
ຂຽນເມື່ອ: ພ.ພ.. 20, 2010
| ມີ
21 ຄຳເຫັນ
ແລະ
0 trackback(s)
ຂຽນບົດຢູ່ແບບສຳຫຼວດມີແຕ່ແນວ ເຈັບຫົວກະເລີຍມາ ຂຽນບັນທຶກປະຈຳວັນ ຕະຫຼົກຈັກ ສະບັບ
......ເລື່ອງມີຊື່ວ່າ ເປັນຫຍັງກິນຕຳໝົດ
ໂອ໋!!!! ແນວວ່າໄວມັນ, ໄວຮຽນ, ພໍແຕ່ເລີກຈາກຮຽນ ບັນດາສາວໆ ແລະ ບ່າວໆ ມ ປາຍ ກະພາກັນມານັ່ງກິນຕຳສົ້ມຕຳແສວ ຕາມໄວຄະນອງຫັ້ນແລ້ວ.... ທ້າວ ສອດດອດ ມື້ນີ້ກະມານຳໝູ່ຫ້ອງດຽວກັນຄືທີ່ຜ່ານມາ... ພາກັນກິນຕຳສົມ, ຕຳໝີ ຈົນໝົດ 5 ຄົກ ເຊິ່ງມີຄົນ 5 ຄົນ ມື້ນັ້ນ.... ສອດດອດ ເລີຍດອດຂຶ້ນ
ທ້າວ ສອດດອດ: ໂອຍ!!! ຈັ່ງແມ່ນແຊບນໍ້່
ໝູ່: ແມ່ນໆໆໆຄັກ ແຊບໆໆໆ
ທ້າວ ສອດດອດ: ກູຖາມສູແດ່... ເປັນຫຍັງຕຳສົ້ມຕຳໝີຈິ່ງໝົດ....
ໝູ່ຜູ້ທີ 1: ໂອຍ ແນວວ່າມັນແຊບກະໝົດຕັວະ
ທ້າວ ສອດດອດ: ບໍ່ແມ່ນ
ໝູ່ຜູ້ທີ 2: ເພາະວ່າ ມັນຄັກ ເສັ້ນໜຽວ
ໝູ່ຜູ້ທີ 3: ຍ້ອນກູຫິວ
ໝູ່ຜູ້ທີ 4: ຍ້ອນມຶງກິນຫຼາຍ
ທ້າວ ສອດດອດ: ສູເວົ້າບໍ່ຖືກຈັກຄົນ....
ໝູ່ທັງສີ່: ຊັ້ນໂຕວ່າຍ້ອນຍັງ....
ທ້າວ ສອດດອດ: ທີ່ຕຳໝົດຕັ້ງ 5 ຄົກ, ບໍ່່ແມ່ນຍ້ອນພວກເຮົາດອກ....ແຕ່ແມ່ນຍ້ອນ ປາແດກ ........
ໝູ່ໆໆ: ໂອຍ໋໋໋໋!!!!!!!!!!
ງົງແມ່ນບໍ່!!!!ເປັນຫຍັງ ຈິ່ງ ວ່າ ( ປາແດກ )