ຂຽນເມື່ອ: ກ.ລ.. 11, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ວານນີ້ ວາຈະຂຽນເລົ່າຕໍ່ຫຼັງຈາກໄປຫຼິ້ນບານບ້ວງ ແຕ່ວ່າເລີຍໜ້າເລີຍໃນ, ກັບຮອດບ້ານກະປະມ່ນ 1 ໂມງເຊົ້າ....ໄກ່ງວງແທ້ໆໆໆ
ເອົາວານນີ້, ມາຮອດຕອນກຳລັງອອກຈາກເຂດຫ້ອງພັກ....ກະລ້ຽວຂວາໄປເບິ່ງຕຶກນັກສຶກສາໃໜ່ທີ່ເພິ່ນໃຊ້ຕໍ່ພາຍຫຼັງແລ້ວກິລາຊີເກມ... ກະໃຫຍ່ໂຕ ແລະ ກວ້າງຂວາງຫຼາຍ. ຮອດກະຕ້ອງໄດຝາກລົດຈັກ ຄ່າຝາກ 1000 ກີບ. ທີ່ຫໍພັກຊີເກມນີ້ ກະມີຫຼາຍຕຶກ ແລະ ມີຫ້ອງອາຫານທີ່ໂອໂຖງ ສະດວກສະບາຍ. ນັກຮຽນບໍ່ຈຳເປັນຕ້ອງແຕ່ງກິນ, ເອົາເງິນໄປລະກິນແລ້ວກະກັບຫ້ອງນອນໂລດ. ແຕ່ທີ່ໜ້າເສຍດາຍແມ່ນການກໍ່ສ້າງຕຶກເລົ່ານີ້ ແມ່ນເຮັດໄປແບບຟ້າວຟັ່ງ ແລະ ການນຳໃຊ້ວັດສະດຸແມ່ນຄຸນນະພາບຕ່ຳຫຼາຍ, ສົງໄສແມ່ນເອົາມາແຕ່ຫວຽດ ເປັນສິນຄ້າລາຄາອາວຖືກ,ເພາະວ່າ ຕາມທາງຍ່າງ ແມ່ນມີຮອຍແຕກ ແລະ ກະໂລ່ນ້ອຍທີ່ເພີ່ນປູນັ້ນກະລຸດ ອອກຫຼາຍ. ເວົ້າງ່າຍໆ ແມ່ນຊຸດໂຊມໄວເກີນທີ່ຄາດໄວ້. ຕຶກຫຼາຍຕຶກແມ່ນມີການແຕກແຫງ ແລະ ບາງຕຶກນ້ຳກະຮົ່ວ. ເວົ້າແລ້ວເປັນການລົງທຶນທີ່ບໍ່ໄດ້ຄຳນຶງເຖິງອາຍຸການນຳໃຊ້ງານປານໃດ. ລາຄາຫ້ອງພັກແຫ່ງນີ້ ແມ່ນປະມານ 400 ໂດຣາຕໍ່ປີ ແລະອານຸຍາດໃຫ້ຢູ່ໄດ້ພຽງ 4 ຄົນຕໍ່ຫ້ອງ. ກະຖືວ່າສະດວກສະບາຍສົມຄວນ. ສິ່ງທີ່ໜ້າເປັນຫ່ວງນີ້ ແມ່ນການບູລະນະຮັກສາ ແລະ ຮັກສາຄວາມສະອາດ... ຍ່າງກາຍຕຶກທີ່ມີນັກສຶກສາຫວຽດນາມຢູ່ນີ້ ຂ້ອນຂ້າງມີມົນລະພິດທາງອາກາດ ເພາະພວກເພີນເກັ່ງໃນການດູດຢາຫຼາຍ. ຈົນບໍ່ຢາກຍ່າງກາຍ. ຄັນໃຊ້ລະບຽບຫ້າມສູບຢາໃນສະຖານການສຶກສານີ້ ຄົງຈະເປັນການດີ, ສຸຂະພາບກະຊິດີ.ເພາະເລື່ອງດູດຢານີ້, ຜູ້ຢູ່ໃກ້ຄຽງມີໂອກາດໄດ້ຮັບຄວັນຜິດສູງກວ່າຄົນທີ່ດູດ.... ຄັນທ່ານຜູ້ເບິ່ງຫໍພັກດັ່ງກ່າວອ່ານກະຈົງເອົາໄປພິຈາລະນາເດີ!!!!
