
ຂຽນເມື່ອ: ມິ.ຖ.. 19, 2011
| ມີ
16 ຄຳເຫັນ
ແລະ
0 trackback(s)
ທ້າວຄຳໂກດ ອຸກອັ່ງໃຈ ກັບໂຊກສະຕາຊີວິດຂອງຕົນ ທີ່ເກີດມາຄືມາທຸກຍາກປາກແຄນ ເອົາແທ້ເອົາວ່າ ຈິ່ງໄດ້ຕັດສິນໃຈໄປຫາໝໍດູຊື່ດັງ
ທ້າວຄຳໂກດ: ທ່ານໝໍເອີຍ!! ຊ່ວຍເບິ່ງ ໂຊກສະຕາໃຫ້ຜູ້ຂ້າແດ່ທ້ອນ ເປັນຫຍັງມັນຄືມາທຸກແທ້!!! ເຮັດຫຍັງກະບໍ່ໄດ້ບໍ່ດີ!!
ໝໍມໍ: ເອົາມືມາໃຫ້ເຮົາເບິ່ງດຸ!!
ພາຍຫຼັງ ເບິ່ງລາຍມື ແລະ ສັງເກດນັ້້ນສະເກດນີ້!!! ໝໍມໍຈິ່ງໄດ້ໃຫ້ຄຳຕອບແກ່ທ້າວຄຳໂກດ
ໝໍມໍ: ທ້າວເອີຍ!!! ບໍ່ຕ້ອງຕົກໃຈ!!! ເຈົ້າຈະທຸກຈົນໄປອີກ ສິບ ປີ!!!
ທ້າວຄຳໂກດ: ຫຼັງຈາກນັ້ນ ຜູ້ຂ້າຈະລວຍວ່າ?
ໝໍມໍ: ໂອ໋!!!! ແລ້ວເຈົ້າຈະລື້ງໄປເອງ!!
ຮະຮະຮະຮຮະ