ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ປະລິນຍາຊີວິດ

ທ່າມກາງບັນຍາກາດທີ່ຄຶກຄື້ນຂອງນັກສຶກສາໃຫມ່ທີ່ມາລົງທະບຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ເຖິງອາກາດຈະຫນາວແດ່ແຕ່ກໍບໍ່ໄດ້ເປັນອຸປະສັກຫຍັງກັບການລົງທະບຽນໃນຄັ້ງນີ້ ເບິ່ງນັກສຶກສາຕໍ່ແຖວເປັນສາຍຍາວຢຽດລຽນຄິວກັນເຂົ້າໄປລົງຊື່ຕາມທີ່ທາງມະຫາວິທະຍາໄລໄດ້ກຳນົດໄວ້ ບາງຄົນ​ເມື່ອຍ​ຖ້າກໍກັບໄປກ່ອນມື້ຫນ້າຈິ່ງມາໃຫມ່ ເບິ່ງນັກສຶກສາທີ່ກຳລັງສົນລະວົນກັນເຂົ້າຢ່າງຫລວງຫລາຍ ໃຜໆກໍຢາກແລ້ວ ແຕ່ ເຖິງແນວໃດມັນກໍ ເປັນໄປຕາມລະບຽບການ, ຕາມບັດຄິວຂອງໃຜມັນ !

“ 39 ... “ ອາຈານອ່ານຕາມບັດຄິວດ້ວຍສຽງດັງ

39 ແມ່ນບັດຄິວຂອງຂ້ອຍ ! ເມື່ອຂ້ອຍໄດ້ຍິນອາຈານອ່ານກໍຟ້າວ ເຂົ້າໄປເອົາສຳເນົາເອກກະສານ, ແບບຟອມ ແລ້ວນຳມາຂຽນລາຍລະອຽດ ເພື່ອເຮັດຕາມຂັ້ນຕອນຕໍ່ໄປ. ໃນຂະນະທີ່ຂ້ອຍກຳລັງນັ່ງຂຽນຢູ່ນັ້ນມີຍິງສາວ​ຜູ້ຫນຶ່ງຍ່າງເຂົ້າມາຫາ ມືຂອງນາງຈັບເອກະສານ ແລະ ບິກ ນາງເປັນຄົນຜິວຂາວ, ຄິງບາງຮ່າງນ້ອຍ, ສູງພໍປະມານ, ​ເສັ້ນຜົມຍາວ​ດົກ​ດຳ, ຂົນ​ຕາງ​ອນ, ໜ່ວຍ​ຕາ​ອັນ​ແສນ​ຫວານ ​ແລະ​ທີ່​ສຳຄັນ​ແມ່ນ​ນ້ຳສຽງ​ອັນ​ນິ້ມ​ນວນ...

“ ຂໍໂທດ !!! ຂ້ອຍຂໍນັ່ງນຳໄດ້ບໍ ? ” ສຽງຫວານໆທີ່ນາງປ່ອຍ ມັນມາສະກົດຫົວໃຈຂອງຂ້ອຍ ທີ່ຂ້ອຍບໍ່ສາມາດຈະປະຕິເສດໄດ້ເລີຍ

“ ບໍ່ເປັນຫຍັງ ? ນັ່ງໂຫລດ !!! ” ຄຳເວົ້າຂອງຂ້ອຍອາດຈະແຂງກະດ້າງໄປແດ່ແຕ່ມັນເປັນນິໄສຂອງຄົນບ້ານນອກຄືຂ້ອຍ ແລະ ອີກອັນຫນຶ່ງ ຂ້ອຍກໍເປັນຄົນຕ່າງແຂວງສຳນຽງສຽງເວົ້າອາດຈະບໍ່ອ່ອນຫວານຄືກັບຄົນໃນເມືອງ. ຮອຍຍິ້ມຂອງນາງເລີ່ມປະກົດຂຶ້ນຕໍ່ຫນ້າຂອງຂ້ອຍ, ຮອຍຍິ້ມທີ່ແສນຫວານ ອັນມີສະເຫນ່ຂອງນາງ ມັນໄດ້ເຮັດໃຫ້ຫົວໃຈຂອງຂ້ອຍເຕັ້ນແຮງຜິດປົກກະຕິ ທັ້ງໆທີ່ຂ້ອຍກັບນາງບໍ່ເຄີຍຮູ້ຈັກກັນມາກ່ອນ.

