ຢູ່ເມືອງວຽງທອງໄດ້ສອງມື້, ວັນທີ 29 ກໍລະກົດ ຕອນເຊົ້າພວກເຮົາກໍ່ເດີນທາງກັບໄປຊຳເໜືອອີກຄັ້ງ, ເປັນການເດີນທາງອັນຍາວໄກອີກຄັ້ງໜຶ່ງ....
ຂີ່ລົດໃກ້ຮອດຕົວເມືອງຊຳເໜືອປະມານ 30 ຫຼັກ ແຄມທາງດ້ານຂວາມື ຈະສັງເກດເຫັນນ້ຳຕົກອັນລືຊືຂອງແຂວງຫົວພັນ ນັ້ນກໍ່ຄື ນ້ຳຕົກ ສະເລີຍ. ເປັນນ້ຳຕົກທີ່ວ່າໃກ້ກັບແຄມທາງພຽງ ສອງສາມຮ້ອຍແມັດ ຕົກລົງມາຈາກເທິງຜາທີ່ມີຄວາມສູງປະມານ ສາມສີ່ຮ້ອຍແມັດ, ຍ້ອນເປັນຊ່ວງນ້ຳຫຼາຍ ຕາດສະເລີຍ ຈິ່ງສະແດງຄວາມງົດງາມໄດ້ເຕັມທີ່.
ທາງຕີນຂອງນ້ຳຕົກແມ່ນມີໂຫງດຫີນໃຫຍ່ຫຼາຍ ທີ່ເໝາະເປັນບ່ອນນັ່ງຜ່ອນຄາຍ ແລະ ຊື່ນຊົມຄວາມງາມຂອງນ້ຳຕົກແຫ່ງນີ້. ເນື່ອງຈາກຕັ້ງຫ່າງຈາກຕົວເມືອງພຽງ ສາມສິບຫຼັກ ຈິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງຊາວເມືອງຊຳເໜືອ. ຜູ້ໃດມັກຄວາມທ້າທາຍກະສາມາດປິນຂຶ້ນໄປຍອດຂອງນ້ຳຕົກ, ຮັບຮອງໄດ້ເຫັນທຳມະຊາດອັນງົດງາມຂອງປ່າດົງເຂດນີ້້.
ສຳລັບຜູ້ທີ່ມັກລອຍນ້ຳ ກໍ່ຍັງມີສະສຳລັບໃຫ້ລອຍ. ລອງລົງໄປໂອບນ້ຳມາລ້າງໜ້າ ຈັ່ງແມ່ນມັນເຢັນຊື່ນໃຈ.
ຖ້າມີຜູ້ມາພັດທະນາ ແລະຕົກແຕ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ຕືມກະຄົງຈະເປັນການດີ ເພາະຍັງສັງເກດເຫັນການຮັກສາຄວາມສະອາດແມ່ນຍັງບໍ່ທັນໄດ້ດີ ແລະ ຜູ້ທີ່ມາທ່ອງທ່ຽວບາງລາຍກະຍັງປະຖິ້ມຂີ້ເຫຍື້ອຊະຊາຍ ອັນເປັນການຫຼຸດຄວາມງົດງາມ. ສະນັ້ນ,ຫາກຜູ້ໃດທີ່ມີປະສົງໄປທ່ຽວບໍ່ວ່າຈະແມ່ນແຕ່ນ້ຳຕົກສະເລີຍ ແຕ່ລວມທັງແຫຼ່ງທ່ອງທ່ຽວ ທຸກບ່ອນກະຢາກໃຫ້ເອົາໃຈໃສ່ ຊ່ວຍກັນຮັກສາຄວາມສະອາດ. ຫາກບໍ່ມີບ່ອນຖີ້ມຂີ້ເຫຍື້ອ ກະອົດສາເອົາມາຖີ້ມຢູ່ບ້ານກະໄດ້.
ໃຊ້ເວລາປະມານ ສິບຫ້ານາທີທີ່ຕາດສະເລີຍ ກໍ່ມູ້ງໜ້າເຂົ້າສູ່ຕົວເມືອງຊຳເໜືອອີກຄັ້ງ.
ກິດຈະກຳສຳລັບຄາບບາຍກະບໍ່ມີຫຍັງຫຼາຍ, ມີແຕ່ນັ່ງພັກຜ່ອນ ແລະ ກໍ່ຍ່າງຊົມຕົວເມືອງພາຍຫຼັງເຮັດວຽກແລ້ວ. ຈາກນັ້ນກໍໄປຊອກຫາບ່ອນກິນເຂົ້າແລງ.
ພໍແສງຕາເວັນຮູ່ງເຊົ້າຂອງວັນໃໝ່ (ວັນທີ 30 ກໍລະກົດ), ທີມງານກໍພ້ອມອອກເດີນທາງໄປເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ. ທຸກຄົນຖືກແຈ້ງໃຫ້ກຽມຕົວຕອນ ແປດໂມງເຄີ່ງ,ເພາະຈະໃຊ້ເວລາພຽງເຊົ້າດຽວໄປທ່ຽວຊົມຖຳ້ຜູ້ນຳທີ່ເມືອງວຽງໄຊ.
ລົດເລີ່ມແລ່ນອອກຈາກຕົວເມືອງຊຳ ອາກາດແມ່ນດີຫຼາຍ, ມີແສງແດງແຕ່ເຊົ້າ. ຫຼາຍທ່ານອາດຈະຈື່ປະຕູໂຂງຮູບຫົວໃຈທາງເຂົ້າເມືອງຊຳນໍ້ ເພິ່ນຍັງໄດ້ສ້າງອີກໜ່ວຍຢູ່ທາງອອກໄປເມືອງວຽງໄຂເຊັ່ນກັນ. ກະຖືວ່າເປັນເອກະລັກຂອງແຂວງຫົວພັນທີ່ມີຫົວໃຈໃຫຍ່ຮອດສອງໜ່ວຍ.
