ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

         ນ້ອງຂໍທູນທອດໄວ້              ບຸນໃຫຍ່ວັນຄູ

7 ຕຸລາວຽນມາເຖິງ                     ມ່ວນມະໂນນ້ອງນ້ອຍ

ນ້ອງຈິ່ງຄອຍອະທິຖານໃຫ້         ມະຫາໄຊສິດທິໂຊກ

ສະຖິດໃນໂລກນີ້                        ຈົ່ງມີແທ້ແກ່ຄູ     ແທ້ເດີ

          ຂໍໃຫ້ໂຊກລາບລົ້ນ           ໄຫຼເຂົ້າມາຫາ

ໂລຄາຫາຍ                                 ຢູ່ສະບາຍເບົາເນື້ອ

ສຸກສະເໝີໝັ້ນ                         ສະເໝີມັນເຄືອເກົ່າ

ອາຍຸຍືນຍັ່ງເຖົ້າ                         ເຖິງເທົ້າໝືນພັນສາ     ພຸ້ນເຢີ

Delicious Digg Fark Twitter