ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຢູ່ໂຮງຮຽນນາໆຊາດ ທີ່ປະເທດແຫ່ງໜຶ່ງ ມີນັກຮຽນຫຼາຍຊາດ ໄປຮຽນຢູ່ແຫ່ງນັ້ນ, ໃນຊ່ວງນັ້ນກະມີການສົ່ງຕົວແທນນັກສຶກສາ ໄປເຂົ້າຮ່ວມກອງປະຊຸມທີ່ ສະຫະລັດອາເມລິກາ..... ປະກອບມີ ລາວ, ຈີນ ແລະ ອິເດຍ. ຍ້ອນຕ້ອງໄປເປັນອາທິດສະນ້ັນແຕ່ລະນ້ອງສາວກະພາກັນກຽມເຄື່ອງເຕັມກະເປົາເພື່ອໃຫ້ພໍດີກັບເວລາຂອງການປະຊຸມວ່າຊັ້ນສາ.... ພໍດີໃກ້ຈະຮອດສະໜາມບິນ ທັງສາມສາວກະສະດຸ້ງຖາມກັນເພາະ ແຕ່ລະຄົນແມ່ນພາກັນລືມ ເອົາສະຫຼິບໃສ່ກະເປົາ ຈື່ງບອກໃຫ້ລົດແທກຊີ່ ຈອດຮ້ານສະດວກຊື້ ເພື່ອຊື້ສະຫຼິບ... ຍ້ອນບໍ່ທັນເອົາໃສ່ກະເປົາໃຫຍ່ ທັງສາມຈິ່ງຍັດສະຫຼິບທີ່ຫາກໍ່ຊື່ໃສ່ກະເປົາຫິ້ວຂອງຕົນ.

ພໍຮອດສະໜາມບິນ, ກະພາກັນໄປກວດເຄື່ອງ. ຍ້ອນວ່າຈະໄປອາເມລິກາມັນເຄັ່ງຫຼາຍ ເຈົ້າໜ້າທີ່ຈະຄົ້ນກະເປົ່າເບິ່ງທຸກໆໆໜ່ວຍ. ສາວລາວກະເຂົ້າໄປກວດກ່ອນ...

 

ເຈົ້າໜ້າທີ່: ໂອ!!!! ເປັນຫຍັງຄືເອົາສະຫຼິບໄປຕັ້ງ 7 ໂຕ.

ສາວລາວ: ໂອຍ!!!​ແນວວ່າໄປປະຊຸມ 7 ມື້ ກະເອົາໄປ 7ໂຕ ລະບໍ!!!

 

ສາວລາວກະຜ່ານໄປ, ບາດນີ້ກະແມ່ນສາວຈີນເປັນຄົນທັດໄປ

 

ເຈົ້າໜ້າທີ່: ອາວ!!!​ເຈົ້າໄປກັບນາງນັ້ນແມ່ນບໍ່? ຄືວ່າເອົາສະຫຼິບໄປແຕ່ 5 ໂຕ

ສາວຈີນ: ໂອ, ນ້ອງກະເອົາໄປນຸ່ງແຕ່ມື້ ປະຊຸມ, ສ່ວນວັນເສົາກັບວັນອາທິດບໍ່ໄດ້ໃສ່???

ເຈົ້າໜ້າທີ່: ໂອ!!! ແມ່ນວາ????

 

ສາວຈີນກະຜ່ານໄປອີກຄົນ,​ບາດນີ້ມາຮອດສາວອິນເດຍ

 

ເຈົ້າໜ້າທີ່: ຮ໋ວຍ!!!! ເຈົ້າໄປກັບສອງສາວຫັ້ນ ຄືວ່າເອົາສະຫຼິບໄປແຕ່ ໂຕດຽວ???

ສາວອິນເດຍ: ນ້ອງກະໃສ່ທຸກມື້ ແຕ່ວ່າຊິສັກແຫ້ງເອົາ

ເຈົ້າໜ້າທີ່: ໂອຍ!!!!!​ (ຄິດໃນໃຈວ່າ: ຊິບໍ່ເໝັນບໍ່),

 

Delicious Digg Fark Twitter
ຄຳເຫັນ (6)