ຮູບແຕ້ມ ພະເຈົ້າອະນຸວົງຊົງມ້າ
ໃນອະດີດອັນບໍ່ດົນປານໃດ, ປະເທດຊາດທີ່ກວ້າງໃຫຍ່ໄພສານອັນແສນເຄົາລົບຮັກຂອງພວກເຮົາໄດ້ຖືກສັກດິນາຕ່າງດ້າວເຂົ້າມາຮຸກຮານແລະຍາດຊິງດິນແດນ, ລາສະດອນ, ຊັບສິນ ເອກະສານອັນເປັນພູມປັນຍາ ຂອງຄົນລາວໄປຢ່າງຫຼວງຫຼາຍ ແລະທາລຸນປະຊາຊົນລາວຢ່າງໂຫດຮ້າຍປ່າເຖື່ອນ. ໃນໄລຍະທີ່ປະເທດເຮົາຕົກເປັນປະເທດສະລາດ ບັນພະບຸລຸດຂອງລາວ, ຍາມໃດກໍຊອກຫາໂອກາດອັນດີ ເພື່ອຍາດເອົາເອກະລາດ, ທ້ອນໂຮມຄົວເຮືອນຄົນລາວ ກັບຄືນ.
ເມືອງວຽງຈັນ ໃນອະດີດ ລ້ອມດ້ວຍກຳແພງ ແລະຄອງນ້ຳ, ມີປະຕູເມືອງທັງສີ່ດ້ານ ແລະຕາມກຳແພງຍັງມີປ້ອມຍາມຢາຍຢູ່ເປັນຍ່ານ. ເມືອງນີ້ເປັນເມືອງອຸດົມຮັ່ງມີ ແລະຮຸ່ງເຮືອງເຂັ້ມແຂງ. ກະສັດຜູ້ປົກຄອງເມືອງນີ້ຊື່ວ່າ ພະອະນຸດທະລາດ (ເຈົ້າອະນຸ), ມີເທວີຂວາຊື່ວ່າ ນາງ ຄຳປ້ອງ ແລະເທວີຊ້າຍຊື່ວ່າ ນາງຄຳຈັນ; ມີນາງສະໜົມກົມມະວັງ, ມີເສນາອາມາດ ແລະທະຫານຜູ້ກ້າຫານນັບເປັນໝື່ນໆ; ມີຊ້າງ, ມ້າ ຢ່າງຫຼວງຫຼາຍ; ມີນາງລະບຳເສບຟ້ອນຖວາຍພະອົງຢູ່ທຸກວັນ. ຊາວເມືອງຍູທ່າງແລກປ່ຽນຊື້ຂາຍ ແລະດຳລົງຊີວິດຢູ່ຢ່າງສຸກກະເສີມສຳລານ ບໍ່ອາດຫາຫຍັງມາປຽບປານໄດ້. ໄພ່ຟ້າລາສະດອນພ້ອມກັບອົງກະສັດ ກໍພ້ອມກັນສ້າງສາບູລະນະວັດວາອາຮາມ ໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມ. ຕໍ່ມາໄດ້ມີເຫດລາງເກີດຂຶ້ນ ຄືຟ້າຜ່າທາດພະນົມ, ດິນກາງເມືອງແຕກຍະເປັນທາງອັນເປັນລາງສັງຫອນເພື່ອບອກຂ່າງລ່ວງໜ້າວ່າ ເຫດຮ້າຍຈະເກີດຂຶ້ນກັບນະຄອນຫຼວງວຽງຈັນໃນໂອກາດອັນໃກ້ນີ້.
