ທຸກຄັ້ງທີ່ມີການເດີນທາງ ແມ່ນຕ້ອງມີຄວາມຕື່ນເຕັ້ນ ແລະ ມີຫຼາຍອັນທີ່ຢາກເອົາມາເລົ່າສູ່ ເພື່ອນໆ.
ຕ້ອງໄດ້ຕື່ນແຕ່ເຊົ້າໆຂອງວັນເສົາ ທີ່ 11 ກັນຍາ 2010 (ຫຼາຍຄົນຄືຈະຍັງຈື່ໄດ້ນໍ້ ວ່າ ວັນ ນ໋າຍ ອີເລເວັນ 9/11 ປີ 2001 ກະເປັນມື້ທີ່ມີການເອົາຍົນໄປຕຳໃສ່ຕຶກສູນການຄ້າ ເວີເທດ ຂອງອາເມລິກາ) ເພື່ອຈະໄດ້ທັນຂຶ້ນຍົນ ສາຍວຽງຈັນ ປາກເຊ ທີ່ຕ້ອງໄດ້ບິນແຕ່ຕອນ 6 ໂມງເຊົ້າ. ກໍ່ຕ້ອງໄດ້ຕື່ນແຕ່ 4 ໂມງພຸ້ນລະເຊົ້າມື້ນັ້ນ, ຍັງແມ່່ນເຫງົານອນຢູ່ ຕອນໄປຮອດສະໜາມບິນຕອນປະມານ 5 ໂມງເຊົ້າ ເພື່ອຈະແຈ້ງປີ້.
ອອກຈາກບ້ານໄປເດີນບິນ ກະບໍ່ໄກ ເພາະຢູ່ແຖວທ່ົງສາງນາງ. ຕາມທາງແມ່ນຍັງມືດຄື້ມຢູ່ ແລະ ລົດກະເກືອບບໍ່ມີທຽວ ແຕ່ກະຍັງເຫັນຢູ່ຄົນອອກມາອອກກຳລັງກາຍ ສ່ວນຫລາຍກະແມ່ນ ບັນດາຜູ້ອາວຸໂສແດ່ຈັກໜ້ອຍ.
ຕາມທາງຂີ່ຜ່ານແຖວ ສີຫອມ ກະສັງເກດເຫັນພະສົງອອກມາບິນພະບາດ, ຮູ້ສຶກວ່າວັດແຖບນີ້ແມ່ນອອກມາບິນພະບາດ ແຕ່ເຊົ້າ, ສົ່ງໄສມັນມີການສັນຈອນແອອັດແຕ່ເຊົ້າໃນເຂດນີ້ ເພີ່ນກໍ່ເລີຍຕ້ອງໄດ້ອອກມາໃຫ້ເຊົ້າກ່ອນຈະມີການສັນຈອນແໜ້ນໜາ.
ພໍຮອດເດີນບິນ, ກະສັງເກດເຫັນບັນດາຊາວຕ່າງປະເທດພາກັນມານັ່ງລໍຖ້າຫຼາຍສົມຄວນ, ພວກເຂົາແມ່ນພາກັນເດີນທາງໄປທ່ຽວຈຳປາສັກ, ແນມໄປແນມມາ ຄົນລາວມີປະມານ 2 ຄົນ ນັບທັງຂ້າພະເຈົ້າ. ພາຍຫຼັງແຈ້ງປີ້ ແລ້ວກໍ່ອອກມາແຈ້ງເຈົ້າໜ້າທີ່ກວດຄົນເຂົ້າເມືອງ, ຕໍ່ຈາກນັ້ນກໍ່ໄປຜ່ານດ່ານກວດ ແລ້ວກໍ່ນັ່ງລໍຖ້າ ທີ່ຫ້ອງຜູ້ໂດຍສານຂາອອກ.
