ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄຸນ​ຊີ​ວິດ 38 ປະການ

      ມຸງຄຸນໝາຍ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ຊີ​ວິດ​ມີ​ຄວາມ​ຮຸ່ງ​ເຮືອງ​ຈະ​ເລີນ. ມຸງຄຸ​ນທີ່​ພະ​ພຸດທະ​ເຈົ້າຕັດ​ສອນ​​ໄວ້​ນີ້​ເປັນ​ຫຼັກທຳ​ເພື່ອ​ຄວາມ​ຈະ​ ເລີນຮຸ່ງ​ເຮືອງ​ຂອງ​ຊີ​ວິດ​ໂດຍ​ກົງ, ຊົງສະ​ເໜີທັງ​ວິທີ​ການ​ແລະ​ເປົ້າໝາຍຂອງ​ການ​ພັດທະນາ​ຄຸນ​ນະພາ​ບຊີ​ວິດ​ຕາມ​ ຫຼັກພຸດ​ທະ​ສາດສະໜາ​ໄວ້​ຢ່າງ​ລະອຽດ​ວ່າ​ຈະ​ເປັນການ​ເລືອກ​ສິ່ງ​ທີ່​ດີ​ງາມ​ ແກ່​ຕົນ​ເອງ, ການ​ປະຕິບັດ​ຕໍ່​ຄົນ​ອ້ອມ​ຂ້າງ ​ແລະ​ສັງຄົມ​ສ່ວນຫຼາຍ ຕະຫຼອດ​ເຖິງ​ການ​ເຮັດ​ໃຫ້​ຈິດ​ໃຈ​ປາສະ​ຈາກ​ຄວາມ​​ເສົ້າໝອງ. ຜູ້​ທີ່​ດຳ​ເນີນ​ຊີ​ວິດ​ດ້ວຍ​ຫຼັກມຸງຄຸນ 38 ປະ​ການນີ້ຍ່ອມ​ເປັນ​ຜູ້​ສະຫງ່າ​ອົງອາດ, ປະສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ​ ​ແລະ​ມີ​ຄວາມ​ສຸກ​ຢູ່​ທຸກ​ທີ່​ທຸກ​ເວລາ. ມຸງຄຸນ 38 ປະການ​ມີ​ຄື:

  1. ບໍ່​ຄົບ​ຄົນ​ພານ: ຄື​ການ​ບໍ່​ຄົບ​ຫາ​ສະມາຄົມ​ກັບ​ຄົນ​ບໍ່​ດີ ​ເພາະ​ຈະ​ເຮັດ​ໃຫ້​ຊີ​ວິດ​ຜິດ​ພາດ, ​ເດືອດ​ຮ້ອນ​ແລະ​ເສ​ຍຫາຍ​ໄປ​ນຳ.
  2. ຄົບ​ບັນດິດ: ​ເລືອກ​ຄົບ​ຫາ​ສະມາຄົມ​ກັບ​ຄົນ​ດີ, ​ເພາະ​ຈະ​ເຮັດ​ໃຫ້​ຊີ​ວິດ​ດຳ​ເນີນ​ໄປ​ຢ່າງ​ຖືກ​ຕ້ອງ ​ແລະ​ໄດ້​ຮັບ​ຜົນ​ດີ​​ໄປ​ນຳ.
  3. ບູຊາ​ບຸ​ກຄົນ​ທີ່​ຄວນ​ບູຊາ: ການ​ບູຊາໝາຍ​ເຖິງ​ການ​ທຳ​ຄວາມ​ເຄົາລົບ​ແລະ​ຊ່ວຍ​ເຫຼືອ ບຸ​ກຄົນ​ທີ່​ສາມາດ​ເປັນ​ແບບ​ຢ່າງ​ຊີ​ວິດ, ມີ​ຄຳ​ສອນ​ທີ່​ຖືກ​ຕ້ອງ, ປ້ອງ​ກັນ​ເຮົາ​ບໍ່​ໃຫ້​ເຫັນ​ຜິດ​ເປັນ​ຖືກ​ໄດ້​ ກໍ​ນັບ​ວ່າ​ເປັນ​ມຸງຄຸນ.
