ຂຽນເມື່ອ: ສ.ຫ.. 21, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ແມງວັນ ແລະ ແມງມີ່ ໄດ້ຮັບຕ່ຳແໜງເປັນຜູ້ຮັບຜິດຊອບວຽກງານໃຫຍ່ໂຕ!!!
ແລະວັນໜຶ່ງ ທາງແມງວັນ ກໍ່ໄປຢາມສ່ຽວທີ່ເຮັດວຽກຢູ່ຕ່າງປະເທດ.
ແມງວັນ: ໂອ!!! ສ່ຽວໂຕນີ້ລ້ຳລວຍນໍ້!! ມີລົດບີເອມ ຂີ້່, ເຮືອນກໍ່ຫຼັງໃຫຍ່!!! ໂຕໄປເຮັດຫຍັງມາ!! ແນະນຳເຮົາແດ່!!
ແມງມີ່: ໂຕຢາກຮູ້ວ່າ!! ດຽວມານີ້ເຮົາຈະໂຊໃຫ້ເບິ່ງ!!!
ວ່າແລ້ວທ່ານແມງມີ່ກໍ່່ເປີດປະຕູປ່ອງຢ້ຽມ ແລະ ແນະນຳໃຫ້ສ່ຽວ
ແມງມີ່: ສ່ຽວໂຕເຫັນທາງໄຮເວ ຢູ່ທາງນອກບໍ່!
ແມງວັນ: ເຫັນລະບໍ່!!! ເປັນທາງທີ່ງາມ ແລະ ໃຫຍ່ໂຕນໍ້!!
ແມງມີ່: ອັນນັ້ນ ລະແມ່ນໂຄງການເຮົາ!!! ເຮົາເຮັດການກໍ່່ສ້າງ 95%, ສ່ວນທີ່ເຫຼືອ 5% ແມ່ນຂອງເຮົາ...
ພາຍຫຼັງຈາກນ້ັນ ປະມານສອງປີ, ທ່ານແມງມີ່ ກໍ່ໄດ້ໂອກາດມາຢາມສ່ຽວແມງວັນ!!!
ແມງມີ່: ໂອ!!! ສ່ຽວໂຕນີ້ລ້ຳລວຍນໍ້!! ມີລົດຮຳເມີຕັ້້ງສອງຄັນ ຂີ້່, ເຮືອນກໍ່ຫຼັງໃຫຍ່ກວ່າເຮົາ ແລະ ມີສະໜາມກ໋ອບສ່ວນຕົວອີກ!!! ໂຕໄປເຮັດຫຍັງມາ!!!
ແມງວັນ: ໂຕຢາກຮູ້ວ່າ!! ເຮົາກະໄດ້ຄຳແນະນຳຈາກໂຕຫັ້ນລະ!!! ດຽວມານີ້ເຮົາຈະໂຊໃຫ້ເບິ່ງ!!!
ວ່າແລ້ວທ່ານແມງມີ່ກໍ່່ເປີດປະຕູປ່ອງຢ້ຽມ ແລະ ແນະນຳໃຫ້ສ່ຽວ
ແມງວັນ: ໂຕເຫັນທາງຢູ່ຂ້າງນອກບໍ່?
ແມງມີ່: ເຫັນຢູ່ໃສ!! ຄືີມີແຕ່ທາງດິນແດງ!!!
ແມງວັນ: ເອີ!!!ອັນນັ້ນ ລະໂຄງການຂອງເຮົາ!!! ເຮົາເອົາ 95%, ສ່ວນທີ່ເຫຼືອ 5% ເອົາໄປສ້າງທາງ!!
ແມງມີ່: ປ໋າໂທ!!! ຈັ່ງຊີ້ເລີຍວາ?