ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຕອນແລງທີ່ພະຈັນເຕັມດວງ ສາວງາມແຫ່ງບ້ານນາ ກະໄດ້ມີໂອກາດຕ້ອນຮັບແຟນບ່າວ ທີ່ຄົບຫາກັນມາໄດ້ຫຼາຍເດືອນເຕີບ, ທັງສອງກະຍັງບໍທັງສະໜິດກັບປານໃດ, ຍັງມີອາການ ຈົ່ງຈຽມ ແລະ ເຂີນອາຍ!!! ແລງມື້ນີ້ ຜູ້ສາວກິນເຂົ້າຮຽບຮ້ອຍ ແລະ ກໍ່ໄດ້ກິນຕົ້ມແກ່ນໝາກມີ້ເປັນຂອງວ່າງຕາມພາສາ ຊາວທ້ອງທົ່ງນາເຮົານີ້ລະ....

ອ້າຍບ່າວທີ່ມາລົມກະຕັ້ງມາລົມແທ້!!! ຈົນເດີກຈົນດື່່ນກະຍັງບໍ່ກັບຈົນຮອດທ່ຽງຄືນ.... 

ຍ້ອນຜິດໃນໝາກມີ້, ຜູ້ສາວກະທ້ອງເບັງ ຍ້ອນແກ໋ສ ໃນທ້ອງ!!​ເວົ້າງ່າຍໆ ແມ່ນປວດຕົດນີ້ລະ!!! ຍ້ອນໜ້າອາຍຜູ້ບາວ ສາວເຈົ້າຈິ່ງຂໍອານຸຍາດ ໄປຫ້ອງນ້ຳ ເພື່ອຈະຜາຍລົມ...

ຫ້ອງນ້ຳພັດວ່າ ຢູ່ໃກ້ໆ ກັບຫ້ອງນອນຂອງແມ່!!! ຜູ້ສາວກະພະຍາຍາມຊອກຫາບ່ອນຕົດ!!! ເພາະບໍ່ຢາກໃຫ້ມີສຽງຍ້ອນໜ້າອາຍຜູ້ບາວ!!! ໃນທີ່ສຸດ ຜູ້ສາວກະແນມເຫັນ ໂອ່ງເປົ່າ (ໄຫໃຫຍ່) ກະປີ່ນກົ້ນ ໃສ່ປາກໂອ່ງ ເພື່ອຈະຕົດ...

ລອງຈິນຕະນາການເອົາຫັ້ນລະ ວ່າເວລາຕົດໃສ່ໂອງໃສ່ໄຫ ຈະມີສຽງຄືແນວໃດ!!!

ສາວຕົດຢ່າງແຮງ, ແຕ່ໄຫບໍ່ໄດ້ເກັບສຽງ ພັດແຮງດັງກວ່າເກົ່າ, ສຽງຕົດດັງ ປື໋ງ!!!!!!!!!!!!!

ຜູ້ເປັນແມ່ທີ່ນອນຢູ່ຫ້ອງຂ້າງໄດ້ຍິນ ກະຄິດວ່າແມ່ນຄູບາຢູ່ວັດເພີ່ນຕີກອງ, ຈື່ງຟ້າວລຸກຂຶນ ຍໍມື ສາທຸ ຕາມທຳນຽງ!!!!!! ພ້ອມທັງຮ້ອງອອກມາບອກລູກ!!! 

ແມ່: ອີຫຼ້າເອີຍ!!!! ລຸກໜຶ້ງເຂົ້າແດ່ເດີ!!! ຄູບາເພິ່ນຕີກອງວັດແລ້ວ!!!!!!

Delicious Digg Fark Twitter