ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ປະຕິ​ທິນ​ຂອງ​ຊາວ​ມາ​ຍັນ​ທີ່​ໂດ່ງ​ດັ່ງ​ນັ້ນ​ອາດຈະ​ບໍ່​ໄດ້​ຈົບ​ພຽງແຕ່​ວັນທີ່21 ທັນວາ2012 (ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ໂລກ​ອາດ​ບໍ່​ໄດ້​ສິ້ນສຸດ​ແຕ່ 2012 ເຊັ່ນ​ກັນ)ແຕ່​ຂ່າວ​ຮ້າຍ​ກໍ​ຄື​ຖ້າ​ປະຕິ​ທິນ​ບໍ່​ໄດ້​ຈົບ​ມື້​ນັ້ນແທ້ ກໍ​ບໍ່​ມີ​ໃຜ​ຮູ້​ວ່າ​ມັນ​ຈະ​ຈົບ​ມື້​ໃດ​ແລະ​ຈຸດ​ຈົບ​ຂອງ​ໂລກ​ນັ້ນ​ອາດ​ເກີດ​ຂຶ້ນ​ແລ້ວ​ດ້ວຍ​ຊ້ຳໂດຍ​ຂໍ້​ໂຕ້​ແຍ້ງ​ນີ້​ປາກົດ​ໃນ​ຕຳ​ລາ "Calendarsand Years II: Astronomy and Time in The Ancient and Medieval World" ເຊິ່ງຊີ້​ວ່າ​ການ​ຄິດໄລ່​ປະຕິ​ທິນ​ມາ​ຍັນ​ເປັນ​ປະຕິ​ທິນ​ສະໄໝ​ໃໝ່​ນັ້ນ​ອາດ​ມີ​ຄວາມ​ຄາດ​ເຄື່ອນໄດ້​ຕັ້ງ​ແຕ່ 50-100 ປີຈັ່ງໃດ​ກໍ​ຕາມສາສະດາ​ຈານ ເຈ​ລາໂດອັນ​ດາ​ນາ ຈາກ Universityof California ໜຶ່ງ​ໃນ​ຜູ້​ຂຽນ​ຕຳ​ລາ​ກໍ​ບໍ່​ຍອມ​ບອກວ່າ​ປະຕິ​ທິນ​ທີ່​ຖືກ​ຕ້ອງ​ຈະ​ເປັນ​ຢ່າງໃດພຽງ​ແຕ່​ອອກ​ມາ​ຊີ້​ວ່າ​ນັກ​ທິດສະດີ​ມື້​ສິ້ນ​ໂລກ​ຜິດ​ເທົ່າ​ນັ້ນ​ເອງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

​ລະວັງ! ຫຼິ້ນ​ເຟສບຸ໊ກຂາດ​ສະຕິ​ເຮັດ​ໃຫ້​ເສຍ​ຄົນ​ໄດ້

ກະ​ແສ​ຄວາມ​ນິຍົມ​ເວັບ​ສັງຄົມ​ອອນ​ໄລ "ເຟ​ສບຸ໊​ກ" ເຮັດໃຫ້​ເກີດ​ພະຍາດ ຫລື​ອາການ​ຜິດ​ປົກກະຕິ​ດ້ານ​ພຶດຕິກຳ​ຊະນິດ​ໃໝ່ ທີ່​ນັກ​ຈິດ​ວິທະຍາ​​ເອີ້ນ​ວ່າ "ເຟ​ສ​ບຸ໊​ກ ແອດ​ດິກ​ຊັ່ນ ດິດ​ອໍເດີ" (ເອ​ຟ​ເອ​ດີ)

ເມື່ອ​ປະມານ​ເດືອນ​ປາຍທີ່​ຜ່ານມາ​ນີ້​ເອງ ສຳ​ນັກ​ຂ່າວ​ໃຫຍ່ "ຊີ​ເອັນ​ເອັນ" ຫາກໍ່​ເຮັດ​ສະ​ກູ໊​ປ​ຂ່າວ​ພິເສດ​ກ່ຽວກັບ​ອາການ "ເສບ​ຕິດ​ເຟ​ສ​ບຸ໊​ກ" ການ​ຫລິ້ນ​ເວັບ​ເຟ​ສບຸ໊​ກ​ດັງ​ກ່າວ

ພ້ອມ​ກັບ​ລະ​ບຸ​ວ່າ ປັດຈຸບັນ​ມີ​ຊາ​ວອາ​ເມ​ລິ​ກາ​ຕ້ອງ​ເຂົ້າ​ຮັບ​ການ​ບຳ​ບັດ "ເອ​ຟ​ເອ​ດີ" ຫລາຍ​ຂຶ້ນ​ຕາມ​ລຳ​ດັບ ເນື່ອງ​ຈາກ ທຸ່ມເທ​ເວລາ​ໃຫ້​ກັບ "ໂລກ​ເຫມືອນ" ໃນ​ເຟສ​ບຸ໊​ກ ຫລາຍກວ່າ​ໂລກ ສະພາບ​ແວດ​ລ້ອມ ຫລື​ສັງຄົມ​ຮອບ​​ຕົວ​ຈິງໆ!