ເມືອງວຽງໄຊ ເປັນເມືອງຖານທັບການປະຕິວັດຂອງກອງທັບປະຊາຊົນລາວ ໂດຍຖືກຕ້ັງຊື່ຕາມ ຊື່ລັບຂອງປະທານໄກສອນ ພົມວິຫານ ທີໃສ່ຊື່ວ່າ ທ້າວວຽງໄຊ. ທີ່ຕັ້ງຂອງເມືອງແມ່ນປະມານສາມສິບກວ່າກິໂລແມັດຈາກຕົວເມືອງຊຳ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 40 ນາທີ. ພູຜາປ່າດົງຫຼາຍເຂດທີ່ຂີ່ລົດຜ່ານຍັງມີໄວ້ຄວາມອຸດົມສົມບູນຂອງປ່າໄມ້ ອັນເຮັດໃຫ້ເຂດນີ້ຍັງມີອາກາດທີ່ເຢັນສົດຊື່ນ.
ພໍເຂົ້າຮອດຕົວເມືອງວຽງໄຊ ກໍຈະເປັນທົ່ງຮາບ ທີ່ກວ້າງສົມຄວນ, ແລະເສັ້ນທາງພາຍໃນຕົວເມືອງກໍງາມຕາ. ມີບັນດານັກຄ້າຂາຍຊາວຈີນມາຕັ້ງຮ້ານຄ້າຫຼາຍສົມຄວນ. ສ່ວນໃຫຍ່ແມ່ນມາອອກດາວສິນຄ້າ ບໍ່ວ່າຈະແມ່ນລົດຈັກ, ອຸປະກອນທຳການຜະລິດ. ການຊື່ດາວອາດຈະແພງແດ່ຈັກໜ້ອຍ ແຕ່ກະເປັນອັນດີທີ່ຄົນທີ່ມີເງິນໜ້ອຍກໍ່ສາມາດເອົາວັດຖຸອຸປະກອນມາໃຊ້ກ່ອນ. ບາງຄົນເວົ້າວ່າ ມີເງິນ ສາມສີແສນກີບ ກະສາມາດເອົາລົດຈັກມາຂີ່ໄດ້.
ກ່ອນຈະໄປເບິ່ງຖ້ຳ, ພວກເຮົາກໍ່ໄປແວະຫ້ອງການນຳທ່ຽວຂອງເມືອງ. ທີນີ້ກໍຈະສະໜອງຂໍ້ມູນໃຫ້ທ່ານໄດ້ຄົບຖ້ວຍກ່ຽວກັບຖ້ຳຕ່າງໆ. ນອກນີ້ເພີ່ນຍັງມີເຄື່ອງນຳທ່ຽວດິຈີຕອນສຳລັບຄົນຕ່າງປະເທດ. ເປັນແບບເຄື່ອງອັດສຽງ ທີ່ອັດສ່ຽງຄົນນຳທ່ຽວຂອງແຕ່ລະຖ້ຳໄວ້ ແລ້ວກໍ່ສາມາດເປີດຟັງໄດ້ ຕາມເລກໝາຍຂອງຖ້ຳ, ກະເຫັນວ່າເປັນການອຳນວຍຄວາມສະດວກດີ.
ຖ້ຳທຳອິດທີ່ພາກັນໄປແມ່ນຖ້ຳ ທ່ານໄກສອນ, ເປັນຖ້ຳທີ່ລຸງໄກສອນໃຊ້ເປັນບ່ອນເຮັດວຽກ ແລະດຳລົງຊີວິດໃນເວລາສຸກເສີນໃນຊ່ວງສົງຄາມ. ພາຍໃນຖ້ຳກະມີຫ້ອງຕ່າງທີ່ມີການຈັດສັນເປັນລະບຽບ. ມີຫ້ອງອາຫານ, ຫ້ອງນ້ຳ, ຫ້ອງປະຊຸມ, ຫ້ອງນອນ ແລະ ຍັງມີຫ້ອງຄົວທີ່ຢູຂ້າງຖ້ຳ,ແລະຍັງມີຫ້ອງລົບໄພ ທີ່ສາມາດລົບໜີກໍລະນີມີການຖີ້ມລະເບີດຮຸ່ນແຮງແລະມີຄວັນຜິດ. ພາຍໃນຫ້ອງລົບໄພ ກໍຈະມີເຄື່ອງສ້າງອົກຊີ ພ້ອມ.
ອອກຈາຖ້ຳລຸງໄກສອນ, ກໍພາກັນໄປຕໍ່ຖ້ຳລຸງສຸພາ... ກະເຫັນຄວາມຫຼູຫຼາຄົນລະແບບ, ທາງເຂົ້າຖ້ຳຂອງເພິ່ນແມ່ນມີສວນໝາກໄມ້ຫຼາຍຊະນິດ ແລະ ມີດອກໄມ້ຫຼາກສີປູກເຕັມໄປໝົດ. ເຫັນແລ້ວເປັນຕາສະອອນ.
ແຕ່ຊິບໍ່ບັນລະຍາຍຫຼາຍກ່ຽວກັບຖ້ຳຊິເອົາຮູບໃຫ້ເບິ່ງຂ້າງລຸ່ມ....