ໄລຍະທີ່ຜ່ານມາຄົນລາວຫຼາຍຄົນຮັບຮູ້ວ່າ ເຈົ້າອະນຸ ເປັນກະສັດລາວອົງໜຶ່ງທີ່ມີຈິດໃຈຮັກຊາດ ມີນ້ຳໃຈຄຽດແຄ້ນສັດຕູ ແລະໄດ້ນຳພາກອງທັບລຸກຂຶ້ນຈັບອາວຸດຕໍ່ສູ້ຕ້ານກັບສັດຕູດ້ວຍມືຂອງພະອົງເອງ. ແຕ່, ແມ່ນໃຜຮູ້ແດ່ວ່າ ຊະນວນຂອງສົງຄາມລະຫວ່າງວຽງຈັນກັບບາງກອກລຸກເປັນແປວນັ້ນແມ່ນຫຍັງກັນແທ້?
ພະຍາຍົກກະບັດ(ຕໍ່ມາໄດ້ປ່ຽນຊື່ເປັນ ພະຍາພົມພັກດີ) ເຈົ້າເມືອງແຫ່ງນະຄອນລາຊະສີມາ ເປັນພະຍາທີ່ມີຄວາມສະຫຼາດໃນການໃຊ້ເລ່ລ່ຽມ, ປິ້ນປອກຫຼອກລວງ, ໂລບມາກໂລພາ ແລະໂຫດຮ້າຍປ່າເຖື່ອນ; ພະຍາຍົກ ກະບັດປະຕິບັດເລ່ລ່ຽມທຳອິດດ້ວຍການຕົວະຍົວະເຈົ້າຄອງເມືອງບາງ ກອກຂໍອາສາໄປເກັບສ່ວຍນຳພວກຂ້າລະແດຢູ່ທາງດອນໂຂງ (ຈຳປາສັກ), ເຈົ້າຄອງເມືອງບາງກອກກໍເຫັນດີ. ແຕ່ໃນທາງປະຕິບັດ ພະຍາຍົກກະບັດພ້ອມທະຫານຂອງຕົນ ໄປລັດປຸ້ນຈີ້ເອົາສົມບັດຂອງຊາວຄ້າຂາຍທີ່ກາຍໄປມາແຖວນັ້ນ. ພ້ອມກັນນັ້ນພະຍາຍົກກະບັດຍັງໄດ້ແຜ່ອຳນາດປາບປາມ ແລະຍຶດເອົາທັງແປດຫົວເມືອງ. ມີແຕ່ເມືອງພູຂັນແຫ່ງພະຍາໄກບໍ່ເຫັນດີ ແລະຄັດຄ້ານພະຍາຍົກກະບັດ ພ້ອມທັງສົ່ງສານຟ້ອງເລື່ອງຍົກກະບັດຕໍ່ບາງກອກ. ເມື່ອເຈົ້າຄອງເມືອງບາງກອກຮູ້ເລື່ອງຈຶ່ງສົ່ງອາມາດໄປຖາມເບິ່ງ ແຕ່ພໍອາດມາດໄປຖາມພະຍາຍົກກະບັດກໍປະຈົບປະແຈງແລະຖອກເທເງິນຄຳຊື້ຈ້າງອາມາດ. ເມື່ອເວລາດົນນານເຈົ້າຄອງເມືອງບາງກອກບໍ່ເຫັນອາມາດກັບຄືນ ຈຶ່ງແຕ່ງພະຍາໄກສອນຄຳແດງໄປຈັບໂຕອາມາດແລະພະຍາຍົກກະບັດກັບເມືອບາງກອກ ແຕ່ເມື່ອມາຮອດເມືອງໂຂງ ອາມາດກໍລາຍງານສູ່ຟັງວ່າພະຍາຍົກກະບັດເປັນຄົນດີແລະສະຫຼາດ. ຈາກນັ້ນເຂົາທັງສາມຈຶ່ງກັບຄືນບາງກອກພ້ອມດ້ວຍເຄື່ອງບັນນາການຢ່າງຫຼວງຫຼາຍຄື