ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ແມ່ຕູ້ມີກຳລັງ ນອນພັກຜ່ອນ ຢູ່ກ້ອງຕາລ່າງເຮືອນ ຕາມພາສາ ຊາວທ້ອງທົ່ງນາ!!! ພໍດີນອນໄປໄດ້ໜ້ອຍໜຶື່ງກະໄດ້ຍິນສ່ຽງ ໄກ່ພາກັນຮ້ອງແຕກຍ້າວໆໆໆໆ 

ແມ່ຕູ້ມີຟ້າວພະຫຼາດລຸກ ແລ່ນອອກໄປເບິ່ງ ກະພໍດີເຫັນໂຈນກຳລັງ ລັກໄກ່ຂອງຕົນ!!! ແມ່ຕູ້ຈິ່ງຮ້ອງຫາຄວາມຊ່ວຍເຫຼືອ!!!

 

ແມ່ຕູ້: ຊ່ວຍແດ່!!! ຊ່ວຍແດ່!!! ໂຈນລັກໄກ່ແມ່!!! ຊ່ວຍແດ່ !! ໂຈນລັກໄກ່ແມ່!!!!

 

ໂຈນໄດ້ຍິນ ກະຟ້າວ ໂດດຂ້າມຮົ້ວ ແລ່ນໄປ ພ້ອມກັບໄກ່ໂຕໜຶ່ງ !!! ແຕ່ແມ່ຕູ້ກະຍັງບໍ່ລົດລະຄວາມພະຍາຍາມ ແລ່ນນຳຫຼັງ ໂຈນຜູ້ນັ້ນພ້ອມກັບຮ້ອງໃຫ້ຄົນອື່ນຊ່ວຍ

 

ແມ່ຕູ້: ຊ່ວຍແດ່!! ຊ່ວຍແດ່!! ໂຈນລັກໄກ່ແມ່!! ຊ່ວຍແດ່ ໂຈນລັກໄກ່ແມ່!!!

 

ແລ່ນໄປໄດ້ໄລຍະໜຶ່ງ!!! ແມ່ຕູ້ຮູ້ສຶກຕົກໃຈ ເພາະ ໂຈນຜູ້ນັ້ນໄດ້ຢຸດ ແລະ ຍ່າງກັບມາຫາແມ່ຕູ້

 

ໂຈນ: ເຈົ້າເວົ້າຫຍັງກະເວົ້າໃຫ້ມັນຖືກແດ່ແມ໋

ແມ່ຕູ້: ກູເວົ້າຫຍັງຜິດ

ໂຈນ: ຂ້ອຍບໍ່ໄດ້ລັກໄກ່ແມ່!! ເຈົ້າເບິ່ງໃຫ້ມັນດີໆໆ ອັນນີ້ແມ່ນໄກ່ຜູ້ !

 

ຮະຮະຮະຮຮະະ!!!!!! 

Delicious Digg Fark Twitter
ຄຳເຫັນ (9)