ປະມານ 6 ໂມງເຄີ່ງ, ຜູ້ໂດຍສານກະທະຍອຍກັນຂຶ້ນເຮືອບິນ ເພື່ອກຽມເດີນທາງ. ໄປຄັ້ງນີ້ ແມ່ນຍົນ ເອັມເອ 60 ຜູ້ໂດຍສານທັງໝົດຄົງຈະປະມານ 25-30ຄົນນີ້ລະ. ຍົນບິນຕາມເວລາເປາະ ຄື 6 ໂມງ 45 ນາທີ. ໄປຮອດສະໜາມບິນປາກເຊ ກະປະມານ 8 ໂມງ, ໃຊ້ເວລາທັງໝົດ ຊົ່ວໂມງ ສິບຫ້ານາທີ. ທີ່ແປກໃຈ ແມ່ນສະໜາມບິນປາກເຊ ແມ່ນຍັງມືດຢູ່ ພໍຖາມພະນັກງານ ກະຮູ້ວ່າ ເພື່ນມີການປະສານງານກັນ ຜິດພາດ ກ່ຽວກັບຖ້ຽວບິນນີ້ ເພາະຫຼາຍຄົນແມ່ນບໍ່ຮູ້ວ່າຍົນຈະມາ. ຈິ່ງບໍ່ໄດ້ເປີດໄຟ.
ເມື່ອເອົາສຳພາລະຕົນເອງແລ້ວ, ກະຂຶ້ນລົດຕູ້ ທີ່ໄດ້ຈອງໄວ້ ເພື່ອຈະເດີນທາງຕໍ່ສູ່ ສາລະວັນ. ຍ້ອນວ່າຫິວແດ່ ກະເລີຍພາກັນໄປແວະ ຮ້ານເຝີ ຊື່ດັງທີ່ປາກເຊກ່ອນ ຊືຮ້ານລານຄຳ, ທີ່ຈິງກະດັງສົມຊື່ ແຕ່ລາຄາຂ້ອນຂ້າງແພງ ເພາະຖ້ວຍນ້ອຍ 15000 ພັນກີບ ແມ່ນນ້ອຍໂພດ ບໍ່ສົມເງິນ, ຖ້າວ່າແມ່ນເຝີແຊບຢູ່ວຽງຈັນ ຖ້າ 15000 ພັນນີ້ ກິນບໍ່ໝົດ. ສ່ວນລົດຊາດ ກະໃຊ້ໄດ້ຢູ່. ພໍກິນແລ້ວ ກ່ອນຈະອອກເດີນທາງພັດເຫັນຄົນຂາຍໝາກຂຽບ ຈິ່ງຊື້ມາກິນ ໂລໜຶ່ງ 15000 ກີບ. ລົດຊາດແມ່ນຫວານດີ ແລະ ແຊບ. ຍ້ອນວ່າເປັນການຄ້າມາຫຼາຍຕໍ່ ລາຄາເລີຍແພງ, ເພາະຕາມທີ່ໂຊເຟີ ເວົ້າສູ່ຟັງ ຢູ່ທາງໄປສາລະວັນ ກ່ອນຈະເຂົ້າຮອດເຂດເຊເສັດ ແມ່ນມີບ້ານທີ່ຂາຍໝາກຂຽບ ຫຼາຍ ແລະ ຖົງໜຶ່ງແມ່ນປະມານ 5000 ກີບ.
ພໍດີ 9ໂມງ, ກະເລີ່ມເດີນທາງໄປສູ່ສາລະວັນ.... ຕາມເສັ້ນທາງກໍ່ຈະເຫັນບັນດາບ້ານເຮືອນຍັ່ງຍາຍກັນຈົນຮອດທາງແຍກ, ຖ້າໄປຊື່ກໍ່ຈະໄປປາກຊ່ອງ ເຊິ່ງສາມາດຮອດສາລະວັນ ຄືກັນ, ແຕ່ພວກເຮົາລ້ຽວຊ້າຍ .... ຜ່ານທາງກໍ່ຈະສັງເກດເຫັນບັນດາສ່ວນຍາງພາລາ ຫຼາຍໆບ່ອນ, ສ່ວນຫຼາຍກໍ່ແມ່ນຂອງນັກລົງທຶນຫວຽດນາມ. ຕາມເສັ້ນທາງນີ້ ຜູ້ໃດທີ່ມັກການທ່ອງທ່ຽວຊົມນ້ຳຕົກ ກໍ່ແມ່ນສາມາດແວະຊົມໄດ້ຫຼາຍໆບ່ອນ ທີ່ດັງໆກໍ່ແມ່ນນ້ຳຕົກຕາດສ້ວມ... ເວົ້າແລ້ວ ຈຳປາສັກ ແມ່ນມີແຫຼ່ງທ່ອງທີ່ທີ່ຫຼາກຫຼາຍສົມຄວນ.
