ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຕະລົກນີ້ເອົາມາແຕ່ເວບໄຊ ໂຈກ.... ແປເປັນລາວ

 

During one of her daily classes, a teacher trying to teach good manners, asked her students the following question: "Michael, if you were on a date having dinner with a nice young lady, how would you tell her that you have to go to the bathroom?" Michael said: "Just a minute, I have to go pee."

The teacher responded by saying: "That would be rude and impolite." "What about you Sherman, how would you say it?" Sherman said: "I am sorry, but I really need to go to the bathroom. I'll be right back."

"That's better, but it's still not very nice to say 'bathroom' at the dinner table." "And you, little Johnny, can you use your brain for once and show us your good manners?" "I would say 'Darling, may I be excused for a moment? I have to shake hands with a very good friend of mine, whom I hope to introduce you to after dinner'." The teacher fainted.

 

ເລື່ອງກະມີຢູ່ວ່າ, ສາວຄູປະຈຳຊັ້ນເພິ່ນກະຂຶ້ນຫ້ອງສອນເປັນປົກກະຕິຂອງເພິ່ນຫັ້ນແລ້ວ ແລະ ມື້ນີ້ເພິ່ນຈະສອນລູກສິດລູກຫາເພິ່ນກ່ຽວກັບມາລະຍາດຂອງຜູ້ດີ ວ່າຄວນຈະປະພຶດຕົວແນວໃດ, ໂດຍເພິ່ນເອົາໂຈດຖາມວ່າ:

ສາວຄູ: ຄືນໜຶ່ງເຈົ້າໄດ້ພາແຟນສາວໄປອອກເດດ ກິນອາຫານຄ່ຳ, ແລ້ວທ່ານເກີດອາການປວດເບົາ ທ່ານຈະຄອບແຟນສາວແນວໃດໃຫ້ສຸພາບທີ່ສຸດ? ທຳອິດກະໃຫ້ທ້າວຈ່ອຍຕອບກ່ອນ..

ທ້າວຈ່ອຍ: ຮຽນສາວຄູ .. ນ້ອງກໍ່ຈະຕອບວ່າ ຖ້າບຶດນຶ່ງເດີ!! ຊິໄປຍິງກະຕ່າຍກ່ອນ!!!

ສາວຄູ: ທ້າວຈ່ອຍ, ຖ້າຕອບແບບນີ້ ແມ່ນຖືວ່າບໍ່ສຸພາບ ແລະ ຂາດມາລະຍາດ!!! ເອົາທ້າວຄຳ ເຈົ້າລອງຕອບເບິ່ງ

ທ້າວຄຳ: ຮຽນສາວຄູ, ນ້ອງຈະຕອບວ່າ ! ຂໍໂທດເດີ ເພິ່ນ!! ຂ້ອຍປວດເບົາຢາກເຂົ້າຫ້ອງນ້ຳແຮງໆໆ ຈັກບຶດຊິມາເດີ!!

ສາວຄູ: ດີຂຶ້ນຈັກໜ້ອຍ, ແຕ່ຍັງບໍ່ໄດ້ເພາະບໍ່ຄວນເອີຍຄຳວ່າຫ້ອງນ້ຳເພາະວ່າ ແມ່ນຕອນກຳລັງຮັບປະທານອາຫານ,!!! ເອົາລະທ້າວຫຳນ້ອຍ!! ລອງເອົາສະໜອງເຈົ້າຄິດເບິ່ງດູ ເຈົ້າຈະຕອບຈັ່ງໃດ?

ທ້າວຫຳນ້ອຍ: ຮຽນສາວຄູ ທີ່ເຄົາຣົບ.... ຂະນ້ອຍຈະຕອບຈັ່ງຊີ້!!! ຂໍໂທດທີ່ຮັກ, ອ້າຍຂໍເວລາຈັກໜ້ອຍໄດ້ບໍ່, ອ້າຍຊິໄປທັກທາຍສະບາຍດີ ເພື່ອນສະໜິດຂອງອ້າຍ, ຜູ້ທີ່ອ້າຍຈະແນະນຳໃຫ້ນ້ອງຮູ້ຈັກພາຍຫຼັງ ກິນເຂົ້າແລງແລ້ວ!!!!

ພໍໄດ້ຍິນ ສາວຄູກະເປັນລົມໄປເລີຍ!!!

Delicious Digg Fark Twitter
ຄຳເຫັນ (7)