
ຂຽນເມື່ອ: ສ.ຫ.. 9, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ສາຍຝົນຢົດຢາດຍ້ອຍ..................ຫຼາຍຄໍ່າວັນຄືນ
ເຈົ້າຊ່າງຝືນໂຮຍລົງ......................ບໍ່ວ່າງເຊົາວາຍເວັ້ນ
ທະທີເຂັນແຂງກ້າ........................ປະກາຍແລວຖ້ວມທົ່ງ
ສັດສິ່ງຂອງປູກລ້ຽງ.....................ລອຍລ້າງຫ່າງໜີ
ຍີນວ່າມີຂ່າວຮ້າຍ......................ນໍ້າຖ້ວມຖິ່ນເມືອງຊຽງເງີນ
ແກ້ມເປີນເວີນຄົນງາມ.................ຢູ່ຢ່າງໃດເດນ້ອງ
ຂ່າວວ່າເຄຫາຫ້ອງ....................ນາສວນນໍ້າຖ້ວມທົ່ວ
ປວງປະຊາພີ່ນ້ອງ......................ແສນເສົ້າໂສກລະທົມ