮັດແນວໃດບໍ່ໃຫ້ເມຍເຮົາຮ້າຍນະ!!!! ຂະໜາດວ່າມີລູກນ້ອຍລາວຍັງຮ້າຍ!!! 

ແມງມີ່: ແນວໂຕ ບໍ່ສະຫຼຽດ!!! ດຽວເຮົາຈະແນະນຳວິທີໃຫ້!!!

ແມງວັນ: ແມ່ນວ່າ!!!! ບອກເຮົາແດ່!

ແມງມີ່: ເວລາໂຕກັບມາຮອດເຮືອນ ໂຕກະຟ້າວໄປອູ້ມລູກໂຕໂລດ!!!​ທຳທ່າກ່ອມລູກພ້ອມທັງເວົ້າໃຫ້ລາວຖືກໃຈ!!!

ແມງວັນ: ໂອ!!! ແລ້ວເຮົາຈະເວົ້າຈັ່ງໃດ?

ແມງມີ່: ໂຕກະວ່າຈັ່ງຊິ່!!!!​ໂອຍ!!! ລູກສາວພໍ່!!! ຈັ່ງແມ່ນໜ້າຄືພໍ່ ຫອຍໃຫຍ່ຄືແມ່!!!!! 

ແມງວັນ: ໄດ້ຜົນແທ້ວ່າ?

ແມງມີ່: ຮັບຮອງ!!! ຂະໜາດເມຍເຮົານາ!!! ຈັບມີດແລ່ນໃສ່ເຮົາ!!!​ ພໍເຮົາເວົ້າ!!! ໜ້າຄືພໍ່່ ຫອຍໃຫຍ່ຄືແມ່!!!! ລາວຢຸດປັບໂລດ!!!! 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຕອນແລງທີ່ພະຈັນເຕັມດວງ ສາວງາມແຫ່ງບ້ານນາ ກະໄດ້ມີໂອກາດຕ້ອນຮັບແຟນບ່າວ ທີ່ຄົບຫາກັນມາໄດ້ຫຼາຍເດືອນເຕີບ, ທັງສອງກະຍັງບໍທັງສະໜິດກັບປານໃດ, ຍັງມີອາການ ຈົ່ງຈຽມ ແລະ ເຂີນອາຍ!!! ແລງມື້ນີ້ ຜູ້ສາວກິນເຂົ້າຮຽບຮ້ອຍ ແລະ ກໍ່ໄດ້ກິນຕົ້ມແກ່ນໝາກມີ້ເປັນຂອງວ່າງຕາມພາສາ ຊາວທ້ອງທົ່ງນາເຮົານີ້ລະ....

ອ້າຍບ່າວທີ່ມາລົມກະຕັ້ງມາລົມແທ້!!! ຈົນເດີກຈົນດື່່ນກະຍັງບໍ່ກັບຈົນຮອດທ່ຽງຄືນ.... 

ຍ້ອນຜິດໃນໝາກມີ້, ຜູ້ສາວກະທ້ອງເບັງ ຍ້ອນແກ໋ສ ໃນທ້ອງ!!​ເວົ້າງ່າຍໆ ແມ່ນປວດຕົດນີ້ລະ!!! ຍ້ອນໜ້າອາຍຜູ້ບາວ ສາວເຈົ້າຈິ່ງຂໍອານຸຍາດ ໄປຫ້ອງນ້ຳ ເພື່ອຈະຜາຍລົມ...

ຫ້ອງນ້ຳພັດວ່າ ຢູ່ໃກ້ໆ ກັບຫ້ອງນອນຂອງແມ່!!! ຜູ້ສາວກະພະຍາຍາມຊອກຫາບ່ອນຕົດ!!! ເພາະບໍ່ຢາກໃຫ້ມີສຽງຍ້ອນໜ້າອາຍຜູ້ບາວ!!! ໃນທີ່ສຸດ ຜູ້ສາວກະແນມເຫັນ ໂອ່ງເປົ່າ (ໄຫໃຫຍ່) ກະປີ່ນກົ້ນ ໃສ່ປາກໂອ່ງ ເພື່ອຈະຕົດ...

ລອງຈິນຕະນາການເອົາຫັ້ນລະ ວ່າເວລາຕົດໃສ່ໂອງໃສ່ໄຫ ຈະມີສຽງຄືແນວໃດ!!!

ສາວຕົດຢ່າງແຮງ, ແຕ່ໄຫບໍ່ໄດ້ເກັບສຽງ ພັດແຮງດັງກວ່າເກົ່າ, ສຽງຕົດດັງ ປື໋ງ!!!!!!!!!!!!!

ຜູ້ເປັນແມ່ທີ່ນອນຢູ່ຫ້ອງຂ້າງໄດ້ຍິນ ກະຄິດວ່າແມ່ນຄູບາຢູ່ວັດເພີ່ນຕີກອງ, ຈື່ງຟ້າວລຸກຂຶນ ຍໍມື ສາທຸ ຕາມທຳນຽງ!!!!!! ພ້ອມທັງຮ້ອງອອກມາບອກລູກ!!! 

ແມ່: ອີຫຼ້າເອີຍ!!!! ລຸກໜຶ້ງເຂົ້າແດ່ເດີ!!! ຄູບາເພິ່ນຕີກອງວັດແລ້ວ!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຫຼາຍຄົນອາດສົງໄສ ວ່າເປັນຫຍັງເວລາໄກ່ແມ່ ອອກໄຂ ຈະໂຕນອອກຮັງ ແລ້ວກະສົ່ງສຽງ ກະຕ໋າກໆໆໆໆໆໆໆໆ  ທີ່ຈີິ່ງມັນມີເລື່ອງເລົ່າ

ເລື່ອງມີຢູ່ວ່າ,  ມືຶໜຶ່ງ ໄກ່ຜູ້ພະຍາຍາມທີ່ຈະ ເຊິງໄກ່ແມ່ ໂຕໜຶ່ງ... ແຕ່ວ່າພະຍາຍາມເທົ່າໃດ!!! ໄກ່ແມ່ໂຕນັ້ນ ກໍ່ຈະກະແຕ໋ກ ກະແຕ໋ກ ໜີໄປ ບໍ່່ຍອມໃຫ້ບ່າວເຈົ້າໄດ້ເຊິງ....

ໄກ່ຜູ້ຕົວນັ້ນຈຶ່ງຫາອຸບາຍ ເພື່ອຈະເຊິງ.....

ໄກ່ຜູ້: ກຸ໋ກ,ໆໆໆໆໆໆໆ!!! ອັນເຈົ້້າໃຫ້ໄກ່ຜູ້ໂຕອື່ນ ເຊິງເຈົ້ານັ້ນ! ບາດເຈົ້າໄຂ່ອອກມານີ້ ເປັນໜ່ວຍ!!!​ແຕ່ຖ້າແມ່ນອ້າຍ ອອກມາເປັນໂຕໂລດ!!!

ໄກ່ແມ່: ກະຕ໋າກໆໆໆໆ!!! ບໍ່ເຊື່ອດອກ!!!

 

ເຖິ່ງວ່າຈະຖືກປະຕິເສດ! ໄກ່ຜູ້ກະຍັງບໍ່ລົດລະຄວາມພະຍາຍາມ.... ຕາມຕື້ ສາວເຈົ້າ, ຈົນໃນທີ່ສຸດ ກໍ່ສາມາດຊະນະໃຈສາວຕົວນັ້ນ.

 

ບາດນີ້ຮອດຍາມ ຊິອອກໄຂ່!! ໄກ່ແມ່ຕົວນັ້ນກໍ່ຫຍັງວ່າ ຈະໄຂ່ອອກມາເປັນໂຕ! ຕາມທີ່ໄກ່ຜູ້ຕົວນັ້ນເວົ້າ!!! ພໍໄກ່ແມ່ຕົວນັ້ນ ໄຂ່ອອກມາ ກະຍັງເຫັນເປັນໜ່ວຍໄຂ່ ຢູ່!!! ຮູ້ສຶກໃຈຮ້າຍຫຼາຍ ຈິ່ງໂຕນອອກຈາກຮັ່ງ ຮ້ອງໃສ່ໄກ່ຕົວຜູ້ໂຕນັ້ນ

ໄກ່ແມ່: ຕົ໋ວະໆໆໆໆໆໆໆ (ພາສາໄກ່ ຕ໋າກໆໆໆໆໆໆໆໆໆ), ຂີ້ຕົ໋ວະໆໆໆໆໆໆໆໆໆ 

 

ແລະ ຈາກເລື່ອງລາວນີ້ ເຮົາຈິງເຫັນວ່າໄກ່ແມ່ທຸກຕົ໋ວ ຈິ່ງຮ້ອງຫຼັງຈາກວາງໄຂ່ ຍ້ອນເຈັບໃຈທີ່ໄກ່ຜູ້ຕົ໋ວະນັ້ນເອງ!!!

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳແນະນຳ:

ຖ້າສີຟ້າ: ໃຫ້ອ່ານອອກສຳນຽງໄຊຍະໂອ!

ຖ້າສີດຳ: ອ່ານອອກສຳນຽງວຽງຈັນເດີ!

 

 ນະທີ່ຫ້ອງຮຽນວິຊາສຸຂະສຶກສາ ຂອງນ້ອງມັດທະຍົມຈັນທະບູລີ!! ສາວຄູພັດວ່າເປັນຄົນໄຊຍະ, ກະຂຶ້ນຫ້ອງສອນເປັນປົກກະຕິ

 

ສາວຄູ: ສິ່ງທີ່ສາວຄູຢາກຈະແນະນຳພວກນ້ອງໆ ໃນການຮັກສາສຸຂະພາບ ກະຄືວ່າ ທຸກໆເຊົ້າຕ້ອງພາກັນເຂົ້າຫ້ອງນ່ຳ ແລະ ປົດທຸກ, ເພື່ອເປັນກະລະບາຍຂອງເສຍອອກຈາກຮ່າງກາຍ ອັນຈະເປັນການດີຕໍ່ສຸຂະພາບ!!!

