ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ນອນບໍຫຼັບ! ຫຼາຍຄົນອາດຈະເປັນຄືກັນ ບາງຄັ້ງບາງຄາວ ທີ່ອາດຈະຕື່ນຂຶ້ນມາຕອນເດີກໆ ແລ້ວ ຕາເຈົ້າກຳ ກະບໍ່ຍອມປິດ. ແຕ່ບາງທີ່ຫຼັບຕາແລ້ວ ສະໝອງກະຍັງເຮັດວຽກຢູ່! ອາການນີ້ກະເກີດຂຶ້ນກັບຕົນເອງ ບໍ່ຮູ້ຈະເຮັດຫຍັງກະເລີຍ ມານັ່ງຂຽນເລື້ອຍເປື່ອຍ!! ຮູ້ສຶກວ່າ ມາຮອດ ພາກທີ່  5 ແລ້ວ! 

ເລື້ອຍເປື້ອຍມື້ຄຳຄືນນີ້, ແມ່ນຢາກແບ່ງປັນແນວຄວາມຄິດ ຢູ່ສອງສາມປະເດັນ, ອັນທຳອິດ ຈະເວົ້າກ່ຽວກັບ ການຫາວຽກເຮັດງານທຳ, ແລະ ອັນທີ່ສອງ ກະຈະແມ່ນການແບ່ງປັນ ບໍ່ວ່າຈະເປັນຄວາມຮູ້ ຫຼື ປະສົບການ ເຊິ່ງຄິດວ່າອາດຈະເປັນ ສິ່ງເລັກໆ ນ້ອຍໆ ທີ່ເພື່ອນໆ ສາມາດຮຽນຮູ້ນຳກັນ.

ເອົາລະ ຂໍເຂົ້າປະເດັນເລື່ອງ ການຫາວຽກເຮັດງານທຳ. ຫຼາຍຄົນອາດຈະກຳລັງຊອກຫາວຽກເຮັດ ໂດຍສະເພາະ ກໍ່ແມ່ນນັກສຶກສາ ທີຈົບໃໝ່, ຄົນຫວ່າງງານ ຫຼື ອາດຈະແມ່ນແຕ່ ຄົນທີ່ກຳລັງຈະຊອກຫາປະສົບການອັນໃໝ່ ເວົ້າງ່າຍໆ ຢາກປ່ຽນວຽກ. ສະເພາະຄົນທີ່ຍັງບໍ່ເຄີຍເຮັດວຽກ ກະອາດຈະມີຂໍເສຍປຽບເວລາທີ່ຈະໄປສະໝັກວຽກຫາງານ ເພາະສ່ວນໃຫຍ່ແລ້ວ ຕາມໃບປະກາດ ມັກຂຽນໄວ້ວ່າ ຖ້າມີປະສົບການຈະພິຈາລະນາເປັນພິເສດ! ຫຼື ຕ້ອງມີປະສົບການຢ່າງໜ້ອຍ ເທົ່ານັ້ນເທົ່ານີ້ປີ! ນັກສຶກສາຈົບໃໝ່ໆ ອ່ານມາຮອດເງື່ອນໄຂຂໍ້ນີ້ ຫຼາຍຄົນກະທໍ້ໃຈ ແລະ ຄິດວ່າການຫາວຽກງານນີ້ຈັ່ງແມ່ນມັນຍາກ ອີຫຼີ! ເອົາລະ ແລ້ວຈະເຮັດແນວໃດຈະໄດ້ວຽກ? ກ່ອນອື່ນ ຄິດວ່າຕ້ອງຖ້າມຕົວເຈົ້າຂອງເອງສາກ່ອນວ່າ ເຮົາມັກ ແລະ ຮັກ ທີ່ຈະເຮັດວຽກງານນັ້ນບໍ່? ແລະ ຈະຄິດວ່າເຮັດໄດ້ດົນປານໃດ? ສິ່ງທີ່ຕົນເອງຢາກນຳມາແລກປ່ຽນ ກໍ່ແມ່ນວ່າ ເຮົາຕ້ອງຫາວິທີການຕະຫຼາດ ເພື່ອເປັນຈຸດຂາຍ ຫຼື ໃຫ້ນາຍຈ້າງຮັບຮູ້ວ່າ ເຮົາສາມາດເຮັດວຽກນີ້ໄດ້ ແລະ ເຮົາມີດີ ຄວນຄ່າທີ່ນາຍຈ້າງ ໜ້າຈະລອງຮັບໄປພິຈາລະນາ! ເອົາລະແລ້ວເຮົາຈະກຽມຕົວຄືແນວໃດ

