ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຖ້າ​ຫຼາຍຄົນ​ໄດ້​ຕິດຕາມ​ວົງ​ການ​ເພງ​ຂອງ​ບ້ານ​ເຮົາ ​ຄົງ​ຈະ​ຮູ້​ວ່າ​ມີ​ເພງ​ລາວ​ຫຼາຍ​ເພງ​ທີ່​ໂດ່​ງດັງ ​ສັງຄົມ​ນິຍົມ​ຊົມ​ຊອບ ​ແຕ່​ດ້ວຍ​ເຫດຜົນ​ຄື​ເງື່ອນ​ໄຂ​ບາງ​ປະການ​ໂດຍ​ສະ​ເພາະ​ແມ່ນ​ເຫດຜົນ​ທາງ​ດ້ານ​ເນື້ອ​ໃນ​ ຈຶ່ງ​ເຮັດ​ໃຫ້​ເພງ​ເຫຼົ່ານັ້ນ​ບໍ່​ໄດ້​ຖືກ​ສົ່ງ​ເສີມ​ໃຫ້​ເຜີຍ​ແຜ່​ພາຍ​ໃນ​ປະ​ເທດ. ​ແຕ່​ຍ້ອນ​ວ່າ​ແຕ່ລ​ະ​ເພງ​ທີ່​ບໍ່​ຖືກ​ສົ່ງ​ເສີມ​ນັ້ນ​ພັດ​ມີ​ຄົນ​ນິຍົມ​ຊົມ​ຊອບ​ຫຼາຍ​ແລ້ວ ຫຼື​ເວົ້າຢ່າງ​ໜຶ່ງ​ວ່າ​ມັນ​​ໄດ້​ດັງ​ໄປ​ແລ້ວ ​ເມື່ອ​ບໍ່​ເໝາະ​ທີ່​ຈະ​ຜະລິດ​ຢູ່​ພາຍ​ໃນ ກໍ​ກັບກາຍ​ເປັນ​ຄົນ​ຕ່າງປ​ະ​ເທດ​ມາ​ຊື້​ໄປ​ຜະລິດ​ຂາຍຢູ່​ຕ່າງປະ​ເທດ ສຸດ​ທ້າຍ​ກໍ​ກັບ​ມາຂາຍ​ໃຫ້​ຄົນ​ລາວ​ຊື້​ຟັງ​ອີກ​ຄື​ເກົ່າ.

​ເຊັ່ນ​ດຽວ​ກັນ​ກັບ “ປາ​ຄໍ່​ໃຫຍ່” (ມົນ​ຮັກສາ​ວຜູ້​ໄທ) ສຽງ​ລຳ​ຜູ້​ໄທ​ປະຍຸກ ທີ່​​​ເຄີຍໂດ່​ງດັງ​ໃນ​ໄລຍະ ທ້າຍ​ປີ 2010 ຫາ​ຕົ້ນ​ປີ 2012 ຂອງ​ບ້ານ​ເຮົາ ກໍ​ຖືກນັກ​ຮ້ອງ​ດັງ​ຂອງ​ໄທ​ຄື “ມົນ​ແຄນ​ແກ່​ນຄູນ” ​ເອົາ​ໄປ​ຂັບ​ຮ້ອງ​, ​ເຮັດ​ດົນຕີ ​ແລະ​ສ້າງ​ວິ​ດີ​ໂອ​ໃສ່​ໃໝ່ ​​​ໄດ້​ຟັງ​ໄດ້​ຊົມ​ແລ້ວ​ຫຼາຍຄົນ​ກໍ​ຄິດ​ວ່າ​​ເປັນ​ເພງ​ທີ່​ໄດ້​ຄຸນ​ນະພາ​ບດີ, ​ແຕ່​ເລື່ອງ​ສະ​ເໜ່ຂອງ​ເພງ​ດັ່ງກ່າວ​ຈະ​ຫຼວງຫຼາຍຄື​ຕອນໝໍ​ລຳ “ຊຽງສະຫວັນ” ຮ້ອງ ຫຼືບໍ່​ນັ້ນ ກໍ​ເວົ້າບໍ່​ໄດ້.

ມີ​ໂອກາດ​ໄດ້​ເຂົ້າຊົມ​ໃຊ້​ Facebook.com ລະບົບ​​ເຄືອ​ຂ່າຍສື່ສານ​ສະ​ໄໝ​ໃໝ່​ທີ່​ທັນ​ສະ​ໄໝ ​ແລະ​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດຂອງ​ຄົນ​ທັງ​ໂລກໃນ​ປັດຈຸບັນ ກໍ​ເລີຍ​ມີ​ໂອກາດ​ໄດ້​ເຫັນ​ທັດສະນະ​ກ່ຽວ​ກັບ​ວົງ​ການບັນ​ເທີ​ງຂອງ​ລາວຂອງຜູ້​ຄົນ​ໃນ​​ໂລກ​ໄຊ​ເບີ ​ໂດຍ​ສະ​ເພາະ​ແມ່ນ ກຸ່ມ “ຄົນ​ເຮັດ​ວຽກ​ໃນ​ວົງການບັນ​ເທີ​ງລາວ” ​ແລະ​ຢູ່​ບ່ອນ​ນີ້​ເອງ​ທີ່​ຜູ້​ຂຽນ​ພົບ​ກັບ​ກອນ​ລຳ “ປາ​ຄໍ່​ໃຫຍ່ ​ເວີ​ຊັ່ນຂອງ​ມົນ​ແຄນ​ແກ່ນ​ຄູນ”.

ຍົກ​​ເອົາ​ກອນ​ລຳ “ປາ​ຄໍ່​ໃຫຍ່” ​ມາ​ເວົ້າ​ນີ້​ຢ່າ​ມາ​ຫາ​ເລື່ອງ​ວ່າ​ຜູ້​ຂຽນ​ໜີ​ໄປ​ຍ້ອງ​ນັກ​ຮ້ອງ​ບ້ານ​ເພິ່ນ​ເດີ້ ພຽງ​ແຕ່​ຢາກ​ໃຫ້​ຜູ້​ອ່ານ​ຮູ້​ວ່າ ​ກອນ​ລຳ​ດັ່ງກ່າວ​ນັ້ນ​ບໍ່​ແມ່ນ​ດັງ​ທຳ​ມະ​ດາ ບໍ່​ແມ່ນ​ດັງ​ແບບຄົນ​ມັກ​ຊື່ໆ ​ແຕ່​ຍັງ​ດັງ​ແບບ​ມີ​ຄຸນ​ນະພາ​ບ, ຜູ້​ອື່ນ​ຍັງ​ຕ້ອງ​ເອົາ​ໄປ​ຮ້ອງ ​ແລະ​ຫາ​ປະ​ໂຫຍ​ດຢາກ​ມັນ​ໄດ້​ນຳ​ອີກ…