ສະຫວັນ......................
ຖ້າເວົ້າຮອດສະຫວັນ, ຫຼາຍໆຄົນກະແມ່ນມະໂນພາບຕາມການເລົ່າຂານວ່າເປັນດິນແດນແຫ່ງຄວາມສຸກທັງປວງ,ເປັນສະຖານທີ່ ທີ່ບັນດາ ເລົ່ານາງຟ້າ ເທວະບຸດເທວະດາ ອາໄສຢູ່ ວ່າຊັ້ນຊາ! ແຕ່ທີ່ຈະມາເວົ້າມື້ນີ້ ຈະພາໄປສະຫວັນ......ນະເຂດເດີ!
ຕ້ອງໄດ້ຕື່ນແຕ່ເຊົ້າຕູ່! ເຊົ້າມືດສະ ມັນຈິ່ງຖືກ! ເພາະຖ້ຽວບິນແມ່ນຕອນ 6 ໂມງເຊົ້າ, ຕ້ອງໄດ້ໄປ ແຈ້ງປີຕອນ 5 ໂມງ ເລີຍຕ້ອງໄດ້ຕື່ນແຕ່ 4 ໂມງ ເພື່ອອາບນ້ຳ ກະກຽມເຄື່ອງ. ປະມານ 5 ໂມງຍັງສິບ ແທກຊີ ກະມາຮັບ! ອອກຈາກບ້ານແຖວທົ່ງສາງນາງໄປຫາສະໜາມບິນ ກະປະມານ ສິບນາທີກວ່າ ນີ້ລະ. ຕາມເສັ້ນທາງແມ່ນຍັງ ມິດງຽບ ມີພຽງລົດບາງຄັນແລ່ນໄປມາ, ອາວມີຫຼາຍແດ່ກະເຂດ ແຖວຕະຫຼາດທົ່ງຂັນຄຳເພາະຜູ້ຄົນ ມາຕະຫຼາດຕະລີ ຈັບຈ່າຍຊື້ເຂົ້າຂອງ.
ມາຮອດເດີນບິນວັດໄຕ, ກະຖືວ່າມີຜູ້ຄົນຫຼາຍສົມຄວນ ເພາະ ມີຖ້ຽວບິນຈະໄປ ສະຫວັນນະເຂດ,ປາກເຊ ແລະ ສ່ຽມລຽບ ທີ່ຕ້ອງໄດ້ໄປແຕ່ເຊົ້າໆ. ຫຼັງຈາກແຈ້ງປີແລ້ວໆ ກະອອກມາຖ້າກຽມເຂົ້າຫ້ອງ ແຈ້ງຄົນອອກເມືອງ. ເຈົ້າໜ້າທີ່ເພິ່ນຄືຊິມາຊ້າແດ່ ກະເລີຍຕ້ອງຖ້າປະມານ ສິບກວ່ານາທີ.
ເມື່ອປະຕູແຈ້ງຄົນອອກເມືອງເປີດ, ຜູ້ໂດຍສາຍກໍ່ທະຍອຍກັນໄປຕໍ່ຄິວ ເພື່ອແຈ້ງເອກະສານ, ແຕ່ຮູ້ສຶກວ່າມັນຄືຊັກຊ້າ ແທ້ກັບ ຜູ້ທີ່ຍືນເອກະສານຄົນທຳອິດ ເພາະກາຍໄປແລ້ວ ຫ້ານາທີ ກະຍັງຈ້ຳເອກະສານອອກບໍ່ໄດ້. ສັງເກດດີໆ ແລ້ວແມ່ນສາວນ້ອຍ ຄົນນັ້ນມີບັນຫາ ເລື່ອງເອກະສານ ເພາະ ເພິ່ນບໍ່ມີບັດປະຈຳຕົວ ແຕ່ພັດເອົາບັດນັກສຶກສາມາແທນ. ເພາະຕາມລະບຽບການແລ້ວ ຕ້ອງແມ່ນບັດປະຈຳຕົວ ຫຼື ໜັງສືຜ່ານແດນເທົ່ານັ້ນ,ເຈົ້າໜ້າທີ່ເພິ່ນອານຸຍາດ. ສະນັ້ນ, ຖ້າຈະເດີນທາງໄປກັບຍົນໂດຍສານ ກະຕ້ອງໄດ້ກະກຽມໄວ້ເດີ! ເພື່ອບໍ່ໃຫ້ມີບັນຫາ. ສຸດທ້າຍ, ເຈົ້າໜ້າທີ່ເພິ່ນກະອານຸໂລມໃຫ້! ກ່ອນຊິໄດ້ ສາວນ້ອຍຄົນນັ້ນ,ກໍ່ໄດ້ຫາຜູ້ນັ້ນຜູ້ນີ້, ຄືຊິແມ່ນໂທຫາ ເສັ້ນສາຍເພິ່ນຕິເບາະ! ຮະຮະຮະຮະ!! ຕາມສັງເກດ ຄືຊິແມ່ນສາວສະຫວັນນະເຂດ ນິລະ ເພາະເປັນຄົນຮູບຮ່າງນ້ອຍ ແລະ ສຽງປາກໜ້າຕາກະແມ່ນອອກສະຫວັນສະຫວັນ!