ມາຮອດຕຶກຫໍພັກຊີເກມ ກະພໍດີທ໋ຽງ ກະເລີຍໄປລ່ອງກິນອາຫານທີ່ຫ້ອງອາຫານແຫ່ງນີ້ເລີຍ. ບັນດາຫ້ອງອາຫານທີ່ມາບໍລິການຈະແມ່ນພາກສ່ວນເອກະຊົນ ທີ່ເພິນມາເຊົ່າສະຖານທີ່ ຫ້ອງໜຶ່ງເຊົ່າປະມານ ສອງໝື່ນບາດ, ຈ່າຍຄ່າອະນາໄມເພີ່ມເດືອນລະ ສາມແສນ, ສ່ວນຄ່ານ້ຳຄ່າໄຟ ແມ່ນຈ່າຍຕາມທີ່ໃຊ້ໃນແຕ່ລະເດືອນ. ກະເປັນໂອກາດທາງທຸລະກິດທີ່ດີຢູ່. ມີປະມານ 5 ຮ້ານທີ່ເປີດ ແລະ ຍັງມີບ່ອນຫວ່າງຫຼາຍຢູ່ ຜູ້ໃດສົນໃຈກະໄປຂໍເຊົ່າເພີ່ນຂາຍເດີ.... ຂ້ອຍວ່າຊິໄປເປີດຮ້ານອິນເຕີເນັດ ຫຼື ຮ້ານເຂົ້າພັດພັນລາວ ຢູ່ນີ້ຄົງຈະດີເນາະ ແຕ່ກ່ອນອື່ນຊິໄປຊອກຫຸ້ນສ່ວນກ່ອນ!!! ໃຜສົນໃຈຢາກເປັນຫຸ້ນສ່ວນນຳຂ້ອຍກະສົ່ງຂໍ້ຄວາມຫຼັງໄມມາເດີ!!!!! ..... ອາຫານຢູ່ນີ້ກະບໍ່ແພງເພາະເພິນ ຂາຍລາຄານັກສຶກສາ ກະປະມານ 5000-1000 ກີບ, ນ້ຳປັ່ນ ກະ 3000 ກີບ.
ກະສັ່ງສຸກີໝູ່ມາກິນ, ກະລົດຊາດແຊບດີໄດ໋.... ທ່ານໃດສົນໃຈກະໄປລອງເດ....
ກິນອີ່ມແລ້ວ ກະສວຍໂອກາດນັ່ງໂອລົມສາວໆເພິນມາກິນເຂົ້າທີ່ໂຕະໃກ້ໆ... ມີແຕ່ຄົນໜ້າຮັກເດີ...!!!! ເພີ່ນກະເວົ້າສູຟັງວ່າ ຕອນແລງໆ ກະພາກັນຫຼິ້ນກິລາ ຟົດຟື້ນສົມ ຄົນ, ຄວາມເປັນລະບຽບກະຖືວ່າເຮັດໄດ້ດີ,ແລະ ກະບໍ່ຄ່ອຍມີບັນຫາຫຍັງ. ຟັງຈາກຄຳເວົ້າສາວໆແລ້ວກະເຫັນວ່າ ນັກສຶກສາເຮົາກະເອົາໃຈໃສ່ເລື່ອງສຸຂະພາບ... ກະໄດ້ແຕ່ບອກເພີ່ນວ່າມື້ໜ້າອ້າຍຊິມາຕີດອກນຳເດີ!!!!!
ອອກຈາກຫໍພັກຊີເກມ, ກະຂີ່ກັບທາງເກົ່າ ຜ່ານເດີນກິລາ ທີ່ແຕ່ກ່ອນຕົນເອງເຄີຍລົງມາຫຼິ້ນບານບ້ວງ ແລະ ຕີດອກປີກໄກ່... ແຕ່ວ່າ ມາເຫັນເພີນເອົາແປ້ນບານບ້ວງອອກໝົດແລ້ວ ມັນກາຍມາເປັນເດີນບວງສົ່ງໄປໝົດ. ຂ້າງໆກະມີເດີນເທັນນິດ ແຕ່ວ່າບໍ່ຢາກຄັກປານໃດ.... ເວົ້າມາຮອດເດີນກິລາແຫ່ງນີ້ ຍັງຈຳໄດ້ຕອນເພິ່ນສ້າງແລ້ວໃໝ່ໆ. ນັກສຶກສາແມ່ນຫ້າມບໍ່ໃຫ້ມາຫຼິ້ນເດັດຂາດ....ແຕ່ມັນເປັນໄປບໍ່ໄດ້ ເພາະຄວາມດື້ ແລະ ພາໂລ... ເອີ້ນວ່າຍິ່ງຫ້າມຍິ່ງເຮັດ. ຂ້ອຍກະເປັນໜຶ່ງໃນພວກໜ້າມຶນນີ້ແລະ ແມ່ນພາກັນລັກລົງໄປຫຼິ້ນທຸກມື້. ຄັນຄົນຍາມມາກະເຮັດໜ້າມະລ່ອງມາແລ່ງກັບ.... ແຕ່ກະສະນຸກມ່ວນຊື່ນ.... ໂອຍ! ຄັນລົມສາວຊູຊີຄືໄປຫຼິ້ນກິລານີ້ຄືຊິຄັກ ອັນນີ້ບໍ່ໄດ້ເລື່ອງເລີຍເລື່ອງລົມສາວ.. ເວົ້າມາແລ້ວຕ້ອງໄດ້ຊອກຫາອາຈານສອນວິຊານີ້ກ່ອນ!!!!