ດັ່ງທີ່ເຈົ້າຂອງລົດເວົ້າ, ພວກເຮົາຂີ່ລົດກາຍບ້ານໜື່ງ (ຂໍໂທດທີ່ລືມຊື່ບ້ານ) ແມ່ນພາກັນຂາຍໝາກຂຽບເຕັມແຄມທາງ, ແຕ່ຍ້ອນມີນັດ ຈີ່ງບໍ່ໄດ້ແວະ, ແຕ່ກໍ່ວາງແຜນຈະມີຊີມໝາກຂຽບຕອນຂາກັບ.
ກ່ອນຈະຮອດຕົວເມືອງສາລະວັນ 30 ຫຼັກ ກໍ່ແມ່ນນ້ຳເຊເສັດ ເຊິ່ງມີເຂື່ອນເຊເສັດ ໜື່ງ ແລະ ສອງທີ່ສາມາດໄປທ່ຽວຊົມ, ແລະໃກ້ໆນັ້ນກໍ່ມີນ້ຳຕົກຕາດເລາະ ທີ່ມີຄວາມສວຍງາມ(ດຽວຈະເອົາຮູບໃຫ້ເບິ່ງຕອນທ້າຍເດີເລື່ອງເດີ)....
ຕາມສອງຝາກທາງກ່ອນເຂົ້າເທດສະບານເມືອງກໍ່ເຕັມໄປດ້ວຍ ທົ່ງນາ ທີ່ພວມຂຽວງາມ, ແມ່ນວ່າຝົນປີນີ້ຈະມາຊ້າແດ່ ແຕ່ວ່າ ຕົ້ນເຂົ້າກະງາມດີ. ຫຼາຍທ່ານຄົງຈະໄດ້ຍິນຄຳຂວັນຂອງແຂວງສາລະວັນທີ່ວາ ໝາກພ້້າວນາໄຊ, ປີ້ງໄກ່ນາປົ່ງ, ເຫຼົ໊າຂາວເມືອງຄົງ ແລະ ລຳວົງສາລະວັນ..... ພໍຮອດບ້ານນາໄຊ ແມ່ນຄືກັບບ້ານທີ່ຂາຍໝາກຂຽບ, ຊາວບ້ານແມ່ນພາກັນເອົາໝາກພ້າວອ່ອນ, ພ້າວກ່ານ ມາຂາຍຕາມສອງຟາກທາງຢ່າງຫຼວງຫຼາຍ, ສົມດັງຄຳຂວັນທີ່ກ່າວມາ. ຢາກຮູ້ລົດຊາດຂອງໝາກພ້າວນາໄຊ ຕ້ອງພາກັນໄປລອງເອງ....
ເຂົ້າຮອດຕົວເມືອງສາລະວັນ ກໍ່ປະມານ ສິບໂມງເຄີງ, ກະຖືວ່າໃຊ້ເວລາ ຊົ່ວໂມງເຄີ່ງໃນການເດີນທາງຈາກປາກເຊມາຮອດສາລະວັນ....
