ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ມີຄຳຖາມອີກແລ້ວ!!

 

ຖາມວ່າ!! ແມ່ນໝໍຫຍັງ ທີ່ໃຫ້ຄຳເຫັນລຸ່ນນີ້

 

ແຟນກະຖືກັບໄມ້ສີແຂ້ວ (ໄມ້ແປງຟັນ) ທີ່ຕ້ອງໄດ້ປ່ຽນທຸກໆ ສາມເດືອນ?

 

ຕອບໄດ້ມີລາງວັນ!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຫຼາຍຄົນກະຮູ້ວ່າອົງການສະຫະປະຊາຊາດ ມີຫຼາຍໜ່ວຍງານ

ຄືເຫັນຂາງລຸ່ມ

ຢາກຖາມວ່າຍັງມີອີກອົງການໜຶ່ງ ບໍ່ຮູ້ວ່າເພິ່ນເຮັດວຽກຫຍັງ ໃຜຮູ້ຊ່ວຍບອກແດ່!!!  UN CLE

 

ຮັກແພງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ນັ່ງໄປນັ່ງມາກະເລີຍມີຄຳຖາມ....

ແຕ່ຫ້າມໃຊ້ເຈ້ຍ ຫຼື ຈັກຄິດໄລ່ ເພື່ອຕອບຄຳຖາມນີ້ເດີ. ໃຫ້ຄຳນວນເລກໃນໃຈ ແລະ ຕ້ອງອ່ານພຽງຄັ້ງດຽວເທົ່ານັ້ນ.

 

 

ສົມມຸດທ່ານຂັບລົດເມ...​ ອອກຈາກສະຖານີ ລົດເມຕະຫຼາດເຊົ້າໄປຫາດົງໂດກ,

ຕອນອອກຈາກສະຖານີ ມີຄົນໂດຍສານ 20 ຄົນ,

ພໍຮອດປະຕູໄຊ ມີຄົນລົງລົດ  5 ຄົນ  ແລະ ມີຄົນຂຶ້ນອີກ 7 ຄົນ

ພໍຮອດອານຸສາວະລີກອງທັບ ມີຄົນລົງລົດ 2 ຄົນ ແລະ ຂຶ້ນອີກ 4 ຄົນ

ພໍຮອດສີແຍກໂຮງຮຽນລາວອາເມລິກາ ມີຄົນລົງລົດ 8 ຄົນ ແລະ ຂຶ້ນອີກ 6 ຄົນ

ພໍຮອດອານຸສາວະລີທ່ານໄກສອນ ມີຄົນລົງລົດ 9 ຄົນ ແລະ ຂຶ້ນອີກ 3 ຄົນ

ພໍຮອດຄິວລົດສາຍໃຕ້ມີຄົນລົງລົດ 15 ຄົນ ແລະ ຂຶ້ນອີກ 1ຄົນ

ພໍຮອດດົງໂດກ ມີຄົນລົງລົດ 2 ຄົນ ແລະ ມີຄົນຂຶ້ນອີກ 10 ຄົນ

 

ຖາມວ່າ? ອາຍຸຂອງຄົນຂັບລົດແມ່ນຈັກປີ?

ກະລຸນາຢ່າອ່ານຄືນ ດັ່ງລະບຽບໄດ້ຕັ້ງໄວ້ເດີ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ສະບາຍດີເພື່ອນໆ ເພື່ອເປັນການເຝິກສະໝອງ... ກະເລີຍມີຄຳຖາມມາທົດສອງກັນ... ແຕ່ຂໍອານຸຍາດຖາມເປັນພາສາອັງກິດເດີ!

ຄຳຖາມຈະຖາມເປັນຂໍ້ໄປເດີ... ເລີ່ມກັນເລີຍ.....

            1. What do you put in a toaster?

 

ກະມີຄົນຕອບຖືກນໍ້... ຄຳຕອບແມ່ນ   Bread!!!!

ຊັ້ນກະຕໍ່ຄຳຖາມຕໍ່ໄປເລີຍນໍ້...

 

  2.   Say 'silk' five times. Now spell 'silk.' What do cows drink?

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 ສະບາຍດີເພື່ອນຝູງພີ່ນ້ອງ ພັນລາວ.... ມາມື້້ນີ້ທ້າທາຍກະຢາກມີເລື່່ອງລາວມາຊອກຄຳຄິດເຫັນນຳທຸກໆຄົນ

ເລື່ອງມີຢູ່ວ່າ 

ມີມື້ໜຶ່ງຝົນຕົກຟ້າລົມໜັກ, ທ່ານໄດ້ຂີ່ລົດສະປອດຂອງທ່ານໄປຕາມທາງທາມກາງສາຍລົມ, ຝົນ ແລະ ພາຍຸ. ທ່ານໄດ້ຂີ້ລົດຜ່ານບ່ອນລໍຖ້າລົດເມ, ພະເອີນ ທ່ານໄດ້ສັງເກັດເຫັນຄົນສາມຄົນທີ່ກຳລັງຢືນຖ້າລົດເມຢູ່. ທ່ານຮູ້ດີວ່າ ລົດຂອງທ່ານເປັນລົດສະປອດ ທີ່ມີບ່ອນນັ່ງແຕ່ສອງບ່ອນ, ຄົນຂັບ ແລະ ຜູ້ໂດຍສານອີກບ່ອນໜື່ງ. ແລ້ວທ່ານຈະເຮັດແນວໃດ. ຄົນທັງສາມມີລາຍລະອຽດດັ່ງນີ້

1. ເປັນຄົນສະລາ ທີ່ເຈັດໜັກ ແລະ ຕ້ອງການໄປໂຮງໝໍໂດຍດ່ວນ

2. ເປັນເພື່ອນຂອງທ່ານທີ່ເຄີຍຊ່ວຍຊີວິດຂອງທ່ານ

3. ເປັນຍິງສາວທີ່ທ່ານຮັກ ແລະ ຫວັງຈະແຕ່ງງານນ່າ

ເອົາລະ,​ລອງໃຫ້ຄຳເຫັນມາເບິ່່ງເດີ....