 

ພໍເວົ້າສຸດ, ທ້າວຫຳ ຈອມຂີ້ສໍ້ປະຈຳຫ້ອງ ກະຍົກມືຖາມ

 

ທ້າວຫຳ: ສາວຄູ!!! ແລ້ວສົມມຸດວ່າເຂົ້າຫ້ອງນ້ຳ ແລ້ວ ເຮັດຈັ່ງໃດມັນກະບໍ່ອອກເດ! ຈະເຮັດແນວໃດ?

ສາວຄູ: ກະໃຫ້ນ້ອງ ກິນນ້ຳໃສ່ຈອກໜຶ່ງ ລະກະນັ່ງຖ້າ ປະມານ 10 ນາທີ ແລ້ວເຂົ້້າໄປໃໝ່

ທ້າວຫຳ: ຖ້າກິນໄປແລ້ວ!!! ມັນຍັງບໍ່່ປວດເດ ສາວຄູ ຈະເຮັດແນວໃດ?

ສາວຄູ: ກະໃຫ້ນ້ອງກິນເຂົ້າໄປອີກຈອກໜຶ່ງ!

ທ້າວຫຳ: ກິນເຂົ້າໄປອີກ!!!​ແຕ່ກະຍັງຄືເກົາເດ!!

ສາວຄູ: ນ້ອງກະລອງກິນເຂົ້າໄປອີກຈອກໜຶ່ງ!

ຫ້າວຫຳ: ແລ້ວຄັນຍັງບໍ່ປວດເດ!!! ຈະເຮັດຈັ່ງໃດ?

ສາວຄູ: ເຈົ້າກະກິນໄປອີກ ຄຸໜຶ່ງ ຈົນຂີ້ແຕກໂລດ!!!!

ໝູ່ໆໆໆ: ສົມນຳໜ້າແດ່!!!​ຂີ້ສໍ້ເອີຍ!!!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 ມືຶນີ້ ສອງສ່ຽວ ແມງວັນ ກັບ ແມງມີ່ ກະມານັ່ງໂອ້ລົມກັນ ທີ່ຮ້ານກາເຟ ເຈົ້າເກົ່າ!!!

 

ແມງວັນ: ສ່ຽວໂຕວ່າ ຜູ້ຍິງ ກັບ ຜູ້ຊາຍ ແມ່ນໃຜມີຄວາມຕ້ອງການທາງເພດຫຼາຍກວ່າກັນ?

ແມງມີ່: ເຮົາວ່າຊ່ຳໆ ກັນຕີ!!!​ແຕ່ວ່າຜູ້ຊາຍອາດຈະຫຼາຍກວ່າໜ້ອຍໜຶ່ງ! ໂຕວ່າບໍ່?

ແມງວັນ: ຄິດວ່າຜູ້ຊາຍຕີບໍ? ແລ້ວໂຕວ່າ ການສະແດງອອກເນ? ໃຜສະແດງອອກຫຼາຍກ່ອນກັນ ເວລາຢາກ ຫຼື ມີອາລົມ?

ແມງມີ: ອັນນີ້ເຮົາສາມາດປຽບທຽບໃຫ້ໂຕເຫັນເລີຍ!!!! 

ແມງວັນ: ປຽບທຽບຈັ່ງໃດສ່ຽວ?

ແມງມີ່: ອັນຜູ້ຍິງກະບໍ່ຕ່າງຫຍັງໝາ, ສ່ວນຜູ້ຊາຍກະບໍ່ຕ່າງກັບຫຍັງກັບແມວ!

ແມງວັນ: ຮວາຍ!!! ໂຕຄືມາເວົ້າຈັ່ງຊັ້້ນ!!!​ດຽວສາວໆ ມາອ່ານບົດນີ້ ຊິຄຽດໄດ໋ ວ່າຂະເຈົ້າເປັນໝາ!!! 

ແມງມີ່: ໂອຍ໋໋!!​ອັນນີ້ປຽບທຽບເລື່ອງອາການຊື່ໆໆໆ

ແມງວັນ: ຊັ້ນມັນຄືກັນຈັ່ງໃດ ທີ່ວ່າຜູ້ຊາຍຄືແມວ ຜູ້ຍິງຄືໝາ?

ແມງມີ່: ໂຕສັງເກດເບິງໂລດ!!!!​ ໝາ ບໍ່ວ່າຈະແມ່ນເວລາຢາກ ຫຼື ບໍ່ຢາກ ມັກກະມິດ ຈ້ອຍມ້ອຍ ມັນບໍ່ຕ່າງຫຍັງກັບນິໄສ ຜູ້ຍິງ ເຖິງຈະມີອາລົມທາງເພດ ກະບໍ່ສະແດງອອກ!!

ສ່ວນວ່າຜູ້ຊາຍມຶ່ງເອີຍ!!!! ມັນຊິຢາກ ຫຼື ບໍ່່ ມັນກະຮ້ອງ ແມ໋ວໆໆໆໆໆ  ຢູ່ຫັ້ນລະ!!! 

ແມງວັນ: ເອີ!!!! ກູຊິໄປສັງເກດໝາ ກັບ ແມວ ກ່ອນ!!!!

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ຄຳເຕືືອນ: ໂປດໃຊ້ວິຈາລະນະຍານໃນການອ່ານ!!! ເດັກອາຍຸຕ່ຳກວ່າ 18 ປີ ຫ້າມອ່ານ!!

 

ເລື່ອງມີຢູ່ວ່າ: ສອງສ່ຽວ ພາກສາມ ຕອນ ຊື່ເກົາຫຼີ!!!

 

ສອງສຽວ ແມງວັນ ແລະ ແມງມີ່ ໄດ້ຮັບວຽກໃໝ່ຢູ່ດ່ານກວດຄົນເຂົ້າເມືອງ!!!​ແລະ ມື້ນີ້ທັງສອງຕ້ອງໄດ້ເຂົ້າປະຈຳວຽກ ທີ່ສະໜາມບິນວັດໄຕ!!!!

ຍົນມາຈາກບາງກອກ ກະລົງຕາມປົກກະຕິ!! ແຕ່ວ່າ ມື້ນີ້ສັງເກດມີນັກທ່ອງທ່ຽວຕ່າງປະເທດມາຫຼາຍ!!! ໂດຍສະເພາະແມ່ນມາແຕ່ເກົາຫຼີ!!!

ແມງວັນ: ສ່ຽວ ມື້ນີ້ ເກົາຫຼີມາຫຼາຍນໍ້!!! 

ແມງມີ່: ກະວ່າຢູ່!!! ພວກນີ້ມີແຕ່ໍື່ຊື່ແປກໆໆໆ ໂຕລອງອ່ານ ຊື່ນີ້ດຸ!​ວ່າແລ້ວ ກະຍືນພາດສະປອດຂອງນັກທ່ອງທ່ຽວເກົາຫຼີຄົນໜຶ່ງໃຫ້ ສ່ຽວແມງວັນອ່ານ

ພາດສະປອດ ຂຽນເປັນພາສາອັງກິດ: Hoo Kee Yong!!!! 

 

ແມງວັນ: ຮະຮະຮະຮ!!!!! ໂອຍ!!! ບັກ ຮູຂີ້ຢອງ!!!! ອັນນັ້ນຍັງທຳມະດາ!!!​ໂຕລອງມາອ່ານຂອງເຮົາ!!! ວ່າແລ້ວກະຍື່ນພາດສະປອດໃຫ້ ສ່ຽວແມ່ງມີ່ອ່ານ

ພາດສະປອດຂຽນເປັນພາສາອັງກິດວ່າ: Hee Yong Pak 

ແມງມີ່: ໂອ່ຍ!!! ເຮົາກະຢາກໄດ້ມາຢອງໂອອັນນີ້!!!!​ຮະຮະຮຮະະະ ຊື່ອີຫຍັງມາຊື່ວ່າ ຫ ຢ ປ!!!!

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ຄຳແນະນຳ:

ເນື່ອງຈາກວ່າ ບົດເລື່ອງນີ້ ມີການຂືຶນລົງຂອງນ້ຳສຽງ ຈຶ່ງຢາກໃຫ້ທ່ານຜູ້ອ່ານ ອ່ານດັ່ງນີ້:

1. ຫາກວ່າຕົວອັກສອນສີ ຟ້າ ໃຫ້ອ່ານສຽງແຮງໆໆ

2. ຫາກວ່າຕົວອັກສອນສີ ດຳ ໃຫ້ອ່ານອອກສຽງທຳມະດາ

3. ຫາກວ່າຕົວອັກສອນສີ ຂຽວໃຫ້ອ່ານອອກສຽງຄ່ອຍໆໆ ຫວານໆ

 

 

 

ເລື່ອງທີ່ຈະນຳສະເໜີນີ້ກະມີຊື່ວ່າ ສອງສ່ຽວພາກສອງ....

 

ສ່ຽວແມງວັນຮູ້ສຶກອຸກອັ່ງໃຈຫຼາຍ ເພາະວ່າເມຍລາວເປັນຄົນອາລົມຮ້ອນ ແລະ ມັກເວົ້າສຽງດັງ ພ້ອມກັບມັກຮ້າຍມັກດ່າຜູ້ເປັນຜົວ.... ດ້ວຍຄວາມອຸກອັ່ງໃຈ ສ່ຽວແມງວັນ ຈື່ງໄປປຶກສາກັບສ່ຽວແມງມີ່ ເພື່ອຫາທາງອອກ

ແມງວັນ: ສ່ຽວເອີຍ!!! ເຮົາລະອຸກໃຈນຳເມຍເຮົານາ!!!​ລາວລະມັກຮ້າຍມັກດ່າ, ບໍ່ເຄີຍເວົ້າຈາສຸພາບ ຄືເມຍຄົນອື່ນ!!! ເບິ່ງເມຍໂຕແມ໋ ລາວຄືມາເວົ້າຫວານແທ້ ເວົ້າອ່ອນເວົ້້າຄ່ອຍ!!! ໂຕບອກສອນເມຍໂຕຈັ່ງໃດ, ບອກເຮົາແດ່!

