ມື້ວານນີ້, 29/6/2010, ທ້າທາຍ ແລະ ເພື່ອນຮ່ວມງານຫຼາຍໆຄົນຕ້ອງເສົ້າສະລົດໃຈກັບການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງເພື່ອນຮ່ວມງານຂອງພວກເຮົາ, ອ້າຍຕູ່ ຫຼື ທ້າວ ກໍວິເສດ ໃນໄວພຽງ ສາມສິບກວ່າໆ. ເມື່ອຫວນຍ້ອນຄືນໄປ ປະມານ 5 ເດືອນກ່ອນ ຊາຍຄົນນີ້ ຍັງມີຄວາມສຸກ ແລະ ຍິ້ມແຍ້ມເບິກບານ ເພາະລູກຊາຍຄົນທຳອິດຂອງລາວຫາກໍ່ກຳເນີດ ແມ້ນວ່າລາວຈະມີລູກສາວຢູ່ແລ້ວ 2 ຄົນ, ແຕ່ການໄດ້ລູກຊາຍເຮັດໃຫ້ຜູ້ເປັນພໍ່ແມ່ ດີໃຈເປັນຢ່າງຍິງ... ອ້າຍຕູ່ ເປັນຄົນລ່າເລີງ ແລະແຂງແຮງ ແລະເປັນຄົນມີນ້ຳໃຈ. ເຖີງວ່າຕ່ຳແໜງຂອງລາວຈະເປັນພຽງຄົນຂັບລົດ ແຕ່ທຸກຄົນໃນຫ້ອງການພວກເຮົາ ກະນັບຖືລາວ.
ທ້າທາຍເອງແມ່ນມີຄວາມຜູກພັນກັບອ້າຍຕູ່ເປັນພິເສດ ເພາະມັກອອກໄປຕ່າງແຂວງນຳກັນເລື່ອຍໆ ແລະ ກະມັນເລົ່າເລື່ອງລາວຊີວິດໃຫ້ກັນຟັງ, ສີິ່ງນີ້ ຍິ່ງເຮັດໃຫ້ຂ້ອຍຄິດຮອດຊາຍຄົນນີ້ ແລະ ຮູ້ສຶກເສຍດາຍ ທີ່ຕ້ອງສູນເສຍພະນັກງານທີດີ ແລະ ດຸໝັ່ນຄືລາວ.
ຈື້ໄດ້ວ່າ ມື້ສຸດທ້າຍທີ່ໄດ້ໂອລົມກັບອ້າຍຕູ່ ແມ່ນວັນສຸກ 18/6/2010, ລາວຂັບລົດໄປສ່ົງ ທັງສອງເຮົາຍັງໄດ້ໂອ້ລົມກັນ, ອ້າຍຕູ້ເປັນຄົນທີ່ຮັກຄອບຄົວ ທີ່ສຸດ, ລາວອາໄສຢູ່ບ້ານໜອງພະຍາ, ມີລູກສາວສອງຄົນ ແລະ ລູກຊາຍໜຶ່ງຄົນ, ທຸກໆເຊົ້າລາວຕ້ອງຂີ່ລົດຈັກຮອນດາ50 ຄູ່ໃຈ ຂອງລາວມາວຽກ, ແລະທຸກໆມື້ ທີ່ມາວຽກ ຂ້ອຍກໍ່ຈະເຫັນລາວຮັກສາຄວາມສະອາດ ລົດທີ່ລາວຂັບ ແລະ ທັກທາຍກັນເປັນປະຈຳ. ໃນມື້ວັນສຸກນັ້ນ, ອ້າຍຕູ່ຍັງໄດ້ ໂອ້ລົມໃຫ້ຟັງວ່າ ອີຕົນລູກ ແລະ ຢາກເປຍຫວຍ ເພື່ອໄປຊື້ລົດເກງເກົາມືສອງ ມື ສາມ, ຄັນເງິນບໍ່ພໍກະຊິໄດ້ຍືມ ປ້າຍືມລຸງ ໃສ່. ເພາະວ່າລູກກະຍັງນ້ອຍ ຖ້າຊ້ອນລົດຈັກກັນຫຼາຍຄົນອາດເປັນອັນຕະລາຍ.... ຂ້ອຍຍັງຈຳຄຳເວົ້າທຸກຄຳຂອງລາວໄດ້ດີ, ແລະ ກະຄຶດໃນໃຈວ່າ ອ້າຍຕູ່ຈະສາມາດສ້າງຝັນຂອງລາວ ແລະ ເພື່ອຄອບຄົວຂອງລາວໄດ້ຢ່າງແນ່ນອນ.
