ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສະບາຍດີອີກຄັ້ງນໍ້ເພື່ອນໆພັນລາວ...

ຫາກະກັບມາຮອດວຽງຈັນຕອນບ່າຍນີ້, ອອກລົດຈາກສະຫວັນນຳເຂດ ຕອນ 6ໂມງເຊົ້າ ມາຮອດວຽງກະພໍດີ 12 ໂມງບ່າຍ...

ວ່າຊິຂຽນເລື່ອງການເດີນທາງ, ແຕ່ວ່າເມື່ອຍ ກະເລີຍນຳເອົາເລື່ອງຕະລົກມາຄາຍຄຽດ.... ຊື່ເລື່ອງກະມີຢູ່ວ່າ: ຢ້ານເມຍ

 

ຢູ່ງານລ້ຽງຂອງກະສັດ, ກະມີບັນດາເສນາອາມາດຈາກຫຼາຍຕົວເມືອງມາຮ່ວມເຕັມໄປໝົດ, ຕ່າງຝ່າຍກະຕ່າງນັ່ງໂອ້ລົມກັນ ເພາະດົນໆຈິ່ງໄດ້ພົບກັນ....

ເມື່ອກະສັດເຂົ້າມາທ້ອງພຣະໂຣງ, ກະຊິກ່າວເປີດພິທີ ແຕ່ວ່າຍ້ອນສະໄໝນັ້ນບໍ່ມີລະບົບສຽງ ຈິງຕ້ອງໄດ້ຕີກອງ ລະກະເວົ້າກັນສົດໆ ເລີຍ.... ພໍກ່າວພິທີ, ສັງເກດເຫັນວ່າ ບັນດາເສນາອາມາດສ່ວນຫຼາຍພາກັນນັ່ງຢູ່ແຕ່ທາງຫຼັງ ບໍ່ຄ່ອຍພາກັນຍັບເຂົ້າມາທາງໜ້າ, ກະສັດກະເລີຍອອກອຸບາຍ....

ກະສັດ: : ເອົາລະເສນາທັງຫຼາຍ, ຖ້າຜູ້ໃດຢ້ານເມຍ ໃຫ້ພາກັນຍັບຂື້ນມາທາງໜ້າ

 

ພໍກ່າວສຸດ, ບັນດາເສນາທັງຫຼາຍແມ່ນພາກັນຍັບຂຶ້ນໜ້າເກືອບໝົດ, ເຫຼືອແຕ່ເສນາ ຈ່ອຍ ທີ່ຍັງນັ່ງຢູ່ບ່ອນເກົ່າ, ກະສັດສົງໄສຈຶ່ງຮ້ອງໄປໃສ່.

 

ກະສັດ:  ເປັນຫຍັງເຈົ້າ ບໍ່ຍັບ, ຂະໜາດເຮົາຍັງຢ້ານພະມະເຫສີຂອງເຮົາເລີຍ.

ເສນາຈ່ອຍ: ພະອາຍາເອີຍ, ບໍ່ແມ່ນຜູ້ຂ້າບໍ່ຢ້ານເມຍດ໋ອກ, ທີ່ຂະນ້ອຍບໍ່ຍັບ ກະຍ້ອນເມຍຂະນ້ອຍ ບອກໃຫ້ນັ່ງຢູ່ແຕ່ບ່ອນນີ້ ຂະນ້ອຍ....

 

ໝົດທຸກຄົນໃນທ້ອງພຣະໂຣງ: ຮະຮະຮະຮະຮະ!!!!!!!!!!!!

Delicious Digg Fark Twitter
ຄຳເຫັນ (9)