ຂຽນເມື່ອ: ກ.ຍ.. 19, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ບ່ໄດ້ມີໂອກາດຂຽນ ເລືອງການເດີນທາງດົນສົມຄວນ ເພາະ ຄານັ້ນຄານີ້.... ພໍດີ ນັ່ງຖ້າຢູ່ໂຮງແຮມ ຄອຍຖ້າອອກໄປປະຊຸມ ເລີຍວ່າຂໍຂຽນເລື່ອງການເດີນທາງມາເຮັດວຽກຄຳມ່ວນໃຫ້ເພື່ອນໆ!!!
ໄປນຳກັບຄັ້ງນີ້ກະສອງສາມຄົນ!!! ອອກເດີນທາງຕອນບ່າຍ ວັນທີ່ 18 ກັນຍາ 2011 ກະວ່າຈະໃຫ້ຮອດທ່າແຂກປະມານ ສີ່ ຫຼື ຫ້າໂມງແລງ. ເພື່ອວ່າຈະໄດ້ມີເວລາ ນັ່ງກິນປີ້ງເປັດ ແຄມນຳຂອງ!! ອາກາດ ກໍ່ຂ້ອນຂ້າງເປັນໃຈ ບໍ່ມີຝົນ ແມ້ວ່າ ຟ້າຈະສີຄື້ມ!!! ຂີ່ລົດອອກຈາກຕົວເມືອງວຽງຈັນ ໃນວັນອາທິດ ກະບໍ່ແອອັດປານໃດ ຫຼາຍຄົນຄືຈະພາກັນອອກໄປທ່ຽວ ນອກເມືອງ ເພື່ອເປັນການພັກຜ່ອນ ແລະ ດູດດືມເອົາອາກາດສົດ! ເພາະວ່າໃນຕົວເມືອງວຽງຈັນນີ້ ອາກາດບໍ່ຄ່ອຍສົດປານໃດ ລົດລາກະຫຼາຍ!!! ເວົ້າມາລະກະບໍ່ຮູ້ວ່າຈະເຮັດແນວໃດ! ກະຄິດວ່າຫຼາຍຄົນອາດຈະມີຄວາມຮູ້ສຶກດຽວກັນ.
ລົດແລ່ນຜ່ານສາມແຍກດອນໜູນໄປຕາມສາຍທາງ ເລກທີ່ 13 ໃຕ້, ກ່ອນຈະຮອດ ສະໜາມກິລາ, ລົດພວກເຮົາກໍ່ເກີດມີອາການແປກໆ ມີສຽງດັ່ງອີດໆໆໆໆໆໆໆ ແຮງຂຶ້ນ, ຈຳຕ້ອງໄດ້ຈອດເພືອກວດກາ, ຈິ່ງພົບບັນຫາວ່າ ລະບົບເບກໜ໊າ ຂັດຂ້ອງ ແລະ ຖ້າຈະສ່ຽງຂີ່ລົດຄັນນີ້ໄປກະຄືຈະບໍ່ປອດໄພ. ທີມງານກໍເລີຍຕັດສິນໃຈ ກັບໄປຫ້ອງການປ່ຽນລົດ ເພື່ອໝັ້ນໃຈກວ່າ. ເປັນອັນວ່າ ທີ່ໃຊ້ເວລາຂີ່ອອກມາ 20 ນາທີ ກະຕ້ອງຂີ່ກັບຫ້ອງການອີກ 20 ນາທີ. ເປັນອັນວ່າພວກເຮົາເສຍເວລາໃນການເດີນທາງ ຊົ່ວມງກວາໆໆ.
ໄດ້ລົດຄັນໃໝ່!! ກໍ່ເລີ່ມລຸຍຕໍ່!! ຕາມເສັ້ນທາງເລກທີ່ 13 ໃຕ້, ລຽບແຄມແມ່ນ້ຳຂອງ ປະກົດວ່າ ຫຼາຍໆບ່ອນແມ່ນນ້ຳຍື່ງຂຶ້ນ, ເພາະວ່າຊ່ວງນີ້ຝົນຕົກໜັກ ທົວປະເທດກະວ່າໄດ໋!!! ທົງນາຫຼາຍບ່ອນກະນ້ຳຖ້ວມ, ແຕ່ອ່າວໄຄທີ່ວ່າ ນາໆ ຫຼາຍໆ ບ່ອນຕົ້ນເຂົ້າກໍ່ສູງວິດນ້ຳ, ແຕ່ວ່າບາງບ່ອນ ກະເປັນຕາອີຕົນຊາວນາ ເພາະວ່າ ທົງນາກາຍເປັນສະລອຍນ້ຳໄປໝົດ!