“ ເອີ ... ອັນ ... ບ່ອນນີ້ນະຂຽນວ່າແນວໃດ ? ຂ້ອຍບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າຈະຂຽນແນວໃດດີ !!! ” ນາງແນມມາເບິ່ງຂ້ອຍກ່ອນທີ່ຈະຖາມປະໂຫຍກນັ້ນອອກມາພ້ອມທັງຈັບເອົາແບບຟອມມາໃຫ້ເບິ່ງ

“ ບ່ອນນີ້ ເຂົາເຈົ້າໃຫ້ຂຽນເລກລະຫັດ ແລະ ທີ່​ມາ​ຂອງ​ເຮົາ​ວ່າມາຈາກໃສ ” ກ່ອນທີ່ຈະແນະນຳວິທີຂຽນຂ້ອຍຕ້ອງລວບລວມສະມາທິ ແລະ ຕ້ອງເຮັດຕົວເອງໃຫ້ປົກກະຕິ ເພື່ອບໍ່ໃຫ້ນາງຮູ້ ແລະ ຈັບໄດ້ວ່າຂ້ອຍເປັນຄົນຂີ້ອາຍ !!!

“ ເຈົ້າ!... ຂອບໃຈ ! ເອີເຈົ້າມາຮຽນຕໍ່ສາຍໃດ ? ເປັນຄົນຕ່າງແຂວງແມ່ນບໍ ? ເບິ່ງຈາກການປາກເວົ້າແລ້ວຄືຈະມາແຕ່ທາງໃຕ້ ”

ເບິ່ງຈາກລັກສະນະທ່າທີຂອງນາງແລ້ວຂ້ອນຂ້າງເປັນຄົນເວົ້າເກັ່ງແຕ່ ກໍຫນ້າຮັກດີ

“ ແມ່ນແລ້ວ !!! ຂ້ອຍເປັນຄົນໃຕ້ ມາຈາກແຂວງຈຳປາສັກ ມາຮຽນ ໃນແຜນ ຄູພາສາລາວ - ວັນນະຄະດີ ( ຄະນະສຶກສາສາດ ) ແລ້ວເຈົ້າເດ ຮຽນຫຍັງ ? ” ຂ້ອຍຖາມນາງຄືນ

“ ຂ້ອຍຫວາ ! ຢູ່ຄະນະດຽວກັບເຈົ້າຫັ້ນລະ ແຕ່ຂ້ອຍຮຽນຄູພາສາອັງກິດ ” ນາງຍິ້ມຫນ້ອຍຫນຶ່ງກອ່ນທີ່ຈະເວົ້າຄຳນັ້ນອອກມາ.

ພໍເມື່ອເວລາຜ່ານໄປບໍ່ນານຂ້ອຍ ແລະ ນາງກໍຂຽນແລ້ວພາກັນໄປ ສົ່ງໃຫ້ອາຈານກວດສອບເບິ່ງວ່າຖືກຕ້ອງ​ແລ້ວ ຫລື ບໍ ? ຈາກນັ້ນ ຂ້ອຍກັບນາງກໍແຍກທາງກັນ. ຂ້ອຍຍັງບໍ່ຮູ້ຊື່ນາງເລີຍວ່າຊື່ຫຍັງ ? ທັ້ງທີ່ຂ້ອຍພະຍາຍາມຈະຖາມຫລາຍໆເທື່ອຕອນນັ່ງຢູ່ນຳກັນ ແຕ່ ... ຂ້ອຍບໍ່ກ້າເລີຍ! ບາງເທື່ອຂ້ອຍຍັງຄິດວ່າເປັນຫຍັງ? ຈິ່ງຄິດເຖິງເຂົາ ແລະ ຍ້ອນຫຍັງ ຈິ່ງຢາກ ຮູ້ຊື່ນາງ ທັ້ງທີ່ຫາກໍເຫັນກັນເທື່ອດຽວ. “ ບ້າໄປແລ້ວວິໄລເອີ່ຍ ” ຂ້ອຍດ່າຕົວເອງຢູ່ໃນໃຈ ແລະ ຫົວກັບແນວຄິດທີ່ບໍ່ມີທາງເປັນໄປໄດ້.

ຫລັງຈາກລົງທະບຽນເຂົ້າຮຽນເປັນທີ່ສຳເລັດຮຽບຮ້ອຍແລ້ວ ອາທິດຕໍ່ມາກໍເຂົ້າຮຽນເປັນປົກກະຕິຕາມທີ່ໄດ້ແຈ້ງການໄວ້. ມື້ທຳອິດຂ້ອຍຍ່າງໄປ ໂຮງຮຽນແຕ່ເຊົ້າໆ ສັງເກດເຫັນວ່ານັກສຶກສາພາກັນມາຮຽນເປັນຈຳນວນຫລວງຫລາຍ ເບິ່ງໄປທາງໃດກໍແມ່ນແຕ່ຄົນທີ່ບໍ່ຮູ້ຈັກ ແລະ ບໍ່ຮູ້ວ່າມາແຕ່ໃສແດ່ !!!