ເງິນ, ຄຳ, ນໍ, ງາ, ຂ້ອຍຂ້າ ແລະອື່ນໆ ເມືອຖວາຍເຈົ້າຄອງເມືອງບາງກອກ. ເຈົ້າຄອງເມືອງບາງກອກຈຶ່ງມີຄວາມປິຕິຊົມຊື່ນແລະເລື່ອນຍົດຈາກຍົກກະບັດ ມາເປັນພະຍາພົມພັກດີ ແລະມອບໃຫ້ຄອງເມືອງຄອນລາດ ແທນພະຍາບຸນຈັນເມື່ອເຂົາຕາຍໄປ. ແຕ່ປັດຈຸບັນພະຍາບຸນຈັນຍັງຄອງລາດຢູ່ ພະຍາພົມພັກດີຈຶ່ງຂໍນຳເຈົ້າເມືອງບາງກອກ ຕົວະວ່າຂໍເມືອສ້າງເມືອງໂຂງຄືເກົ່າ, ເຈົ້າຄອງບາງກອກກໍເຫັນດີ. ເມື່ອມາຮອດເມືອງໂຂງເຂົາກໍເກັບເກນເອົາຊ້າງມ້າ, ເຂົ້າ ແລະຄົນ ຈາກເມືອງໝັ້ນ, ຄຳທອງ, ອັດຕະປື, ແສນປາງ, ບ້ານດ່ານ, ພູຂັນ, ອຸບົນ, ສີສະເກດ, ຈຳປາສັກ, ເມືອງຈຳປາ ແລະອື່ນໆ ໄປຕີເມືອງລະແດແລະຍະເຫີນ ຈົນແຕກ.
ຕໍ່ຈາກນັ້ນ, ພະຍາພົມພັກດີກໍໄປຍົວະເຈົ້າຫົວສາເກດໂງ້ງຜູ້ມີອິດທິພົນແລະວິຊາອາຄົມ ໃຫ້ຈູດເມືອງຈຳປາສັກ. ໂດຍຕົວະວ່າເມື່ອຈູດເມືອງປາສັກແລ້ວຈະໄດ້ນັ່ງສືບເມືອງ ແລະເງິນຄຳຈະຫຼັ່ງໄຫຼມາ. ເຫດການນີ້ພະຍາພົມພັກດີກໍໄດ້ແຕ່ງກຳລັງມາສົມທົບ ແຕ່ເປັນພຽງກອງໜູນເທົ່ານັ້ນ.
ເມື່ອເຈົ້າອະນຸໄດ້ຮູ້ຂ່າວການຈູດເຜົາເມືອງຈຳປາສັກ ຈຶ່ງໄດ້ລ່ອງແພລົງໄປຈັບເຈົ້າຫົວສາເກດໂງ້ງ, ເຈົ້າຫົວສາເກດໂງ້ງໄດ້ຍອມຮັບສາລະພາບວ່າພະຍາພົມພັກດີມາບອກໃຫ້ຈູດເພື່ອຈະໄດ້ນັ່ງສືບເມືອງ. ຕໍ່ມາເຈົ້າອະນຸຈຶ່ງສັ່ງໃຫ້ຄົນໄປນຳເອົາພະຍາພົມພັກດີມາສອບຖາມ ແຕ່ລາວບອກວ່າໄດ້ຍິນແຕ່ຂ່າວວ່າເຈົ້າຫົວສາເກດໂງ້ງຈູດເມືອງຈຳປາສັກ ແຕ່ຕົນເອງບໍ່ເຫັນກັບຕາ. ເຈົ້າອະນຸ, ພ້ອມພະຍາພົມພັກດີ ໄດ້ນຳເອົາເຈົ້າຫົວສາເກດໂງ້ງລົງລາຍງານຕໍ່ເຈົ້າຄອງເມືອງບາງກອກ. ເມື່ອເຈົ້າຄອງເມືອງບາງກອກຮູ້ທຸກຢ່າງແລ້ວ ຕັດສັ່ງວ່າ: ເຈົ້າອະນຸ ແລະພະຍາພົມພັກດີ ບໍ່ມີໃຜຜິດ, ຍັງຊົ່ວແຕ່ເຈົ້າເມືອງາສັກທີ່ເສິກມາກໍບໍ່ສູ້. ສ່ວນພະຍາພົມພັກດີນັ້ນແມ່ນມີຄຸນງາມຄວາມດີຫຼາຍ ຂໍຊົມເຊີຍ. ສ່ວນເຈົ້າຫົວສາເກດໂງ້ງນັ້ນມັນຜິດຄອງນັກບວດ ຄວນຂັບໄລ່ໜີຈາກເມືອງເພາະມັນເປັນຄົນອະທຳ. ກ່ອນຈະຄືນວຽງຈັນ, ເຈົ້າອະນຸໄດ້ຂໍອະນຸຍາດຈາກບາງກອກຄອງຈຳປາສັກ. ພໍກັບຮອດວຽງຈັນ, ເຈົ້າອະນຸຈຶ່ງແຕ່ງໃຫ້ຫົວເມືອງຕ່າງໆ ທີ່ຂຶ້ນກັບວຽງຈັນ ຈົ່ງຊ່ວຍກັນສ້າງແປງເມືອງບາສັກຄືນໃໝ່, ເມື່ອສ້າງສຳເລັດແລ້ວ ເຈົ້າອະນຸຈຶ່ງແຕ່ງໃຫ້ລູກຊາຍຂອງຕົນເປັນເຈົ້າຄອງເມືອງບາສັກ.
ເມື່ອລຸນມາພະຍາພົມພັກດີຜູ້ມີກົນອຸບາຍລາຍລ່ຽມ, ກໍຂາບໄຫວ້ເຈົ້າບາງກອກເພື່ອຂໍສັກເລກຄົນລາວທຸກຫົວເມືອງ, ເພາະຢ້ານຫົວເມືອງລາວລຸກຂຶ້ນຕ້ານກັບບາງກອກ. ເຈົ້າເມືອງບາງກອກກໍເຫັນດີຕາມການຕົວະຍົວະຂອງພະຍາພົມພັກດີ. ຈາກນັ້ນ ເຈົ້າເມືອງບາງກອກຈຶ່ງແຕ່ງໃຫ້ຂຸນໝື່ນຜູ້ວາງໃຈໄດ້ ໃຫ້ມາປາບປາມຫົວເມືອງລາວ ຕັ້ງແຕ່ເມືອງກາລະສິນ ຈົນເຖິງເມືອງເຂັມມະລາດ, ບັງມຸກ, ເຂດອຸບົນ ແລະເຂດອື່ນໆ ເພື່ອໃຫ້ຄົນລາວຢ້ານ ບໍ່ກ້າເຮັດສົງຄາມ.
ຕໍ່ມາ ເມື່ອເຈົ້າຄອງບາງກອກຊາບວ່າ ພະຍາບຸນຈັນ ເຈົ້າເມືອງຄອນລາດມໍລະນະກຳແລ້ວ ຈຶ່ງແຕ່ງຕັ້ງພະຍາພົມພັກດີຂຶ້ນຄອງເມືອງຄອນລາດແທນ. ຫຼັກຈາກໄດ້ຄອງລາດແລ້ວ, ພະຍາພົມພັກດີຈຶ່ງສັ່ງໃຫ້ກອງສັກ ລົງໄປຈົດທະບຽນຄົນລາວຍັງຍິງ ແລະຊາຍ, ຜົວແລະເມຍໃຫ້ຄົບຖ້ວນບໍ່ໃຫ້ລອດຈັກຄົນ. ເມື່ອສັກເລກແລະລົງທະບຽນລາຍຊື່ຄົນລາວ ຄົງທັງແປດຫົວເມືອງແລ້ວ ພວກເຂົາກໍກັບຄືເມືອງບາງກອກ.
