ຂຽນເມື່ອ: ກ.ພ.. 20, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ຂໍກ່າວເປັນ...ບົດກອນ...ສອນໃຈທ່ານ
ເກົ້າເດືອນນັ້ນ...ແມ່ຖະໜອມ...ພ້ອມຮັກສາ
ລໍວັນຄົບ...ກຳນົດຄອດ...ຕະຫຼອດມາ
ສູ່ຟັນຟ່າ...ເພື່ອລູກຮັກ...ຈະໄດ້ເບິ່ງ
ທ້ອງເລີ່ມປວດ...ບາດເຈັບ...ລາວໃຈຂາດ
ເຈັບຂະໜາດ...ພຽງໃດ...ໃຈບໍ່ຫວັ່ນ
ເຫື່ອໄຫຼຢອດ...ຖ້ວມກາຍ...ແທບວາຍພັນ
ເພື່ອລູກນັ້ນ...ໄດ້ກຳເນີດ...ເກີດອອກມາ
ສຽງຮ້ອງໃຫ້...ແມ່ໄດ້ຍິນ...ສິ້ນຄວາມປວດ
ຄວາມເຈັບນັ້ນ...ພັນຫາຍ...ຄາຍໝົດສິ້ນ
ຍິງຫຼືຊາຍ...ຮັກສຸດໃຈ...ຢ່າງແທ້ຈິງ
ດວງຊີວິນ...ຂອງແມ່...ແຕ່ນີ້ໄປ
ຍາມລູກຫິວ...ຮ້ອງໃຫ້ແງ...ມາແມ່ປ້ອນ
ດື່ມນົມກ່ອນ...ຈາກກັອກແມ່...ດີແທ້ໜາ
ຍາມມີໃຊ້...ພ້ອມຖະໜອມ...ຢ່າພົບຢາ
ແມ່ອຸ້ມພາ...ຫາໝໍ...ບໍ່ລໍຊ້າ
ຈົນເຕີບໃຫຍ່...ແມ່ກໍ່ໃຫ້...ການສຶກສາ
ເພື່ອໄດ້ມາ...ອານາຄົດ...ອັນສົດໄສ
ຍອມອົດຢາກ...ໃຫ້ລູກນີ້...ມີສຸກໃຈ
ເປັນຜູ້ໃຫຍ່...ໃນວັນໜ້າ...ເດີຄົນດີ
ຈົບອອກມາ...ມີວຽກເຮັດ...ບໍ່ລຳບາກ
ຄວາມທຸກຍາກ...ຄາຍໝົດສິ້ນ...ໃຫ້ບິນໜີ
ມີຄວາມສຸກ...ພ້ອມຄອບຄົວ...ຊົ່ວຊີວີ
ພົບສິ່ງດີ...ແມ່ຕັ້ງໃຈ...ໃຫ້ເປັນທຶນ
ລູກຂໍກາບ...ແນບລົງ...ທາງຕີນແມ່
ທີ່ເບິ່ງແຍງ...ລູກເຕີບໃຫຍ່...ໃຫ້ຄຳສອນ
ພະຄຸນແມ່...ມີຫຼາຍລົ້ນ...ຈົນເກີນກອນ
ກາບວິ້ງວອນ...ຄຸນພະປ້ອງ...ຄຸ້ມຄອງເຖີດ...
ເຮົາບໍ່ໄດ້ແຕ່ງເອງແຕ່ເຮົາຊອກຫາບົດກອນນີ້