ພໍກິນເຂົ້າທ່ຽງແລ້ວ, ກໍ່ໄດ້ມີໂອກາດເດີນທາງໄປເມືອງຕຸ້ມລານ ທີ່ຖືວ່າເປັນໜຶ່ງໃນເມືອງທີ່ທຸກຍາກ, ເສັ້ນທາງຈາກເທດສະບານເມືອງອອກໄປຫາເມືອງຕຸ້ມລານ ຊ່ວງທຳອິດ ກະແມ່ນດີເພາະເພີ່ນຫາກໍ່ປູຍາງໃໝ່, ແຕ່ວ່າບໍ່ທັນປູຈົນຮອດຕົວເມືອງຕຸ້ມລານ, ຍັງຫຼາຍຫຼັກ ທີ່ເປັນທາງດິນ ຖ້າເປັນຕອນຝົນຕົກ ກະຕ້ອງໄດ້ທຳໃຈ ເພາະໄປມາຍາກຫຼາຍ. ໂຊກດີທີ່ວ່າການເດີນທາງມື້ນີ້ແມ່ນຝົນບໍ່ຕົກ. ເມືອງຕຸ້ມລານເປັນເມືອງທີ່ນ້ອຍ ແຕ່ກໍ່ເປັນເມືອງທີ່ສະຫງົບ ແລະ ປະຊາຊົນແມ່ນດຳລົງຊີວິດແບບຮຽບງ່າຍ, ແຕ່ວ່າ ອິດທິພົນຂອງການພັດທະນາ ແມ່ນເລີ່ມເຂົ້າມາເມືອງນີ້ກໍ່ເລີ່ມຫຼາຍຂຶ້ນ. ບາງເສັ້ນທາງຂອງເມືອງນີ້ ກໍ່ເປັນເສັ້ນທາງຍຸດທະສາດ ທີ່ເອີນວ່າ ທາງໂຮ່ຈິມິນ ອັນເປັນເສັ້ນທາງຂອງການປະຕິວັດອິນດູຈີນ.... ຜູ້ທີ່ງົງໆ ກ່ຽວກັບເສັ້ນທາງໂຮ່ຈິມິນ ກະແນະນຳໃຫ້ອ່ານປະຫວັດສາດ ສົ່ງຄາມອິນໂດຈີນເດີ.... ຜູ້ຂ້າກໍ່ຈະອ່ານຄືກັນ ເພາະຍັງຮູ້ເລື່ອງນີ້ບໍ່ເລິ່ງເຊີ່ງ.
ກັບຈາກເມືອງຕຸ້ມລານ ພວກເຮົາພາກັນຂີ່ລົດກັບມາພັກທີ່ລີສອດ ນຳຕົກຕາດເລາະ, ຖືວ່າເປັນທີ່ພັກທີ່ມີບັນຍາກາດຄວາມຊຸ່ມຊື່ນດີ, ແລະທ່ານຈະໄດ້ຍິນສຽງດົນຕີທຳມະຊາດ ນັ້ນກໍ່ຄື່ສ່ຽງນ້ຳຕົກ ທີ່ບັນເລງຢູ່ທັງຄືນ ແລະ ເວັນ.
ເວົ້າແລ້ວ ສາລະວັນ ເປັນເມືອງທີ່ກຳລັງມີການພັດທະນາ, ເປັນໂອກາດດີສຳລັບຜູ້ທີ່ຊອກຫາໂອກາດໃນການເຮັດທຸລະກິດ ບໍ່ວ່າດ້ານບໍລິການທ່ອງທ່ຽວ, ແລະອື່ນໆ. ຕົວເມືອງກໍ່ມີການປັບປຸງຕາໜ່າງເສັ້ນທາງຂອງເທດສະບານ, ຄິດວ່າຖ້າກັບໄປສາລະວັນອີກ ສາມປີຂ້າງໜ້າ ແມ່ນຈະມີຄວາມແຕກຕ່າງແນ່ນອນ.....