ຖັດນັ້ນມາ, ພະຍາພົມພັກດີໄປປັ່ນປ່ວນ ແລະຮ່ວມຫົວກັບນ້ອງຊາຍຂອງພະຍາໄກຈູດເມືອງພູຂັນ ເພາະຄຽດໃຫ້ພະຍາໄກບໍ່ຍອມເປັນຫົວເມືອງຂຶ້ນແກ່ຕົນເມື່ອຫຼາຍປີກ່ອນ. ພະຍາໄກມີນ້ອງຊາຍຊື່ທ້າວກິ່ງຫຼ້າ, ທ້າວກິ່ງຫຼ້າມີໃຈຄົດລ້ຽວຫວັງຂ້າອ້າຍ ເພື່ອຂຶ້ນຄອງເມືອງ ພະຍາພົມພັກດີຈຶ່ງຮ່ວມມືກັບທ້າວກິ່ງຫຼ້າຫຼອນຈູດເຜົາເມືອງພູຂັນແບບບໍ່ໃຫ້ຕັ້ງໂຕ. ທັງພະຍາໄກແລະປະຊາຊົນແຕກຊະນະໂມໄປຄົນລະທິດຄົນລະທາງ. ເມືອງພູຂັນໃນຄາວນີ້ແມ່ນຖືກພະຍາພົມພັກດີປຸ້ນສະດົມ ແລະເກັບກວາດເອົາທຸກຢ່າງ ນັບທັງຄົນ, ວັດຖຸເງິນຄຳ ແລະຊ້າງມ້າ. ພວກເຂົາຂົ່ມຂູ່ ບີບບັງຄັບທັງຮ່າງກາຍແລະຈິດໃຈຂອງປະຊາຊົນ ເມືອງພູຂັນຢ່າງປ່າເຖື່ອນ, “ຍິງໃດນົມຍານນັ້ນ ໃຫ້ເສຍຄຳບາດໜຶ່ງ, ສ່ວນຍິງໃດນົມເຄັ່ງນັ້ນ ໃຫ້ເສຍຫ້າສະຫຼຶງ”.
ປະຊາຊົນໜີຈາກການສັກເລກ, ຊະນວນສົງຄາມວຽງຈັນ-ບາງກອກ
ໝົດລະດູຝົນກ້າວສູ່ລະດູແລ້ງ, ຝູງນາຍກອງສັກກໍພາກັນອອກມາຈາກບາງກອກ ມາຕັ້ງທັບຢູ່ເມືອງກາລະສິນ ແລ້ວເລັ່ງຈັດເອົາບັນດາຫົວເມືອງມາໂຮມກັນເພື່ອສັກເລກ. ເກດການດັ່ງກ່າວເປັນອຸບາດ ແລະເດືອດຮ້ອນເຖິງເສນາອາມາດຂອງບັນດາຫົວເມືອງໃນຂົງເຂດນີ້. ສະນັ້ນ, ຈຶ່ງມີຫຼາຍເມືອງ ຕະຫຼອດເຖິງເຈົ້າເມືອງບາງຄົນ ພາໄພ່ຟ້າລາສະດອນປົບໜີອອກຈາກເມືອງ ເພື່ອເມືອເພິ່ງເຈົ້າຂະໝ່ອມວຽງຈັນ(ເຈົ້າອະນຸ). ເຈົ້າພະສົມບໍພິດໄດ້ພາໄພ່ພົນໜີຈາກເມືອງກາລະສິນໄປຕັ້ງບ້ານເມືອງຢູ່ໜອງຫານ. ສ່ວນເຈົ້າແຫ່ງເມືອງສາກົນນະຄອນແມ່ນນຳໄພ່ຟ້າ ລາສະດອນໄປເພິ່ງເຈົ້າຄອງນະຄອນພະນົມ.