ແມງມີ່: ແມ່ນວ່າ? ເອົາຈັ່ງຊີ້! ມື້ອື່ນເຮົາຊິໄປກິນເຂົ້າແລງນຳໂຕເດີ!!! ຮັບຮອງວ່າ ເມຍໂຕຈະປ່ຽນແປງແນ່ນອນ!!!

 

ພໍວັນຕໍ່ມາ, ສ່ຽວແມງວັນກະບອກເມຍຂອງຕົນ ຂ້າໄກ່ເພື່ອຕ້ອນຮັບສ່ຽວ ແມງມີ່! ກະຕາມເຄີຍ, ຜູ້ເປັນເມຍ ກະທັງເຮັດທັງຈົ່ມ ສຽງດັງຄັບບ້ານ.

 

ພໍຄ້າຍແລງ, ສ່ຽວແມງມີ່ກະມາຕາມນັດ. ຄະນະທີ່ນັ່ງກິນເຂົ້້າສອງສ່ຽວກະໂອ້ລົມກັນ!! ແຕ່ວ່າຜູ້ເປັນເມຍຂອງແມງວັນກະຍັງຈົ່ມໄປຈົມມາຢູ່!!!​ ສວຍໂອກາດຕອນທີ່ ເມຍຂອງແມງວັນ ຍ່າງເຂົ້າເຮືອນຄົວເພື່ອໄປຕັກຕົ້ມໄກ່ມາເຕີມ, ສ່ຽວແມງມີ່ກະເວົ້າສຽງດັ່ງໆ ເພື່ອບອກຈະບອກວິທີໃຫ້ສ່ຽວແມງວັນວ່າຈະເຮັດໃຫ້ເມຍເວົ້າອ່ອນຫວານໄດ້ຈັ່ງໃດ!

 

ແມງມີ່: ສ່ຽວໂຕຮູ້ບໍ່? ຜູ້ຍິງນີ້ມີສອງປະເພດ!!!

ແມງວັນ: ວ່າ? ມີປະເພດໃດແດ່!!! ໂຕບອກເຮົາແດ່ດູ! 

(ຄະນະທີ່ສອງສ່ຽວລົມກັນ, ຜູ້ເປັນເມຍກະລັກແອບຟັງທີ່ເຮືອນຄົວ)

 

ແມງມີ່: ໂຕຢາກຮູ້ແທ້ບໍ?

ແມງວັນ: ໂອຍ! ຢາກຮູ້ລະນໍ້ ! ບອກເຮົາມາໂລດ.

ແມງມີ: ຄືຈັ່ງຊີ້! ຜູ້ຍິງທີ່ມັກເວົ້າແຮງ, ເວົ້າດັງ, ປົກກະຕິແລ້ວ ຜູ້ຍິງປະເພດນີ້ແມ່ນ ຈະມີຂອງນ້ອຍ!!! ກົງກັນຂ້າມ!! ໂຕເບິ່ງເມຍເຮົາແມ໋!! ລາວເວົ້າຄ່ອຍໆ ຫວານ!!! ປ໋າຕິໂທ!!!! ອັນນັ້ນຂອງລາວນັ້ນ ບໍ່ໃຫ້ເວົ້າເລີຍ!!!

ແມງວັນ: ໂອ໋!!! ແມ່ນແທ້ວ່າ?

 

ພໍເວົ້າສຸດຄວາມ, ເມຍຂອງແມງວັນກະຍົກຖ້ວຍແກງໄກ່ອອກມາ..... ປານຄົນລະຄົນເລີຍ!!!!

 

ເມຍແມງວັນ: ນີ້ເດີ!!! ແກງໄກ່!!! ກິນຕາມສະບາຍເດີ ອ້າຍ!!!!

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 ຄຳເຕືອນ: ບົດຕະຫຼົກຕໍ່ໄປນີ້ ບໍ່ເໝາະສົມສຳລັບຜູ້ທີ່ມີອາຍຸຕ່ຳ ກວ່າ 18 ປີ. ກະລຸນາໃຊ້ວິຈາລະນະຍານໃນການອ່ານ!!!

ດ້ວຍຄວາມຮັກແພງ

 

ເລື່ອງມີຊື່ວ່າ: ສອງສ່ຽວ ພາກ1

 

ເລື່ອງກະມີຢູ່ວ່າ ສອງສ່ຽວ ແມງວັນ ແລະ ແມງມີ່ ພາກັນໄປອອກຫາກິນ ແຕ່ເຊົ້າຈົນຄ່ຳມືດ. ຕາມໄລຍະທາງກັບບ້ານ ບັງເອີນ ຟ້າຝົນຊົນລະທານ ພັດຕົກລົງຢ່າງໜັກ. ສ່ອງສ່ຽວຈຶ່ງຟ້າວພາກັນໄປລີ້ທີ່ ຖ້ຳແຫ່ງໜຶ່ງ.

ພໍຕົກຮຸ່ງເຊົ້າ, ສ່ຽວແມງວັນ ກະຕື່ນຂຶ້ນ ແລະ ກະປຸກສ່ຽວແມງມີ່. ພ້ອມກັບຖາມສ່ຽວ

 

ແມງວັນ: ສ່ຽວ! ຖ້ຳນີ້ ຄືມີກິ່ນແປກໆ ນໍ້!!! ໂຕຮູ້ບໍ່ວ່າແມ່ນຖ້ຳຫຍັງ?

ແມງມີ່: ໂອຍ! ໂຕບໍ່ຮູ້ວ່າ! ວ່າດຽວນີ້ເຮົາຢູ່ ຖ້ຳ ຫອຍຊ້າງ!

ແມງວັນ: ອາວໂຕຮູ້ຈັ່ງໃດ ວ່າແມ່ນ ຫອຍຊ້າງ!

ແມງມີ່: ຮວາຍ!!! ກະຮູ້ ລະນໍ້!!!​ແນວວ່າ ນ້ອງຊາຍເຮົາມັນແຂງໂຕໝົດຄືນ!!!!

ແມງວັນ: ໂອຍ!!!​ຊັ້ນໂຕຄືບໍ່ບອກເຮົາແຕ່ມືຄືນນີ້!!! ບໍ່ຊັ້ນເຮົາກະຈັດການຊ້າງແມ່ໂຕນີ້ແລ້ວນາ!!!!

ແມງມີ່: ຮະຮະຮະຮະ!!!!​ຈັ່ງແມ່ນຂອງມຶ່ງໃຫຍ່ນໍ້!!!!

 

 

ໝາຍເຫດ: ທີ່ຈິງແລ້ວສອງສ່ຽວພາກັນໄປລົບຝົນຢູ່ ຫ + xີ  ຊ້າງ!!!!! 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຄູ່ຜົວເມຍສະລາຄູ່ໜຶ່ງ ກຳລັງນອນຢູ່. ທັນໃດຜູ້ເປັນເມຍກະເອີຍລົມເລື່ອງຄວາມຫຼັງ.

ເມຍ: ອ້າຍຈື່ບໍ່? ຕອນເຮົາອອກເດດກັນໃໝ່ໆ ອ້າຍເຄີຍຈູບແກ້ມນ້ອງ.

ພໍເວົ້າສຸດ, ຜູ້ເປັນສາມີ ກະກິ້ງເຂົ້າມາໃກ້ໆ ພ້ອມກັບຈູບແກ້ມບາດໜື່ງ. ຜູ້ເປັນເມຍກະຍີ້ມດ້ວຍຄວາມດີໃຈ....

ນອນໄປອີກຈັກໜ່ອຍ! ຜູ້ເປັນເມຍກະເອີຍຂື້ນອີກ.

ເມຍ: ອ້າຍຈື່ໄດ້ບໍ່? ອ້າຍຍັງມັກກວນມັກຢອກ, ບາງເທືອກະມັກຈະມາກັດຫູນ້ອງເບົາໆ.

ພໍເວົ້າສຸດ, ຜູ້ເປັນສາມີກະລູກ ຢ່າງຕື່ງຕັ່ງ ອອກຈາກຕຽງ. ຜູ້ເປັນເມຍຈິ່ງເອີຍຖາມ.

ເມຍ: ຊັ້ນອ້າຍຊິໄປໃສຫັ້ນນາ?

ສາມີ: ກູຊິໄປເອົາແຂ້ວຟັກ!!!!

 

 

An elderly couple lie in bed. The women said: "Remember, when we were dating you used to kiss me on the cheek." So the man rolls over and kisses her cheek. Just about asleep when the woman says: "Remember when you used to nibble on my ear." The man climbs out of bed; and stomps out of the bedroom. The woman says: "Honey, where are you going." The old man says: "To get my teeth."

 

ຈາກ: http://jokes-post.com/Joke-Details/0_212_object=9004.aspx

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ເຫັນແລ້ວຈະຕະລຶງ!!!!

ຫ້າມພາດ

.
.
.
.
.
.
.

.
.
.
.
.
.
.

.
.
.
.

.
.
.
.
.
v

v

v

v

v

v

v

v

v

v

v

v

v

v

.
.
.
.
.
.
.
.
.
.
.
.
.
.
.
.
.
.
.

 

ລົດເຕົ່າຄັນດຽວໃນໂລກ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຕະລົກນີ້ເອົາມາແຕ່ເວບໄຊ ໂຈກ.... ແປເປັນລາວ

 

During one of her daily classes, a teacher trying to teach good manners, asked her students the following question: "Michael, if you were on a date having dinner with a nice young lady, how would you tell her that you have to go to the bathroom?" Michael said: "Just a minute, I have to go pee."

The teacher responded by saying: "That would be rude and impolite." "What about you Sherman, how would you say it?" Sherman said: "I am sorry, but I really need to go to the bathroom. I'll be right back."