ຕາມປະເພນີ, ການສະໝັກງານຈະມີຫຼາຍຂັ້ນຕອນ, ກະເລີ່ມແຕ່ ການສົ່ງໃບສະໝັກ, ເຂົ້າໄປຮອບເສັງ, ເຂົ້າໄປສຳພາດ, ລອງວຽກ ແລ້ວຈິ່ງໄດ້ວຽກຖາວອນ (ໄລຍະຍາວ). ເຮັດຈັ່ງໃດ ບໍ່ມີປະສົບການ ສົ່ງຊິວະປະຫວັດໄປ ເຂົ້າກະໂຍນເຂົ້າຖັງຂີ້ເຫຍື້ອແລ້ວ! ຈະແກ້ໄຂຈັ່ງໃດ! ກ່ອນອື່ນຕ້ອງຂຽນ ຊີວະປະຫວັດໃຫ້ມີຄວາມໜ້າສົນໃຈ, ມີຄວາມຖືກຕ້ອງ ແຕ່ກະຕ້ອງ ແຕ່ງເຕີມສີສັນ ໃຫ້ມັນເຂົ້າກັບວຽກ ທີ່ເຮົາຈະສະໝັກ! ການແຕ່ງເຕີມ ບໍ່ແມ່ນຈະໄປຕົວະ ເລື່ອງການຮຽນ ຫຼື ສິ່ງທີ່ມັນຜິດກົດໝາຍເດີ! ສິ່ງທີ່ຢາກໃຫ້ແຕ່ງເຕີມນັ້ນ ແມ່ນການບອກໃຫ້ນາຍຈ້າງຮູ້ວ່າ ເຮົາສາມາດເຮັດວຽກ ດັ່ງກ່າວໄດ້ ໂດຍການບອກໃຫ້ແຈ້ງປະໂລດ ໃນຊີວະປະຫວັດ ວ່າເຮົາມີດີແນວໃດ? ບາງຄົນກະຍັງ ຄາໃຈອີກແລ້ວ ອັນເລື່ອງປະສົບການ!! ເຮົາສາມາດເອົາທຸກຢ່າງ ມາເປັນປະສົບການ! ສະນັ້ນ, ສິ່ງໃດກະຢ່າທີ່ເອີ້ນວ່າການເຮັດວຽກ ອາດຈະເປັນທາງການ ບໍ່ເປັນທາງການ ເຮົາກໍ່ສາມາດທີ່ຈະ ນຳມາຂຽນລົງຊີວະປະຫວັດ ສະໝັກງານວ່າເປັນປະສົບການ! ນັກຮຽນ ເດ! ອັນໃດ ທີ່ເຮົາຈະສາມາດ ມາເປັນປະສົບການ! ເພາະນັກຮຽນດຽວນີ້ ແມ່ນສ່ວນຫຼາຍ ຮຽນຫຼາຍໂພດ, ຮຽນແຕ່ເຊົ້າຮອດຄ່ຳ! ວັນເສົາອາທິດ ກະບໍ່ພັກ ແລ້ວຈະມີເວລາໃດ ຊອກຫາປະສົບການຕ້ອງຮຽນ!!! ສະນັ້ນ, ເຮົາຕ້ອງຮູ້ຈັກ ການບໍລິຫານເວລາ ວ່າຊ່ວງປະໃດ ຄວນຈະຫາໂອກາດໄດ້ເຮັດວຽກ ຕົວຈິ່ງແດ່! ທີ່ຈິ່ງ ຖ້າຢູ່ປີ ສາມ ປີ ສີ່ຂອງລະດັບ ມະຫາໄລ ເພີນກໍ່ຈະມີພາກບັງຄັບໃນການລົງໄປເຮັດວຽກ!! ແຕ່ວ່າ ເຮົາຕ້ອງມີຄວາມກະຕືລືລົ້ນ ຫຼາຍກວ່ານັ້ນ ເພາະການຫາປະສົບການແມ່ນ ມີຫຼາກຫຼາຍ! ຈະຍົກຕົວຢ່າງງ່າຍໆ ຖ້າພໍ່ແມ່ເປັນຊາວຄ້າຂາຍ, ການທີ່ເຮົາໄປຊ່ວຍພໍ່ແມ່ນຄ້າຂາຍ ຮຽນຮູ້ການຕະຫຼາດ ອັນນີ້ກະສາມາດມາເປັນປະສົບການ, ການເຮັດວຽກອາສາສະໝັກ ໃຫ້ກັບອົງການພັດທະນາ ຈະເປັນວຽກພັດທະນາໄວໜຸ່ມ ຫຼື ວຽກສັງຄົມສົງເຄາະ ອັນນີ້ກະສາມາດນຳມາເປັນປະສົບການ. ການຊ່ວຍໂຮງຮຽນ ຈັດງານນັ້ນງານນີ້ ທັດສະນະສຶກສາ ໄປຊ່ວຍວຽກສັງຄົມ ຕາມງານຕ່າງໆ​ອັນນີ້ກະແມ່ນປະສົບການລ້ວນໆ.