ຕໍ່ມາພະຍາພົມພັກດີໄດ້ເຮັດສານໄປຕົວະເຈົ້າຄອງເມືອງບາສັກວ່າ ເຂົາຈະເອົາກຳລັງຜ່ານເມືອງບາສັກເພື່ອໄປຕີພວກຂ້າ, ເພາະພວກຂ້າບໍ່ຍອມເສຍສ່ວຍໃຫ້ເຂົາ, ເຂົາຈະຈັບເອົາຂ້າຝູງນີ້ເມືອຖວາຍແກ່ເຈົ້າຄອງບາງກອກ. ເຈົ້າຄອງເມືອງບາສັກໄດ້ຮ້າຍໃຫ້ແກ່ພະຍາພົມພັກດີວ່າ: “ຢູ່ໃນຍົງເຂດນີ້ມີແຕ່ກູຄົນດຽວເປັນໃຫຍ່ ບໍ່ອາດອະນຸຍາດໃຫ້ໃຜມາຂົ່ມຂູ່ໄດ້”. ແຕ່ພະຍາພົມພັກດີຍັງເວົ້າຕໍ່ເຈົ້າຄອງເມືອງບາສັກຊ້ຳສອງອີກວ່າ: “ເຈົ້າຫ້າມຂ້ອຍກໍບໍ່ຟັງ, ຢ່າຂືນຄຳເຄັມໃສ່ກັນແນວນັ້ນ”.
ຄຳເວົ້າຂອງພະຍາພົມພັກດີ ໄດ້ເຮັດໃຫ້ເຈົ້າຄອງເມືອງບາສັກບໍ່ພໍໃຈເປັນຢ່າງຍິ່ງ ເພິ່ນຈຶ່ງຈັດເອົາກຳລັງແລ້ວລົງເຮືອ ເພື່ອຂຶ້ນເມືອລາຍງານຕໍ່ພະບິດາ(ເຈົ້າອະນຸ) ທີ່ນະຄອນວຽງຈັນ. ເມື່ອເຈົ້າອະນຸຊາບຂ່າວທຸກປະການແລ້ວ, ພະອົງກໍມີໃຈໂກດກ້າເປັນອັນມາກ ບວກກັບພະອົງຄິດເຫັນການກະທຳຂອງພະຍາພົມພັກດີຕໍ່ພະອົງໃນໄລຍະຜ່ານມາ. ດັ່ງນັ້ນ, ພະອົງຈຶ່ງເວົ້າວ່າ: “ກູຊິນຳໄປຕີ ໃຫ້ມຸ່ຍວາຍປາງນີ້”. ເປັນການປະກາດການນຳພາປະຊາຊົນລາວລຸກຂຶ້ນຕໍ່ສູ້ຕ້ານຄືນກັບບາງກອກ.
ຄັດຈາກ: ພື້ນວຽງ ສະໄໝເຈົ້າອະນຸ, ຄະນະຄົ້ນຄວ້າພາກວິຊາພາສາລາວ-ວັນນະຄະດີ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ, 2004:18-24.
ທ່ານຜູ້ອ່ານຄົງຈະພໍສະຫຼຸບໄດ້ເນາະວ່າ ຊະນວນສົງຄາມວຽງຈັນ-ບາງກອກແມ່ນຫຍັງກັນແທ້? ເຈົ້າອະນຸວົງທົນເຫັນການກົດຂີ່ຂູດຮີດອັນປ່າເຖື່ອນຂອງອຳນາດການປົກຄອງບາງກອກຕໍ່ປະຊາຊົນລາວບໍ່ໄດ້, ໂດຍສະເພາະແມ່ນການປັ່ນປ່ວນແລະສັກເລກເອົາຄົນລາວຂອງພະຍາພົມພັກດີເຈົ້າເມືອງນະຄອນລາຊະສີມາ.
ໝາຍເຫດ: ການສັກເລກຄືການເອົາເຫຼັກແຫຼມແທງຕາມເສັ້ນນ້ຳເໝິກທີ່ຂຽນໄວ້ເປັນໂຕອັກສອນ ບອກຊື່ເມືອງ, ຊື່ນາຍທີ່ສັງກັດ ໂດຍສັກທີ່ຂໍ້ແຂນທາງໜ້າມືຫຼືຫຼັງມື.
ກ່າຍມາຈາກ: www.sansouk.com/