ຂຽນເມື່ອ: ສ.ຫ.. 4, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
(ວັນທີ 26 ກໍລະກົດ 2010) ພໍຕົກບ່າຍ, ພາຍຫຼັງແລ້ວວຽກປະຊຸມ ລະກະພາກັນກິນເຂົ້າສວາຍ... ຈຸດໝາຍປາຍທາງກໍ່ແມ່ນໄປຢາມບ້ານນາຄ້າງ...ຟັງຊື່ກະຕ້ອງສົງໄສວ່າເປັນຫຍັງຕ້ອງໃສ່ຊື່ວ່ານາຄ້າງ. ເພິ່ນບອກວ່າເມື່ອກ່ອນຕ້ອງໄດ້ນອນຄ້າງສອງສາມຄືນກ່ອນຈະມາໄດ້... ດຽວນີ້້ເພິ່ນໄດ້ທະລຸທາງໃໝ່ ແຕ່ຍັງບໍ່ທັນໄດ້ປູຍາງເທືອ ຫາກວ່າຝົນຕົກ ແມ່ນຕ້ອງເປັນການຄ້າງຄືນຄືກັນ. ບ້ານນາຄ້າງກະເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຊຳເໜືອ ຕາມເສັ້ນທາງຕັດໃໝ່ປະມານ 40 ຫຼັກ ແຕ່ເນື່ອງຈາກເປັນທາງນ້ອຍ, ທາງດິນ ແລະ ເປັນທາງຄົດລ້ຽວໄປຕາມພູຜາຈິ່ງເຮັດໃຫ້ການເດີນທາງຕ້ອງໃຊ້ເວລາປະມານ ຊົ່ວໂມງເຄີ່ງຈິ່ງໄປຮອດບ້ານດັ່ງກ່າວ
ຕາມທາງສູ່ບ້ານດັ່ງກ່າວແມ່ນສໍາພັດໄດ້ກັບຄວາມເປັນທໍາມະຊາດ ແລະ ຊິວິດຂອງຄົນທີມີຊິວິດຜູກພັນກັບທໍາມະຊາດ. ພວກເຂົາສ່ວນໃຫຍ່ແມ່ນຢູ່ກິນແບບພໍພຽງ ແລະ ມີຄວາມກົດດັນໃນຊິວິດໜ້ອຍ. ເປັນຄວາມສຸກແບບລຽບງ່າຍ ແລະ ບໍ່ສັບສົນ. ໃຊ້ຄວາມສາມາດ ແລະ ແຮງງານຂອງຕົນ ບວກກັບພູມປັນຍາທີ່ສືບທອດກັນມາໄດ້ຫຼາຍເຊັ່ນຄົນ ເພື່ອຫາລ້ຽງຊີບ.
ຊາວບ້ານບາງສ່ວນກະແມ່ນພາກັນກັບມາຈາກໄຮ່ນາຮົ້ວສວນ ແຕ່ບາງສ່ວນກະແມ່ນກໍາລັງພາກັນໄປເຮັດວຽກຕອນສວາຍ... ພວກເຂົາຕ້ອງໃຊ້ເວລາດົນສົມຄົນໃນການຍ່າງຈາກບ້ານຂອງຕົນໄປຫາບ່ອນ ທຳການຜະລິດ ບາງຄົນຕ້ອງໄດ້ຍ່າງເປັນຊົ່ວໂມງ ແລະຖ້າຈະຍ່າງຈາກບ້ານໜຶ່ງຫາບ້ານໜຶງແມ່ນໄກກວ່ານັ້ນ ເພາະ ຕາມເສັ້ນທາງ ບ້ານແມ່ນຕັ້ງຫ່າງກັນຫຼາຍ. ກະປະກົດເຫັນມີຫຼາຍຊົນເຜົ່າທີດຳລົງຊີ່ວິດຮ່ວມກັນໃນເຂດນີ້ ມີທັງລາວລຸ່ມ ລາວກາງ ແລະ ລາວສູງ.
ເສັ້ນທາງນອກຈາກຈະຜ່ານພູຜາແລ້ວ ຍັງມີຄວາມທ້າທາຍ ຄ້ອຍຊັນ ແລະ ຍັງບາງບ່ອນແມ່ນໄຕ່ຕາມສັນພູ ເຊິ່ງສາມາດຫຼຽວຫັນທາງລຸ່ມຕີນພູຈົນສຸດຕາ, ເວົ້າແລ້ວຍັງສຽວແຂ້ວ!!!! ບາງບອນທາງແມ່ນຕັດຜ່ານນາ ຈົນສາມາດເຫັນທົ່ງນາຢູ່ລຽບສອງຝາກທາງ. ເວລາຂີ່ລົດຜ່ານບ້ານໂດຍສະເພາະແມ່ນບ້ານຊົນເຜົ່າມົ້ງ ກໍ່ຈະເຫັນໝູນ້ອຍຫຼາຍຕົວ ແລ່ນໄປມາຕາມບ້ານ ເປັນຕາໜ້າຮັກດີ ແລະຍັງມີສັດລ້ຽງປະເພດອື່ນໆ ນັບທັງງົວຄວາຍ ເປັດໄກ່.