"That's better, but it's still not very nice to say 'bathroom' at the dinner table." "And you, little Johnny, can you use your brain for once and show us your good manners?" "I would say 'Darling, may I be excused for a moment? I have to shake hands with a very good friend of mine, whom I hope to introduce you to after dinner'." The teacher fainted.

 

ເລື່ອງກະມີຢູ່ວ່າ, ສາວຄູປະຈຳຊັ້ນເພິ່ນກະຂຶ້ນຫ້ອງສອນເປັນປົກກະຕິຂອງເພິ່ນຫັ້ນແລ້ວ ແລະ ມື້ນີ້ເພິ່ນຈະສອນລູກສິດລູກຫາເພິ່ນກ່ຽວກັບມາລະຍາດຂອງຜູ້ດີ ວ່າຄວນຈະປະພຶດຕົວແນວໃດ, ໂດຍເພິ່ນເອົາໂຈດຖາມວ່າ:

ສາວຄູ: ຄືນໜຶ່ງເຈົ້າໄດ້ພາແຟນສາວໄປອອກເດດ ກິນອາຫານຄ່ຳ, ແລ້ວທ່ານເກີດອາການປວດເບົາ ທ່ານຈະຄອບແຟນສາວແນວໃດໃຫ້ສຸພາບທີ່ສຸດ? ທຳອິດກະໃຫ້ທ້າວຈ່ອຍຕອບກ່ອນ..

ທ້າວຈ່ອຍ: ຮຽນສາວຄູ .. ນ້ອງກໍ່ຈະຕອບວ່າ ຖ້າບຶດນຶ່ງເດີ!! ຊິໄປຍິງກະຕ່າຍກ່ອນ!!!

ສາວຄູ: ທ້າວຈ່ອຍ, ຖ້າຕອບແບບນີ້ ແມ່ນຖືວ່າບໍ່ສຸພາບ ແລະ ຂາດມາລະຍາດ!!! ເອົາທ້າວຄຳ ເຈົ້າລອງຕອບເບິ່ງ

ທ້າວຄຳ: ຮຽນສາວຄູ, ນ້ອງຈະຕອບວ່າ ! ຂໍໂທດເດີ ເພິ່ນ!! ຂ້ອຍປວດເບົາຢາກເຂົ້າຫ້ອງນ້ຳແຮງໆໆ ຈັກບຶດຊິມາເດີ!!

ສາວຄູ: ດີຂຶ້ນຈັກໜ້ອຍ, ແຕ່ຍັງບໍ່ໄດ້ເພາະບໍ່ຄວນເອີຍຄຳວ່າຫ້ອງນ້ຳເພາະວ່າ ແມ່ນຕອນກຳລັງຮັບປະທານອາຫານ,!!! ເອົາລະທ້າວຫຳນ້ອຍ!! ລອງເອົາສະໜອງເຈົ້າຄິດເບິ່ງດູ ເຈົ້າຈະຕອບຈັ່ງໃດ?

ທ້າວຫຳນ້ອຍ: ຮຽນສາວຄູ ທີ່ເຄົາຣົບ.... ຂະນ້ອຍຈະຕອບຈັ່ງຊີ້!!! ຂໍໂທດທີ່ຮັກ, ອ້າຍຂໍເວລາຈັກໜ້ອຍໄດ້ບໍ່, ອ້າຍຊິໄປທັກທາຍສະບາຍດີ ເພື່ອນສະໜິດຂອງອ້າຍ, ຜູ້ທີ່ອ້າຍຈະແນະນຳໃຫ້ນ້ອງຮູ້ຈັກພາຍຫຼັງ ກິນເຂົ້າແລງແລ້ວ!!!!

ພໍໄດ້ຍິນ ສາວຄູກະເປັນລົມໄປເລີຍ!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2011 | ມີ 30 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນໆ ຂ້ອຍພະຍາຍາມເບິ່ງຮູບຂ້າງລຸ່ມນີ້... ຍັງງົງໆ ຢູ່ວ່າເປັນຫຍັງຜູ້ຍິງໃນຮູບຄືຕົກໃຈຢ້ານອີຫຍັງ??? ໃຜອະທິບາຍໄດ້ແດ່?

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ກ: ກໍ່ເລື່ອງໄດ້ທຸກເວລາ

ຂ: ຂີ້ຈົ່ມ, ຂີ້ປ້ອຍ, ຂີ້ດ່າ,

ຄ: ຄຽດງ່າຍ

ງ: ເງິນຈ່າຍບໍ່ມີວັນພໍ

ສ: ສຳອອຍຍາມຢາກໄດ້

ຊ: ຊາຍຂອງຂ້າໄຄຢ່າແຕະ....

ຍ: ຍາກຈະເຂົ້າໃຈ

ດ: ດີວັນດີຄືນ

ຕ: ຕ້ອງຊະນະ

ຖ: ຖຽງຄຳບໍ່ຕົກຟາກ

ທ: ທໍລະມານຜູ້ຊາຍ ດ້ວຍການຢົ້ວຢວນ

ນ: ນັກນິນທາຕົງຍົງ!!!!

ບ: ບໍ່ສົນຄົນຈົນ

ປ: ປາກບໍ່ຕົງກັບໃຈ

ຜ: ຜິດບໍ່ເຄີຍງໍ້....ເພາະວ່າຜູ້ຊາຍຕ້ອງງໍ້ຢ່າງດຽວ

ຝ: ຝັນບໍ່ເຄີຍເຊົາ

ພ: ພັດທະນາໄດ້ດີເລື່ອງໜ່ວຍຄວາມຈຳ...ຈື່ໄດ້ແຕ່ຕອນເກີດຈົນຮອດປະຈຸບັນ

ຟ: ຟ້ອນເປັນແຕ່ຈັ່ງຫວະ ບັສລົບ, ສາວຊຽງຂວາງ, ບໍ່ເຊື່ອໄປງານດອງລະສັງເກດເດີ...

ມ: ມັກປ່ຽນເຄື່ອງໃຊ້ຂອງສອຍ ເສື້ອຜ້າອາພອນ

ຢ: ຢາກບໍ່ເຊົາ... ກິນຈະຫຼອດ

ລ: ລະແວງສົງໄສ

ວ: ເລລາກິນຢ່າມາລົບກວນ...

ຫ: ໄຫ້ໄດ້ທຸກຍາມ

ອ: ອົກຫັກເປັນເລື່ອງໃຫຍ່

ຮ: ຮັກດຽວໃຈດຽວ....(ພິຈາລະນາເອົາເອງ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຂໍ້ຫ້າມ.... ຕະຫຼົກນີ້ຜູ້ທີ່ອາຍຸຕ່ຳກວ່າ 18 ປີ ຫ້າມອ່ານ...

,

,

,

,

,

,

,

ກະລຸນາກົດລົງອີກ

,

,

,

,

,

,

,

,

,

,

ອີກຈັກນອຍ

,

,

,

,

,

,

,

,

,

,

ຕັ້ງໃຈເບິ່ງເດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ເວລາອ່ານກະລຸນາ ອ່ານເປັນສຳນຽງ ຫຼວງພະບາງ..!!!!

 

ອ້າຍບ່າວຫຼວງພະບາງ ລົມສາວບໍ່ເກັ່ງປານໃດ,​ເວລາໄປຫາແຟນສາວ ແຕ່ລະຄັ້ງກະແມ່ນເຈີບັນຫາຕະຫຼອດ ເພາະບໍ່ຮູ້ວ່າຊິເອົາຫຍັງມາລົມ.... ແລະມື້ນີ້ກະເປັນອີກມື້ທີ່ທາງ ບ່າວຫຼວງພະບາງຄົນນີ້ຕ້ອງຄິດໜັກ ເພາະມາຢາມບ້ານແຟນສາວອີກຄັ້ງ,

ພໍມາຮອດບ້ານ ກະມານັ່ງຢູ່ກ້ອງຕາລ່າງເຮືອນ, ນັ່ງໄປດົນເຕີບ ກະໄດ້ ແຕ່ແນມເບິ່ງໜ້າກັນ ຈັກໜ້ອຍ ອ້າຍບ່າວ ກະເອີຍຂຶ້ນວ່າ!

ຜູ້ບ່າວ: ນ້ອງສະບາຍດີບໍ່?

ຜູ້ສາວ: ສະບາຍດີ!

 

ນັ່ງໄປດົນເຕີບ, ອ້າຍບ່າວກະເວົ້າຂຶ້ນອີກ

ຜູ້ບ່າວ: ນ້ອງກິນເຂົ້າລະວ່າ?

ຜູ້ສາວ: ກິນແລ້ວ,

 

ນັ່ງໄປດົນເຕີຍ, ກະເອີຍຂຶ້ນມາອີກ,

ຜູ້ບ່າວ: ກິນເຂົ້າກັບຫຍັງ?

ຜູ້ສາວ: ກັນກັບ ຈືນໄຂ່!!!

 

ນັ່ງໄປອີກ, ກະຄຶດຫຍັງບໍ່ອອກ ບໍ່ຮູ້ແນວ ຊິລົມ..... ບັງເອີ່ນຫຼຽວໄປທາງ ຫົວຂັ້ນໄດ ແລ້ວຈິ່ງເອີ່ຍຂຶ້ນ

ຜູ້ບ່າວ: ອັນນັ້ນແມ່ນເກີບໃຜ?

ຜູ້ສາວ: ເກີບພໍ່ນ້ອງ.

 

ພໍຜູ້ສາວຕອບມາບາດນີ້, ກະໝົດແນວ ຊິຕໍ່ ຜູ້ບ່າວກະຕ້ອງໄດ້ໃຊ້ຄວາມຄິດຢ່າງໜັກ, ສຸດທ້າຍກະສາມາດຖາມຕໍ່

ຜູ້ບ່າວ: ແມ່ນທັງສອງຫັ້ນບໍ່

ຜູ້ສາວ: ຊິໃຫ້ໃສ່ເກີບຂ້າງດຽວສະບໍ່?