“ ພົບກັນອີກແລ້ວ !!! ” ຍິງຄົນນັ້ນເຂົ້າມາທັກທາຍພ້ອມກັບຫມູ່ອີກຄົນຫນຶ່ງ

ຂ້ອຍບໍ່ຮູ້ຈະເວົ້າແນວໃດດີ ! ຄວາມຮູ້ສຶກຂອງຂ້ອຍມັນບົ່ງບອກເຖິງ ຄວາມບໍ່ເປັນຕົວຂອງຕົວເອງ ຂ້ອຍພະຍາຍາມລົບສາຍຕາຂອງນາງແລ້ວ ເວົ້າຂຶ້ນວ່າ

“ ເຈົ້າມາຮຽນແຕ່ເຊົ້າເນາະ ! ” ເວົ້າພຽງປະໂຫຍກສັ້ນໆເທົ່ານີ້ ແຕ່ມັນຍາກສຳລັບຜູ້ຊາຍຂີ້ອາຍຄືຂ້ອຍ. ນາງຫົວຫນ້ອຍຫນຶ່ງພ້ອມທັງສົ່ງຮອຍຍິ້ມ ຫວານໆມາທັກທາຍອີກເປັນເທື່ອທີ່ສອງ

“ ນີ້ ວິສາ ຮຽນຢູ່ຄະນະດຽວກັນກັບເຮົາ ” ນາງເວົ້າຄືກັບວ່າຮູ້ຈັກກັບຂ້ອຍດີ

“ ໄປເທາະ ລີນາ ຫມູ່ເຮົາຖ້າຢູ່ພຸ້ນນະ !!! ” ວິສາ ເວົ້າຂຶ້ນກັບນາງ ກ່ອນທີ່ທັງສອງຈະພາກັນຍ່າງຈາກໄປ

ພໍຮອດຕອນນີ້ຂ້ອຍຮູ້ໄດ້ເລີຍວ່ານາງຊື່ ລີນາ, ຂ້ອຍຍ່າງຍິ້ມເຂົ້າໄປໃນຫ້ອງຮຽນຢ່າງມີຄວາມສຸກ. “ ຂ້ອຍຕ້ອງຮູ້ ຈັກນາງໃຫ້ຫລາຍກວ່ານີ້ ” ຂ້ອຍຄິດຢູ່ໃນໃຈ

ແລະແລ້ວເມື່ອເວລາຜ່ານໄປບໍ່ນານມັນກໍເປັນດັ່ງທີ່ຂ້ອຍຫວັງໄວ້ ຂ້ອຍຮູ້ຈັກ ແລະ ສະຫນິດສະຫນົມກັບ ລີນາ ຈົນຫລາຍໆຄົນເວົ້າວ່າ ຂ້ອຍກັບລີນາເປັນແຟນກັນ ແຕ່ ຂ້ອຍກໍຍັງອົດຄິດບໍ່ໄດ້ ເພາະຂ້ອຍຮູ້ຕົວດີວ່າລະຫວ່າງຂ້ອຍກັບນາງມັນຕ່າງ, ຕ່າງເຫລືອເກີນ ທັ້ງໆທີ່ຂ້ອຍພະຍາຍາມຫັກຫ້າມໃຈຕົວເອງບໍ່ໃຫ້ຮັກນາງແຕ່ມັນຄົງຫ້າມບໍ່ໄດ້ເພາະຕອນນີ້ຂ້ອຍຮັກນາງໄປແລ້ວ.

3 ປີຜ່ານໄປ

“ ເວລາມັນຊ່າງຜ່ານໄປໄວເນາະ ລີນາ ” ຂ້ອຍເວົ້າຂຶ້ນກັບລີນາ

“ ໄວຊັ້ນເບາະ ! ຂ້ອຍຄິດວ່າມັນດົນກວ່າຈະມາຮອດປີ 4 ຍັງຕັ້ງ 1 ປີພຸ້ນຈິງຈະຈົບ ” ນາງເວົ້າພ້ອມກັບຮອຍຍິ້ມອັນແສນຫວານຂອງນາງ ແລ້ວນາງກໍເວົ້າຕໍ່ຕື່ມວ່າ

“ ຕອນຄ່ຳໄປເບິ່ງຄອນເສີດຢູ່ໄອເຕັກເນາະ ! ຂ້ອຍຈະມາຮັບເດີ !!! ”

