ຂຽນເມື່ອ: ມິ.ຖ.. 6, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ປົກກະຕິ ໂຮງຮຽນຈະມີລະບຽບແຈ້ງໃຫ້ຜູ້ປົກຄອງນັກຮຽນ ວ່າຕ້ອງໄດ້ໂທມາແຈ້ງ ທາງໂຮງຮຽນ ຫາກວ່າ ລູກໆ ຂອງພວກເຂົາ ບໍ່ສາມາດຮຽນໄດ້.
ພໍຮູ້ຈັກລະບຽບນີ້, ນາງນ້ອຍ ຈິ່ງໄດ້ວາງແຜນເພື່່ອຈະຂາດຮຽນໄປທ່ຽວ!! ພາຍຫຼັງພໍ່ແມ່ ອອກບ້ານໄປວຽກໝົດແລ້ວ!!! ນາງນ້ອຍກະໂທລະສັບໄປໂຮງຮຽນ
ນາງນ້ອຍ: ສະບາຍດີ!! ມື້ນີ້ ລູກສາວຂ້ອຍນາງນ້ອຍ ມາຮຽນບໍ່ໄດ້ ເພາະລາວບໍ່ສະບາຍ
ເລຂາຮັບສາຍ: ໂອ!!! ເສຍໃຈນຳ ທີ່ລາວມາຮຽນບໍ່ໄດ້, ດຽວຊິແຈ້ງໃຫ້ຄູປະຈຳຊັ້ນຮູ້! ຂໍໂທດເນາະ ແລ້ວແມ່ນໃຜນໍ້ທີ່ໂທມາແຈ້ງ
ນາງນ້ອຍ: ນີ້ແມ່ນແມ່ຂອງຂ້ອຍເອງ!!!!