ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 ສະບາຍດີເພື່ອນຝູງພີ່ນ້ອງ ພັນລາວ.... ມາມື້້ນີ້ທ້າທາຍກະຢາກມີເລື່່ອງລາວມາຊອກຄຳຄິດເຫັນນຳທຸກໆຄົນ

ເລື່ອງມີຢູ່ວ່າ 

ມີມື້ໜຶ່ງຝົນຕົກຟ້າລົມໜັກ, ທ່ານໄດ້ຂີ່ລົດສະປອດຂອງທ່ານໄປຕາມທາງທາມກາງສາຍລົມ, ຝົນ ແລະ ພາຍຸ. ທ່ານໄດ້ຂີ້ລົດຜ່ານບ່ອນລໍຖ້າລົດເມ, ພະເອີນ ທ່ານໄດ້ສັງເກັດເຫັນຄົນສາມຄົນທີ່ກຳລັງຢືນຖ້າລົດເມຢູ່. ທ່ານຮູ້ດີວ່າ ລົດຂອງທ່ານເປັນລົດສະປອດ ທີ່ມີບ່ອນນັ່ງແຕ່ສອງບ່ອນ, ຄົນຂັບ ແລະ ຜູ້ໂດຍສານອີກບ່ອນໜື່ງ. ແລ້ວທ່ານຈະເຮັດແນວໃດ. ຄົນທັງສາມມີລາຍລະອຽດດັ່ງນີ້

1. ເປັນຄົນສະລາ ທີ່ເຈັດໜັກ ແລະ ຕ້ອງການໄປໂຮງໝໍໂດຍດ່ວນ

2. ເປັນເພື່ອນຂອງທ່ານທີ່ເຄີຍຊ່ວຍຊີວິດຂອງທ່ານ

3. ເປັນຍິງສາວທີ່ທ່ານຮັກ ແລະ ຫວັງຈະແຕ່ງງານນ່າ

ເອົາລະ,​ລອງໃຫ້ຄຳເຫັນມາເບິ່່ງເດີ....

 

 

Delicious Digg Fark Twitter
ຄຳເຫັນ (9)