 

ໂອຍ!!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສາມສ່ຽວມາຮຽນຢູ່ປະເທດ ອົດສະຕາລີນຳກັນ ກະມີລາວ, ຫວຽດ ກັບ ຈີນ..... ທັງສາມສະຫາຍນີ້ມັກຈະອວດນັ້ນອວດນີ້ ໃສ່ກັນຕະຫຼອດ.... ມາວັນໜຶ່ງທັງສາມສະຫາຍ ກະພາກັນໄປທ່ຽວສ່ວນສາທາລະນະ.... ໃກ້ໆກັບໂຮງຮຽນ.... ທັງສາມກະພາກັນໄປນັ່ງໃກ້ໆ ກັບແຄມບຶງ ແລະ ກະຕາມເຄີຍ ຍັງມີການໂມ້ ໃສ່ກັນຕະຫຼອດ.....

ສ່ຽວຈີນ: ບ້ານເຮົານີ້ ຈະເລີນຫຼາຍ ສາມາດຜະລິດໄດ້ທຸກຢ່າງ ລາຄາກະຖືກ.... ພໍເວົ້າສຸດເພິ່ນກະປົດເອົາໂມງໂຣເຣັກ (ຄືຊິແມ່ນຂອງເກ້) ມາໂຊ ແລະກະເອົາຖິ້ມລົງໜອງ ເພື່ອໂຊໝູ່ຫວຽດ ກັບ ລາວວ່າ ຕົນເອງລວຍ ....

ພໍສ່ຽວຈີນເອົາໂມງຖີ້ມລົງໜອງ, ອ້າຍສ່ຽວຫວຽດ ກະບໍ່ນ້ອຍໜ້າ, ຟ້າວລຸກໄປເອົາລົດຖີບຂອງຕົນມາ ແລ້ວ ກະໂຍນລົງໜອງທັງເວົ້າໂມ້ອີກ!

ສ່ຽວຫວຽດ: ບ້ານກູນີ້, ບໍ່ອຶດແຕ່ລົດຖີບ, ກູກັບໄປກະຫາຊອກໃໝ່ໄດ້ສະບາຍ!!!

ບາດນີ້ ມາຮອດ ສ່ຽວຄົນລາວ, ຈັກຊິເອົາຫຍັງມາອວດໝູ່ ເພາະວ່າອັນໃດກໍ່ບໍ່ມີ!!!! ຄິດໄປຄິດມາດົນເຕີບ, ອ້າຍສ່ຽວລາວກະລຸກຂຶ້ນ ຕີນຖີບສ່ຽວຫວຽດ ກັບ ສ່ຽວຈີນຕົກໜອງ!!! ພ້ອມກັບເວົ້າແຖມວ່າ!!

ສ່ຽວລາວ: ຢູ່ບ້ານກູ ກະເຕັມແຕ່ຫວຽດ ກັບ ຈີນ ນີ້ລະ ກູກັບໄປ ກະຫາໃໝ່ໄດ້ສະບາຍ!!!!!

 

 

 

 

 

ຈົບ!!!! ຄິດໄດ້ແນວໃດ!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຫົວໜ້າໂຄງການຈາກຍີ່ປຸ່ນມາ ກວດວຽກຢູ່ລາວ ຫຼາຍຄັ້ງແລ້ວ ເກືອບວ່າ ສອງປີ ແຕ່ໂຄງການກະບໍ່ແລ້ວ.... ຈິ່ງໃຈຮ້າຍເພາະວຽກບໍ່ແລ້ວຕາມກຳນົດ... ຈິ່ງໄດ້ເອີ້ນເອົາຫົວໜ້າບໍລິຫານປະຈຳລາວເຂົ້າມາຊີ້ແຈງ...

 

ຫົວໜ້າໂຄງການ: ເປັນຈັ່ງໃດ ໂຄງການຄືວ່າບໍ່ແລ້ວຕາມກຳນົດ, ຢູ່ປະເທດອື່ນຄືວ່າມາແລ້ວກັນໝົດ ແລ້ວ ຍັງແຕ່ຢູ່ລາວນີ້ລະ....

ຫົວໜ້າບໍໍລິຫານ: ໂອຍ!!!! ມັນກະມີເລື່ອງລາວຫັ້ນແລ້ວ ຫົວໜ້າ..... ດຽວຊິເລົ່າສູ່ຟັງ!!!

ຫົວໜ້າໂຄງການ: ເອົາ!!! ຊີ້ແຈງມາ!!!!

ຫົວໜ້າບໍລິຫານ: ແຕ່ດົນນານມາແລ້ວ, ໃນຂົງເຂດອາຊີອັກຄະເນນີ້, ຍັງມີຄົນທີ່ສະຫຼາດລ້ຳເລີດຊີື່ວ່າ ຊຽງໝ້ຽງ ທີ່ມຄວາມສາມາດ ເອົາຊະນະ ພະຍາຜູ້ມີອຳນາດໄດ້.... ແຕ່ວ່າພາຍຫຼັງທີ່ຊຽງໝ້ຽງຕາຍໄປ, ອະໄວຍະວະຂອງ ລາວ ກະຖືກແຍກກະຈາຍໄປປະເທດຕ່າງໆ. ຫົວຂອງລາວຕົກຢູ່ ປະເທດໄທ ດັ່ງນັ້ນຄົນໄທຈິ່ງລັກຄວາມຄືຊຽງໝ້ຽງ, ມືຂອງລາວຕົກຢູ່ຫວຽດນາມ ດ່ັງນັ້ນຄົນຫວຽດນາມຈິ່ງເຮັດວຽກດ້ວຍຄວາມຂະຫຍັນ ແລະ ແລ້ວໄວ, ສ່ວນວ່າຕີນຂອງລາວແມ່ນຕົກຢູ່ປະເທດຈີນ ດັ່ງນັ້ນ ທ່ານຈະໄປແຫ່ງຫົນໃດໃນໂລກນີ້ ກໍ່ຈະເຫັນຄົນຈີນ.... ສ່ວນວ່າປະເທດລາວນີ້ແມ່ນໄດ້ທ້ອງຊຽງໝ້ຽງ ຕິ່ງເຮັດໃຫ້ເປັນບັນຫາ ເພາະຄົນລາວມີແຕ່ກິນ ແລະ ມີງານສັງສັນຕະຫຼອດ,​ອັນເປັນສາເຫດໃຫ້ໂຄງການເຮົາບໍ່ແລ້ວຕາມກຳນົດ ຫັ້ນແລ້ວ ທ່ານຫົວໜ້າ...

ຫົວໜ້າໂຄງການ: ໂອ!! ຟັງມາກະມີເຫດຜົນ!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຍ້ອນວ່າເປັນເຂີຍໃໝ່ ເວລາກິນເຂົ້າກິນນ້ຳກະຕ້ອງໄດ້ຈົ່ງໄດ້ຈຽມ....​ເພາະເກງໃຈພໍ່ຕາແມ່ຍາຍ.

ຜູ້ເປັນແມ່ເຖົ້າຈິ່ງເປັນຫ່ວງຫຼາຍຢ້ານວ່າລູກເຂີຍຊິຈ່ອຍ ຍ້ອນກິນເຂົ້າໜ້ອຍ. ດັ່ງນັ້ນ, ແຕ່ລະຄາບເຂົ້າ ຜູ້ເປັນແມ່ເຖົ້າ ຈິ່ງໄດ້ຄອຍບອກ ຄອຍແນະນຳ, ແລະໃນຄາບເຂົ້າມື້ນີ້ ກໍ່ເຊັ່ນກັນ.

 

ແມ່ເຖົ້າ: ເຂີຍເອີຍ!!! ຈານລາບຢູ່ພີ້ ກະຍື້ແຂນມາເອົາເດີ!! ບໍ່ຕ້ອງເກງໃຈ!!

ລູກເຂີຍ: ໂດຍ ແມ່ເຖົ້າ!!!

ແມ່ເຖົ້າ: ເຂີຍເອີຍ!!! ຖ້ວຍແຈ່ວຢູ່ພີ້ ກະຍື້ແຂນມາເອົາເດີ!!!

 

ເວົ້າຫຼາຍເທື່ອຫຼາຍ, ອ້າຍລູກເຂີຍກະຢາກໃຈຮ້າຍ......

 

ແມ່ເຖົ້າ: ເຂີຍເອີຍ!!! ຈານຜັກຢູ່ທາງພີ້, ແຂນລູກຍາວກະຍື້ມາເອົາເດີ!!!!

ລູກເຂີຍ: ຍາວລະບໍ່!!​ຍື້ຮອດນົມແມ່ເຖົ້າພຸ້ນລະ!!!!!

 

 

ຊ່າງເວົ້າໄປໄດ້!!!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ມີເວລາໄປວຽກທາງໃຕ້ອາທິດຜ່ານມາ ກະພໍດີໄດ້ເລື່ອງຕະລົກມາເລົ່າສູ່ຟັງ.... ເລື່ອງມີຊື່ວ່າ ຊອກເມຍ!!!

ທ້າວ ຫຳໂທນ ເປັນລູກຊາຍກົກ ອາຍຸກະໄດ້ ຊາວກວ່າປີ ແລ້ວ ເພີ່ນອາໃສ ຢູ່ບ້ານນາຜາສຸກ ເຮົານີ້ລະ... ເພິ່ນກະຢາກໄດ້ເມຍແລ້ວບາດນີ້ ຈິ່ງໄດ້ໄປປຶກສາພໍ່....


ທ້າວຫຳໂທນ: ພໍ່ໂອຍ!!! ລູກກະໃຫຍ່ເປັນບ່າວເປັນແພວ ແລ້ວ, ກະຢາກສ້າງຄອບຄົວ... ພໍຄິດວ່າແນວໃດ?

