ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2013 | ມີ 15 ຄຳເຫັນ ແລະ 0 trackback(s)

ນັບແຕ່ທ້າຍປີກາຍເປັນຕົ້ນມາ ເຖິງປະຈຸບັນ ແຂວງຫຼວງພະບາງມີໃບໜ້າໃໝ່ ບໍ່ສາມາດຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນ ຈາກການສັງເກດນີ້ແມ່ນບົດທົດສອບຂອງຂັ້ນເທິງ ໂດຍທ່ານຜູ້ນຳມີອຳນາດ ທີ່ສະຫຼາດສ່ອງໃສ ໄດ້ເປີດບັ້ນຝຶກຝົນພະນັກງານລັດຖະກອນ ທະຫານ ທັງຕຳຫຼວດ ໃຫ້ສາມາດຮັບມືກັບການພັດທະນາທີ່ໄວວາ ຂອງປະເທດ ຕາມການເພີ້ມຂື້ນຂອງ GDP ຂອງແຂວງ ກໍ່ຄືຂອງຊາດ ກັບການເຜີ້ມເງິນເດືອນພະນັກງານລັດ ຕາມບົດລາຍງານການເມືອງ ຫຼືແມ່ນຫຍັງທຳນອງນີ້ ຂອງລັດຖະມົນຕີ ກຊ ການເງິນ ເລື່ອງເພີ້ມເງີນເດືອນຂອງລັດຖະກອນ ຢືນຢັນ ນັ່ງຢັນ ນອນກະຍັງຢັນວ່າ ບ້ານເຮົາມີເງິນເຫຼືອເຟືອທີ່ຈະສາມາດຈ່າຍໃຫ້ພະນັກງານຕາມປົກກະຕິໄດ້ ຖ້າ ຂພຈ ບໍ່ລືມຄືຊິແມ່ນເວົ້າຢູ່ກອງປະຊຸມຂອງສະພານີ້ແລະ, ແຕ່ພີ້ນ້ອງດຽວນີ້ ຂ ຫຼວງພະບາງ ພະນັກງານເຊຶ້ງໃຈຫຼາຍກັບການສະຫຼາດສ່ອງໃສໃນບົດເພງນ້ຳເຕົ້າເປົ່າດັ່ງກ່າວ ແຖມຍັງໃຫ້ຮັບມືໂດຍໃຫ້ຝິກຝົນກິນຫຍ້າເປັນອາຫານ ຈາກການຄາດຄະແນ ການຝຶກຝົນດັ່ງກ່າວນີ້ດຳເນີນອີກຕໍ່ໄປສຳເລັດ ປະເທດລາວກໍ່ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນບໍ່ຊ່າຢ່າງແບ່ນອນ ! ແລະ ຈະນຳການຝຶກນີ້ກະຈາຍໄປທົ່ວ ປທ ນຳອີກ ເພາະບ້ານເຮົາມີຫຍ້າຫຼາຍ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຜ່ານມາມີເຄືອຂ່າຍໂທລະສັບບາງຄ້າຍທີ່ໃຫ້ບໍລິການຢູ່ບ້ານເຮົາ ໄດ້ໃຊ້ວິທີການໂຄສະນາໂປຣໂມຊັ້ນໃໝ່ດ້ວຍການໂທເຂົ້າຫາເບີຂອງເຮົາໂດຍກົງ, ສ່ວນຕົວ ຂພຈ ເອງລຳຄານ ແລະ ຮູ້ສຶກວ່າຖືກຄຸກຄາມແລະລົບກວນການເປັນສ່ວນຕົວເກີນໄປ ການທີ່ສົ່ງເປັນຂໍ້ຄວາມເຂົ້າ ຂພຈ ວ່າກໍ່ໜ້າຈະເປັນການເໝາະສົມແລະພໍດີພໍງາມແລ້ວ ຈຶ່ງຢາກປຶກສາຫາລືກັບພີ່ນ້ອງຊາວພັນລາວວ່າມັນເປັນການສົມຄວນແລ້ວຫຼືບໍ່ ແລະພວກທ່ານຮູ້ສຶກແລະມີທັດສະນະແນວໃດກ່ຽວກັບເລື້ອງນີ້ ແລະພໍຈະມີພາກສ່ວນຫຼືລະບຽບການໃດທີ່ກຳນົດໃນກໍລະນີແບບນີ້ກັນແດ່ ?