ຂຽນເມື່ອ: ມ.ນ.. 20, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ມືຶນີ້ ສອງສ່ຽວ ແມງວັນ ກັບ ແມງມີ່ ກະມານັ່ງໂອ້ລົມກັນ ທີ່ຮ້ານກາເຟ ເຈົ້າເກົ່າ!!!
ແມງວັນ: ສ່ຽວໂຕວ່າ ຜູ້ຍິງ ກັບ ຜູ້ຊາຍ ແມ່ນໃຜມີຄວາມຕ້ອງການທາງເພດຫຼາຍກວ່າກັນ?
ແມງມີ່: ເຮົາວ່າຊ່ຳໆ ກັນຕີ!!!ແຕ່ວ່າຜູ້ຊາຍອາດຈະຫຼາຍກວ່າໜ້ອຍໜຶ່ງ! ໂຕວ່າບໍ່?
ແມງວັນ: ຄິດວ່າຜູ້ຊາຍຕີບໍ? ແລ້ວໂຕວ່າ ການສະແດງອອກເນ? ໃຜສະແດງອອກຫຼາຍກ່ອນກັນ ເວລາຢາກ ຫຼື ມີອາລົມ?
ແມງມີ: ອັນນີ້ເຮົາສາມາດປຽບທຽບໃຫ້ໂຕເຫັນເລີຍ!!!!
ແມງວັນ: ປຽບທຽບຈັ່ງໃດສ່ຽວ?
ແມງມີ່: ອັນຜູ້ຍິງກະບໍ່ຕ່າງຫຍັງໝາ, ສ່ວນຜູ້ຊາຍກະບໍ່ຕ່າງກັບຫຍັງກັບແມວ!
ແມງວັນ: ຮວາຍ!!! ໂຕຄືມາເວົ້າຈັ່ງຊັ້້ນ!!!ດຽວສາວໆ ມາອ່ານບົດນີ້ ຊິຄຽດໄດ໋ ວ່າຂະເຈົ້າເປັນໝາ!!!
ແມງມີ່: ໂອຍ໋໋!!ອັນນີ້ປຽບທຽບເລື່ອງອາການຊື່ໆໆໆ
ແມງວັນ: ຊັ້ນມັນຄືກັນຈັ່ງໃດ ທີ່ວ່າຜູ້ຊາຍຄືແມວ ຜູ້ຍິງຄືໝາ?
ແມງມີ່: ໂຕສັງເກດເບິງໂລດ!!!! ໝາ ບໍ່ວ່າຈະແມ່ນເວລາຢາກ ຫຼື ບໍ່ຢາກ ມັກກະມິດ ຈ້ອຍມ້ອຍ ມັນບໍ່ຕ່າງຫຍັງກັບນິໄສ ຜູ້ຍິງ ເຖິງຈະມີອາລົມທາງເພດ ກະບໍ່ສະແດງອອກ!!
ສ່ວນວ່າຜູ້ຊາຍມຶ່ງເອີຍ!!!! ມັນຊິຢາກ ຫຼື ບໍ່່ ມັນກະຮ້ອງ ແມ໋ວໆໆໆໆໆ ຢູ່ຫັ້ນລະ!!!
ແມງວັນ: ເອີ!!!! ກູຊິໄປສັງເກດໝາ ກັບ ແມວ ກ່ອນ!!!!