ແຕ່ດັ່ງທີ່ຫຼາຍຄົນເວົ້າ, ຊີວິດ ມັນອານິຈັງ ແລະ ຄວາມຕາຍແມ່ນແຂນຄໍທຸກບາດຍ່າງ. ຕື່ນເຊົ້າວັນຈັນ ທີ 21/6/2010, ພໍເຂົ້າມາຮອດຫ້ອງການ, ເພື່ອນຮ່ວມງານທີ່ຢູ່ຕ້ອນຮັບໄດ້ເວົ້າສູ່ຟັງວ່າ ດຽວນີ້ ອ້າຍຕູ່ກາຍເປັນເຈົ້າຊາຍນິທາໄປແລ້ວ.... ຄຳເວົ້ານີ້ ເຮັດໃຫ້ຂ້ອຍຕ້ອງຂວັນລຸກວາບ, ເພາະຫາກໍ່ເຫັນໜ້າກັນມືວານ ແລະ ໂອລົມກັນ.
ເມື່ອໄດ້ຮັບຟັງເລື່ອງປາຍສາເຫດຈິ່ງໄດ້ຮູ້ວ່າ
ວັນອາທິດ 20/6/2010, ອ້າຍຕູ່ໄດ້ໄປຢາມບ້ານໝູ່ທີ່ເປັນເພື່ອນຮ່ວມງານນຳກັນນີ້ລະ, ພວກເຂົາກະມີການຊຸມແຊວກັນແດ່ ຕາມພາສາ ຊົມລົມໂຊເຟີ...ແຕ່ກະບໍ່ໄດ້ກິນຫຼາຍ ເພາະຕ້ອງໄດ້ເຂົ້າການແຕ່ເຊົ້າໃນວັນຈັນ.... ປະມານ 11 ໂມງຄ່ຳ, ອ້າຍຕູ່ ກະຂອບກັບບ້ານ ຈາກແຖວ ດອນກອຍ ຕາມເສັ້ນທາງ ໄອເຕັກ ເພື່ອຈະຕັດໄປສູ່ເສັ້ນທາງ ສີ່ແຍກ ວິທະຍາໄລ ລາວ-ອາເມລິກາ ແລ້ວກໍ່ຈະຂີ່ໄປຕາມທາງຫຼັກຫາເພື່ອກັບບ້ານທີ່ໜອງພະຍາ ເຊີງເປັນໄລຍະທາງໄກສົມຄວນ, ເຊີງເປັນເສັ້ນທາງທີ່ ອ້າຍຕູ່ທຽວເປັນປະຈຳ....
ລົດຈັກຄູ່ຊີບ ຮອນດາ 50, ກະພາອ້າຍຕູ່ໄປຕາມທາງ, ແຕ່ຍ້ອນເວນກຳ ຫຼື ອີຫຍັງກະຊ່າງ, ອອກຈາກແຖວດອນກອຍມາບໍ່ພໍເທົ່າໃດ, ມີໄວຫຼຸ້ນ ຂີ່ລົດວີໂກຊິ່ງມາຍ່າງໄວ ຕາມເສັ້ນທາງໄອເຕັກໄດ້ມາຊົນເຂົ້າທາງຫຼັງລົດອ້າຍຕູ່, ເຮັດໃຫ້ຊາຍທີ່ກຳລັງຈະກັບບ້ານ ຕ້ອງໄດ້ຮັບບາດເຈັບຢ່າງສາຫັດ, ສະໝອງຂອງລວມບວມ, ແຂນ, ຂາ ແລະ ດຸູກຂ້າງຫັກ.... ລາວຖືກນຳສົ່ງໄປ ໂຮງໝໍເສດຖາ ເພື່ອຮັບການຮັກສາເບື່ອງຕົ້ນ ແຕ່ເບີ່ງອາການ ແລ້ວແມ່ນໜັກຫຼາຍ.... ທ່ານໝໍຊ່ວຍຢ່າງສຸດຂີດ, ເນື່ອງຈາກອາການທີ່ຮ້າຍແຮງ, ຮ່າງກາຍຂອງອ້າຍຕູ່ແມ່ນບໍ່ສາມາດເຄື່ອນຍ້າຍເພື່ອຈະໄປຮັບການຮັກສາທີ່ໜອງຄາຍ ຫຼື ອຸດອນໄດ້. ສິ່ງທີ່ຍັງເຫຼືອກະແມ່ນໄດ້ສົ່ງຕໍ່ໃຫ້ ທາງໂຮງໝໍມິດຕະພາບ ຫຼື ໂຮງໝໍ 150 ຕຽງ ທີ່ເພີ່ນຊ່ຽວຊານ ເລື່ອງອຸປະຕິເຫດ ແລະ ກະດຸກ.