ຂີ່ລົດຜ່ານປາກຊັນ ເຂົ້າສູ່ປາກກະດິງ ມູ້ງໜ້າ ສູ່ຕົວເມືອງທ່າແຂກ, ປະກົດວ່ານ້ຳຖ້ວມຫຼາຍໆ ບ່ອນ!! ໂຮງຮຽນແຄມທາງ ແລະ ເຮືອນຊານແມ່ນ ນ້ຳຖ້ວມປະມານ ເຄິ່ງແມັດ ຫາ ແມັດ ກວ່າໆໆ!!!
ຕາມສັງເກດລະດູການປີນີ້ ກະເຫັນວ່າມີອັນປ່ຽນແປງຫຼາຍອັນ! ບໍ່ວ່າຈະເປັນການມາໄວ ຂອງຝົນ ແລະ ປະລິມານນ້ຳຝົນທີ່ຕົກຫຼາຍ ແລະ ສຳຄັນ ຕົກດົນ!!! ອັນນີ້ກະຄືຊີແມ່ນຜົນຂອງການປ່ຽນແປງຂອງດິນຟ້າອາກາດ.
ປີ້ນີ້ ບ່ານເຮົາກະມີພາຍຸເຂົ້າ ຊ່ວງເດືອນຫົກ ຊື່ວ່າພາຍຸ ໄຮ່ມາ ແລະ ຊ່ວງເດືອນແປດ ພາຍຸນົກເຕັນກະເຂົ້າມາກະໜ່ຳອີກ!! ຖືໄດ້ວ່າປີນີ້ ທົ່ວປະເທດລາວໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ, ດິນເຈື່ອນ ແລະ ນ້ຳປ່າ!!! ເຮັດໃຫ້ບາງເຂດກໍ່ມີຄົນ ແລະ ສັດສາວາສິ່ງຕາຍ ແລະ ສູນຫາຍ.
ປະມານ ຫົກໂມງຍັງ ພວກເຮົາກໍ່ແລ່ນເຂົ້າເຂດຕົວເມືອງທ່າແຂກ!!! ການກໍ່ສ້າງຂົວມິດຕະພາບລາວໄທແຫ່ງທີ່ສາມ ກະເຫັນວ່າສຳເລັດເປັນສ່ວນຫຼາຍ ຍັງແຕ່ການຕົກແຕ່ງສະຖານີ ແລະ ບ່ອນກວດກາຄົນເຂົ້າ ອອກ ເມືອງ. ເພີນວ່າງແຜນໄວ້ວ່າ ເວລາ 11 ໂມງ 11 ນາທີ 11 ວິນາທີ 11 ລິບດາ ຂອງວັນທີ່ 11 ເດືອນ 11 ປີ 2011 ຈະເປັນມື້ເປີດການນຳໃຊ້ຂົວຢ່າງເປັນທາງການ!!! ກະເປັນຖືເປັນມືແປກປະຫຼາດທີ່ມີ ເລກ 11ຫຼາຍໂຕ!!! ແຕ່ກບໍ່ມີຫຍັງພິເສດດ໋ອກ ມັນກະເປັນພຽງນຳເບີ!!!
ມາຮອດ ຕົວເມືອງທ່າແຂກ ກະຫົກໂມງປາຍສິບຫ້າ, ຟ້າກະເລີມສະຫຼົວ ມືດລົງເມື່ອດວງຕາເວັນໄດ້ລາຂອບຟ້າໄປ, ແຕ່ວ່າບັນຍາກາດແຄມຂອງຂອງຕົວເມືອງທ່າແຂກກໍ່ແມ່ນເລີ່ມມີຊີວິດຊີວາ...
ເປັນອັນວ່າ, ພວກເຮົາກໍ່ຕ້ອງຮີບເຂົ້າທີ່ພັກ ເພື່ອຈະໄດ້ອອກໄປຊອກກິນເຂົ້າແລງ!!!
ດຽວມື້ນີ້ ຈະໄດ້ອອກໄປ ເມືອງເຂດນອກ! ຈັ່ງໃດກໍ່ຈະເອົາເລື່ອງລາວມາເລົ່າສຸ່ຟັງເດີ!!!
ນ້ຳຖ້ວມໂຮງຮຽນ
ຝົນຕົກຕອນຮູ່ງເຊົ້າທີ່ທ່າແຂກ