
ຂຽນເມື່ອ: ທ.ວ.. 1, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ຫຼາຍຄົນຄືຊິເວົ້້າວ່າ! ເອ໋! ຄືວ່າມັກຕັ້ງຫົວຂໍ້ເລື່ອງ ແປກໆ! ມີວັນສຸກ, ວັນຈັນ! ມື້ນີ້ແມ່ນວັນເສົາ
! ດຽວບໍ່ຕ້ອງຕົກໃຈເດີ້!ເພາະວ່າ ຫົວຂໍ້ແບບນີ້ຈະບໍ່ກາຍເຈັດຄັ້ງແນ່ນອນ!
ມານັ້ງຂຽນຢູ່ນີ້ກະຍັງຕໍ່ເນື່ອງຈາກເລື່ອງລາວ ໄປຫຼວງພະບາງອີກໂອ໋! ຫັ້ນລະ! ກະເປັນວັນສຸດທ້າຍ ຂອງການມາວຽກທີ່ຫຼວງພະບາງ! ຢ້ຳອີກຄັ້ງ! ຕົ້ນເອງແມ່ນຍັງຮູ້ສຶກວ່າ ເຂັມເວລາມັນປິ່ນໄວແທ້ໆ! ປຶບປັບ ມາຮອດຫຼວງພະບາງ ແປບດຽວຈະກັບແລ້ວ! ສາມມື້ສອງຄືນ ປານ ວ່າສອງນາທີ ສາມລິບດາ!
(ອະທິບາຍສັບ: ລິບດາ ແມ່ນຫົວໜ່ວຍຄິດໄລ່ເລື່ອງໂມງເດີ! 1 ຊົ່ວໂມງມີ 60 ນາທີ, 1 ນາທີ ມີ 60 ວິນາທີ, 1 ນາທີ ມີ 60 ລິບດາ).
ຖ້າເວົ້າຮອດວັນເສົາ, ບັນດາມະນຸດເຮັດວຽກ ແຕ່ວັນຈັນ ຫາ ວັນສຸກ ກໍ່ແມ່ນຈະຮູ້ສຶກດີໃຈ ທີ່ຈະໄດ້ປະ ແລະ ໃຫ້ສະໝອງໄດ້ພັກຜ່ອນພາຍຫຼັງຫ້າມື້ຂອງຄວາມບາກບັ່ນເຮັດວຽກຫາເງິນ! ຍິ່ງເປັນພະນັກງານເງິນເດືອນ ເປັນລູກຈ້າງຂອງເພິ່ນແລ້ວ ກະເອີ້ນວ່າ!
ຫົວໜ້າ ຂໍພັກຈັກສອງມື້! ດຽວເຈີກັນ! ແຕ່ສຳລັບ ຜູ້ທີ່ເປັນເຈົ້າຂອງທຸລະກິດຂອງຕົນເອງແລ້ວ! ແມ່ນວ່າຈະມີອິດສະຫຼະໃນການຊົມໃຊ້ເວລາ ແລະ ບໍ່ມີໃຜມາກົດດັນ, ແຕ່ວ່າບາງຄົນອາດຈະບໍ່ມີວັນເສົາ ຫຼື ອາທິດ! ເພາະຕ້ອງໄດ້ເປີດທຸລະກິດທຸກມື້! ເພາະຖ້າພັກ ກໍ່ຄືວ່າ ຂາຍລາຍໄດ້! ສະນັ້ນ, ການເປັນເຈົ້າຂອງທຸລະກິດຕົນເອງ ກະຖືວ່າ ເຮັດໜ້ອຍໄດ້ໜ້ອຍ ເຮັດຫຼາຍໄດ້ຫຼາຍ!
ເວົ້າແຕ່ແນວຮູ້ສຶກວ່າເງິນໆ ຄຳໆ ເນາະ! ເຊົາເວົ້າກ່ອນ! ປ່ຽນເລື່ອງມາໂອ້ລົມກ່ຽວກັບວ່າ! ແລ້ວເຮົາຈະເຮັດຫຍັງໃນວັນເສົາ! ຫຼາຍຄົນບອກວ່າພັກຜ່ອນ ຟັງເພງ ແລະ ໄປທ່ຽວ! ອັນນີ້ເຫັນດີນຳ!