ເວົ້າໃຫ້ເຂົ້າໃຈງ່າຍໆ ກະແມ່ນວ່າ ປະສົບການຮຽນຮູ້ໄດ້ທຸກແຫ່ງຫົນ, ບໍ່ແມ່ນຈະມີຢູ່ແຕ່ຫ້ອງລ້າຫ້ອງການ ຫຼື ນຳອົງການຈັດຕັ້ງທີ່ເປັນທາງການ.

ຜ່ານເຂົ້າຮອບເສັງ, ອັນນີ້ສຳຄັນຫຼາຍ ການເສັງກະແລ້ວແຕ່ ບາງວຽກກະບໍ່ມີ ສະນັ້ນ ຕ້ອງກຽມໃຫ້ພ້ອມ. ຖ້າບໍ່ເຂົ້າໃຈ ຕ້ອງຊອກຖາມຄົນທີ່ເຄີຍເຮັດວຽກ ເພາະວ່າ ບໍ່ມີຫຍັງເປັນສິ່ງໃໝ່ໆ ດ໋ອກ! ຕ້ອງມີຄົນທີ່ເຄີຍເຮັດວຽກງານດັ່ງກ່າວ ຫຼື ຢ່າງໜ້ອຍຕ້ອງມີວຽກທີ່ຄ້າຍຄືກັນ! ຖາມໝູ່ເພື່ອນ ອ້າຍເອື້ອຍນ້ອງ ຫຼື ສົ່ງອີເມວ ມາຫາຂ້າພະເຈົ້າກະໄດ້! ຍິນດີຈະໃຫ້ຄຳແນະນຳ. ສະນັ້ນ ການກຽມຕົວໃຫ້ພ້ອມເພື່ອນໄປເສັງເຂົ້າວຽກຕ້ອງສຳຄັນ

