ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເປັນວ່າໂຊກດີ ຖືກໃຫ້ໄປຝຶກວຽກຢູ່ກຸງເທບ ອາທິດນີ້ ກະເລີຍໄດ້ມີໂອກາດໄດ້ ຂີ່ຍົນໃຫຍ່ ນຳເພິນອີກບາດໜຶ່ງ.... ຈັດກະເປົາກະບໍ່ຍາກ ສະຕາຍຄົນໂລໂຊ, ເອົາໂສ້ງ ແລະ ເສືຶອ ສີ່ຊຸດ ສຳລັບ ສີ່ມື້ ໃສ່ກະເປົາເປ້ ແລ້ວກະໄປ ສະໜາມບິນວັດໄຕ ເພື່ອກຽມຂຶ້ນຍົນ ຕອນບ່າຍ ສອງໂມງ.....

ຮອດເດີນເບິນສາກົນວັດໄຕ ປະມານ ໂມງຍັງ, ຜູ້ໂດຍສານ ແລະ ຍາດພີນ້ອງທີ່ມາສົ່ງ ແລະ ມາຮັບ ກັນກະຄັບຄາໜາແໜ້ນ...  ຍ້ອນເປັນເດີນບິນທີ່ມີການບິນຂຶ້ນລົງຂອງຍົນ ໜ້ອຍ ຈຶ່ງບໍ່ວຸ້ນວາຍຄືກັບປະເທດອື່ນ, ໃຊ້ເວລາພຽງ ສິບຫ້ານາທີກະແຈ້ງປີ້ແລ້ວ... ຈາກນັ້ນກໍ່ໄປແຈ້ງຕ່ຳຫຼວດກວດຄົນອອກເມືອງ,​ແລ້ວກໍ່ໄປນັ່ງລໍຖ້າທີ່ຫ້ອງກຽມອອກເດີນທາງ.

ຖ້າຜູ້ໃດໄດ້ໄປຕຶກຜູ້ໂດຍສານສາຍການບິນສາກົນ ກໍ່ຈະເຫັນເປັນຕຶກທີ່ສວຍງາມ ອາດຈະບໍ່ໃຫຍ່ໂອໂຖງ ແຕ່ກະເປັນຕຶກທີ່ມີສິນລະປະແບບປະຍຸກຂອງລາວສະໄໝໃໝ່, ເປັນຕຶກທີ່ທາງລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ, ຕຶກນີ້ ກໍ່ຈະມີທ່າທຽບເຮືອບຶນສອງປ່ອງ, ເຊິ່ງຈະມີຂາທຽບຢູ່ສອງຂ້າງ, ຍົນທີ່ຈະມາຈອດກະຕ້ອງເປັນຂະໝາດ ຜູ້ໂດຍສານ ຮ້ອຍຄົນຂຶ້ນໄປ, ສ່ວນຍົນຂອງສາຍການບິນລາວ ແມ່ນທຽບທ່ານີ້ບໍ່ໄດ້ເພາະ ນ້ອຍ ແລະ ຂາບໍ່ເຖິງປ່ອງປະຕູ ຄືຍົນບ້ານເພິ່ນ...

ຂໍອານຸຍາດກັບໄປທີ່ຫ້ອງລໍຖ້າ, ຫ້ອງດັ່ງກ່າວ ກໍຈະເປັນບ່ອນທີ່ກວ້າງຂວາງສົມຄວນ, ຜູ້ໂດຍສານທຸກຄົນທີ່ຈະຖືກອານຸຍາດໃຫ້ເຂົ້າມາຕ້ອງໄດ້ຖືກກວດຄົ້ນ ແລະ ຜ່ານເຄື່ອງສະແກນ. ພາຍໃນຫ້ອງກໍ່ຈະມີຫ້ອງລວມ ແລະມີມູມໜຶ່ງທີ່ເພື່ອຂາຍເຄື່ອງປອດພາສີ ແຕ່ວ່າໂຄດແພງແດ່ຈັກໜ້ອຍ ຊົງຊິແມ່ນຍ້ອນເຊົ່າສະຖານທີ່ແພງ.

ຢູ່ໃກ້ໆກັບປະຕູທາງອອກ ເລກໜຶ່ງ ແລະ ສອງ ແມ່ນຈະມີຫ້ອງກຽດຕິຍົດ ທີ່ໄວ້ໃຫ້ສຳລັບແຂກຜູ້ໃຫຍ່ລໍຖ້າຂຶ້ນຍົນ. ສ່ວນອີກມູມທາງປະຕູອອກເລກສາມ ແມ່ນມີຫ້ອງອາຫານສຳລັບຜູ້ຫິວ.

ເມື່ອກະກຽມເຮືອບິນເປັນທີ່ຮຽບຮ້ອຍແລ້ວ, ເຈົ້າໜ້າທີ່ກໍ່ໄດ້ປະກາດໃຫ້ຜູ້ໂດຍສາຍຂຶ້ນເຄື່ອງ ໂດຍໃຫ້ຜູ້ນັ່ງທາງກາງຫາທ້າຍ, ຄົນພິການຫຼື ຄົນສະລາ ແລະ ເດັກນ້ອຍຂຶ້ນກ່ອນ, ແລ້ວ ຈຶ່ງແມ່ນພາກສ່ວນທີ່ຢູ່ກາງຂຶ້ນຫາຫົວ. ພິເສດ ຜູ້ໂດຍສານ ຊັ້ນພິເສດ ຫຼື ຊັ້ນທຸລະກິດ, ຊັ້ນໜຶ່ງ ແມ່ນສາມາດຂຶ້ນຕອນໃດກະໄດ້ ເປັນວ່າມີສິດທິພິເສດເພາະຊື່ປີແພງໄດ້ນັ່ງເຂດທາງໜ້າ.

ຂ້າພະເຈົ້າໄດ້ເລກ ສາມສິບສາມ (ບໍ່ແມ່ນໃບ້ຫວຍເດີ, ແຕ່ລອງຊື້ເບິ່ງເດີ ຖືກແລ້ວປັນຂ້ອຍແດ່) ຈິ່ງນັ່ງໃກ່ໆກັບ ຜູ້ໂດຍສານຊັ້ນພິເສດ ຕ່າງແຕ່ວ່າເພິ່ນມີຜ້າມານຂັ້ນໄວ້. ຄືກັນກັບທຸກສາຍການບິນ ກ່ອນຈະອອກເດີນທາງ ຜູ້ໂດຍສານກໍ່ຈະໄດ້ຮັບການອະທິບາຍ ວິທີການຮັດສາຍແອວ, ການນຳໃຊ້ໜ້າກາກອົກຊີ, ການອອກປະຕູນິລະໄພ ແລະ ການສຶກສາຄູ່ມືຄວາມປອດໄພ.

ປະມານ ໂມງສິ່ສິບ, ເຄື່ອງບິນກະເລີ່ມເຄື່ອນຕົວອອກຈາກທ່າທຽບ ເພື່ອອອກໄປສູ່ເລນແລ່ນບິນ ຫຼື ທີ່ເອື້ນວ່າ ລັນເວ.

ຍ້ອນເປັນຍົນໃຫຍ່, ການບິນຂຶ້ນຈື່ງນິ້ມນວນກວ່າ ຍົນນ້ອຍ ທີ່ເຄີຍຂີ່ກັບສາຍການບິນລາວ, ແລະ ບິນຂຶ້ນສູງກວ່າ ເວົ້າງ່າຍໆ ແມ່ນບິນສູງກວ່າເມກ ກວ່າໝອກ ຈົນສາມາດຊື່ນຊົມຄວາມງົດງາມຂອງເມກເຝຶ້ອສີຂາວ.

ເມື່ອຍົນບິນທ່ຽງດີແລ້ວ, ບັນດາຜູ້ບໍລິການເທິງເຄື່ອງບິນກໍ່ຈະໃຫ້ບໍລິການອາຫານເບົາ ເປັນປະເພດ ຢໍ່ ແລະ ຜັກດອງ,​ມີເຂົ້າໜົມ ແລະ ເຄື່ອງດື່ມ. ສາຍການບິນລາວເຫັນແລ້ວແມ່ນຕ້ອງອາຍ ເພາະບິນກັບສາຍການບິນລາວ ແມ່ນບາງຄ້ັງໄດ້ກິນແຕ່ນ້ຳຈອກນ້ອຍຈອກດຽວ. ຂີ້ລາຍກະມີເຂົ້າໜົມອົມຈັກກ້ອນກະດີຕື່ມ.

ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກະກຽມລົງສູ່ສະໜາມບິນສາກົນສຸວັນນະພູມ, ແຕ່ປະກົດວ່າ ມີເມກດຳຫຼາຍ ແຕ່ໂຊກດີແມ່ນຢູ່ໄກຈາກສະໜາມບິນແດ່ ຈິ່ງເຮັດໃຫ້ການລົງຈອດດຳເນີນໄປດ້ວຍດີ.

ເມື່ອຍົນຈອດເປັນທີ່ຮຽບຮ້ອຍແລ້ວ ພວກເຮົາກໍ່ນັ່ງລົດເມ ເຂົ້າໄປຫາຕຶກໃຫຍ່ ເພື່ອແຈ້ງເຂົ້າເມືອງ ແລະ ຮັບເອົາກະເປົາເດີນທາງ, ຍ້ອນເປັນສະໜາມບິນທີ່ໃຫຍ່ ສະນັ້ນ ຕ້ອງຮີບໄປແຈ້ງ ບໍ່ຊັ້ນຖ້າຍົນລຳອື່ນລົງຫຼາຍລຳ ແມ່ນຕ້ອງໄດ້ຕໍ່ຄີວຍາວ. ກະແມ່ນມັນໃຫຍ່ອາຄານສະໜາມບິນຢູ່ສຸວັນນະພູມ ສົມວ່າເປັນສະໜາມບິນປະຈຳຂົງເຂດນີ້, ຫຼຽວເບິ່ງຕາມ ຂ້າງນອກ ກໍ່ຈະເຫັນຍົນຫຼາຍໆລຳ ທີ່ມາຈາກທົ່ວທະວີບ ຈອດລຽນຊ້າຍລ້າຍ. ທັງໃຫຍ່ທັງນ້ອຍ ແຕ່ອັນທີ່ວ່ານ້ອຍນີ້ ແມ່ນສ່ວນຫຼາຍໃຫຍ່ກວ່າຍົນບ້ານເຮົາຕັ້ງສອງເທົ່າ.

ເມື່ອແຈ້ງເຂົ້າເມືອງແລ້ວໆ, ກະໄປເອົາກະເປົາເຄື່ອງ, ຢູ່ບ່ອນນີ້ກະຕ້ອງໄປກວດເບິ່ງວ່າເພີ່ນເອົາເຄື່ອງຂອງຖ້ຽວບິນເຮົາໄປລົງຢູ່ປ່ອງໃດ ເພາະມັນມີປະມານ ເກືອບຊາວປ່ອງ, ເມືອອ່ານເບິ່ງລະອຽດຈຶ່ງຮູ້ວ່າ ແມ່ນປ່ອງທີ່ຫ້າ. ຢືນຖ້າເອົາກະເປົ່າຕົນເອງກະເລີຍສັງເກດເຫັນວ່າ ກະເປົ່າເດີນທາງນີ້ກະມີຫຼາຍແບບ ແລະ ຫຼາກຫຼາຍສີສັນ, ບາງແນວກະເປັນປະເພດເຫຼັກ ໜັກສົມຄວນເໝາະສົມກັບເຄື່ອງທີ່ອາດຖືກແຕກຫັກ, ບາງແນວກະເປັນໜັງທຽມ ຫຼື ຢ່າງ ແລະກໍ່ຈະມີສີສັນຫຼາຍໆອັນ ເຊັ່ນເປັນຮູບສະໄປເດີແມນ, ມິກກີເມົ້າ, ເປັນສີລ້ວນ ແລະອື່ນໆ. ສ່ວນວ່າຈະເປັນກະເປົ້ານ້ອຍຫຼືໃຫຍ່ແມ່ນແລ້ວແຕ່ຄວາມມັກຂອງໃຜລາວ.

ເມື່ອໄດ້ເປົາກໍ່ຕ້ອງໄດ້ຍ່າງໄປຊອກລົດແທ໋ກຊີ. ຄິຄ່າບໍລິການກະແມ່ນປະມານ ພັນສອງຮ້ອຍບາດເຂົ້າໄປໃນເມືອງ. ເປັນລົດແທກຊີ່ໄຮໂຊ ເພາະເປັນລົດ ບີເອມດັບເບິນຢູ່.

......ເປັນອັນວ່າເປັນການສິ້ນສຸດການເດີນທາງຂອງມື້ນີ້ເມື່ອເຂົ້າຮອດໂຮງແຮມ.....

ມ່ີພາກຕໍ່ໄປ.....

 

Delicious Digg Fark Twitter