ພໍ່: ເອີ໋!!!​ຄັນລູກຄິດວ່າ ຕົວເອງ ຊິກຸ້ມລູກ ກຸ້ມເມຍ, ກຸ້ມຄອບກຸ້ມຄົວ ກະລອງໄປຊອກເບິ່ງ ຜູ້ສາວບ້ານເຮົາ ກັບບ້ານໃກ້ຄຽງ ແລ້ວມາສະເໜີພໍ່ເບີ່ງເດີ...


ເມື່ອໄດ້ຮັບຄຳແນະນຳ, ທ້າວ ຫຳໂທນ ກະເລີມການສຳຫຼວດ..... ມື້້ຕໍ່ມາກະຮີບມາລາຍງານພໍ່ທັນທີ

ທ້າວຫຳໂທນ: ພໍ່ເຮົາເຫັນສາວງາມ ອາຍຸປະມານ ສິບແປດປີ ຢູ່ເຮືອນທ້າຍບ້ານເຮົາ ລູກແມ່ສອນ ຫັ້ນນາ ອີພໍ່ຄິດວ່າແນວໃດ?

ພໍ່: ຄິດຢູ່ດົນເຕີບຈິ່ງຕອບວ່າ, ບໍ່ໄດ້ ອັນນັ້ນແມ່ນພີ່ນ້ອງມືງ.


ສາເຫດທີ່ພໍ່ຂອງລາວຕອບແນວນັ້ນ ກໍ່ເພາະວ່າພໍ່ລາວເປັນຄົນເຈົ້າຊູ້ມາກ່ອນ ແລະຜູ້ສາວໃນບ້ານຫຼາຍຄົນ ແລະ ບ້ານໃຫ້ຄຽງ ແມ່ນເພິ່ນສັງຫານມາຫຼາຍ.

ເມື່ອຖືກພໍ່ປະຕິເສດ, ທ້າວຫຳໂທນ ກະກົ້ມໜ້າໄປຊອກຫາຍິງຜູ້ໃໝ່.... ມື້ຕໍ່ມາກະມາລາຍງານ ພໍ່ອີກ... ມາລາຍງານຜູ້ໃດ ພໍ່ກະຕອບວ່າເປັນພີ່ນ້ອງ ເປັນພີ່ນ້ອງ ໃຫ້ເອົາບໍ່ໄດ້. ທ້າວຫຳໂທນ ຈິ່ງຕັດສິນໃຈໄປປຶກສານຳແມ່...


ທ້າວຫຳໂທນ: ແມ່!!! ອີພໍ່ຈັກລາວເປັນຫຍັງ? ເຮົາໄປປຶກສາລາວເລື່ອງຜູ້ສາວເຮົາ ທີ່ຈະແຕ່ງງານນຳຕັ້ງຫຼາຍຄົນ ແຕ່ລາວຫ້າມບໍ່ໃຫ້ເອົາຈັກຄົນ, ເວົ້າແຕ່ວ່າແມ່ນພີ່ນ້ອງຂອງເຮົາ... ເຈົ້າຄິດວ່າຈັ່ງໃດນະແມ່?/

ແມ່: ບັກຫຳເອີຍ!!! ບໍ່ຕ້ອງໄປສົນໃຈກັບພໍ່ມືງດອກ, ມືງມັກຜູ້ໃດ້ມືງແຕ່ງໄປໂລດ, ບໍ່ແມ່ນພີ່ນ້ອງມືງຈັກຄົນດ່ອກ... ແລະທີ່ສຳຄັນ ມືງກະບໍ່ແມ່ນລູກຂອງພໍ່ມືງດ໋ອກ!!!!!

ທ້າວຫຳໂທນ: ແທ້ວ໋າ!!!!!



(ສະຫຼຸບກະຄືວ່າ ແມ່ຂອງທ້າວຫຳ ກະລັກມີຊູ້ກັບຊາຍອື່ນຈິ່ງມີ ທ້າວຫຳ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເປັນການຂັ້ນລາຍການ, ກ່ອນທີ່ຈະຂຽນ ຕອນ3 ຂອງເລື່ອງ ສູ່ດິນແດນວິລະຊົນ.... ເລື່ອງຕະລົກນີ້ ກະໄດ້ມາຈາກການເດີນທາງນີ້ລະ..... ເຂົ້າເລື່ອງກັນເລີຍເນາະ.

ພະນັກງານວິຊາການຂົວທາງຂອງຫ້ອງການສາກົນ ກັບທິມງາມ ພາກັນໄປຮອດເມືອງແອດພຸ້ນແລ້ວ!!!!! ກະຍ້ອນແຂກເຂົ້າບ້ານເຂົ້າເມືອງ ເພີ່ນກະຈັດລ້ຽງຢ່າງໃຫຍ່ ເພາະດີໃຈທີ່ຈະໄດ້ເສັ້ນທາງປູຢາງ... ກິນໄປກິນມາ ແນວວ່າເຫຼົ້າຂາວມັນກະເມົາໂລດແລ້ວ!!!!!

ສວຍໂອກາດ ໂອ້ລົມກັນໃນວົງເຫຼົ້າ, ທາງຝ່າຍວິຊາການກະເລີ່ມສອບຖາມພະນັກງານຂົວທາງຂອງເມືອງເພື່ອຢາກຮູ້ກ່ຽວກັບການສັນຈອນ ແລະ ພາຫະນາຕ່າງໆໃນເມືອງ.

ວິຊາການຂົວທາງ: ສະຫາຍ, ເມືອງເຮົາກະມີການສັນຈອນຫຼາຍບໍ່

ພະນັກງານເມືອງ: ແມ່ນ, ກະມີຫຼາຍໄດ໋ ໂດຍສະເພາະກະອອກສູ່ເມືອງສົບບາວ ຫາຊາຍແດນຫຽວດນາມ

ວິຊາການຂົວທາງ: ແລ້ວມີລົດປະເພດໃດຫຼາຍກວ່າໝູ່

ພະນັກງານເມືອງ: ກະມີລົດບັນທຸກ, ລົດໂດຍສານ...

 

 

 

ພໍຖາມຂໍ້ນີ້ ຊາວບ້ານພາກັນຫຼຽວເບິ່ງໜ້າວິຊາການຂົວທາງ ແລ້ວພາກັນຫົວສະອີກສະອ້ອຍ.... ຈົນເຮັດໃຫ້ວິຊາການຄົນນັ້ນສົງໄສວ່າຕົນເອງເຮັດເວົ້າຫຍັງຜິດບໍ່.....

ພໍຕື່ນເຊົ້າມື້ໃໝ່ ວິຊາການຂົວທາງຄົນນັ້ນກະຍັງຄາໃຈທີ່ຢາກຮູ້ວ່າຊາວບ້ານພາກັນຫົວຫຍັງ...ລາວຈິ່ງໄປຖາມຊາວບ້ານ...

 

ວີຊາການຂົວທາງ: ແມ່່ປ້າ, ມື້ຄືນບໍ່ຮູ້ວ່າຫຼານເວົ້າຫຍັງຜິດ. ຊາວບ້ານຄືພາກັນຫົວ ຕອນຫຼານຖາມວ່າ ເມືອງເຮົາມີ ຕ໋ອກຕ໋ອກ ຫຼາຍບໍ່ຫັ້ນນາ.

ແມ່ປ້າ: ຮະຮະຮະຮະຮະ, ເຂົາກະຫົວລະນໍ້ບັກຫຼ້າເອີຍ!!!

ວິຊາການຂົວທາງ: ຕ໋ອກຕ໋ອກ, ລົດທີ່ຊາວບ້ານເອົາໄປເຮັດນານີ້ ມັນເປັນຕາຫົວຢູ່ບ່ອນໃດ?

ແມ່ປ້າ: ອັນຕ໋ອກຕ໋ອກ ເຈົ້າຫັ້ນ, ພາສາຊາວບ້ານທີ່ນີ້ໝາຍເຖິງ ເຮັດອັນນັ້ນກັນເດີ!!!

ວິຊາການຂົວທາງ: ອັນໃດ?

ແມ່ປ້າ: ອັນທີ່ ຜູ້ຍິງຜູ້ຊາຍມັກຫັນລະ!!!! ຮະຮະຮະຮະ

 

ອະທິບາຍ: ພາສາທ້ອງຖິ່ນ ຄຳວ່າ ຕ໋ອກຕ໋ອກ ແມ່ນການຮ່ວມເພດ, ແຕ່ວິຊາການຂົວທາງຢາກໝາຍເຖິງ ລົດຕ໋ອກໆ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຕະລົກເລື່ອງນີ້ ກະຫາກໍ່ໄດ້ມາຈາກກິນເຂົ້າສວາຍ ວ່າງກີ້ນີເນາະ.... ມີຊື່ເລື່ອງວ່າ: ແຕ່ງເລີຍລູກ...

ເລື່ອງລາວກະມີຢູ່ວ່າ,​ ມີຄູ່ບ່າວສາວຜູ້ໜຶ່ງ ແມ່ນຮັກມັກກັນ... ຜູ້ບ່າວກະທຽວໄປຫຼິ້ນນຳ ຜູ້ສາວທຸກມື້ ບໍ່ໄດ້ຂາດ....

ແລະມີວັນໜຶ່ງ ຜູ້ບ່າວກະເລີຍ ເອີຍກັບສາວວ່າ ຈະຂໍແຕ່ງງານນຳ ຈຶ່ງກະຊິບໃຫ້ຜູ້ສາວໄປເວົ້າກັບພໍ່ຂອງນາງ... ເວົ້າບໍ່ທັນສຸດຄວາມຜູ້ສາວກະແລ່ນໄປຖາມພໍ່ດ້ວຍຄວາມດີໃຈ

 

ລູກສາວ: ພໍ່ອ້າຍທ້າທາຍວ່າລາວຊິມາຂໍລູກນຳພໍ່ໄດຫັ້ນ

ພໍ່: ແມ່ນວ່າ, ອັນນີ້ ກະແລ້ວແຕ່ລູກຕັດສິນໃຈເດີ.... ຄັນຮັກມັກກັນແທ້ກະເອີນລາວມາໃຫ້ພໍ່ໂອ້ລົມເບິ່ງ!