ບາດນີ້ມາຮອດຮອບສຳພາດ, ຄົນເກັ່ງໆ ຫຼາຍຄົນມັກຈະພາດຢູ່ບ່ອນນີ້ ຍ້ອນວ່າເວົ້າບໍ່ເກັ່ງ ຫຼື ບໍ່ສາມາດດືງເອົາຄວາມສາມາດອອກມາໃຫ້ນາຍຈ້າງເຫັນ! ບາງຄົນກະອາຍ, ເຂົ້າໄປນັ່ງຢູ່ໂຕະສຳພາດ ຂາກະເລີ່ມສັ່ນ! ຖ້າຕ້ອງໄດ້ສຳພາດເປັນພາສາອັງກິດ ກະເວົ້າຈົນເຫື່ອອອກ ເພາະຢ້ານຜິດຢ້ານຖືກ, ຟັງສຳນຽງພາສາອັງກິດ ກະງົງ ໂອຍ! ແລ້ວຈະແກ້ໄຂແນວໃດດີ! ແນ່ນອນ! ຄວາມໝັ້ນໃຈມາກ່ອນເດີ! ຖ້າຍັງບໍ່ໝັ້ນໃຈ ກະເສຍຫາຍຢ່າງໃຫຍ່! ເພາະໝັ້ນໃຈວ່າ ເວລາເຮົາຍ່າງບາດກ້າວເຂົ້າໄປສຳພາດ. ຜູ້ທີ່ສຳພາດເຮົາແມ່ນຢາກເຫັນຄົນທີ່ມີຄວາມໝັ້ນໃຈ, ມີພະລັງ ແລະ ກະຕືລືລົ້ນ ຢາກຈະໄດ້ເຮັດວຽກນັ້ນແທ້ໆ. ບໍ່ແມ່ນຍ່າງເຂົ້າໄປນັ່ງປັບ, ສັ່ນໆ ນ້ຳຖ້ວມປາກ ອັນນີ້ກະບໍ່ໄດ້ເດີ. ສິ່ງສຳຄັນອີກອັນ ທີ່ຕ້ອງໄດ້ກະກຽມເວລາເຂົ້າສຳພາດ ຕ້ອງຫາຂໍ້ມູນ ກ່ຽວກັບນາຍຈ້າງໃຫ້ລະອຽດ ເຊັ່ນວ່າຂໍ້ມູນປະຫວັດຂອງບໍລິສັດ, ວຽກງານຂອງບໍລິສັດ ແລະ ສຳຄັນຂໍມູນກ່ຽວກັບວຽກທີ່ຕົນເອງສະໝັກ. ການກະກຽມຄຳຕອບໃນການສຳພາດນັ້ນຕ້ອງເປັນຄຳຕອບທີ່ບໍ່ສັ້ນແລະບໍ່ຍາວແບບນ້ຳຖ້ວມທົ່ງເກີນໄປ. ເພາະການສຳພາດ ຢ່າງດົນທີ່ສຸດ ກະບໍ່ກາຍ 1 ຊົ່ວໂມງ. ສະນັ້ນ, ຕ້ອງຕອບແບບເດັດໄປເລີຍ!​ ຍົກຕົວຢ່າງ: ເພີ່ນຖາມວ່ານ້ອງເຄີຍມີປະສົບການເລື່ອງການຕະຫຼາດບໍ່? ການຕອບບໍ່ແມ່ນຈະຕອບວ່າ ມີ ຫຼື ວ່າບໍ່ມີ ລະກະມິດ! ຕົວຢ່າງ ຖ້າວ່າບໍ່ມີ ຕ້ອງອະທິບາຍເສີມເຂົ້າໄປວ່າ ແມ່ນຢູ່ວ່າບໍ່ມີປະສົບການໂດຍກົ່ງໃນວຽກງານດັ່ງກ່າວ, ແຕ່ຕົ້ນເອງກໍ່ໄດ້ມີການຮຽນຮູ້ ແລະ ບາງວຽກງານທີ່ເຄີຍປະສົບການຜ່ານມາ ກໍ່ສາມາດນຳມາຜັນຂະຫຍາຍ ແລະ ນຳໃຊ້ໃນວຽກງານການຕະຫຼາດ. ອັນນີ້ກະເປັນວິຕອບໃຫ້ມີຄວາມປະທັບໃຈ. ຖ້າຕອບວ່າມີ ກະຕ້ອງແຮງໄດ້ອ້າງອອກມາໃຫ້ດີ້ ວ່າມີອັນໃດແດ່ ທີ່ເປັນວຽກງານການຕະຫຼາດທີ່ຖືວ່າເປັນປະສົບການຂອງຕົນ. ເອົາລະປະເດັນຊອກວຽກຫາງານ ກະຊິໄດ້ພໍທໍນີ້, ຖ້າໃຜຄິດຢາກຫາແຫຼ່ງຂໍ້ມູນເພື່ອຊອກວຽກ ກະມີກຸ່ມຂອງເຟສບຸກທີສາມາດ ເຂົ້າໄປຕິດຕາມບາງທີ່ອາດຈະເຫັນປະກາດວຽກທີ່ຕົນເອງຊອກຫາ. ເຂົ້າໄປທີ່ http://www.facebook.com/groups/jobpool/ ຫຼື http://www.facebook.com/groups/careerindevelopment/  .