ເຂົ້າມານັ່ງຢູ່ຫ້ອງລໍຖ້າຂຶ້ນຍົນ, ນັ່ງໄປນັ່ງມາຫຼຽວເບິ່ງໂມງ ທັງຫາວນອນ ນັບໄດ້ປະມານ ຊາວຄັ້ງ! ຈັ່ງແມ່ນຊາດ! ປະມານ 6 ໂມງກະດີໃຈ ທີ່ຈະໄດ້ຂຶ້ນຍົນ, ພໍດີໄດ້ຍິນສຽງແຈ້ງ! ທ່ານຜູ້ໂດຍສາຍທີ່ຈະເດີນທາງໄປສະຫວັນນະເຂດຖ້ຽວບິນ ຄິວວີ203 ໂປດຊາບ, ພວກເຮົາຕ້ອງຂໍອາໄພທີ່ຈະແຈ້ງໃຫ້ຊາບວ່າ ການບິນຖ້ຽວນີ້ແມ່ນຈະຊັກຊ້າ ເພາະອາກາດ ຢູ່ປາຍທາງບໍ່ອຳນວຍ! (ເອົາອີກແລ້ວ ຄິດໃນໃຈ!) ການບິນຈະຖືກເລື່ອນໄປເປັນເວລາ 6:30. ກະເລີຍຕ້ອງໄດ້ນັ່ງເຫງົານອນຕໍ່ໄປອີກຈັກເຄິ່ງຊົ່ວໂມງ.
ຫົກໂມງປາຍຊາວນາທີ, ເພິ່ນກະແຈ້ງ ໃຫ້ຂຶ້ນເຄື່ອງບິນໄດ້! ຮູ້ສຶກມີແຮງຍ໋າວແດ່! ຍົນທີ່ຈະພາໄປສະຫວັນນະເຂດໃນມື້ນີ້ກະແມ່ນ ຍົນ ອາເຕແອ! ພໍຂຶ້ນໄປຮອດເຄື່ອງບິນ ກະມີຜູ້ໂດຍສານ ປະມານ 1 ສ່ວນ ສາມ ຂອງຄວາມຈຸທັງໝົດ. ຖືວ່າມີຄົນເດີນທາງໜ້ອຍໃນມື້ນີ້.
ຕາມທຳນຽມ, ຂຶ້ນເຄື່ອງ ໃສ່ສາຍຮັດແອດ,ສາວແອມາແຈກຜ້າເຍັນ, ຈາກນັ້ນ ກະແມ່ນການສາທິດ ການຮັດສາຍແອດ ການນຳໃຊ້ເຄື່ອງສຸກເສີນຕ່າງໆ. ສຸດທ້າຍກັບຕັນ ກະສະບາຍດີ ແລ້ວເອົາຍົນທະຍານຂຶ້ນຟ້າ ມຸ້ງໜ້າໄປສະຫວັນນະເຂດ!
ພໍຍົນຂຶ້ນໄດ້ທີ່ ແລະ ໄຟສັນຍານຮັດສາຍແອວດັບລົງ, ສາຍແອ ເພິ່ນກະບອກວ່າ ຈະມີການເສີບເຂົ້າເຊົ້າເດີ! ພໍດີແຮງຫິວຢູ່! ເພາະກ່ອນອອກຈາກບ້ານດື່ມແຕ່ນົມມາປ໋ອງດຽວ, ກະເພາະຮູ້ສຶກຫິວໆໆ. ອາຫານເຊົ້າທີ່ສາວແອໃຈດິເພິ່ນເອົາມາເສີບມື້ນີ້ກະແມ່ນ ແຊນວິນນ້ອຍໆ ໄສ້ປາເຕ໋ ໄສ້ເນີຍ ພ້ອມທັງມີ ເຂົ້າຈີມົນຍັດໃນຫວານ ແລະ ໝາກໄມ້ສາມປ່ຽງ. ສ່ວນເຄື່ອງດື່ມຂ້ອຍເລືອກເອົາຊ້າຮ້ອນໆ ຈັກຈອກ.
