![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ນ.. 20, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ຄຳແນະນຳ:
ຖ້າສີຟ້າ: ໃຫ້ອ່ານອອກສຳນຽງໄຊຍະໂອ!
ຖ້າສີດຳ: ອ່ານອອກສຳນຽງວຽງຈັນເດີ!
ນະທີ່ຫ້ອງຮຽນວິຊາສຸຂະສຶກສາ ຂອງນ້ອງມັດທະຍົມຈັນທະບູລີ!! ສາວຄູພັດວ່າເປັນຄົນໄຊຍະ, ກະຂຶ້ນຫ້ອງສອນເປັນປົກກະຕິ
ສາວຄູ: ສິ່ງທີ່ສາວຄູຢາກຈະແນະນຳພວກນ້ອງໆ ໃນການຮັກສາສຸຂະພາບ ກະຄືວ່າ ທຸກໆເຊົ້າຕ້ອງພາກັນເຂົ້າຫ້ອງນ່ຳ ແລະ ປົດທຸກ, ເພື່ອເປັນກະລະບາຍຂອງເສຍອອກຈາກຮ່າງກາຍ ອັນຈະເປັນການດີຕໍ່ສຸຂະພາບ!!!
ພໍເວົ້າສຸດ, ທ້າວຫຳ ຈອມຂີ້ສໍ້ປະຈຳຫ້ອງ ກະຍົກມືຖາມ
ທ້າວຫຳ: ສາວຄູ!!! ແລ້ວສົມມຸດວ່າເຂົ້າຫ້ອງນ້ຳ ແລ້ວ ເຮັດຈັ່ງໃດມັນກະບໍ່ອອກເດ! ຈະເຮັດແນວໃດ?
ສາວຄູ: ກະໃຫ້ນ້ອງ ກິນນ້ຳໃສ່ຈອກໜຶ່ງ ລະກະນັ່ງຖ້າ ປະມານ 10 ນາທີ ແລ້ວເຂົ້້າໄປໃໝ່
ທ້າວຫຳ: ຖ້າກິນໄປແລ້ວ!!! ມັນຍັງບໍ່່ປວດເດ ສາວຄູ ຈະເຮັດແນວໃດ?
ສາວຄູ: ກະໃຫ້ນ້ອງກິນເຂົ້າໄປອີກຈອກໜຶ່ງ!
ທ້າວຫຳ: ກິນເຂົ້າໄປອີກ!!!ແຕ່ກະຍັງຄືເກົາເດ!!
ສາວຄູ: ນ້ອງກະລອງກິນເຂົ້າໄປອີກຈອກໜຶ່ງ!
ຫ້າວຫຳ: ແລ້ວຄັນຍັງບໍ່ປວດເດ!!! ຈະເຮັດຈັ່ງໃດ?
ສາວຄູ: ເຈົ້າກະກິນໄປອີກ ຄຸໜຶ່ງ ຈົນຂີ້ແຕກໂລດ
!!!!
ໝູ່ໆໆໆ: ສົມນຳໜ້າແດ່!!!ຂີ້ສໍ້ເອີຍ!!!![](http://punlao.com/include/fckeditor/editor/images/smiley/msn/teeth_smile.gif)