ຖ້າມີໂອກາດອອກມາວຽກ ຫຼື ໄປຮ່ຳໄປຮຽນແຕ່ເຊົ້າ, ຫຼາຍຄົນກໍ່ຄົງສັງເກດເຫັນວ່າມື້ນີ້ ແມ່ນການສັນຈອນແມ່ນຄັບຄາໜາແໜ້ນ ຫຼາຍ. ເພາະວ່າເປັນວັນໄຂສົກຮຽນໃໝ່ ຂອງລະບົບສາມັນ. ຂີ່ລົດກາຍໄປທາງໂຮງຮຽນ ປະຖົມ ມັດທະຍົມ ຫຼາຍໆບ່ອນເຫັນ ບັນດາຜູ້ປົກຄອງພາກັນ ເອົາລູກ ຫຼານໄປສະເໜີຕົວເຂົ້າຮຽນ.... ເຫັນແລ້ວ ກະເຮັດໃຫ້ຄິດຫວນຄືນຕອນສະໄໝຮຽນຢູ່ປະຖົມ ແລະ ມັດທະຍົມ, ພາບບັນຍາກາດ ຄວາມຕືນເຕັ້ນ ດີໃຈ ທີ່ຈະໄດ້ພົບກັບເພື່ອນໆຮ່ວມຫ້ອງ ຫຼັງຈາກ ພັກແລ້ງເກືອບສາມເດືອນ.
ເມື່ອຕອນຮຽນຢູ່ປະຖົມຜູ້ຂຽນເອງແມ່ນຮຽນຢູ່ໂຮງຮຽນ ປະຖົມຮຸ່ງເວື່ອງ ທີ່ຫຼວງພະບາງ ເປັນໂຮງຮຽນເອກະຊົນ ຂອງສະມາຄົມຫວຽດນາມ. ຖືວ່າເປັນໂຮງຮຽນ ທອບວັນ ຂອງແຂວງຫຼວງພະບາງ ກໍ່ວ່າໄດ້, ສ່ວນຄູ່ແຂ່ງທີ່ສຳຄັນກະແມ່ນໂຮງຮຽນ ຈີນ ຊິນຮວ່າ... ເພາະວ່າສອງໂຮງຮຽນນີ້ ແມ່ນມີນັກຮຽນເກັ່ງ ທີ່ສາມາດຍາດໄດ້ອັນດັບທີ່1 ຂອງການແຂ່ງຂັນ ນັກຮຽນເກັ່ງປະຈຳປີຕະຫຼອດ...
ກ່ອນມື້ເປີດໂຮງຮຽນ, ເມື່ອຍັງໄວເດັກ, ກະແນ່ນອນ ພໍ່ແມ່ຕ້ອງໄດ້ກະກຽມຊອກຊື້ ຊຸດນັກຮຽນ, ກະເປົາ, ປື້ມສໍ ໄວ້ພຽບ. ຂ້າພະເຈົ້າ ແມ່ນດີໃຈເປັນທີ່ສຸດ ທີເຫັນແມ່ກັບມາຈາກຕະຫຼາດ ແລ້ວເອີນໃຫ້ຕົນເອງໄປລອງຊຸດໃໝ່. ແຕ່ລະປີກໍ່ຈະໄດ້ເພີ່ມປະມານ ສອງສາມຊຸດ, ໃສ່ປ່ຽນໄປປ່ຽນມາ ໝົດປີ... ພູມໃຈຫຼາຍ ທີ່ພໍ່ແມ່ຕົນເອງກະໃຫ້ຄວາມສຳຄັນກັບການຮຽນຂອງລູກ. ພໍຕົກແລງ, ສ່ວນຫຼາຍແມ່ນຈະນອນບໍ່ຫຼັບ, ຕ້ອງໄດ້ເອົາຊຸດມາລອງອີກຈັກ ສາມຮອບ, ແລ້ວກະກວດເບິ່ງ ກະເປົາຕົນເອງ ວ່າມີອຸປະກອນຄົບຮຽບຮ້ອຍບໍ່່ ກ່ອນຈະເຂົ້ານອນ. ໃນຕອນນັ້ນ ເຮືອນຂອງຕົນເອງກະຍັງບໍ່ທັນມີໄຟຟ້າ, ບັນຍາກາດ ໄຕ້ທຽນຕອນຄືນ ແມ່ນເປັນຄວາມສະຫງົບງຽບ ທີຍັງຕິດຕາ.