“ ໄປກໍໄປ ” ຂ້ອຍຟ້າວຕອບຕົກລົງທັນທີ

ຕາເວັນໄດ້ຄ່ອຍໆຫລັບລົງສູ່ລ່ຽມພູ ສາຍລົມກໍພັດຫອບເອົາຄວາມຫນາວເຂົ້າມາວອຍໆ ແສງສະຫວ່າງຈາກດອກໄຟແຄມທາງເລີ່ມປະກົດຂຶ້ນໃຫ້ເຫັນໃນເວລາຕໍ່ມາ. ຂ້ອຍຍ່າງວົນໄປວົນມາຢູ່ຫນ້າຫໍພັກນັກສຶກສາ ແລ້ວກໍກັບມານັ່ງລົງກ້ອງຕົ້ນໄມ້

“ ວິໄລ ນັ່ງໃຈລອຍຫຍັງຢູ່ຫັ້ນ ! ຄິດຮອດໃຜຢູ່ !!! ” ມີນາ ເວົ້າຂຶ້ນ

ມີນາ ເປັນຄົນຂາວນ້ອຍ ແລະ ເປັນຄົນທີ່ຂ້ອຍຮູ້ຈັກດີທີ່ສຸດ ເພາະຂ້ອຍກັບນາງເປັນຄົນບ້ານດຽວກັນ, ຮຽນນຳກັນມາຕັ້ງແຕ່ນ້ອຍຈົນເຖິງຂັ້ນ ມະຫາວິທະຍາໄລກໍໄດ້ມາຮຽນນຳກັນ ແຕ່ນາງຮຽນຢູ່ເສດຖະສາດ ແລະ ບໍລິຫານທຸລະກິດ ແຕ່ເຖິງແນວໃດ ພໍ່ແມ່ຢູ່ບ້ານກໍບອກໃຫ້ຂ້ອຍເບິ່ງນາງແດ່ ! ມີຫຍັງກໍຊ່ອຍເຫລືອກັນ.

“ ບໍ່ນາ ! ນັ່ງຫລິ້ນຊື່ໆ ແລ້ວມີນາຈະໄປໃສຫັ້ນນະ ! ຄືແຕ່ງຕົວງາມແທ້ !!! ” ຂ້ອຍເວົ້າຂຶ້ນກັບນາງ.

“ ວ່າຈະໄປເບິ່ງຄອນເສີດນຳຫມູ່ຢູ່ໄອເຕັກ ! ໄປນຳກັນບໍ ? ”

“ ຂອບໃຈ ! ໄດ້ແລ້ວ ຂ້ອຍບໍ່ຢາກໄປເປັນ ກ.ຂ.ຄ ໃຜນະ !!! ”

“ ບ້າ ! ” ນາງຝາກຄຳນີ້ໄວ້ກ່ອນທີ່ຈະອອກໄປຫາຫມູ່. ເມື່ອນາງອອກໄປໄດ້ໄລຍະຫນຶ່ງ ລີນາກໍມາຮອດ

“ ປານນັ້ນບອກວ່າ 6 ໂມງເດີ ! ນີ້ 7 ໂມງປາຍແລ້ວ ” ຂ້ອຍເວົ້າໃຫ້ນາງ

“ ລົດຕິດກັນເປັນແຖວເລີຍ ! ຂ້ອຍອອກຈາກເຮືອນມາຕັ້ງແຕ່ 5 ໂມງປາຍພຸ້ນ ” ນາງເວົ້າພ້ອມທັງສົ່ງແວວຕາແສນຫວານອັນມີສະເຫນ່ຂອງນາງ

“ ແມ່ນຫວາ ! ນີ້ ຕົກລົງວ່າໄປກັນໄດ້ແລ້ວບໍ ? ”

“ ອື ໄປ໊ ເພາະວ່າລົດຕິດຫລາຍບໍ່ຮູ້ວ່າຈະຮອດພຸ້ນຈັກໂມງ ”

ສູນການຄ້າລາວ - ໄອເຕັກ ທ່າມກາງບັນຍາກາດທີ່ຄຶກຄື້ນ ເບິ່ງຄົນຈຳນວນຫລວງຫລາຍຍ່າງບຽດກັນເຂົ້າໄປທາງໃນ ເພື່ອເຂົ້າໄປເບິ່ງຄອນເສີດ ຂ້ອຍກັບນາງກໍພາກັນບຽດເຂົ້າໄປເຊັ່ນດຽວກັນ. ສຽງໂຮ່ຮ້ອງຈາກຜູ້ເບິ່ງດັງສະນັ່ນຟົດ​ຟື້ນບວກກັບສຽງດົນຕີເທິງເວທີ ດັງຂຶ້ນຢ່າງຕໍ່ເນື່ອງ, ບາງຄົນກໍພາກັນເຕັ້ນໄປຕາມຈັ່ງຫວະສຽງດົນຕີ.

