ຂຽນເມື່ອ: ຕ.ລ.. 18, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ່ານຄົງຮູ້ໆ ກັນດີແລ້ວວ່າ: ບົນໂລກທີ່ແສນກ້ວາງໄຫຍ່ໃບນີ້ມີຜູ້ຄົນເປັນຈຳນວນຫຼວງຫຼາຍແຕ່ດ້ວຍເຫດໃດຄົນເຮົາຈຶ່ງມັກແບ່ງແຍກພັກ,ແຍກພວກ,ແຍກໝູ່,ແຍກກຸ່ມ ໂດຍສະເພາະ ຈຳພວກຄົນໜ້າຕາດີທີ່ໃຈດຳ ທ່ານເຄີຍພົບບໍ່ວ່າເວລາທີ່ມີຜູ້ຄົນຈຳພວກນີ້ຍ່າງກາຍທ່ານຈະຮັບຮູ້ໄດ້ເຖິງກິ່ນອາຍທີ່ປາສະຈາກນຳ້ໃຈບໍລິສຸດພາຍໃນຈິດໃຈຂອງພວກເຂົາ,ທັ້ງທັ້ງທີ່ ວ່າມີຍິງສະລາຄົນໜຶ່ງອາຍຸລາວໆ 80ກ່ວາປີເປັນລົມຕໍ່ໜ້າຕໍ່ຕາຜູ້ຄົນຈຳພວກນີ້,ຍິງສະລາຄົນດັ່ງກ່າວລາວມີຖານະເປັນພຽງແຕ່ແມ່ຕູ້ຂາຍຈີ່ກ້ວຍຫາລ້ຽງປາກລ້ຽງທ້ອງໄປວັນຕໍ່ ວັນ, ແຕ່ດ້ວຍເຫດໃດຄົນຈຳພວກດັ່ງກ່າວຈຶ່ງບໍ່ມີຄວາມຄິດຫຼືຈິດໃຈທີ່ຈະຊ່ວຍເຫຼືອຍິງສະລາຄົນນັ້ນທັ້ງໆທີ່ຄົນເຮົາຢູ່ຮ່ວມໂລກດຽວກັນກໍ່ຄວນຈະມີໄມຕີຈິດເມດຕາອາລຸນເອື້ອເຟື້ອ ເຜື່ອແຜ່ເຊິ່ງກັນແລະກັນ...ຖ້າຫາກວັນນັ້ນບໍ່ມີຊາຍທີ່ໜ້າຕາບໍ່ຄ່ອຍດີຜ່ານເຂົ້າມາເຫັນເຫດການ,ຍິງສະລາຄົນນັ້ນຄົງບໍ່ມີໂອກາດທີ່ຈະດຳລົງຊີວິດມາຈົນເຖິງເທົ້າທຸກວັນນີ້...
ຂໍໃຫ້ທຸກທ່ານທີ່ໄດ້ເຂົ້າມາອ່ານເລື້ອງນີ້ໄດ້ເຂົ້າໃຈນຳກັນວ່າມັນເປັນເລື້ອງຈິງທີ່ໄດ້ເກີດຂຶ້ນຢູ່ທີ່ແຫ່ງໃດແຫ່ງໜຶ່ງ.ໂດຍທີ່ບໍ່ໄດ້ ໝາຍຄວາມວ່າຄົນໜ້າຕາດີຈະເປັນຄົນໃຈດຳໄປ ຈົນໝົດ,ຄົນໜ້າດີທີ່ໃຈດີກໍ່ຍັງມີອີກເປັນຈຳນວນຫຼວງຫຼາຍ. ສະນັ້ນຖ້າຫາກທ່ານໃດໄດ້ອ່ານເລື້ອງຂອງຂ້າພະເຈົ້າຈົນຈົບແລ້ວຫາກມີຄຳຄິດຄຳເຫັນຂ້າພະເຈົ້າກໍ່ພ້ອມທີ່ຈະຟັງຄຳຄິດເຫັນຂອງທ່ານໄດ້ສະເໝີ...