ເພື່ອເປັນການປະຫຍັດ, ຕົນເອງມັກຈະໄປຂໍເອົາປື້ມແບບຮຽນຂອງຫຼຸ້ນອ້າຍ, ພວກເພີ່ນກໍ່ແມ່ນໃຈດີ ແລະ ມັກແບ່ງປັນ. ເມືອໄດ້ປື້ມມາ ກະເຮັດໃຫ້ມີຄວາມສົນໃຈ ແລະ ຕ້ອງໄດ້ອ່ານແຕ່ໜ້າທຳອິດຈົນໜ້າສຸດທ້າຍ ພາຍໃນມື້ດຽວ... ການໄດ້ມີໂອກາດ ອ່ານປື້ມກ່ອນມື້ເຂົ້າຮຽນກໍ່ເຮັດໃຫ້ໄດ້ປຽບໄປກ້າວໜຶ່ງ. ແລະແນ່ນອນ ປື້້ມທີ່ໄດ້ມາ ກໍ່ຕ້ອງເອົາໜັງສືພີມມາຫໍ່ຈົບເຈືອ ແລ້ວ ກໍ່ເຮັດ ອາຕິແກັດ, ເວົ້າງ່າຍແມ່ນເຮັດປ້າຍຕົນເອງຕິດໃສ່ປື້ມ ເພາະຢ້ານຫຼົງຂອງຜູ້ອື່ນ. ທີສຳຄັນ ກະຕ້ອງ ລົງລາຍຊື່ຕົນເອງໄວ້ທີ່ປົກໃນ ທັງໜ້າແລະ ຫຼັງ ແລະ ກະທັງກາງຂອງປື້ມອີກຄັ້ງ.
ພໍໄດ້ຍິນສຽງໄກ່ຂັນ ວັນຕໍ່ມາ, ກໍ່ແມ່ນຮູ້ເມື່ອຄີງໂລດ ເພາະຕື່ນເຕັ້ນຈະໄດ້ໄປຮຽນວັນທຳອິດ. ແຕ່ກະນອນພິກຕົວໄປມາ, ເພາະຍັງມືດ ຕ້ອງຖ້າຮອດປະມານ ຫົກໂມງ ຈິ່ງລຸກອອກຈາກບ່ອນນອນມາອາບນ້ຳ, ນຸ່ງເຄືອງໃໝ່, ປັ້ນເຂົ້າເຊົ້າ ແລ້ວກະເອົາກະເປົາພາຍ ຖ້າໃຫ້ພໍ່ໄປສົ່ງ.
ພາຫະນະຄູ່ໃຈທີ່ພໍຂີ່ໄປສົ່ງໂຮງຮຽນແມ່ນ ລົດຖີບ ຟາມິງໂກ, ຖືວ່າເປັນຍອດຮິດເວລານັ້ນ, ຍ້ອນຍັງນ້ອຍ ຈິ່ງບໍ່ໄດ້ຮັບອານຸຍາດໃຫ້ຂີ່ລົດຖີບໄປເອງ, ຈື່ໄດ້ວ່າຈົນຮອດ ປ 5 ຈື່ງໄດ້ຂີ່.
ເມື່ອມາຮອດໂຮງຮຽນ ກໍ່ເຫັນໝູ່ເພື່ອເຕັມເດີນໂຮງຮຽນ, ບາງພ່ອງກໍ່ພາກັນແລ່ນຍອກກັນ, ບາງພ່ອງກໍ່ພາກັນຫຼິ້ນຕາມຮາວໄຕ່, ລໍ້ໝູນ, ຄະເລີ່ງເຄີ ຫຼືວ່າ ຊັກຄະເຍີ. ສ່ວນຕົນເອງແມ່ນຕ້ອງໄດ້ນຳຫຼັງພໍໄປສະເໜີຕົວກ່ອນ, ເມື່ອເຊັດແລ້ວ, ກະອອກໄປຫາໝູ່.
ຍ້ອນບໍ່ເຈີກັນສາມເດືອນ ກະຕ້ອງໄດ້ທັກທາຍໂອລົມກັນ, ໂດຍສະເພາະກະແມ່ນຢາກຮູ້ວ່າຕອນພັກແລ້ງເພື່ອນໆພາກັນໄປໃສ, ເຮັດຫຍັງແດ່.... ພາບບັນຍາກາດເຫຼົ່ານັ້ນ ເຮັດໃຫ້ຕົນເອງຍັງສາມາດຍິ້ມໄດ້, ເພື່ອນຮ່ວມຫ້ອງຫຼາຍໆຄົນ ກະແມ່ນໄດ້ຮຽນນຳກັນຈົນຮອດຈົບມັດທະຍົມ, ແລະຫຼາຍຄົນກະຍັງສາມາດມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດນຳກັນຈົນຈົບ...
ແມ່ນວ່າຈະບໍ່ສາມາດຍ້ອນເວລາກັບໄປເຂົ້າຮຽນອີກ, ແຕ່ສິ່ງເຫຼົ່ານັ້ນກໍ່ຍັງເປັນພາບທີ່ສ້າງມິດຕະພາບ, ຄວາມຊົງຈຳ ແລະ ຄວາມຮູ້ສຶກດີໆໃນໄວເດັກ... ກະອາດຈະສາມາດສຳພັດບັນຍາກາດເຫຼົ່ານີ້ໄດ້ ເມື່ອຕົນເອງຕ້ອງໄດ້ປ່ຽນມາເປັນພໍ່ ແລ້ວພາລູກໄປໂຮງຮຽນ.... ມັນຕ້ອງຕື່ນເຕັ້ນອີກຄັ້ງ...ວ່າບໍ່?