“ ເທ້ເນາະນັກຮ້ອງຄົນນັ້ນນະ ! ເຕັ້ນກໍເກັ່ງໆ ແຖມຍັງຫນ້າຮັກອີກ !!! ” ລີນາເວົ້າຂຶ້ນ. ພໍໄດ້ຍິນນາງເວົ້າຂ້ອຍຮູ້ສຶກບາງສິ່ງບາງຢ່າງທີ່ມັນເຮັດໃຫ້ຂ້ອຍບໍ່ສະບາຍໃຈ ຫົວໃຈຂອງຂ້ອຍມັນເຫມືອນອ່ອນລ້າລົງ “ ຄິດໄປໄດ້ແນວໃດ ? ວິໄລເອີຍ ! ” ຂ້ອຍຄິດຢູ່ໃນໃຈ

“ ໄປ໊ ອອກໄປນອກເທາະ ! ຂ້ອຍຮູ້ສຶກວ່າຢາກກິນເຂົ້ານະ !!! ” ນາງກະຊິບໃສ່ຫູຂອງຂ້ອຍ

“ ໄປກໍໄປ ຂ້ອຍກໍຢາກກິນນ້ຳຄືກັນ ! ”

ຈາກນນັ້ນຂ້ອຍກັບນາງກໍພາກັນບຽດຄົນອອກໄປ ມືຂອງນາງຈັບແຂນຂ້ອຍໄວ້ຢ່າງແຫນ້ນ “ ຂໍໂທດໆ ! ຂໍທາງແດ່ ” ນາງທັງເວົ້າ ທັງຍ່າງໄປເລື້ອຍໆ ໃນທີ່ສຸດກໍຫລຸດພົ້ນອອກຈົນໄດ້. ນາງຫາຍໃຈຍາວບາດຫນຶ່ງ ກ່ອນທີ່ຈະເວົ້າຂຶ້ນວ່າ

“ ຄົນຫລາຍເອົາແທ້ເອົາວ່າເນາະ ! ຢູ່ໃນຮ້ອນກໍຮ້ອນ ພໍອອກມາຢູ່ນອກພັດຫນາວ ”

ຂ້ອຍແກ້ເສື້ອກັນຫນາວຂອງຂ້ອຍໃຫ້ນາງ ແລ້ວເວົ້າກວນນາງຫລິ້ນໆ

“ ເອົາເສື້ອ ! ບຶດຫນຶ່ງຫນາວຕາຍຊ້ຳ ! ຮູ້ວ່າອາກາດຫນາວກໍຍັງບໍ່ນຸ່ງເສື້ອຍາວມາ ! ຜູ້ຍິງນໍ່ຜູ້ຍິງຢ້ານແຕ່ບໍ່ງາມ ”

ນາງກົ້ມລົງຫນ້ອຍຫນຶ່ງ ແລ້ວຫົວອິໆ

“ ຍອມຮັບແລ້ວແມ່ນບໍ ? ວ່າຂ້ອຍງາມ ”

“ ໃຜວ່າເຈົ້າງາມ ! ຂ້ອຍກໍເວົ້າໄປຊື່ໆຫັ້ນແຫລະ ! ”