ພໍຮູ້ຂ່າວ, ເພື່ອນຮ່ວມງານຫຼາຍຄົນ ກະລະດົມເງິນກັນ ເພື່ອຊ່ວຍເຫຼື່ອຄອບຄົວຂອງອ້າຍຕູ່ ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ. ທຸກຄົນທີ່ໄປຢາມ ແມ່ນຕ້ອງນ້ຳຕາພໍເບົ້າ ເພາະຮ່າງກາຍທີ່ບອບຊ້ຳ ແມ່ນບໍ່ສາມາດບອກໄດ້ວ່ານັ້ນແມ່ນອ້າຍຕູ່... ແຕ່ລະຄົນກະໄປກະຊິບໃສ່ຫູຊາຍທີ່ນອນນິທາ ເພື່ອໃຫ້ລາວມີກຳລັງໃຈ ແລະ ຕໍ່ສູ່ກັບຄວາມເຈັບປວດນັ້ນໃຫ້ໄດ້ ເພື່ອລູກ ແລະ ຄອບຄົວຂອງລາວ.... ສັງເກດເຫັນນ້ຳຕາ ແມ່ນຍ້ອຍຊືມອອກສອງຂ້າງແກ້ມຂອງລາວ... ຄິດວ່າລາວຄົງຈະໄດ້ຍິນ ແລະ ເສຍໃຈໃຫ້ກັບຊີວິດທີຕ້ອງພາດ ແລະ ເປັນການພາດ ທີ່ບໍ່ສາມາດເອົາກັບຄືນມາໄດ້.
ອ້າຍຕູ່ ຕ້ອງນອນຕໍ່ສູ່ກັບຄວາມເຈັບປວດ ແຕ່ວັນທີ 20-28/6/2010, ລາວມີອາການດີຂຶ້ື້ນຕອນ ສາມສີ່ມື້ຫຼັງ ແຕ່ມື້ວານນີ້ ທຸກອາໄວຍະວະຂອງລາວ ແມ່ນບໍ່ຕອບສະໜອງ ແລະ ໃນທີ່ສຸດຜູ້ເປັນມາດາ ແລະ ເມຍ ພ້ອມຍາດຕິພີ່ນ້ອງ ກໍ່ຕັດສິນໃຈ ໃຫ້ອ້າຍຕູ່ໄດ້ນອນຢ່າງສະຫງົບ ເມື່ອທ່ານໝໍໄດ້ປົດທໍ່ອົກຊີ... ແລ້ວ ກໍ່ເຫຼື່ອແຕ່ຮ່າງທີ່ໄຮ້ວິນຍານ ທີ່ເປັນພຽງຄວາມຊົງຈຳໃຫ້ແກ່ຄອບຄົວ, ໝູ່ເພື່ອນ ແລະ ຍາດພີ່ນ້ອງ....
ແຕ່ສິ່ງທີ່ເຮັດໃຫ້ຂ້ອຍຕ້ອງເປັນຫ່ວງກໍ່ແມ່ນລູກທັງສາມ ທີ່ຕ້ອງເປັນພາລະໃຫ້ກັບເມຍຂອງລາວ... ໂດຍສະເພາະ ລູກຊາຍ ທີ່ຫາກໍ່ໄດ້ ຫ້າເດືອນຕ້ອງກາຍເປັນກຳພ້າພໍ່ເສຍແລ້ວ.......
ຊີວິດບໍ່ແມ່ນເລື່ອງທີ່ສາມາດກຳນົດໄດ້ ແຕ່ພວກເຮົາຈົ່ງເຮັດແຕ່ສິ່ງທີ່ດີນຳກັນ.....ຢ່າປ່ອຍໃຫ້ມັນສວາຍເກີນໄປ......
ຜູ້ທີ່ຂັບລົດໃຫຍ່ ລົດຈັກ ກະຄວນເຫັນໃຈເຊິ່ງກັນແລະກັນ.... ໄປຊ້າຫ້ານາທີ່ ດີກວ່າຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເກີດຄວາມສູນເສຍທາງດ້ານວັດຖຸ ແລະ ຊີວິດ....
ອາໄລຮັກ ກໍວິເສດ