ພອນ​ລາ ໄພ ນັກ​ຈິດ​ວິທະຍາ​ແກ້​ບັນຫາ​ຄອບຄົວ​ໃນ​ລັດ​ນອດ​ແຄ​ໂລ​ໄລ​ນາ ເປີດ​ເຜີຍ​ຜ່ານ​ຊີ​ເອັນ​ເອັນ ວ່າ ຕົວ​ເຟ​ສ​ບຸ໊​ກ​ເອງ​ນັ້ນ​ບໍ່ແມ່ນ​ບັນຫາ ແຕ່ "ຄົນ​ຫລິ້ນ ຫຼືຜູ້​ໃຊ້" ຕ່າງ​ຫາກ ທີ່​ຄວບ​ຄຸມ​ພຶດຕິກຳ​ຕົນເອງ​ບໍ່​ໄດ້ ເພາະ​ຫລົງ​ເພີດ​ຈົມ​​ຈຸ່ມຢູ່​ກັບ​ໂລກ​ແຫ່ງ​ຄວາມ​ຝັນ-ຄວາມ​ບໍ່​ຈິງ -ຄວາມ​ສວຍ​ງາມໃນ​ສັງຄົມ​ອອນ​ໄລ

ດ້ານ ໂຈ​ອັນ​ນາ ລິ​ພາ​ລີ ນັກ​ຈິດ​ວິທະຍາ​ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍ​ເນຍ ບອກວ່າ ທຸກ​ໆ ຄົນ​ໃນ​ເຟສ​ບຸ໊​ກມີ​ເປົ້າ​ໝາຍ​ຢາກ​ຫາ "ໝູ່​ເພື່ອນ" ຈຶ່ງ​ພະຍາຍາມ ນຳ​ສະເໜີ​ແຕ່​ແງ່​ມຸມ​ຄວາມ​ສະໜຸກ-ສະໜານ ສົດ​ໃສ ລ່າ​ເລີງ ມີ​ຄວາມ​ສຸກ ເພື່ອ​ດຶງ​ດູດ​ອີກ​ຝ່າຍ. ຖ້າ​ໃຜ​ຫລົງ​ຜິດ ບໍ່​ເຂົ້າໃຈ​ປະ​ເດັນ​ນີ້​ກໍ​ອາດ "​ເສຍ​ຄົຍ" ຍ້ອນ​​ເຟສ​ບຸ໊​ກ​ໄດ້​ງ່າຍໆ

ລິ​ພາ​ລີ​ແນະ​ນຳ​ວິທີ​ກວດກາ​ຕົວ​ເອງ 5 ປະ​ການ​ວ່າ ເຮົາ​ມີ​ອາການ​ເສບ​ຕິດ​ເຟ​ສ​ບຸ໊​ກ​ຫລື​ບໍ່ ດັ່ງ​ນີ້

1.ຍອມ​ອົດ​ນອນ​ເພື່ອ​ເພີ່ມ​ເວລາ​ຫລິ້ນ​ເຟ​ສ​ບຸ໊​ກ

2.ເສຍ​ເວລາ​ຫລິ້ນ​ເຟ​ຊະ​ບຸ໊​ກຫຼາຍກວ່າ​ມື້​ລະ 1 ຊົ່ວ​ໂມງ​ຂຶ້ນ​ໄປ

3.ຄັ່ງ​ໄຄ້​ຫລົງ​ໃຫລ​ການ​ຕິດ​ຕໍ່​ກັບ "ຄົນ​ຮັກ​ເກົ່າ" ຜ່ານ​ເຟ​ສ​ບຸ໊​ກ ເຊັ່ນ ຄົນ​ຮັກ​ສະໄໝ​ຮຽນ ຈົນ​ອາດ​ສ້າງ​ບັນຫາ​ກັບ​ຄອບຄົວ​ປັດຈຸບັນ

4.ເລືອກ​ໃຊ້​ເວລາ​ທ່ອງ​ເຟ​ສ​ບຸ໊​ກ ຫລາຍກວ່າ​ການຕັ້ງ​ໃຈ​ເຮັດວຽກ

ແລະ​ຂໍ້​ສຸດ​ທ້າ​ຍ ຮູ້ສຶກ​ກະ​ວົນ​ກະ​ວາຍ​ໃຈ ຄຽດ ແລະ​ວິ​ຕົກ​ກັງ​ວົນ​ເວລາ​ທີ່​ບໍ່​​ໄດ້​ຫຼິ້ນ​ເຟສ​ບຸ໊​ກ