  4. ການ​ອາ​ໄສ​ຢູ່​ໃນ​ຖິ່ນ​ທີ່​ເໝາະສົມ: ຄື​ການ​ເລືອກ​ສະພາບ​ແວດ​ລ້ອມ​ທີ່​ເໝາະສົມ ສາມາດ​ເຮັດ​ໃຫ້​ຊີ​ວິດ​ຈະ​ເລີນ​ກ້າວໜ້າ​ໄດ້​ງ່າຍ.
  5. ມີ​ບຸນ​ວາສະໜາມາ​ກ່ອນ: ອາຫານ​ເດິ​ນທາງ​ທີ່​ດີ​ຄື​ບຸນ​ຫຼືຄຸນ​ງາມ​ຄວາມ​ດີ​ທີ່​ໄດ້​ສ້າງ​​ໄວ້​ຈະ​ ຊ່ວຍ​ໃຫ້​ມີ​ຄວາມ​ສຸກ​ແລະ​ພົບ​ແຕ່​ສິ່ງ​ທີ່​ດີ​ງາມ.
  6. ການ​ຕັ້ງ​ໂຕ​ໄວ້​ໃນ​ທາງ​ທີ່​ຖືກ​ຕ້ອງ: ຕັ້ງ​ໂຕ​ໃຫ້​ຢູ່​ໃນ​ຄຸນ​ນະ​ທຳ, ຈະລິ​ຍະ​ທຳ ຄື​ດັ່ງ​ຫາງ​ຂອງ​ເຮືອ​ທີ່​ຄອຍ​ຈະ​ຄວບ​ຄຸມ​ນາວາ​ຊີ​ວິດ​ໃຫ້​ດຳ​ເນີນ​ໄປ​ສູ່​ ເປົ້າໝາຍ​ໄດ້​ດ້ວຍ​ຄວາມ​ສະຫວັດ​ດີ​ພາບ.
  7. ຄວາມ​ເປັນ​ພະຫູສູດ: ການ​ຮຽນ​ຮູ້​ຢ່າງ​ສະໝ່ຳສ​ະ​ເໝີ ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ຊີ​ວິດ ​ເພື່ອ​ໃຫ້​ຮູ້​ເທົ່າ​ທັນ​ກັບ​​ໂລກ ​ແຕ່​ບໍ່ໝາຍຄວາ​ມວ່າ​ຈະ​ຕ້ອງ​ແລ່ນນຳ​ໂລກ​ຈົນໝົດທຸກ​ຢ່າງ.
  8. ມີ​ສິລະ​ປາ​ຊີບ: ຜູ້​ມີ​ສິລະ​ປະ​ຍ່ອມ​ສາມາດ​ສ້າງ​ສັນ​ຜົນ​ງານ​ທີ່​ດີ​ ​ແລະ​ລ້ຽງ​ຊີບ​​ໄດ້​ດ້ວຍ​ຕົນ​ເອງ.
  9. ມີ​ວິ​ໄນ​ທີ່​ສຶກສາ​ອົບຮົມ​ມາ​ດີ: ຜູ້​ທີ່​ມີ​ລະບຽບວິ​ໄນ​ທີ່​ດີ​ພ້ອມ ຍ່ອມ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ແລະ​ຜູ້​ອື່ນມີ​ຄວາມ​ເດືອດ​ຮ້ອນ.
  10. ມີ​ວາຈາ​ສຸພາສິດ: ການ​ເວົ້າ​ດີ​ຍ່ອມ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ກ້າວ​ໜ້າ​ໄດ້ ​ເພາະ​​ເວົ້າດີ​ນັ້ນຄື​ເວົ້າ​ເປັນ​ທຳ, ​ເວົ້າມີ​ເຫດຜົນ ​ແລະ​ເໝາະສົມ​ກັບ ກາລະ ​ເທສະ.