ຂີ່ລົດກັບມາທາງເກົ່າ, ກາຍໜ່ວຍບໍລິການຂອງທະນາຄານພົງສະຫວັນທີ່ຕັ້ງໃກ້ໆກັບໂຮງໝໍມຊ, ເຮັດໃຫ້ຂ້ອຍຕ້ອງນຶືກເຫັນພາບຕອນຕົນເອງຮຽນຢູ່ປີສອງ ທີ່ຕ້ອງຖືກສົ່ງເຂົ້າໂຮງໝໍແຫ່ງນີ້ດ່ວນ. ສາເຫດກະແມ່ນຍ້ອນກິນເຂົ້າບໍ່ເປັນເວລາ ແລະ ໃນມື້ ທີ່ເຈັບນັ້ນແມ່ນບໍ່ໄດ້ກິນເຂົ້າເຊົ້າ, ຂຶ້ນຫ້ອງຮຽນປະມານເຄິ່ງຊົ່ວໂມງໃນຕອນເຊົ້າ. ຢູ່ບໍ່ຢູ່ກະຮູ້ສຶກວ່າເຈັບຊ່ວງທ້ອງກະທັນຫັນ. ຫາຍໃຈເຂົ້າກະປວດ ຫາຍໃຈເຂົ້າກະເຈັບ. ຈົນຈືດໄປໝົດ, ໝູ່ເຫັນຈຶື່ງນຳສົ່ງທີ່ໂຮງໝໍ ທ່ານໝໍສັກໃຫ້ ເຂັມໜຶ່ງ (ສັກຢາເດີ!!! ຢ່າບັງອາດຄິດໂລເລ ຮະຮະຮະ) ລະກະນອນພັກຜ່ອນ 1 ຊົ່ວໂມງ ອາການກະດີຂຶ້ນ. ຖືວ່າມາຮຽນຢູ່ ມຊ 6 ປີ ນີ້ເປັນຄັ້ງທຳອິດ ແລະ ຄັ້ງດຽວທີ່ເຈັບໜັກກວ່າໝູ່. ແຕ່ອັນທີ່ເຈັບຫຼາຍອີກອັນແມ່ນເຈັບຫົວໃຈ ເພາະໄປແອບຮັກຜູ້ສາວ (ຮັກຂ້າງດຽວ) ເວ້ົາແລ້ວຊິີໄດ້ຮ້ອງເພງ ດາວມີໄວ້ເບິ່ງ ອີກຮອບກ່ອນ.... ຮະຮະຮະະ
ຂີ່ລົດໄປຕາມທາງເໜືອ ໃກ້ກັບບ່ອນຝາກລົດຈັກນັກສຶກສາ ແຖວຕຶກ ວວພ ກະພໍດີແນມເຫັນເອື້ອຍບຸນ ທີ່ເພີນປະກອບອາຊີບຮ້ານອາຫານ ແລະ ກະຖືວ່າເປັນຮ້ານປະຈຳ ໂດຍສະເພາະ ແມ່ນເຂົ້າພັດໝູກອບ ກັບ ເຂົ້າປຽກ, ດຽວນີ້ ຮ້ານລາວກະປັບປຸງດີກວ່າເກົາ ເບີ່ງຊົງໄດ້ກຳໄລຫຼາຍ.
ຕາມແຄມທາງອ້ອມຮົ້ວມະຫາໄລ ແມ່ນມີບັນດາຮ້ານບໍລິການຕ່າງໆນາໆ ທີ່ຖືວ່າອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ, ຍັງມີບັນດາຫໍພັກເອກະຊົນ ທີ່ໃຫ້ຄວາມສະດວກແກ່ຜູ້ທີ່ຕ້ອງການອິດສະຫຼະ ແຕ່ຕ້ອງຈ່າຍອ່າວແພງແດ່ ກະປະມ່ນ ໝື່ນຫ້າພັນບາດ ຂຶ້ນໄປ ຕໍ່ປີ. ກະເວົ້າໄດ້ວ່າ ເປັນທຸລະກິດທີ່ແຕກດອກອອກເຫັດໃນແຖບນີ້ ກະວ່າໄດ້...ແຕ່ອັນທີ່ໜ້າເສຍດາຍທີ່ເຄີຍໄດ້ຍົກເອົາເປັນໄປເດັນຜ່ານມາ ແມ່ນ ຮ້ານເບຍກະແຮງສະດວກ, ຕັ້ງຢູ່ກາງໜອງທາງໄປຕະຫຼາດເກົ່າດົງໂດກ.....
ຂີ້ລົດເລາະຫຼາຍກະນ້ຳມັນລົດຊິໝົດແລ້ວໄດບາດນີ້, ຈຳຕ້ອງໄດ້ຫວນຄືນຕຳນັກຕົນເອງ.....
ເອົາຊີມາເລົ່າຟັງໃໝ່... ໂປດຕິດຕາມເລື່ອງຕໍ່ໄປ!!! ເດີ