ແຕ່ວ່າບາງເທື່ອຄັນມານັ່ງຄິດເບິ່ງວ່າ ຖ້າເຮົາມີໂອກາດໃຊ້ເວລາຫວ່າງຂອງເຮົາໄປເຮັດອັນໃດອັນໜື່ງ ທີ່ເພື່ອເປັນການຊ່ວຍຄົນໃນສັງຄົມ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດກວ່າເຮົາເດ໋! ຄືຈະເປັນອີກຢ່າງທີ່ໜ້າຈະເຮັດໃຫ້ວັນເສົາຂອງເຮົາມີສີສັນ ແລະ ມີຄ່າຫຼາຍກວ່າ ການນັ່ງເຊ່ເວ່ຢູ່ບ້ານ!
ເອີ! ຟັງມາກະມີເຫດຜົນໄດ໋ເນາະ!
ແຕ່ມັນກໍ່ແລ້ວແຕ່ບຸກຄົນວ່າ ຈະຈັດສັນເວລາຫວ່າງໄປເຮັດຫຍັງ! ບົນພື່ນຖານທີ່ວ່າເຮັດແລ້ວຮູ້ສຶກວ່າມີຄວາມສຸກ ແລະ ສຳຄັນ ບໍ່ໃຫ້ຜູ້ອື່ນເດືອດຮ້ອນແມ່ນດີແລ!
ຜູ້ຂຽນເອງກະເປັນຜູ້ໜື່ງທີ່ມັກການແບ່ງປັນ ແລະ ຍາດເວລາຫວ່າງ ເຮັດນັ້ນເຮັດນີ້! (ອັນແບ່ງປັນນັ້ນກະແມ່ນເລື່ອງປະສົບການ, ແນວຄິດ ແລະ ປຶກສາຫາລື! ເລື່ອງຊັບນີ້ ມີກຳລັງໜ້ອຍ ກະເລີຍໃຫ້ແບບສົມມາພາຄວນ ແລ້ວແຕ່ສະຖານະການບັນຊີ! ຄັນວ່າຕົນເອງກະເປົາໜັກ ຮັບຮອງວ່າແບ່ງປັນຫຼາຍຕື່ມ! ຮະຮະຮຮະ ເວົ້າໃສ່ຄົນມີເງິນ ທັງຫຼາຍເດີ!
)
ຜູ້ທີ່ເພິ່ນມາອ່ານບົດຂຽນ, ອາດຈະຈົ່ມອີກອັນແມ່ນ! ໂອ໋! ວັນພັກກະຊິໃຫ້ມາອ່ານບົດຍາວໆ ຂອງເຈົ້ານີ້ບໍ່! ຟັງເພັງດີກວ່າ! ຮະຮະຮຮະ ະຮີວວວວວວວ
ອ່ານມາຮອດນີ້ແລ້ວ ກະອົດສາອ່ານໃຫ້ຈົບສາ!
ເອົາລະນໍ້, ຫວັງວ່າທຸກຄົນຈະມີວັນເສົາທີ່ມີຄວາມສຸກ! ຜູ້ຂຽນເອງກະແລ້ວວຽກງານ, ກະຈະສວາຍໂອກາດວັນເສົານີ້ໄປເຮັດວຽກຊ່ວຍນ້ອງໆ ທີ່ໄດ້ຮັບການຊ່ວຍເຫຼືອດ້ານການສຶກສາ (ຫ້າມຄິດໄປທາງລົບເດີ
) ຖ້າໃຜຢູ່ແຖວຫຼວງພະບາງ ຢາກມີສ່ວນຮ່ວມ ກະໄປໄດ້ ຕາມຂໍ້ມູນຂ້າງລຸ່ມ
ສູນພາສາອັງກິດລີອອດເດີ! www.leot.org.uk ຫຼື www.lelclaos.org ມັກເຟສບຸກ ກະມີ: https://www.facebook.com/groups/laoeducation/
ແລ້ວເຈີກັນໃໝ່!