ຂຽນເມື່ອ: ສ.ຫ.. 25, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ເປັນມື້ທີ່ສອງຢູ່ກຸງເທບ ກໍ່ໄດ້ມີໂອກາດຮຽນຮູ້ຊີວິດການເປັນຢູ່ຂອງຄົນແຖວນີ້, ທີ່ຜ່ານມາໄດ້ຍິນແຕ່ວ່າ ຊາວຊົນນະບົດບ້ານເຮົາແມ່ນຕືນເດິກລຸກເຊົ້າ, ໄປຢຽບໝາມາຢຽບຂຽດ, ເມື່ອຕົນເອງໄດ້ມານັ່ງສັງເກດເບິ່ງ ຜູ້ຄົນຢູ່ເມືອງໃຫຍ່ ກະຍິງຕ້ອງໄດ້ຂະຫຍັນຂັນແຂງເຊັ່ນກັນ. ມື້້ນີ້ຕື່ນແຕ່ເຊົ້າ ປະມານ ຫົກໂມງເຄິ່ງ, ລົງໄປກິນເຂົ້າເຊົ້າທີ່ຫ້ອງອາຫານຂອງໂຮງແຮມ ກັບເພື່ອນຄົນໄທ ກໍໄດ້ມີໂອກາດໂອ້ລົມກັນ, ເພາະວ່າທີ່ພັກແມ່ນຕັ້ງຢູ່ໃກ້ກັບ ແຄມແມ່ນ້ຳເຈົ້າພະຍາ ເຊິ່ງສາມາດແນມເຫັນການສັນຈອນໄປມາຂອງ ປະຊາຊົນເຂດນີ້ ທີ່ຕ້ອງໄດ້ພາກັນອອກຈາກບ້ານເຮືອນແຕ່ເຊົ້າ ເພື່ອໄປຮຽນ ຫຼື ໄປວຽກ. ແມ່ນ້ຳເຈົ້າພະຍາກະຖືເປັນສາຍນ້ຳສຳຄັນຂອງກຸງເທບ ເພາະນອກຈາກຈະເປັນບ່ອນສັນຈອນການສົ່ງສິນຄ້າແລ້ວ, ການຄົມະນາຄົມ ທາງນ້ຳຜ່ານແມ່ນ້ຳສາຍນີ້ ກະເຫັນວ່າເປັນທີ່ສຳຄັນ.
ແມ່ນວ່າຈະຍັງເຊົ້າແຕ່ສັງເກດເປັນຜູ້ຄົນແມ່ນພາກັນອອກບ້ານຂຶ້ນເຮືອຕໍ່ລົດໄປຮຽນ ໄປວຽກກັນແຕ່ເຊົ້າໆ, ຄືຮູ້ນຳກັນຫັ້ນລະ ຕ້ອງໄດ້ໄປໄວ ເພາະໄປຊ້າ ລົດກໍ່ຕິດ ເສຍເວລາ, ດັ່ງນັ້ນຜູ້ຄົນສ່ວນໃຫຍ່ຈຶ່ງຕ້ອງອອກບ້ານແຕ່ເຊົ້າ ຕອນທີ່ການຈາລະຈອນບໍ່ໜ້າແໜ້ນ.
ຊີວິດຂອງຄົນເມືອງໃຫຍ່ ແມ່ນວ່າຈະມີຄົນຢູ່ຢ່າງໜາແໜ້ນແຕ່ ທ່ານອາດມີເພື່ອນບໍ່ຫຼາຍ ແລະ ທຸກຄົນກະແມ່ນຕັ້ງໜ້າຕັ້ງຕາທຳມາຫາກິນ. ພວກເຂົາບໍ່ຄ່ອຍຈະສົນໃຈການ ນອກຈາກຈະຮູ້ຈັກ ແລະ ສະໜິດກັນ ຫຼື ຮຽນ ແລະ ເຮັດວຽກບ່ອນດຽວກັນ.
ບໍ່ພຽງແຕ່ ຕື່ນເຊົ້າ ແຕ່ຄົນສ່ວນຫຼາຍ ຍັງຕ້ອງກັບບ້ານຊ້າ ບາງສ່ວນກໍ່ແມ່ນໄປຢ່າງຫຼິ້ນຫ້າງຫຼັງຮຽນ ຫຼື ເຮັດວຽກ, ໂດຍສະເພາະຍ່ານສູນການຄ້າ ແມ່ນຈະມີນັກຈັບຈ່າຍຊື້ຂອງໄປກັນໜ້າແໜ້ນ ທັງຄົນທ້ອງຖິ່ນແລະຊາວຕ່າງປະເທດ. ບາງຄົນກະເປັນພະຍາດໄປເດີນຫ້າງ ບໍ່ໄປຊື້ຫຍັງດອກ ພໍໄດ້ໄປ ລະກະນັ່ງກິນນ້ຳຈັກຈອກກະໄດ້ແລ້ວ, ບາງຄົນກະເປັນການໄປພັກຜ່ອນເພື່ອຊອກແນວຄິດໃໝ່ ໃນການເຮັດວຽກ ເພາະ ຮ້ານຄ້າແມ່ນໃຫຍ່ ແລະ ມີການບໍລິການຫຼາກຫຼາຍ ສະນັ້ນ ການໄປຍ່າງຊົມ ກໍ່່ສາມາດຖືເປັນບ່ອນຮຽນຮູ້ອັນໜຶ່ງ, ເຊັ່ນວ່າ ບັນດານັກວິຈິດສິນ ຖ້າຄິດບໍ່ອອກ ໃນການວາດຮູບ ທີ່ຫ້າງເອັມບີເຄ ກໍ່ຈະມີໂຊນໜຶ່ງທີ່ມີການຈັດໃຫ້ເປັນເຂດບໍລິການແຕ້ມຮູບ ນັກສິນລະປະກຳ ເຫຼົ່ານີກະມີຝີມືບໍ່ທຳມະດາ....
ການທີ່ມີຊີວິດແບບແຂ່ງຂັນ ກະເປັນອັນໜຶ່ງທີ່ເຮັດໃຫ້ມີການພັດທະນາ ແລະ ມີແນວຄວາມຄິດອັນໃໝ່ໆ. ແຕ່ການມີເວລາມາຢຸດພັກ ແລະ ຫຼຽວມອງສິ່ງອ້ອມຂ້າງ ແລະ ມີຄວາມສຸກ ກັບສິ່ງເຫຼົ່ານັ້ນກໍ່ເປັນສິ່ງສຳຄັນ......
ກະຊິບໍ່ເວົ້າຫຼາຍ ແຕ່ຈະເອົາຮູບຖ່າຍຈາກທີ່ພັກ ມາໃຫ້ເບິ່ງຂ້າງລຸ່ມ.... ເພາະວ່າໃຫ້ຮອດເວລາໄປປະຊຸມແລ້ວ..... ໂອຍ!!!! ເວົ້າແລ້ວເຊັງ......