ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອມີຮັກ      ຈົ່ງຖະໜອມດ້ວຍໃຈຈິງ

ເມື່ອມີຮັກ      ຈົ່ງລະຖິ້ມສິດສ່ວນຕົວ

ເມື່ອມີຮັກ     ຈົ່ງຮັກຍາດ ຮັກຄອບຄົວ

ເມື່ອມີຮັກ     ຈົ່ງຮັກຕົວ ຢູ່ເພື່ອຮັກ

ຢ່າໃຫ້ຮັກ     ມີອຳນາດເໜືອສິນ

ຢ່າໃຫ້ຮັກ     ນັ້ນກືນກິນມິດຕະພາບ

ຢ່າໃຫ້ຮັກ     ທຳລາຍໃຈໃຫ້ທຳບາບ

ຢ່າໃຫ້ຮັກ     ປຽບເປັນດາບມີ 2 ຄົມ