ບາດນີ້ຈະມາເວົ້າປະເດັນທີສອງ ທີ່ຈະກະເວົ້າມາແດ່ໜ້ອຍໜື່ງຂ້າງເທິງ! ເພາະການແບ່ງປັນ ຖືເປັນສິ່ງສຳຄັນ ທີ່ຄົນໃນສັງຄົມຕ້ອງໄດ້ມີສ່ວນຊ່ວຍເຫຼືອເຊິ່ງກັນແລະກັນ. ເປັນສິ່ງທີ່ຈະຊ່ວຍໃຫ້ສັງຄົມມີການຜູກພັນ ແລະ ມີໄມຕີຈິດ ມິດສະຫາຍທີດີຕໍ່ກັນ. ສະນັ້ນ, ຖ້າຜູ້ໃດຂີິຖີ່ ມັກຈະບໍ່ຄ່ອຍມີໝູ່ມີເພື່ອນ!! ອັນນີ້ກະບໍ່ຄັກປານໃດ. ສິ່ງທີ່ຢາກເອົາມາແບ່ງປັນ ກັບເພື່ອນໆ ໃນເລື່ອຍເປື່ອຍ 5 ນີ້ກໍ່ຈະແມ່ນ ການແບ່ງປັນຄວາມຮູ້ ແລະ ປະສົບການ. ຕົນເອງຄິດຮອດຕອນສະໄໝຮຽນຈົບມັດທະຍົມ ແຕ່ຊ່ວງປີ 2001, ຈົບ ມ6 ຕອນນັ້ນ ບໍ່ມີໂອກາດທີ່ຈະໄດ້ໂອ້ລົມ, ຮຽນຮູ້ ຫຼື ໄດ້ຮັບການແບ່ງປັນຈາກບຸກຄົນທີ່ມີປະສົບການ. ກະເລີຍຄິດວ່າ ສິ່ງນີ້ເປັນສິ່ງທີ່ຂາດຫາຍ ໃນການຮຽນຮູ້ ແລະ ເປັນສິ່ງທີ່ນັກຮຽນ ທີ່ຢູ່ໃນຊ່ວງຫົວລ້ຽວຫົວຕໍ່ ວ່າຈະໄປຮຽນຕໍ່ສາຍວິຊາຊີບຫຍັງ? ຮຽນຢູ່ໃສ? ແລະ ຮຽນຈົບແລ້ວ ຈະໄດ້ວຽກຫຍັງ ແລະ ຫຼາຍໆ ຂໍ້ຂ້ອງໃຈ ທີ່ຍັງຂາດການແບ່ງປັນ. ດັ່ງນັ້ນ, ຕົນເອງຈິງຄິດວ່າ ຜູ້ທີ່ມີຄວາມຮູ້ ມີປະສົບການ, ຢ່າສູ່ເປັນຄົນຂີ້ຖີ່. ຈົ່ງສ້າງໃຫ້ການເປັນຜູ້ໃຫ້ ແລະ ແບ່ງປັນ. ເຮົາຈະໄດ້ຫຍັງແດ່ຈາກການແບ່ງປັນ, ຖ້າເວົ້າຕາມສາສະໜາພຸດ ທຳອິດກະຊິແມ່ນໄດ້ບຸນ ຫັ້ນລະ! ແຕ່ທີ່ມັນລຶກຊຶ້ງໄປກວ່ານັ້ນ ເຮົາສາມາດຊ່ວຍເຫຼືອຄົນໃຫ້ມີ ມູມມອງ ມີຄວາມຄິດ ມີວິໄສທັດ ແລະ ມີຕົວເລືອກ. ຍົກຕົວຢ່າງ ນັກຮຽນສະໄໝນີ້ເຮີ ກັນຮຽນ ເສດຖະສາດ, ພາສາອັງກິດ ແລະ ການທະນາຄານ! ໄປຖາມໂລດ ທົ່ວປະເທດລາວ ຖ້າຫາກມີສາມວິຊານີ້ ໂຮງຮຽນດັ່ງກ່າວຈະມີນັກຮຽນເຕັມ ແຕ່ພາກເຊົ້າຮອດພາກຄ່ຳ. ເປັນຫຍັງຕ້ອງຮຽນເສດຖະສາດ, ຮຽນແລ້ວ ຈະເຮັດວຽກຫຍັງໄດ້ແດ່? ອັນນີ້, ຫຼາຍຄົນກະຍັງງົງ, ບາງຄົນກະຕອບວ່າ ຮຽນໄປຕາມຂະບວນ! ບາງຄົນກະວ່າ ພໍ່ແມ່ຢາກໃຫ້ເຮັດວຽກທະນາຄານ. ໂອຍ! ຟັງແລ້ວມັນກະແປ໋ກ!