ມື້ຕໍ່ມາ (12 ກັນຍາ 2010) ພວກເຮົາກໍ່ຕ້ອງໄດ້ອອກຈາກລີສອດແຕ່ເຊົ້າ ເພື່ອມາເຮັດວຽກກັບທີມງານທີ່ຕົວເມືອງສາລະວັນ, ກໍ່ຕ້ອງໄດ້ຂີ່ກັບຄືນອີກ 30 ຫຼັກ. ເມື່ອເຮັດວຽກງານແລ້ວ, ກໍ່ເດີນທາງກັບປາກເຊໃນຕອນບ່າຍ, ແຕ່ພວກເຮົາກໍ່ບໍ່ລື່ມທີ່ຈະແວະກິນໝາກຂຽບ, ໂອຍ!!! ໝາກຂຽບຈັ່ງແມ່ນມັນໃຫຍ່ ແລະ ຫອມຫວານ... ກິນໜ່ວຍໜຶ່ງກະເກີືອບບໍ່ໝົດ. ໃຫຍ່ແທ້ໆ. ແລະສ່ວນຫຼາຍກະເປັນເປັນໝາກທີ່ສຸກກັບຕົ້ນ ຈິ່ງມີຄວາມເປັນທຳມະຊາດ ຫຼາຍກວ່າໝາກຂຽບທີ່ໃຊ້ການບົ່ມໃຫ້ສຸກ.
ກັບຮອດປາກເຊກໍ່ປະມານ ສອງໂມງເຄີ່ງ, ເມືອເຫັນວ່າຍັງມີເວລາ ພວກເຮົາກໍ່ພາກັນໄປເບີ່ງເມືອງຈຳປາສັກ, ພວກເຮົາພາກັນຂີ່ໄປຕາມທາງຕັດໃໝ່ ໂດຍຂ້າມຂົວນ້ຳຂອງຢູ່ປາກເຊ, ທາງເປັນທາງດິນ ແຕ່ກໍ່ສະດວກດີ, ໃຊ້ເວລາປະມານ ຊົ່ວໂມງກວ່າໆ ກໍ່ຮອດເມືອງຈຳປາສັກ ແຕ່ກໍ່ບໍ່ໄດ້ໄປເບິ່ງວັດພູສຳລັບຄັ້ງນີ້, ສ່ວນຫຼາຍກໍ່ແມ່ນຂີລົດເບິ່ງບ້ານເຮືອນ ແລະ ການທຳການຜະລິດຂອງຊາວບ້ານ, ເມືອງຈຳປະສັກ ກໍ່ເປັນເມືອງເກົ່າແກ່ ແລະ ເປັນເມືອງທີ່ມີປະຫວັດສາດຍາວນານ ແລະ ທີ່ສຳຄັນແມ່ນເປັນເມືອງທີ່ມ່ີວັດພູ ອັນເປັນວັດທີ່ມີຄວາມສັກສິດ ໄດ້ຍິນວ່າຖ້າຢາກໄດ້ຮັກແທ້ຕ້ອງໄປຂໍທີ່ວັດພູ, ຄັນຜູ້ໃດໄດ້ເບິ່ງເລື່ອງສະບາຍດີ 2 ກະຊິເຫັນວ່າເພື່ນເນັ້ນການນຳສະເໜີ ແຫຼ່ງທ່ອງທ່ຽວວັດພູໃນເລື່ອງດັ່ງກ່າວ. ພໍຂາກັບຈາກເມືອງຈຳປາສັກ ສູ່ປາກເຊ ພວກເຮົາພາກັນຂີ່ລຽບທາງແຄມຂອງທີ່ເປັນທາງຕັດໃໝ່ ທີ່ຈະນຳຄວາມສະດວກສະບາຍໃນການຈະໄປທ່ຽວຊົມວັດພູ ແລະ ພັດທະນາເສດຖະກິດເຂດນີ້, ທາງດັ່ງກ່າວແມ່ນປະມານ 27 ຫຼັກ ຈາກເມືອງຈຳປາສັກ ບ່ອນທ່າຂ້າມບັກ, ເປັນທາງທີ່ກວ້າງ ແລະ ໄດ້ຍິນວ່າເພື່ນຈະປູດ້ວຍເບຕົ່ງ, ເປັນໂຄງການກໍ່ສ້າງເສັ້ນທາງທີ່ໃຊ້ງົບປະມານ 30 ລ້ານໂດຣາ.