  11. ການ​ຖະນຸບຳລຸງ​ບິດາ​ມານ​ດາ: ການ​ດູ​ແລ​ເອົາ​ໃຈ​ໃສ່​ຕໍ່​ພໍ່​ແມ່​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ຈະ​ເລີນຮຸ່ງ​ເຮືອງ ​ຢ່າງ​ແນ່​ນອນ ​ເພາະ​ພໍ່​ແມ່​ເປັນ​ຜູ້​ມີ​ພະ​ຄຸນ​ອັນ​ລົ້ນ​ເຫຼືອ.
  12. ການ​ລ້ຽງ​ດູລູກ​ເຕົ້າ: ການ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ລູກ​ເຕົ້າທັງ​ກາຍ​ແລະ​ໃຈ ​ເປັນໜ້າທີ່​ອັນ​ສຳຄັນ​ຂອງ​ພໍ່​ແມ່ ​ເພາະ​ຄວາມ​ຮັກ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພໍ່​ແມ່​ແມ່ນ​ເຮັດ​ໃຫ້​ລູກ​ເປັນ​ຄົນ​ ດີ​ໄດ້.
  13. ການ​ສົງ​ເຄາ​ະພັນ​ລະ​ຍາ-ສາມີ: ການ​ໃຊ້​ຊີ​ວິດ​ຮ່ວມກັນ​ທັງ​ສອງ​ຝ່າຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເສ​ຍສະຫຼະຊ່ວຍ​ ເຫຼືອ​ເກື້ອກູນ​ເຊິ່ງກັນ​ແລະ​ກັນ ຈຶ່ງ​ຈະ​ເປັນ​ຊີ​ວິດ​ຄູ່​ທີ່​ມີຄວາ​ມສຸກ ​ແລະ​ຈະ​​ເລີນກ້າວໜ້າ​ໄດ້.
  14. ​ເຮັດ​ວຽກ​ບໍ່​ຄ້າງ​ຄາ: ການ​​ເຮັດ​ວຽກ​​ໃຫ້​ສຳ​ເລັດ​ລຸ​ລ່ວງ​ຕາມ​ເປົ້າໝາຍ​ໂດຍ​ບໍ່​ນັດ​ວັນ​ປະກັນ​ ມື້ ກໍ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ມີ​ຄວາມ​ກ້າວໜ້າ.
  15. ການ​ໃຫ້​ທານ: ຜູ້​ທີ່​ຮູ້​ຈັກ​ເສ​ຍສະຫຼະ, ກຳຈັດ​ຄວາມ​ຂີ້ຖີ່​ໃນ​ໃຈ​ໂຕ​ເອງ​ຊ່ວຍ​ເຫຼືອສັງຄົມ​ຍ່ອມ​ເປັນ​ທີ່​ຮັກຂອງ​ຄົນ​ທົ່ວ​ໄປ.
  16. ​ການ​ປະ​ພຶດ​ແຕ່​ສິ່ງ​ດີ: ຜູ້​ປະພຶດ​ແຕ່​ສິ່ງ​ດີໆ ສະໝ່ຳສະ​ເໝີຍ່ອມ​ພົບ​ຄວາມ​ສຸກ ບໍ່​ເດືອດ​ຮ້ອນ​ໃຈ.
  17. ການ​ສົງ​ເຄາະ​ຍາດ​ພີ່ນ້ອງ: ການ​ອຸ້ມ​ຊູ​ຊ່ວຍ​ເຫຼືອຍາດ​ພີ້ນ້ອງ​ກໍ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ກ້າວໜ້າ ​ເມື່ອ​ມີ​ຄວາມ​ທຸກ​ຍາກ​ລຳບາກ​ກໍ​ມີ​ຜູ້​ຊ່ວຍ​ເຫຼືອ.