ເພາະສະນັ້ນແລະ, ຍ້ອນເຮົາຍັງຂາດການແບ່ງປັນ ການເຂົ້າຫາຂໍ້ມູນ ການເຂົ້າໃຈ ສະພາບຂອງຄວາມຕ້ອງການທາງດ້ານແຮງງານ, ຂາດການວິເຄາະ ວ່າອີກຫ້າປີຂ້າງໜ້າວຽກງານໃດຈະເປັນທີ່ຕ້ອງການ! ຈິ່ງເຮັດໃຫ້ ການຜະລິດ ຊັບພະຍາກອນມະນຸດ ບໍ່ແທດເໝາະກັບຄວາມຕ້ອງການ. ເອົາງ່າຍໆ! ປະເທດລາວ ຂາດວິຊາການທາງດ້ານ ທໍລະນີວິທະຍາ, ບໍ່ແຮ່, ຄຸ້ມຄອງໄພພິບັດ, ເລື່ອງສິ່ງແວດລ້ອມ, ພັດທະນາສັງຄົມ. ວຽກງານເຫຼົ່ານີ້ ເປັນວຽກທີ່ໃຫ້ເງິນເດືອນດີ! ແລະ ອົງການຈັດຕ້ັງສາກົນຫຼາຍບ່ອນ ກະຕ້ອງການ ແຕ່ກະບໍ່ຄ່ອຍມີນັກຮຽນຫຼາຍຄົນໃຫ້ຄວາມສົນໃຈ ສຶກສາຮຽນຮູ້. ວຽກງານ ຜູ້ຈັດຈ້າງຈັດຊື້, ຫຼາຍໆໂຄງການຊອກຫາທີ່ປືກສາ ກະຕ້ອງໄດປະກາດ ສອງສາມຄັ້ງກ່ອນຈະໄດ້! ສະນັ້ນ, ນັກຮຽນທຸກຄົນຕ້ອງໄດ້ ພັດທະນາຕົນເອງໃຈການເຂົ້າຫາຂໍມູນ.

ເອົາລະຂຽນມາກະຍາວເຕີບແລ້ວ, ໃນເດືອນກຸມພາ ປີ 2012, ຕົນເອງແລະໝູ່ເພື່ອນຈະຈັດຕ້ັງກິດຈະກຳ ເພື່ອການແບ່ງປັນ ເປັນໂຄງການທົດລອງ ທີ່ຈະຈັດຢູ່ໂຮງຮຽນມັດທະຍົມ ສົມບູນສັນຕິພາບ ຊ່ວງວັນທີ່ 24-25 ກຸມພາ 2012. ຖ້າໃຜສົນໃຈກະເຂົ້າໄປອ່ານລາຍລະອຽດ ທີ່ http://www.facebook.com/groups/Santiphab.Alumni/ ຫຼື https://docs.google.com/viewer?a=v&pid=explorer&chrome=true&srcid=0B1E_P96uonk0NGViMjBkNTQtOWU5NS00ZThlLTkzMmUtNTQ2OTA5NmM0YWZj&hl=en

 

 ເອົາລະ! ຂໍປິດທ້າຍ ເລື້ອຍເປື້ອຍ 5 ດ້ວຍຄຳຄົມນີ້ເດີ!

ນົກບໍ່ມີຂົນ, ຄົນຂາດການສຶກສາ ບໍ່ອາດບິນຂຶ້ນທີ່ສູງໄດ້!

 

 

Delicious Digg Fark Twitter