ຂ້ອຍຢາກຢຸດເວລາໄວ້ຢູ່ບ່ອນນີ້ດົນໆ, ຂ້ອຍຢາກຢູ່ກັບນາງ, ບໍ່ຢາກໃຫ້ນາງໄປຈາກຂ້ອຍ ເພາະຂ້ອຍຍັງບໍ່ຮູ້ວ່າຜ່ານຄືນນີ້ໄປແລ້ວ ມື້ອື່ນຈະເກີດຫຍັງຂຶ້ນກັບເຮົາສອງຄົນ. ຕະຫລອດ 4 ປີ ທີ່ຂ້ອຍຮູ້ຈັກນາງ ແລະ ຮຽນນຳກັນມາ ຂ້ອຍຮູ້ສຶກວ່າມີຄວາມສຸກເວລາທີ່ໄດ້ຢູ່ໃກ້ນາງ ແຕ່ ຂ້ອຍບໍ່ໄດ້ເອີ່ຍປາກບອກໃຫ້ນາງຮູ້ວ່າ ຂ້ອຍຮັກນາງ ເພາະຂ້ອຍຮູ້ດີວ່າລະຫວ່າງຂ້ອຍກັບນາງມັນຄົງຈະເປັນໄປບໍ່ໄດ້ ຖ້າທຽບໃສ່ທາງຖານະຄອບຄົວແລ້ວມັນແຮງໄປກັນໃຫຍ່ ບາງເທື່ອຂ້ອຍກໍຍັງຄິດກັບຕົວເອງວ່າ “ ຖ້າຂ້ອຍບໍ່ຮູ້ ຈັກນາງຄົງຈະດີ ແລະ ຈະບໍ່ເຮັດໃຫ້ຂ້ອຍເຈັບປວດພຽງນີ້ ! ສະຫວັນນໍ່ສະຫວັນ ” ແຕ່ກົງກັນຂ້າມບາງເທື່ອຂ້ອຍກໍຄິດວ່າ “ ຂ້ອຍໂຊກດີທີ່ໄດ້ຮູ້ຈັກກັບນາງ ແລະ ນາງເຮັດໃຫ້ຂ້ອຍຮູ້ຈັກເຖິງຄວາມຮັກ, ຄວາມເຈັບປວດ ແລະ ຍິ້ມຫົວໄປນຳໆກັນ, ນາງໃຫ້ກຳລັງໃຈຂ້ອຍຕະຫລອດມາ ”. ຕອນນີ້ຂ້ອຍສັບສົນ, ຂ້ອຍໂຊກດີ ຫລື ໂຊກຮ້າຍທີ່ໄດ້ຮູ້ຈັກກັບນາງ. ຍິ່ງວ່າເວລາຜ່ານໄປນານເທົ່າໃດຂ້ອຍກໍຮູ້ສຶກວ່າຂ້ອຍຈະຮັກນາງຫລາຍຂຶ້ນເທົ່ານັ້ນ. ແຕ່ແລ້ວ ມາວັນຫນຶ່ງຂ່າວຮ້າຍກໍເກີດຂຶ້ນກັບຊີວິດຂອງຂ້ອຍ ເມື່ອຂ້ອຍຮູ້ຂ່າວວ່າແມ່ຂອງຂ້ອຍໄດ້ລົ້ມປ່ວຍກະທັນຫັນເຖິງຂັ້ນເຂົ້າໂຮງຫມໍຜ່າຕັດ ຄອບຄົວຕ້ອງການໃຊ້ເງິນຫລວງຫລາຍເພື່ອປິ່ນປົວຮັກສາແມ່ ແລະ ຂ້ອຍກໍບໍ່ຮູ້ວ່າຈະຊ່ອຍແມ່ໄດ້ແນວໃດດີ ຂ້ອຍຈິ່ງຕັດສິນໃຈໄປຈາກຄວາມຝັນ, ຈາກຄົນທີ່ຂ້ອຍຮັກດ້ວຍຄວາມທຸກທໍລະມານ ແລະ ດ້ວຍຄວາມຈຳເປັນ ຂ້ອຍຕ້ອງອອກຈາກມະຫາວິທະຍາໄລເພື່ອຊອກຫາເຮັດວຽກຫາເງິນເພື່ອຊ່ອຍກູ້ຊີວິດແມ່ ທັ້ງໆທີ່ຂ້ອຍກໍຈະຮຽນຈົບແລ້ວຍັງອີກປີດຽວ ການທີ່ຂ້ອຍອອກຈາກມະຫາວິທະຍາໄລໃນຄັ້ງນີ້ຂ້ອຍບໍ່ໄດ້ບອກໃຫ້ລີນາຮູ້ນຳເພາະຂ້ອຍບໍ່ຢາກໃຫ້ນາງຮູ້ເລື່ອງກ່ຽວກັບຕົວຂ້ອຍ. ຕອນນີ້ນ້ຳຕາຂອງຂ້ອຍຄ່ອຍໆໄຫລອອກມາຈາກເບົ້າຕາທັງສອງກ້ຳ , ຂ້ອຍຈຳເປັນຕ້ອງອອກຈາກມະຫາວິທະຍາໄລ ແລະ ຄົນທີ່ຂ້ອຍຮັກ ທັ້ງໆທີ່ຂ້ອຍບໍ່ຢາກຈາກໄປເລີຍ ແຕ່ຊີວິດຂອງແມ່ສຳຄັນກວ່າ “ ລີນາ ຂ້ອຍຂໍໂທດ ! ທີ່ອອກຈາກມະຫາວິທະຍາໄລ ໂດຍບໍ່ໄດ້ບອກເຈົ້າ ! ຂ້ອຍສັນຍາວ່າຈະບໍ່ມີວັນລືມເລື່ອງລາວຕ່າງໆກ່ຽວກັບເຮົາ ! ຂ້ອຍບໍ່ຢາກຈາກເຈົ້າເລີຍ ແຕ່ ວ່າຈຳເປັນ !!! ຂໍໃຫ້ເຈົ້າໂຊກດີ ແລະ ຕັ້ງໃຈຮຽນໃຫ້ຈົບ ! ລາກ່ອນ ” ຂ້ອຍ​ເວົ້າຄ່ອຍໆ​ຄົນດຽວ ກ່ອນທີ່ຈະຍ່າງອອກຈາກຮົ້ວມະຫາວິທະຍາໄລແຫ່ງຊາດ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່​ຜ່ານ​ລະດູຫນາວ ຈະ​ບໍ່​ເຫັນ​ຄຸນຄ່າ​ຂອງ​ ຄວາມ​ອົບ​ອຸ່ນ