 

ຜູ້ສາວກະຟ້າວອອກມາເອີນຄົນຮັກຂອງຕົນໄປຫາພໍ່....

 

ພໍ່: ຈັ່ງໃດທ້າທາຍ ເຈົ້າຮັກລູກສາວເຮົາແທ້ບໍ່

ທ້າທາຍ: ໂອຍ!!! ກະຮັກແທ້ຫັ້ນແລ້ວ....

ພໍ່: ວ່າຈັງໃດ!! ເວົ້າແຮງໆໆ ແດ່!  (ພໍ່ຫູບໍ່ຄ່ອຍດີປານໃດ ຕ້ອງໄດ້ເວົ້າດັງໆ)

ທ້າທາຍ: ຮັກແທ້ໆໆໆ

ພໍ່: ເອີ!!! ຊັ້ນພໍ່ຂໍຖາມແດ່... ລູກເຮັດອາຊີບຫຍັງ ແລະ ພໍ່ແມ່ເດ?

ທ້າທາຍ: ໂອ໋!!​ລູກກະເຮັດວຽກທາສີຢູ່ດ່ານ,​ ສ່ວນພໍ່ແມ່ເພີ່ນຂາຍຮຳຢູ່ຕະຫຼາດ.....

 

ເວົ້າບໍ່ທັນສຸດຄວາມພໍ່ຮ້ອງໄປໃສ່ລູກສາວ....​ອີ່ຫຼ້າ.... ມື້ອື່ນຈັດງານດອງໂລດ...ພໍ່ຊິຈ່າຍທຸກຢ່າງກ່ອນ.....

(ປ.ລ: ພໍ່ຫູຟາດ ຍິນບໍ່ຄັກເລີຍຄິດວ່າ: ທ້າທາຍ ເຮັດວຽກພາສີຢູ່ດ່ານ ແລະ ພໍ່ແມ່ຂາຍຄຳຢູ່ຕະຫຼາດ)

 

ຮະຮະຮຮະຮະ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຕະລົກເລື່ອງນີ້ ກະຫາກໍ່ໄດ້ມາຈາກກິນເຂົ້າສວາຍ ວ່າງກີ້ນີເນາະ.... ມີຊື່ເລື່ອງວ່າ: ແຕ່ງເລີຍລູກ...

ເລື່ອງລາວກະມີຢູ່ວ່າ,​ ມີຄູ່ບ່າວສາວຜູ້ໜຶ່ງ ແມ່ນຮັກມັກກັນ... ຜູ້ບ່າວກະທຽວໄປຫຼິ້ນນຳ ຜູ້ສາວທຸກມື້ ບໍ່ໄດ້ຂາດ....

ແລະມີວັນໜຶ່ງ ຜູ້ບ່າວກະເລີຍ ເອີຍກັບສາວວ່າ ຈະຂໍແຕ່ງງານນຳ ຈຶ່ງກະຊິບໃຫ້ຜູ້ສາວໄປເວົ້າກັບພໍ່ຂອງນາງ... ເວົ້າບໍ່ທັນສຸດຄວາມຜູ້ສາວກະແລ່ນໄປຖາມພໍ່ດ້ວຍຄວາມດີໃຈ

 

ລູກສາວ: ພໍ່ອ້າຍທ້າທາຍວ່າລາວຊິມາຂໍລູກນຳພໍ່ໄດຫັ້ນ

ພໍ່: ແມ່ນວ່າ, ອັນນີ້ ກະແລ້ວແຕ່ລູກຕັດສິນໃຈເດີ.... ຄັນຮັກມັກກັນແທ້ກະເອີນລາວມາໃຫ້ພໍ່ໂອ້ລົມເບິ່ງ!

 

ຜູ້ສາວກະຟ້າວອອກມາເອີນຄົນຮັກຂອງຕົນໄປຫາພໍ່....

 

ພໍ່: ຈັ່ງໃດທ້າທາຍ ເຈົ້າຮັກລູກສາວເຮົາແທ້ບໍ່

ທ້າທາຍ: ໂອຍ!!! ກະຮັກແທ້ຫັ້ນແລ້ວ....

ພໍ່: ວ່າຈັງໃດ!! ເວົ້າແຮງໆໆ ແດ່!  (ພໍ່ຫູບໍ່ຄ່ອຍດີປານໃດ ຕ້ອງໄດ້ເວົ້າດັງໆ)

ທ້າທາຍ: ຮັກແທ້ໆໆໆ

ພໍ່: ເອີ!!! ຊັ້ນພໍ່ຂໍຖາມແດ່... ລູກເຮັດອາຊີບຫຍັງ ແລະ ພໍ່ແມ່ເດ?

ທ້າທາຍ: ໂອ໋!!​ລູກກະເຮັດວຽກທາສີຢູ່ດ່ານ,​ ສ່ວນພໍ່ແມ່ເພີ່ນຂາຍຮຳຢູ່ຕະຫຼາດ.....

 

ເວົ້າບໍ່ທັນສຸດຄວາມພໍ່ຮ້ອງໄປໃສ່ລູກສາວ....​ອີ່ຫຼ້າ.... ມື້ອື່ນຈັດງານດອງໂລດ...ພໍ່ຊິຈ່າຍທຸກຢ່າງກ່ອນ.....

(ປ.ລ: ພໍ່ຫູຟາດ ຍິນບໍ່ຄັກເລີຍຄິດວ່າ: ທ້າທາຍ ເຮັດວຽກພາສີຢູ່ດ່ານ ແລະ ພໍ່ແມ່ນຂາຍຄຳຢູ່ຕະຫຼາດ)

 

ຮະຮະຮຮະຮະ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ລອງຕອບໃຫ້ແດ່!!!!

ພໍ່ແມ່ຂອງນາງນ້ອຍ ມີລູກສາວທັງໝົດ 4 ຄົນ, ຜູ້ທຳອິດ ຊື່ວ່າ ຈັນ, ຄົນທີ່ສອງ ຊື່ວ່າ ພຸດ ແລະ ຄົນທີ່ ສາມ ຊື່ວ່າ ສຸກ. ຢາກຖາມວ່າ ຄົນທີ່ສີ່ ຊື່ວ່າແນວໃດ????

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສະບາຍດີອີກຄັ້ງນໍ້ເພື່ອນໆພັນລາວ...

ຫາກະກັບມາຮອດວຽງຈັນຕອນບ່າຍນີ້, ອອກລົດຈາກສະຫວັນນຳເຂດ ຕອນ 6ໂມງເຊົ້າ ມາຮອດວຽງກະພໍດີ 12 ໂມງບ່າຍ...

ວ່າຊິຂຽນເລື່ອງການເດີນທາງ, ແຕ່ວ່າເມື່ອຍ ກະເລີຍນຳເອົາເລື່ອງຕະລົກມາຄາຍຄຽດ.... ຊື່ເລື່ອງກະມີຢູ່ວ່າ: ຢ້ານເມຍ

 

ຢູ່ງານລ້ຽງຂອງກະສັດ, ກະມີບັນດາເສນາອາມາດຈາກຫຼາຍຕົວເມືອງມາຮ່ວມເຕັມໄປໝົດ, ຕ່າງຝ່າຍກະຕ່າງນັ່ງໂອ້ລົມກັນ ເພາະດົນໆຈິ່ງໄດ້ພົບກັນ....

ເມື່ອກະສັດເຂົ້າມາທ້ອງພຣະໂຣງ, ກະຊິກ່າວເປີດພິທີ ແຕ່ວ່າຍ້ອນສະໄໝນັ້ນບໍ່ມີລະບົບສຽງ ຈິງຕ້ອງໄດ້ຕີກອງ ລະກະເວົ້າກັນສົດໆ ເລີຍ.... ພໍກ່າວພິທີ, ສັງເກດເຫັນວ່າ ບັນດາເສນາອາມາດສ່ວນຫຼາຍພາກັນນັ່ງຢູ່ແຕ່ທາງຫຼັງ ບໍ່ຄ່ອຍພາກັນຍັບເຂົ້າມາທາງໜ້າ, ກະສັດກະເລີຍອອກອຸບາຍ....

ກະສັດ: : ເອົາລະເສນາທັງຫຼາຍ, ຖ້າຜູ້ໃດຢ້ານເມຍ ໃຫ້ພາກັນຍັບຂື້ນມາທາງໜ້າ

 

ພໍກ່າວສຸດ, ບັນດາເສນາທັງຫຼາຍແມ່ນພາກັນຍັບຂຶ້ນໜ້າເກືອບໝົດ, ເຫຼືອແຕ່ເສນາ ຈ່ອຍ ທີ່ຍັງນັ່ງຢູ່ບ່ອນເກົ່າ, ກະສັດສົງໄສຈຶ່ງຮ້ອງໄປໃສ່.

 

ກະສັດ:  ເປັນຫຍັງເຈົ້າ ບໍ່ຍັບ, ຂະໜາດເຮົາຍັງຢ້ານພະມະເຫສີຂອງເຮົາເລີຍ.

ເສນາຈ່ອຍ: ພະອາຍາເອີຍ, ບໍ່ແມ່ນຜູ້ຂ້າບໍ່ຢ້ານເມຍດ໋ອກ, ທີ່ຂະນ້ອຍບໍ່ຍັບ ກະຍ້ອນເມຍຂະນ້ອຍ ບອກໃຫ້ນັ່ງຢູ່ແຕ່ບ່ອນນີ້ ຂະນ້ອຍ....

