
ຂຽນເມື່ອ: ມ.ນ.. 27, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ຫຼາຍຄົນອາດສົງໄສ ວ່າເປັນຫຍັງເວລາໄກ່ແມ່ ອອກໄຂ ຈະໂຕນອອກຮັງ ແລ້ວກະສົ່ງສຽງ ກະຕ໋າກໆໆໆໆໆໆໆໆ ທີ່ຈີິ່ງມັນມີເລື່ອງເລົ່າ
ເລື່ອງມີຢູ່ວ່າ, ມືຶໜຶ່ງ ໄກ່ຜູ້ພະຍາຍາມທີ່ຈະ ເຊິງໄກ່ແມ່ ໂຕໜຶ່ງ... ແຕ່ວ່າພະຍາຍາມເທົ່າໃດ!!! ໄກ່ແມ່ໂຕນັ້ນ ກໍ່ຈະກະແຕ໋ກ ກະແຕ໋ກ ໜີໄປ ບໍ່່ຍອມໃຫ້ບ່າວເຈົ້າໄດ້ເຊິງ....
ໄກ່ຜູ້ຕົວນັ້ນຈຶ່ງຫາອຸບາຍ ເພື່ອຈະເຊິງ.....
ໄກ່ຜູ້: ກຸ໋ກ,ໆໆໆໆໆໆໆ!!! ອັນເຈົ້້າໃຫ້ໄກ່ຜູ້ໂຕອື່ນ ເຊິງເຈົ້ານັ້ນ! ບາດເຈົ້າໄຂ່ອອກມານີ້ ເປັນໜ່ວຍ!!!ແຕ່ຖ້າແມ່ນອ້າຍ ອອກມາເປັນໂຕໂລດ!!!
ໄກ່ແມ່: ກະຕ໋າກໆໆໆໆ!!! ບໍ່ເຊື່ອດອກ!!!
ເຖິ່ງວ່າຈະຖືກປະຕິເສດ! ໄກ່ຜູ້ກະຍັງບໍ່ລົດລະຄວາມພະຍາຍາມ.... ຕາມຕື້ ສາວເຈົ້າ, ຈົນໃນທີ່ສຸດ ກໍ່ສາມາດຊະນະໃຈສາວຕົວນັ້ນ.
ບາດນີ້ຮອດຍາມ ຊິອອກໄຂ່!! ໄກ່ແມ່ຕົວນັ້ນກໍ່ຫຍັງວ່າ ຈະໄຂ່ອອກມາເປັນໂຕ! ຕາມທີ່ໄກ່ຜູ້ຕົວນັ້ນເວົ້າ!!! ພໍໄກ່ແມ່ຕົວນັ້ນ ໄຂ່ອອກມາ ກະຍັງເຫັນເປັນໜ່ວຍໄຂ່ ຢູ່!!! ຮູ້ສຶກໃຈຮ້າຍຫຼາຍ ຈິ່ງໂຕນອອກຈາກຮັ່ງ ຮ້ອງໃສ່ໄກ່ຕົວຜູ້ໂຕນັ້ນ
ໄກ່ແມ່: ຕົ໋ວະໆໆໆໆໆໆໆ (ພາສາໄກ່ ຕ໋າກໆໆໆໆໆໆໆໆໆ), ຂີ້ຕົ໋ວະໆໆໆໆໆໆໆໆໆ
ແລະ ຈາກເລື່ອງລາວນີ້ ເຮົາຈິງເຫັນວ່າໄກ່ແມ່ທຸກຕົ໋ວ ຈິ່ງຮ້ອງຫຼັງຈາກວາງໄຂ່ ຍ້ອນເຈັບໃຈທີ່ໄກ່ຜູ້ຕົ໋ວະນັ້ນເອງ!!!