  18. ​ເຮັດ​ວຽກ​ທີ່​ບໍ່​ມີ​ໂທດ: ວຽກ​ທີ່​ມີ​ໂທດ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ຕົກ​ຕ່ຳ, ​ແຕ່​ການ​ເຮັດ​ວຽກ​ທີ່​ບໍ່​ມີ​ໂທດ​ຍ່ອມ​ເຮັດ​ໃຫ້ຊີ​ວິດ​ຈະ​ເລີນກ້າວໜ້າ​ໄດ້.
  19. ງົດ​ເວັ້ນຈາກ​ບາບ: ການ​ຊຳລະ​ຈິດ​ໃຈ​ໃນ​ເບື້ອງຕົ້ນນັ້ນ​ເລິ່ມຈາກ​ໂຕ​ເຮົາ​ເອງ ​ໂດຍ​ງົດ​ເວັ້ນຈາກ​ບາບກຳ​ທັງ​ປວງ.
  20. ​ເວັ້ນຈາກ​ການ​ດື່ມ​ນ້ຳ​ເມົາ: ນ້ຳ​ເມົາ​ເຮັດ​ໃຫ້​ຜູ້​ດື່ມ​ເກີດ​ຄວາມ​ປະ​ໝາດຂາດ​ສະຕິ ​ເປັນ​ອຸປະສັກ​ຕໍ່​ຄວາມ​ກ້າວໜ້າ​ເປັນ​ຢ່າງ​ຍິ່ງ.
  21. ບໍ່​ປະໝາດ​ໃນທຳ: ການ​ສ້າງ​ຄຸນ​ງາມ​ຄວາມ​ດີ​ທຸກ​ຢ່າງ​ຢ່າ​​ໄດ້​ມີ​ຄວາມ​ປະໝາດ​ເປັາພື້ນຖານ ​ເພາະ​ຖ້າ​ປະໝາດຍ່ອມ​ເຮັດ​ໃຫ້​ພາດ​ຈາກ​ສິ່ງ​ດີ​ງາມ​ໄດ້​ສ​ະ​ເໝີ.
  22. ມີ​ຄວາມ​ເຄົາ​ລົບ: ການ​ດຳລົງ​ຊີ​ວິດ ​ເຮົາ​ຕ້ອງ​ຮູ້​ຈັກ​ເຄົາ​ລົບ ​ໃຫ້​ກຽດ, ຮູ້​ຄຸນ​ຄ່າ​ບຸ​ກຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ຈຶ່ງ​ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ ດຈາ​ກການ​ຢູ່​ຮ່ວມ​ກັນ.
  23. ມີ​ຄວາມ​ຖ່ອມ​ໂຕ: ການ​ຮູ້​ຈັກ​ອ່ອນນ້ອມ​ຖ່ອມ​ໂຕ ຍ່ອມ​ໄດ້​ຮັບ​ການ​ຖ່າຍ​ທອດ​ສິ່ງ​ດີ​ງາມ​ຈາກ​ຜູ້​ອື່ນ.
  24. ມີ​ຄວາມ​ພໍ​ໃຈ​: ການ​ຮູ້​ຈັກ​ພໍ​ໃຈ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ໄດ້​ມາ​ດ້ວຍຄວາມ​ສາມາດ​ຂອງ​ຕົນ ​ເປັນ​ການ​ຮຽນ​ຮູ້​ຄຸນ​ຄ່າ​ຂອງ​ຕົນ ທີ່​ສຳຄັນ​ບໍ່​ເຮັດ​ໃຫ້​ຈິດ​ໃຈ​ທະ​ເຍີ​ທະຍານ, ກະວົນກະວາຍ​ຕາມ​ອຳນາດ​ຂອງ​ຄວາມ​ຢາກ.