 

ໝົດທຸກຄົນໃນທ້ອງພຣະໂຣງ: ຮະຮະຮະຮະຮະ!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຂຽນແຕ່ເລື່ອງເຈັບຫົວມາຫຼາຍ ມື້ນີ້ ກະເອົາເລື່ອງຕະຫຼົກ ມາເບົາສະໝອງ ແຕ່ອາດຈະເປັນເລື່ອງບໍ່ສຸພາບແດ່ຈັກໜ່ອຍເດີ!!!​ ກະລອງອ່ານເບິ່ງນໍ້

ສອງຜົວເມຍທີ່ຫາກະແຕ່ງງານກັນໃໝ່ໆ, ກະໄດ້ຖືໂອກາດ ເຊື້ອເຊີນເພື່ອນມິດສະຫາຍ ມາກິນເຂົ້າແລງສາມັກຄີ ຕາມທຳນຽມຄົນລາວເຮົານີ້ ແລະ. ແລະ ຜູ້ເປັນເມຍກະລົງຄົວແຕ່ງກິນດ້ວຍຕົນເອງ ເຊີງມີອາຫານຫຼາກຫຼາຍ.

ເມື່ອບັນດາແຂກມາເຮືອນຄົບແລ້ວ, ກະເລີ່ມເສີບອາຫານ ປົກກະຕິ ກະຈະແມ່ນແມ່ຢ້າວແມ່ເຮືອນເປັນຄົນຈັດການ, ສ່ວນຜູ້ທີ່ເປັນສາມີ ກະນັ່ງຕ້ອນຮັບ ແລະ ໂອ້ລົມກັບແຂກ. ຜູ້ເປັນເມຍ ກະເອົາອາຫານຂຶ້ນໂຕະ ແລະ ກະຕັກເຂົ້າ ໃຫ້ແຂກແຕ່ລະຄົນ. ແຕ່ພັດວ່າບໍ່ຕັກໃຫ້ຜົວຕົນເອງ, ຜົວກະເລີຍວ່າຈຳເປັນຕ້ອງຕັກເອົາເອງ... ພໍຕັກເຂົ້າລົງໃສຈານ ຜູ້ເປັນຜົວແນມເຫັນເສັ້ນຜົມ ຫຼືອາດຈະແມ່ນ ໝ**, ເພາະ ມັນກູດໆ.... ຈິງຄິດໃຈຮ້າຍ, ກະເລີຍຈົ່ມພືມພ່ຳຂຶ້ນ ຈົນວ່າຜູ້ເປັນເມຍອ້າຍແຂກ ທີ່ມາ.... ໝູ່ໆບອກໃຫ້ເຊົາພັດແຮງເວົ້າແຮງຂຶ້ນ ແຮງຂຶ້ນ, ຜູ້ເປັນເມຍໃຈຮ້າຍເລີຍຮ້ອງມາແຕ່ເຮືອນຄົວວ່າ

ເມຍ: ໂອຍ!!! ອ້າຍເອີຍ, ຂົນເສັ້ນດຽວ ຄືມາຈົ່ມດົນແທ້, ມື້ຄື້ນນີຂົນເຕັມປາກຄືວ່າບໍ່ວ່າຫຍັງ!!!!

ຜົວ: (ຄິດໃນໃຈ: ກູອາຍເດ໋໋໋)

 

ຮະຮະຮະຮະ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຢູ່ໂຮງຮຽນນາໆຊາດ ທີ່ປະເທດແຫ່ງໜຶ່ງ ມີນັກຮຽນຫຼາຍຊາດ ໄປຮຽນຢູ່ແຫ່ງນັ້ນ, ໃນຊ່ວງນັ້ນກະມີການສົ່ງຕົວແທນນັກສຶກສາ ໄປເຂົ້າຮ່ວມກອງປະຊຸມທີ່ ສະຫະລັດອາເມລິກາ..... ປະກອບມີ ລາວ, ຈີນ ແລະ ອິເດຍ. ຍ້ອນຕ້ອງໄປເປັນອາທິດສະນ້ັນແຕ່ລະນ້ອງສາວກະພາກັນກຽມເຄື່ອງເຕັມກະເປົາເພື່ອໃຫ້ພໍດີກັບເວລາຂອງການປະຊຸມວ່າຊັ້ນສາ.... ພໍດີໃກ້ຈະຮອດສະໜາມບິນ ທັງສາມສາວກະສະດຸ້ງຖາມກັນເພາະ ແຕ່ລະຄົນແມ່ນພາກັນລືມ ເອົາສະຫຼິບໃສ່ກະເປົາ ຈື່ງບອກໃຫ້ລົດແທກຊີ່ ຈອດຮ້ານສະດວກຊື້ ເພື່ອຊື້ສະຫຼິບ... ຍ້ອນບໍ່ທັນເອົາໃສ່ກະເປົາໃຫຍ່ ທັງສາມຈິ່ງຍັດສະຫຼິບທີ່ຫາກໍ່ຊື່ໃສ່ກະເປົາຫິ້ວຂອງຕົນ.

ພໍຮອດສະໜາມບິນ, ກະພາກັນໄປກວດເຄື່ອງ. ຍ້ອນວ່າຈະໄປອາເມລິກາມັນເຄັ່ງຫຼາຍ ເຈົ້າໜ້າທີ່ຈະຄົ້ນກະເປົ່າເບິ່ງທຸກໆໆໜ່ວຍ. ສາວລາວກະເຂົ້າໄປກວດກ່ອນ...

 

ເຈົ້າໜ້າທີ່: ໂອ!!!! ເປັນຫຍັງຄືເອົາສະຫຼິບໄປຕັ້ງ 7 ໂຕ.

ສາວລາວ: ໂອຍ!!!​ແນວວ່າໄປປະຊຸມ 7 ມື້ ກະເອົາໄປ 7ໂຕ ລະບໍ!!!

 

ສາວລາວກະຜ່ານໄປ, ບາດນີ້ກະແມ່ນສາວຈີນເປັນຄົນທັດໄປ

 

ເຈົ້າໜ້າທີ່: ອາວ!!!​ເຈົ້າໄປກັບນາງນັ້ນແມ່ນບໍ່? ຄືວ່າເອົາສະຫຼິບໄປແຕ່ 5 ໂຕ

ສາວຈີນ: ໂອ, ນ້ອງກະເອົາໄປນຸ່ງແຕ່ມື້ ປະຊຸມ, ສ່ວນວັນເສົາກັບວັນອາທິດບໍ່ໄດ້ໃສ່???

ເຈົ້າໜ້າທີ່: ໂອ!!! ແມ່ນວາ????

 

ສາວຈີນກະຜ່ານໄປອີກຄົນ,​ບາດນີ້ມາຮອດສາວອິນເດຍ

 

ເຈົ້າໜ້າທີ່: ຮ໋ວຍ!!!! ເຈົ້າໄປກັບສອງສາວຫັ້ນ ຄືວ່າເອົາສະຫຼິບໄປແຕ່ ໂຕດຽວ???

ສາວອິນເດຍ: ນ້ອງກະໃສ່ທຸກມື້ ແຕ່ວ່າຊິສັກແຫ້ງເອົາ

ເຈົ້າໜ້າທີ່: ໂອຍ!!!!!​ (ຄິດໃນໃຈວ່າ: ຊິບໍ່ເໝັນບໍ່),

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2010 | ມີ 21 ຄຳເຫັນ ແລະ 0 trackback(s)

ຂຽນບົດຢູ່ແບບສຳຫຼວດມີແຕ່ແນວ ເຈັບຫົວກະເລີຍມາ ຂຽນບັນທຶກປະຈຳວັນ ຕະຫຼົກຈັກ ສະບັບ

......ເລື່ອງມີຊື່ວ່າ  ເປັນຫຍັງກິນຕຳໝົດ

ໂອ໋!!!! ແນວວ່າໄວມັນ, ໄວຮຽນ, ພໍແຕ່ເລີກຈາກຮຽນ ບັນດາສາວໆ ແລະ ບ່າວໆ ມ ປາຍ ກະພາກັນມານັ່ງກິນຕຳສົ້ມຕຳແສວ ຕາມໄວຄະນອງຫັ້ນແລ້ວ.... ທ້າວ ສອດດອດ ມື້ນີ້ກະມານຳໝູ່ຫ້ອງດຽວກັນຄືທີ່ຜ່ານມາ... ພາກັນກິນຕຳສົມ, ຕຳໝີ ຈົນໝົດ 5 ຄົກ ເຊິ່ງມີຄົນ 5 ຄົນ ມື້ນັ້ນ.... ສອດດອດ ເລີຍດອດຂຶ້ນ

ທ້າວ ສອດດອດ: ໂອຍ!!! ຈັ່ງແມ່ນແຊບນໍ້່

ໝູ່: ແມ່ນໆໆໆ​ຄັກ ແຊບໆໆໆ

ທ້າວ ສອດດອດ: ກູຖາມສູແດ່... ເປັນຫຍັງຕຳສົ້ມຕຳໝີຈິ່ງໝົດ....

ໝູ່ຜູ້ທີ 1: ໂອຍ ແນວວ່າມັນແຊບກະໝົດຕັວະ

ທ້າວ ສອດດອດ: ບໍ່ແມ່ນ

ໝູ່ຜູ້ທີ 2: ເພາະວ່າ ມັນຄັກ ເສັ້ນໜຽວ

ໝູ່ຜູ້ທີ 3: ຍ້ອນກູຫິວ

ໝູ່ຜູ້ທີ 4: ຍ້ອນມຶງກິນຫຼາຍ

ທ້າວ ສອດດອດ: ສູເວົ້າບໍ່ຖືກຈັກຄົນ....

ໝູ່ທັງສີ່: ຊັ້ນໂຕວ່າຍ້ອນຍັງ....

ທ້າວ ສອດດອດ: ທີ່ຕຳໝົດຕັ້ງ 5 ຄົກ, ບໍ່່ແມ່ນຍ້ອນພວກເຮົາດອກ....​ແຕ່ແມ່ນຍ້ອນ ປາແດກ ........

ໝູ່ໆໆ: ໂອຍ໋໋໋໋!!!!!!!!!!

 

ງົງແມ່ນບໍ່!!!!​ເປັນຫຍັງ ຈິ່ງ ວ່າ ( ປາແດກ )