ປະມານ 3 ໂມງເຄິ່ງພວກເຮົາກະຮອດຈຸດໝາຍປາຍທາງຄືບ້ານນາຄ້າງ. ບ້ານນີ້ກະເປັນບ້ານທີ່ຂາດໄຟຟ້າຕາຄ່າຍ ເພາະຍັງບໍ່ທັນມີການດຶງສາຍໄຟມາເຂດນີ້. ຈຳເປັນຕ້ອງໄດ້ໃຊ້ໄຟຟ້າແສງຕາເວັນ. ມັນກະມີຂໍຈຳກັດແດ່ສຳລັບໄຟຟ້າແສງຕາເວັນເພາະໃຊ້ສະເພາະດອກໄຟ ແລະ ເຄື່ອງໄຟຟ້າທີ່ມີກຳລັງວັດຕ່ຳ. ບາງຄອບຄົວທີ່ໃຊ້ແຜງຮັບແສງຕາເວັນຂະໜາດໃຫຍ່ແດ່ ກະສາມາດໃຊ້ເບິ່ງໂທລະທັດ, ສ່ວນຜູ້ໃສ່ຂະໜາດນ້ອຍ ກໍ່ຈະໄດ້ແຕ່ດອກໄຟສອງສາມດອກເທົ່ານັ້ນ. ແຕ່ມັນກະເປັນການແບ່ງເບົ່າ ແລະໃຫ້ຄວາມສະດວກໃນຍາມຄ່ຳຄືນໄດ້ຫຼາຍສົມຄວນ. ເພາະຜ່ານມາແມ່ນພາກັນໄຕ້ຕະກຽງ ໄຕ້ແປກ, ທັງຂິວ ແລະ ອາດເກີດອັກຄີໄພໃນຍາມວິການ ກໍເປັນໄປໄດ້.
ບ້ານນີ້ເວົ້າເລື່ອງການທໍາມາຫາກິີນ ການເຮັດໄຮ່ເຮັດນາ ກໍ່ເປັນອາຊີບຫຼັກ ແລະ ພວກເຂົາປູກເຂົ້າແບບວ່າບໍ່ຈໍາເປັນໃສ່ຝູ່ນໃສ່ປູຍ, ປູກແບບຝຸ່ນໄດ້ມາຈາກທຳມະຊາດ ແຕ່ຜົນຜະລິດແມ່ນສາມາດໄດ້ຮອດ 4 ໂຕນຕໍ່ເຮັດຕາ ເຫັນວ່າມີປະສິດທິຜົນສູງຫຼາຍ. ຖ້າມີການສົງເສີມເລື່ອງເຂົ້າປອດສານເຄມີໃນເຂດນີ້ຄົງຈະເປັນການດີ.
ນອກນີ້ພວກເພີ່ນແມ່ນພາກັນລ້ຽງສັດໃຫຍ່ ປະເພດງົວຄວາຍ ເຊິ່ງສາມາດສົ່ງອອກຂາຍໃຫ້ປີຫຼາຍກວ່າ ສອງຮ້ອຍຕົວ. ສ່ວນຫຼາຍກະແມ່ນພໍ່ຄ້າໃນເມືອງພາກັນມາຮັບຊື່ກັບບ້ານ.
ຜູ້ຂຽນເອງກະມີໂອກາດຍ່າງເລາະຕາມບ້ານ ກະແນມເຫັນກຸ່ມເດັກນ້ອຍພາກັນຫຸ້ມກັນຢູ່ ເຂົ້າໄປເບິ່ງແມ່ນເຫັນເດັກຍິງສອງສາມຄົນພາກັນຕໍ່າຫູກ. ໂອ້ລົ້ມກັບເດັກນ້ອຍເຫັນວ່າ ສ່ວນໃຫຍ່ເດັກຍິ່ງພໍເລີ່ມຮູ້ຄວາມ ກໍ່ແມ່ນພາກັນຮຽນຕ່ຳຫູກນຳແມ່ຫຼື ເອື້ອຍ, ປ້າ, ນ້າສາວ ແລະ ພວກເຂົາເຫັນວ່າມີຝີມືໃນການຕ່ຳບໍ່ທຳມະດາ.
ຍ້ອນແນມເຫັນຟ້າຄື້ມໆ ຊົງຊິມີຝົນ, ພວກເຮົາຈິ່ງຟ້າວກັບ ກະປະມານ ສີ່ໂມງເຄີ່ງ. ພໍດີອອກຮອດທາງເຂົ້າເມືອງກໍ່ແມ່ນ ຫົກໂມງໜ້ອຍໜື່ງ. ອ້າຍຝົນເຈົ້າກຳກໍກະໜຳລົງມາ ຈັ່ງແມ່ນໂຊກ ທີ່ອອກມາກ່ອນ.... ເປັນອັນວ່າປອດໄພ ທີ່ບໍ່ໄດ້ນອນຄ້າງ... ແຕ່ມັນກະຄົງຈະມີປະສົບການອີກຢ່າງຫາກໄດ້ນອນຄ້່າງ, ດຽວເອົາໄວ້ໂອກາດໜ້າ.......
ຕອນນີ້ ພັກກ່ອນ... ດຽວຍັງມີຕອນ5 ໄປເມືອງວຽງທອງ...
ຂ້າງລຸ່ມແມ່ນຮູບພາບຈຳນວນໜຶ່ງເດີ....
ບ້ານທີ່ຢູ່ໃກ້ກັບບ້ານນາຄ້າງ
ນາແຄມທາງ