  25. ມີຄວາມ​ກະຕັນຍູ: ການຈະ​ເປັນ​ຄົນ​ດີ​ນັ້ນວັດ​ແທກ​ກັນ​ດ້ວຍ​ຄວາມ​ກະຕັນຍູ ​ເພາະ​ຄວາມ​ກະຕັນຍູ​ເປັນ​ເຄື່ອງໝາຍຂອງ​ຄົນ​ດີ.
  26. ຟັງ​ທຳ​ຕາມ​ກາລະ​ໂອກາດ: ທຳມະ​ຍ່ອມ​ກຳຈັດ​ຄວາມ​ເຫັນ​ຜິດ​ໃນ​ໃຈ​ຂອງ​ເຮົາ​ໄດ້ ການ​ຟັງ​ທຳ​ຊ່ວຍ​ກວດ​ສອບ ​ແລ​ະຂັດ​ເກົາ​ຈິດ​ໃຈ​ຂອງ​ເຮົາ​​ໃຫ້​ດີ​ງາມ​ຂຶ້ນ​ໄດ້.
  27. ຄວາມ​ອົດ​ທົນ: ຄວາມ​ອົດ​ທົນ​ບາກ​ບັ່ນ ບໍ່​​ອ່ອນ​ແອຕໍ່​ອຸປະສັກ​ໃດໆ ​ເປັນ​ປັດ​ໄຈສຳຄັນ​ຂອງ​ຄວາມ​ສຳ​ເລັດ.
  28. ຄວາມ​ເປັນ​ຜູ້​ສອນ​ງ່າຍ: ການ​ເວົ້າງ່າຍ​ສອນ​ງ່າຍ​ໃນ​ທີ່​ນີ້ບໍ່​ໄດ້ໝາຍ​ເຖິງ​ການ​ຍອມ​ເຮັດ​ນຳ​ທຸກ​ ຢ່າງ(​ເຖິງ​ຈະ​ບໍ່​ຖືກ​ຕ້ອງ) ​ແຕ່ໝາຍ​ເຖິງ​ຄວາມ​ບໍ່​ດື້ດ້ານ, ບໍ່​ຖື​ເນື້ອຖື​​ໂຕ​ຈົນ​ເກີນ​ໄປ, ຮູ້ຈັກ​ຮັບ​ຟັງ​ຄຳ​ສອນ​ທີ່​ມີ​ຄຸນ​ຄ່າ​ໂດຍ​ເຄົາ​ລົບ.
  29. ການ​ເຫັນ​ສະມະນະ: ການ​ພົບ​ພະ​ສົງ​ເພື່ອ​ຮັບ​ຟັງ​ທຳ​ມະ​ຈາກ​​ເພິ່ນ​ຊີ​ວິດ​ຍ່ອມ​ກ້າວໜ້າບໍ່​ຕົກ​ຕ່ຳ.
  30. ສົນທະນາ​ທຳ​ຕາມ​ໂອກາດ: ການ​ສົນທະນາ​ທຳ​ມະ​ດ້ວຍ​ຄວາມ​ເຄົາ​ລົບ ຍ່ອມ​ເຮັດ​ໃຫ້​ເກີດ​ປັນຍາ.
  31. ຄວາມ​ພຽນ​ເຜົາ​ກິ​ເລດ(ສິ່ງ​ບໍ່​ດີ): ຊີ​ວິດ​ເຮົາ​ແທ້​ຈິງຫຍຸ້ງຍາກ​ນຳ​ກິ​ເລດ​ ຈະ​ສະຫງົບ​ສຸກ​ແທ້​ຈິງ ຈົ່ງ​ຕັ້ງ​ໃຈ​ຂູດ​ເກົາ​ກິ​ເລດ​ກ່ອນ​ທີ່​ມັນ​ຈະ​ເຜົາ​​ໃຈ​ເຮົາ.