ຮອດເມືອງປາກເຊກະຄຳມືດ ປະມານ ເຈັດໂມງເຄີ່ງ, ຈິ່ງພາກັນຊອກຫາທີ່ພັກ ແລ້ວກໍ່ອອກໄປຊອກກິນເຂົ້າແລງ.
ກິນເຂົ້າມີເຫື່ອມີແຮງ, ເພື່ອນໆທີ່ໄປນຳກັນກໍ່ຊວນໄປທ່ຽວເບິ່ງຊິວິດຍາມລາຕີທີ່ປາກເຊ. ຍອມຮັບວ່າເປັນເມືອງທີ່ເຕັມໄປດ້ວຍຄວາມບັນເທິງ, ປາກເຊ ອາດເປັນເມືອງທີ່ມີ່ມີບັນດາຮ້ານບັນເທິງ ແລະ ກິນດື່ມຫຼາຍເປັນອັນດັບສອງຮອງຈາກນະຄອນຫຼວງວຽງຈັນ. ແຕ່ເພີ່ນມີລະບຽບທີ່ເຄັ່ງຄັດຄື ທຸກໆບ່ອນຕ້ອງປິດຕອນ ສິບເອັດໂມງເຄີ່ງ. ແລະຫາກມີການສັນຈອນຫຼັງຈາກ ສິບສອງໂມງກາງຄືນ ກໍ່ອາດຖືກກວດກາຈາກເຈົ້າໜ້າທີ່. ສະນັ້ນຕ້ອງໄດ້ປະຕິດບັດນຳກັນເມືອງມາທ່ຽວເມືອງນີ໊.
ເວົ້າມາຮອດນີ້, ຜູ້ຂຽນກໍ່ຢາກສະທ້ອນໃຫ້ເຫັນ ບັນຫາທີ່ມີຢູ່ທີ່ເມືອງປາກເຊ, ນັ້ນກໍ່ຄືບັນຫາການຄ້າປະເວນີ. ຍອມຮັບເລືຍວ່າ ຫຼາຍແທ້ໆໆໆໆໆໆໆໆໆໆ ບໍ່ວ່າຈະເປັນຕາມຮ້ານບັນເທີ່ງຊື່ດັ່ງ, ຮ້ານເລັກຮ້ານນ້ອຍ, ຮ້ານແຄມເຊ, ແລະ ແມ້ກະທັ້ງການໃຫ້ບໍລິການຂອງຍິງສາວທ້ອງຖິ່ນ ດ້ວຍການໂທເອີ້ນເອົາ. ຂ້າພະເຈົ້າໄດ້ໂອ້ລົມກັບເພື່ອນຫຼາຍຄົນທີ່ເປັນຄົນຂັບລົດ ແລະ ໝູ່ຄົນປາກເຊ, ທຸກຄົນແມ່ນເວົ້າເປັນສຽງດ່ຽວກັນວ່າ ທຸລະກິດນີແມ່ນມີຫຼາຍຢູ່ປາກເຊ, ບັນດາສາວໆທີ່ມາເຮັດວຽກນີ້ຕາມຮ້ານກິນດື່ມ 99 ເປີເຊັນແມ່ນມາແຕ່ພາກເໜືອ, ສ່ວນວ່າຜູ້ທີ່ສາມາດໂທເອື່ນເອົາ ແມ່ນຍິ່ງສາວທ້ອງຖິ່ນ. ແລະ ຈາກການທີ່ຕົນເອງໄດ້ມີໂອກາດເປັນເຫັນກັບຕາຕົນເອງ ກໍ່ແມ່ນເປັນຄືດັ່ງທີ່ວ່າ. ຂ້າພະເຈົ້າຈະຍົກຕົວຢ່າງຮ້ານກິນດື່ມແຫ່ງໜື່ງ (ແຕ່ບໍ່ຂໍອອກຊື່ເດີ) ຢູ່ໃກ້ໆແຄມຂອງຫັ້ນລະ ຈະມີບັນດາຍິງສາວ ເກືອບວ່າ 50 ຄົນທີ່ມານັ່ງກັບແຂກ ແລະ ບໍລິການທາງເພດຢູ່ຮ້ານດັ່ງກ່າວ. ວິທີການສ່ວນຫຼາຍແມ່ນວ່າ ພວກເຂົາຈະນັ່ງກັບແຂກທີ່ມາດື່ມແລະເຕັ້ນລຳ ຈົນຮອດ ສິບເອັດໂມງເຄີ່ງ ເມື່ອຮ້ານປືດ, ຖ້າມີການຕົກລົງ ກັນໄດ້ກັບແຂກ ກໍ່ຈະໄປນອນນຳແຂກ ເຊິ່ງແຂກສ່ວນຫຼາຍ ຈະແມ່ນຄົນໄທ ແລະ ຈີນ ທີ່ກະເປົາໜັກແດ່... ຕາມທີຖາມຜູ້ສາວ ພວກເຂົາຈະຄິດຄ່າບໍລິການ ປະມານ ພັນບາດ ຫາ ສອງພັນບາດ ສຳລັບ ການໄປນອນນຳແບບຊົ່ວຄາວ ແບບວ່າຍົກດຽວ ຈົບ. ສ່ວນວ່າຈະນອນຄ້າງຄືນນຳແມ່ນຕ້ອງຈ່າຍປະມານ ສອງພັນ ຫາ ສາມພັນບາດ. ເມືອຄິດເບິ່ງແລ້ວເປັນລາຍຮັບທີ່ດີຫຼາຍ ເພາະ ວ່າຊຳກັບເງິນເດືອນພະນັກງານລັດ ໃນການຮັບແຂກພຽງຄັ້ງດຽວ ຫຼື ສອງຄັ້ງ.
ເຖິງຢ່າງໃດກໍ່ດີ, ຂ້າພະເຈົ້າຮູ້ສືກວ່າ ສິ່ງນີ້ໄດ້ກາຍເປັນສິ່ງທີ່ສັງຄົມຕ່າງກໍ່ຮັບຮູ້ ແລະ ເຂົ້າໃຈ. ບັນດາພະນັກງານທີ່ຮັບຜິດຊອບດ້ານນີ້, ກໍ່ຮູ້ ແລະ ເຂົ້າໃຈ. ແຕ່ວ່າຕົນເອງກໍ່ຍັງສົງໄສວ່າ ເປັນຫຍັງຈື່ງປ່ອຍໃຫ້ເກີດຂື້ນຫຼາຍຂະໝາດນີ, ບໍ່ພຽງແຕ່ຢູ່ປາກເຊ, ແຕ່ບັນດາເມືອງໃຫຍ່ໆ ເຊັ່ນ, ວຽງຈັນ, ທ່າແຂກ, ສະຫວັນ, ຫຼວງພະບາງ.... ແລະ ພວກຜູ້ສາວບໍລິການເຫຼົ່ານີ ຈະໃຊ້ຍຸດທະສາດທີ່ວ່າ ເໜືອ ຫາກິນໃຕ້, ໃຕ້ຫາກິນເໜືອ ອັນນີ້ທຸກຄົນອາດຈະເຂົ້າໃຈ... ແລ້ວພວກເຮົາຈະແກ້ໄຂບັນຫານີ້ແນວໃດ? ເວົ້າແລ້ວກະໄດ້ແຕ່ເວົ້າ......
ຢູ່ປາກເຊກໍ່່ປະມານ ສອງຄືນສາມວັນ, ຈາກນັ້ນກໍ່ໄດ້ເດີນທາງກັບວຽງຈັນຕອນໃກ້ທ່ຽງ ວັນອັງຄານ ທີ 14 ກັນຍາ 2010. ເປັນອັນວ່າສິ້ນສຸດການເດີນທາງຄັ້ງນີ້.