ກິນແລ້ວໆ ກະຂໍງຽບຈັກ ສິບນາທີ!
ການບິນຄັ້ງນີ້ແມ່ນບິນຢູ່ໃນຄວາມສູງ ຫ້າພັນສອງຮ້ອຍແມດຈາກລະດັບໜ້ານ້ຳທະເລ ດ້ວຍຄວາມໄວ ຫ້າຮ້ອຍກິໂລແມດຕໍ່ຊົ່ວໂມງ ຄາວວ່າພວກເຮົາ ຈະຮອດສະໜາມບິນສະຫວັນນະເຂດຕອນເວລາ ເຈັດໂມງເຄີ່ງ. ສຽງຂອງກັບຕັນຊ່ວຍເພິ່ນເວົ້າ! ອາກາດທີ່ສະຫວັນນະເຂດ ແມ່ນດີຫຼາຍ ແລະ ອຸຫະພູມຂ້າງນອກແມ່ນ 24 ອົງສາ.
ຕົນເອງກະພໍດີຕື່ນ,ເຈັດຍ່ຽວ ກະເລີຍໄປຫ້ອງນ້ຳ. ການຍ່ຽວຢູ່ເທິງຍົນ ນີ້ຕ້ອງມີສີລະປະ ເພາະວ່າ ມັນບໍ່ມີໂຖຍ່ຽວສຳລັບຜູ້ຊາຍ. ຄັນຊິໄປນັ່ງຍ່ອງຢໍ້ ຄືຜູ້ຍິງ ການຍ່ຽວກະຊິລຳບາກ ເພາະວ່າ ອາວຸດເຮົາມັນໃຊ້ໃນສະຖານະການນັ້ນຍາກ ອີກຢາກບ່ອນນັ່ງກະແຄບ. ກາຍຢື່ນຍ່ຽວຢູ່ຍົນ ຕ້ອງໄດ້ມີປະສົບການ ເພາະບາງຄັ້ງ ຍົນອາດຈະໂອນເອນ ຕອນເຂົ້າຂຸມອາກາດ ສະນັ້ນຕ້ອງກຽມພ້ອມ ບໍ່ຊັ້ນ ຍ່ຽວຈະພົ້ງກະເດັ່ນໄປທົ່ວ. ເທັກນິກ ກະມີຢູ່ວ່າ ຕ້ອງຢືນຈ່າງຂາ ແລະ ທຸ້ມນ້ຳໜັກລົງຂາທັງສອງ ຕ້ອງຮັບປະກັນວ່າ ຢືນຢ່າງໝັ້ນຄົງ!ຈາກນັ້ນ ຄ່ອຍຈົກປື່ນ ອອກມາສີດ. ການສີດ ກະຕ້ອງໄດ້ແນໃຫ້ມັນແນ່ນອນເພື່ອບໍ່ໃຫ້ມັນ ອອກນອກເປົ້າໝາຍເດີ! ຮະຮະຮຮະຮະ!
ອອກຈາກຫ້ອງນ້ຳ ກັບມານັ່ງບໍ່ພໍຫ້ານາທີ ຍົນກະເລີ່ມລົດຄວາມສູງ ແລະ ຄວາມໄວ ລົງສູູ່ສະໜາມບິນສະຫວັນນະເຂດ! ທີ່ຈິງແລ້ວການບິນຈາກວຽງຈັນ ຫາ ສະຫວັນນະເຂດ ແມ່ນບິນຜ່ານນ່ານຟ້າປະເທດໄທ! ຈົນມາຮອດຊາຍແດນສະຫວັນນະເຂດຈິ່ງໄດ້ມີການບິນຂ້າມນ້ຳຂອງ ແລ້ວລົງເດີນເລີຍ!
ການລົງສູ່ພື່ນກະເຮັດໄດ້ຢ່າງສວຍງາມ ແລະ ປອດໄພດີ!!! ເອົາລະ...ແລ້ວເຈີກັນພາກສອງ ຂອງ ການເດີນທາງມາສະຫວັນນະເຂດເດີ! ໄປວຽກກ່ອນ!!!!!!
ເກັບພາບບາງຕອນມາໃຫ້ຂ້າງລຸ່ມ... (ດຽວຫວ່າງແລ້ວຈະໂຫຼດ)