  32. ການ​ປະ​ພຶດພົມ​ມະ​ຈັນ: ພົມ​ມະ​ຈັນ​ຄື​ການ​ປະ​ພຶດຢ່າງ​ປະ​ເສີດ​ເປັນ​ການ​ດຳ​​ເນີນ​ຊີ​ວິດ​ທີ່​ປາສະ​ ຈາກ​ການ​ບຽດບຽນ​ເຊິ່ງກັນ​ແລ​ະກັນ​ຢ່າງ​ສິ້ນ​ເຊິງ ມີ​ຈຸດ​ມຸ່ງໝາຍຄື ທຳ​ລາຍ​ທຸກ ທີ່​ແຝງ​ຢູ່​ໃນ​ຊີ​ວິດ​ໃຫ້ໝົດສິ້ນ​ໄປ.
  33. ການ​ເຫັນ​ອະລິຍະ​ສັດ: ການ​ເຂົ້າ​ໃຈ​ຊີ​ວິດ ຄື ຕ້ອງ​ຮູ້​ຄວາມ​ຈິງ​ໃນ​ຊີ​ວິດ 4 ຢ່າງ​ ​ໄດ້​​ແກ່​ທຸກ, ​ເຫດ​ແຫ່ງ​ທຸກ, ການ​ດັບ​ທຸກ ​ແລະ​ວິທີ​ປະຕິບັດ​ເພື່ອ​ດັບ​ທຸກ.
  34. ການ​ເຫັນ​ຊີ​ວິດ​ຈະ​ແຈ້ງ: ​ເມື່ອ​ຮູ້​ອະລິຍະ​ສັດ​ຢ່າງ​ຈະ​ແຈ້ງ​ ຍ່ອມ​ສາມາດ​ດັບ​ທຸກ​ແລະ​ພົບ​ຄວາມ​ສຸກ​ສະຫງົບ​ທີ່ໝັ້ນຄົງ.
  35. ມີ​ຈິດ​ໃຈ​ບໍ່​ຫວັ່ນ​ໄຫວ: ຈິດ​ໃຈ​ທີ່​ບໍ່​ຫວັ່ນ​ໄຫວ ​ເປັນ​ຈິດ​ໃຈ​ທີ່​ມີ​ພະລັງ ສາມາດ​ສ້າງ​ສັນ​ສິ່ງ​ດີ​ງາມ​ໃຫ້​ກັບ​ໂລກ.
  36. ຈິດ​ໃຈ​ບໍ່ເສົ້າ​ໂສກ: ຈິດ​ໃຈ​ທີ່​ບໍ່​ຖືກ​ອາລົມ​ຄອບ​ງວຳ​ຍ່ອມ​ບໍ່​ໂສກ​ເສົ້າ, ບໍ່​ເຫືອດ​ແຫ້ງ​ ບໍ່​ວ່າ​​ໂລກ​ຈະ​ປ່ຽນ​​ໄປ​ແນວ​ໃດ​ກໍ​ຕາມ.
  37. ຈິດ​ໃຈ​ປາສະ​ຈາກ​ຝຸ່ນ: ຈິດ​ໃຈ​ນັ້ນສຳຄັນ​ທີ່​ສຸດ​ ເມື່ອ​ເຝິກ​ຝົນ​ດີ​ແລ້ວຝຸ່ນຄື​ສິ່ງ​ທີ່​ບໍ່​ດີ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ ເສົ້າໝອງ​ໄດ້.
  38. ຈິດ​ຊື່ນ​ບານ: ຄຸນ​ນະພາ​ບສູງ​ສຸດ​ຂອງ​ຈິດ​ໃຈ​ທີ່​ພັດທະນາ​ແລ້ວ​ຍ່ອມ​ບໍລິສຸດ ຜ່ອງ​ໃສ ​ເປັນ​ອິດສະຫຼະ ນັບ​ວ່າ​ເປັນ​ເປົ້າໝາຍສູງ​ສຸດ​ຂອງ​ການ​ພັດທະນາ​ຈິດ​ໃຈ.