![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 24, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ວັນສຸດທ້າຍຂອງການໄປຢຽບໂຮງຮຽນ
ເສັງແລ້ວ ຈັງແມ່ນມີຄວາມສຸກ
ເຫລືອແຕ່ປ້ອງກັນບົດ ໂອ້ຍອີກຕັ້ງດົນ ເອົາໄວ້ກັງວົນມື້ຫນ້າ ຕອນນີ້ ຂໍສະຫລອງກ່ອນ
![Photobucket](http://i173.photobucket.com/albums/w51/pao_genie/DSCN4619c.jpg)
ຮູບນີ້ຖ່າຍ ຫລັງຈາກເສັງແລ້ວ ບໍ່ພໍ 5 ນາທີ ພວກເດັກກໍ່ສ້າງ ກະພາກັນແລ່ນໄປຖ່າຍຮູບ
ຄົນຢູ່ໂຮງຮຽນກະເຈົ້າກໍ່ຫລຽວເບິ່ງ (ພວກນີ້ມັນເຮັດຫຍັງຫວະ. ພວກນີ້ຕ້ອງບ້າລະ)
ບໍ່ສົນ ໂວ້ຍ
ມັນມື້ສຸດທ້າຍແລ້ວທີ່ພວກເຮົາຈະໄດ້ມາໂຮງຮຽນນີ້ ໃນຊຸດນັກຮຽນ
ພວກຜູ້ບ່າວກະໄດ້ໃຈຂະຫນາດ ມັນກ້າເຮັດໄປໄດ້
ບໍ່ອາຍລຸ້ນນ້ອງລຸ້ນນຸ່ງ ທີ່ເຂົາພວມຫົວໃສ່ຢູ່
![Photobucket](http://i173.photobucket.com/albums/w51/pao_genie/DSCN4627c.jpg)
ທ່ານີ້ ຢາກຖ່າຍມາດົນແລ້ວ (ໄປເບິ່ງຮູບຄົນອື່ນມາ ແບບວ່າ ບໍ່ມີຄວາມຄິດເປັນຂອງໂຕເອງຫັ້ນນະ ຮ່າຮ່າຮ່າ)
ທຳອິດບໍ່ມີໃຜຢາກນອນພື້ນເດີ້
ເຂົາວ່າ ມັນເຈິ (ມັນເປື້ອນ)
ບາດເອົາແທ້ແທ້ ລະນອນກັນບັນໄລເລີຍ
ຮື້ມມມມ ອີ່ພວກສຳແດງ
ຫມູ່ມັນກະເຮັດໄດ້ໃຈຂະຫນາດ
ບອກຂ້ນໄປຕົ້ນໄມ້ພຸ້ນເດີ້
ໄປຖ່າຍຮູບໃຫ້ແນ່
ມັນກະປີ່ນຂື້ນໄປເລີຍ
ໄດ້ໃຈເດັກກໍ່ສ້າງ ຂະຫນາດ
ຫລັງຈາກຖ່າຍຮູບນີ້ແລ້ວ ລຸກຂື້ນມາ ຄັນຫມົດໂຕເລີຍ
ຄັນຄາຍສຸດສຸດ
ພາບແຫ່ງຄວາມຫລັງ ຄວາມສຸກ ແລະ ມິດຕະພາບ ໄດ້ຈົບລົງພຽງເທົ່ານີ້