ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

ບໍ່ມີຫຍັງຂຽນຫຼາຍດອກ ຄິດເຊັງໆ ກັບການຕິດຕໍ່ພົວພັນກັບເບີຫຼັກ 7 ບໍ່ໄດ້

ຖ້າບີລາຍຜິດສັນຍາແທ້ ກໍຄວນລົງໂທດສະເພາະແຕ່ບີລາຍ ຢ່າໄດ້ລົງໂທດປະຊາຊົນ ໂທອອກເຄືອຂ່າຍອື່ນກາບໍ່ໄດ້ ຜູ້ໃຊ້ເຄືອຂ່າຍອື່ນໂທເຂົ້າບີລາຍກໍບໍ່ໄດ້ ປະຊາຊົນທົ່ວປະເທດເດືອດຮ້ອນຢ່າງທົ່ວໜ້າ ຍ້ອນການລົງໂທດບີລາຍຂອງລັດ

ຊິປັບໃໝ ໃສ່ໂທດ ຊິຂ້າ ຊິຕີ ຊິຍຸບ ຊິເລີກ ບີລາຍກໍເຮັດສາໃຫ້ມັນແລ້ວ ແລະໃຫ້ປະຊາຊົນຮູ້ນຳແດ່ ແລ້ວຈະໄດ້ເຊົາໃຊ້ໄປເລີຍ ຫຼືຖ້າບໍ່ເຮັດແນວນັ້ນ ຊິແກ້ໄຂກໍຮີບແກ້ສາ ປະຊາຊົນເດືອດຮ້ອນ ເຂົາຢາກພົວພັນວຽກງານ ຄິດເປັນເງິນມັນຄືຊິມີຫຼາຍຕື້ກີບຜົນເສຍຈາກການຂາດການຕິດຕໍ່ພົວພັນ ຄັນຢູ່ໃກ້ກາໄຄແດ່ ຖ້າຢູ່ຕ່າງແຂວງເດ ຊິຕິດຕໍ່ພົວພັນຈັ່ງໃດ ຄົນເຈັບໄຂ້ໄດ້ປ່ວຍຢາກໂທຫາພີ່ຫານ້ອງກໍບໍ່ໄດ້

ແກ້ໄຂສາທ້ອນ ລັດຖະບານເອີຍ !!!! ຂໍຮ້ອງແລ້ວ!!!! ປະຊາຊົນເດືອດຮ້ອນແທ້ໆ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

              ເມື່ອ​ຫຼາຍປີ​ກ່ອນຕອນ​ທີ່​ເຄືອ​ຂ່າຍ​ໂທລະສັບ​ເຂົ້າມາ​ປະ​ເທດ​ລາວ​ຄັ້ງທຳ​ອິດ​ນັ້ນ ກ່ອນ​ຈະ​ໄດ້​ໃຊ້​ໂທລະສັບມື​ຖື​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍໆ ນອກຈາກ​ລາຄາ​ຂອງ​ເບີ​ໂທລະສັບ​ຈະ​ແພງ​ເປັນ​ລ້ານ​ແລ້ວ, ​ຍັງ​ຕ້ອງ​ປະກອບ​ເອກະສານ​ຢ່າງ​ຄັກ​ແນ່ ​ໄປ​ຍື່ນ​ໄວ້​ເພື່ອ​ໃຫ້​ທາງ​ໂທລະ​ຄົມ​ເພິ່ນ​ພິຈາລະນາ ຈາກ​ນັ້ນຈຶ່ງ​ສາມາດ​ຊື້​ໄດ້ ​ແລະ​ເມື່ອ​ໄດ້​ມາ​ແລ້ວ​ຄ່າ​ໂທກໍ​ຍັງ​ແພງ​ອີກ(​ແພງ​ກວ່າ​ປັດຈຸບັນ​), ຕອນ​ນັ້ນ​ໂປຣ​ໂມ​ຊັ່ນ​ທີ່​ທາງ​​ໂທລະ​ຄົມ​​ເຮັດ​ອອກ​ມາ​ເພື່ອ​ເອົາ​ໃຈ​ລູກ​ຄ້າ​ກໍ​ຍັງ​ບໍ່​ມີ.