 

           ຮອບ​ວຽນ​ຂອງ​ເວລາ​ໃນ​ປີ​ໜຶ່ງ​ຊ່າງ​ໄດ້​ສອນ​ອີ່​ຫຍັງ​ຫຼາຍຢ່າງ​ແກ່​ຄົນ​ເຮົາ. ​ແຕ່​ກໍ​ຂຶ້ນກັບ​ວ່າ​ແຕ່ລະຄົນ​ຈະ​ຢຸດ​ນິ້ງ​ເພື່ອ​ຮັບ​ເອົາບົດຮຽນ​ຈາກ​ເຫດການ​ຂອງທຳ​ມະ​ຊາດທີ່​ຜ່ານ​ເຂົ້າມາ​ຫຼືບໍ່. ປີ​ນີ້​ຄື​ກັນ​ກັບ​ປີ​ກາຍ ​ແລະ​ຄື​ກັບ​ປີ​ທີ່​ຜ່ານໆ ມາ ທີ່​ມີ​ທັງ​ລະດູຮ້ອນ(ລະດູຝົນ) ລະດູ​ແລ້ງ(ລະດູໜາວ) ​ແລະ​ກໍ​ຄົງ​ຈະ​ຜ່ານ​ໄປ​​​ຄື​ກັນ​ກັບ​ປີ​ທີ່​ຜ່ານ​ມາ. ​ເຊັ່ນ​ດຽວ​ກັນ​ກັບ​ຊີວິດ​ຂອງ​ຄົນ​ເຮົາ​ທີ່​ປຽບ​ເໝືອນ​ລົງ​ເຮືອ​ລຳ​ໜຶ່ງ​ແລ້ວ​ພາຍ​ໄປ​ຫາ​ຈຸດໝາຍ​ປາທາ​ງ ຍ່ອມ​ໄດ້​ຜ່ານ​ຄື້ນ, ຟອງ, ພະຍຸ, ​ເກາະດອນ, ​ແກ້ງ, ​ແກ່ວ, ຂອນ​ໄມ້, ​ໂງ່ນຫິນ ຫຼືຕາດ​ເຫວທີ່​ສູງ​ຊັນ ​ແຕ່​ໃນ​ຂະນະ​ດຽວ​ກັນ​ນາວາ​ຊີວິດ​ລຳ​ດັ່ງກ່າວ​ນີ້​ກໍ​ອາດ​ຈະ​ພົບ​ພໍ້​ກັບ​ວັງ​ນ້ຳ​ທີ່​​ໃສ​ເຢັນ, ມີ​ຮູບ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ໃຫ້​ຊົມ ​ແລະ​ມີ​ປູ​ປາ​ເປັນ​ອາຫານ​ລ້ຽງ​ຊີບ.

            ຫຼາຍຄົນ​ທີ່​​ໂຊກ​ດີ​ ​ໄດ້​ເກີດ​ໃນ​ສະກຸນ​ອັນ​ສູງ​ສັກ ພຽບພ້ອມ​ໄປ​ດ້ວຍ​ວັດ​ຖຸສິ່ງ​ຂອງແລະ​ເງິນ​ຄຳ​ກຽດ​ຍົດ​ສັກ​ສີ. ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຕີບ​ໃຫຍ່​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ແສນ​ສະດວກ​ສະບາຍ​ຄື​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ໂອກາດ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ເມື່ອຍ​ຍາກ​ຂອງ​ການ​ອອກ​ແຮງ​ງານ, ບໍ່ສາມາດ​ຮັບ​ຮູ້​ເຖິງ​ລົດ​ຊາດ​ຂອງ​ຄວາມທຸກ​ຍາກ​ຂາດ​ເຂີນ... ຄື​ດັ່ງ​ຄຳ​ເວົ້າຂ້າງ​ເທິງ​ວ່າ “ບໍ່​ຜ່ານ​ລະດູທີ່​ເໜັບ​ໜາວ ຈະ​ບໍ່​ເຫັນ​ຄຸນຄ່າ​ຂອງ​ຄວາມ​ອົບ​ອຸ່ນ”.