ຕົກ​ມາ​ບໍ່​ເທ່ົາ​ໃດ​ປີ​ມາ​ນີ້ ບັນດາ​ເຄືອ​ຂ່າຍ​ໂທລະ​ຄົມ​ຂອງ​ລາວ ​ໄດ້​ມີ​ການ​ແຂ່ງຂັນ​ກັນຢ່າງ​ດຸ​ເດືອດ ​ທັງ​ທາງ​ດ້ານ​ຄຸນ​ນະພາ​ບ, ການ​ບໍລິການ, ລາຄາ, ຂອງ​ແຈກ​ຂອງ​ແຖມ ​ແລະ​ການ​ຊ່ວຍ​ເຫຼືອສັງຄົມ ​ເຊິ່ງ​ການ​ແຂ່ງຂັນ​ກັນ​ຂອງ​ບັນດາ​ເຄືອ​ຂ່າຍ​ໂທລະ​ຄົມ​ໄດ້​ເຮັດ​ໃຫ້​ປະຊາຊົນ​ລາວ​ທຸກ​ທ້ອງ​ຖິ່ນ​ ທັງ​ເຂດ​ຊົນນະບົດ, ທຸລະກັນດານ ​ແລະ​ເຂດ​ທົ່ງພຽງ​ຕົວ​ເມືອງ, ທັງ​ຜູ້​ທຸກ​ຜູ້​ຮັ່ງ​ໄດ້​ມີ​ໂອກາດ​ຊົມ​ໃຊ້​​​ໂທລະສັບ​ອັນ​ເປັນ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ສະ​ໄໝ​ໃໝ່ທີ່​ທັນ​ສະ​ໄໝ ຍ້ອນ​ວ່າ​ລາຄາ​ເບີ​ຖືກ, ຄ່າ​ໂທ​ຖືກ(​ມີ​ການ​ແຖມ​ມູນ​ຄ່າ​ໂທ)… ​ເຊິ່ງສະຫຼຸບ​ແລ້ວ​ຍິ່ງ​ມີ​ການ​ແຂ່ງຂັນ​ກັນ​ຂອງ​ບັນດາ​ເຄືອ​ຂ່າຍ​ໂທລະ​ຄົມ ປະ​ໂຫຍ​ດກໍ​ຍິ່ງ​ຕົກ​ສູ່​ປະຊາຊົນ​ຫຼາຍຂຶ້ນ ​ເຊິ່ງບັນດາທ່ານກໍ​ຄົງ​ຮູ້ສຶກ​ຄື​ກັນ​ກັບ​ຂ້າພະ​ເຈົ້າ ​ແມ່ນ​ບໍ?

​ແຕ່​ບັນດາທ່ານທີ່​ເຄົາລົບ! ຕົກ​ມາ​ໄລ​ຍະ​ເດືອນ​ສອງ​ເດືອນ​ມາ​ນີ້ ບັນດາ​ເຄືອ​ຂ່າຍ​ໂທລະ​ຄົມ​ໄດ້​ພ້ອມ​ກັນ​ຕັດ​ໂປຣ​ໂມ​ຊັ່ນ ອັນ​ທີ່​ເປັນ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້​ລົງ ​ເຊັ່ນ ບໍ່​ມີ​ໂປຣ​ໂມ​ຊັ່ນ​ໂທ​ລ້າໆ, ຊື້​ເບີ​ບໍ່​ມີ​ມູນ​ຄ່າ​ໂທ… ໂດຍໂທລະຄົມແຕ່ລະເຄືອຂ່າຍອ້າງວ່າເປັນຄຳສັ່ງຂອງ ກະຊວງໄປສະນີ ໂທລະຄົມ ແລະການສື່ສານ ​ເຊິ່ງ​ມັນ​ໄດ້​ເຮັດ​ໃຫ້​ຜູ້​ໃຊ້​ໂທລະສັບ​ຕ້ອງ​ຈ່າຍ​ຄ່າ​ຕື່ມ​ມູນ​ຄ່າ​ໂທ​ຫຼາຍຂຶ້ນກວ່າ​ຕອນ​ທີ່​ມີ​ໂປຣ​ໂມ​ຊັ່ນ. ຂ້າພະ​ເຈົ້າຄິດ​ວ່າ​ໂປຣ​ໂມ​ຊັ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ອາດ​ຈະ​ຕັດ​ອອກ​ຈາກ​ການ​ເຮັດ​ທຸລະ​ກິດ​ບໍ່ໄດ້, ມັນ​ເປັນ​ເລື່ອງ​ແປກ​ທີ່​ບໍ່​ໃຫ້​ມີ​ການ​ແຂ່ງຂັນ​ກັນ​ເຮັດ​ໂປຣ​ໂມ​ຊັ່ນ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ​ຄົງ​ບໍ່​ມີບ້ານ​ໃດ​ເມືອງ​ໃດ​ເຮັດ​ທຸລະ​ກິດ​ໂດຍ​ບໍ່​ໃຫ້​ມີ​ໂປຣ​ໂມ​ຊັ່ນ ຫຼືບໍ່​ໃຫ້​ມີ​ການ​ແຂ່ງຂັນ​ກັນ​ ນອກຈາກ​ບ້ານ​ເຮົາ​ທີ່​ກຳລັງ​ເຮັດ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້.

ຂ້າພະ​ເຈົ້າຂໍ​ໃຫ້​ບັນດາທ່ານ ມີຄຳເຫັນຕໍ່ບັນຫາດັ່ງກ່າວເບິ່ງດູ ເຊິ່ງຄຳເຫັນຂອງທ່ານຈະເປັນປະໂຫຍດຕໍ່ການຂຽນບົດ ຂອງວຽກຂ້າພະເຈົ້າເປັນຢ່າງຍິ່ງ.

ຄິດແນວໃດກັບການຕັດໂປຣໂມຊັ່ນອອກຈາກເຄືອຂ່າຍໂທລະຄົມຂອງກະຊວງ ໄປສະນີ ໂທລະຄົມ ແລະການສື່ສານ?