            ບາງຄົນ​ເມື່ອ​ມີ​ເງື່ອນ​ໄຂ​ດີ ​ໄດ້​ຢູ່​ສະດວກ​ສະບາຍ​ແລ້ວ​ກໍ​ເພີດ​ເພີນ​ຈະ​ເລີ​ນ​ໃຈ​ຫຼົງ​ໃຫຼ​ໄປ​ກັບ​ສິ່ງ​ແວດລ້ອມຈົນ​ຫຼົງທາງ ​ເຮັດ​ໃຫ້​ບັ້ນ​ປາຍ​ຂອງ​ຊີວິດ​ຕົກ​ຕ່ຳ ​​​ເຖິງ​ຕອນ​ນັ້ນ​ເຂົາ​ຈຶ່ງ​ໄດ້​ຮູ້​ວ່າ​ລົດ​ຊາດ​ຂອງ​ຊີວິດ​ທີ່​ລຳບາກ​ເປັນ​ແນວ​ໃດ. ​​ເຊັ່ນ​ກັນ​ກັບ​ຄົນ​ທີ່​ກຳລັງ​ຕົກ​ລະກຳ​ລຳບາກ, ຫຼັງສູ້​ຟ້າ​ໜ້າ​ສູ້​ດິນ, ຂຸດ​ດິນ​ສິນ​ໄມ້, ກົ່ນ​ກົກ​ເລົາ​ເກົາ​ກົກ​ຫຍ້າ ​ເພື່ອ​ຫາ​ລ້ຽງ​ປາກ​ລ້ຽງ​ທ້ອງ ຫຼື​ເພື່ອ​ຄວາມ​ຈະ​ເລີ​ນກ້າວໜ້າ​ຂອງ​ຊີວິດ ​ເມື່ອ​ປະສົບ​ຜົນສຳ​ເລັດ​ເຂົາ​ເຈົ້າຈະ​ຮູ້ສຶກ​ວ່າ​ມີ​ຄວາມສຸກ​ທີ່​ແທ້​ຈິງ ​ເພາະ​ໄດ້​ຜ່ານ​ຄວາມທຸກ​ມາ​ຢ່າງ​ຫຼວງຫຼາຍ​ແລ້ວ.

            ດີ​ແລ້ວ​ທີ່​ທຳ​ມະ​ຊາດ​ໄດ້​ສ້າງ​ລະດູໜາວ​ມາ​ເພື່ອ​ໃຫ້​ມວນ​ມະນຸດ​ໄດ້ຮັບ​ຮູ້​​ເຖິງ​ຄຸນຄ່າ​ຂອງ​ລະດູ​ແຫ່ງຄວາມ​ອົບ​ອຸ່ນ​ ​ເພາະ​ເມື່ອ​ບໍ່​ມີ​ຄວາມ​ເໜັບ​ໜາວ​ແລ້ວ​ບໍ່​ຮູ້​ວ່າຈະ​ເອົາ​ອັນ​ໃດ​ມາ​ປຽບທຽບ​ວ່າຄວາມ​ເໜັບ​ໜາວ​ຄື​ຫຍັງ. ບັນດາ​ອຸປະສັກ​ທີ່​ຂວາງ​ທາງ ​ເປັນ​ດັ່ງ​ເຄື່ອງ​ອຸປະກອນ​ທີ່​ໃຫ້​ເຮົາ​ເຝິກຊ້ອມ​ເພື່ອ​ໃຫ້​ມີ​ທັກ​ສະ​ໃນ​ການ​ດຳ​ເນີ​ນຊີວິດ​ຕໍ່​ໄປ. ຄົນ​ເຮົາ​ຖ້າ​ບໍ່​ລົ້ມ​ຈະ​ຮູ້​​ໄດ້​ຈັ່ງ​ໃດ​ວ່າການ​ລຸກ​ມັນ​ເປັນ​ຈັ່ງ​ໃດ ລົ້ມ​ຫຼາຍໆ​ຄັ້ງ​ຈະບໍ່​ແມ່ນ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຊຳນານ​ໃນ​ວິທີ​ລຸກ​ທີ່​ວ່ອງ​ໄວ​ເທົ່າ​ນັ້ນ ຫາກ​ຍັງ​ສອນ​ໃຫ້​ຮູ້​ແມ່ນ​ແຕ່​ວິທີ​ລົ້ມ​ເພື່ອ​ບໍ່​ໃຫ້​ເຈັບ.